ວັນບຸນຄຼິດສະມາດສະຫງົບສຸກ - ເປັນການສະແດງໃຫ້ເຫັນຄວາມເສລີໃນການເຫຼື້ອມໄສສາສະໜາ

(VOVWORLD) -ໂດຍແມ່ນວັນບຸນສຳຄັນທີ່ສຸດຂອງພໍ່ແມ່ພີ່ນ້ອງຊາວຄຼິດໃນທົ່ວໂລກ, ໃນຫຼາຍມື້ຜ່ານມາ, ພໍ່ແມ່ພີ່ນ້ອງຊາວຄຼິດ ໄດ້ ແລະ ພວມຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມເບີກບ່ານມ່ວນຊື່ນ, ດ້ວຍການຢື້ຢາມຖາມຂ່າວ, ແບ່ງປັນຄວາມມ່ວນຊື່ນຂອງບັນດາຄະນະ, ຂະແໜງການ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າອື່ນໆທ້ອງຖິ່ນຕ່າງໆ.

ວັນບຸນຄຼິດສະມາດສະຫງົບສຸກ - ເປັນການສະແດງໃຫ້ເຫັນຄວາມເສລີໃນການເຫຼື້ອມໄສສາສະໜາ - ảnh 1 ເຂດຊາວຄຼິດແຂວງນິງບິ່ງ

(ພາບປະກອບອີນເຕີແນັດ)

ຄວາມເອົາໃຈໃສ່, ປຸກລະດົມ, ການແບ່ງປັນຂອງສັງຄົມໄດ້ເຮັດໃຫ້ຊີວິດທາງດ້ານການເຫຼື້ອມໄສເຊື່ອຖືຂອງພໍ່ແມ່ພີ່ນ້ອງຊາວຄຼິດມີຄວາມສົມບູນພູນສຸກ ແລະ ຊີວິດຊີວາຕື່ມອີກ.

        ເລີ່ມແຕ່ຕົ້ນເດືອນທັນວາ, ພໍ່ແມ່ພີ່ນ້ອງຊາວຄຼິດຢູ່ເຂດຕ່າງໆ, ເຂົາເຈົ້າໄດ້ກະກຽມໃຫ້ຄ່ຳຄືນວັນຄ້າຍວັນເກີດພະເຢຊູ 24 ທັນວາ ຢ່າງຄຶກຄື້ນມ່ວນຊື່ນ. ມີວັນບຸນຄຼິດສະມາດມີຄວາມອົບອຸ່ນກວ່າສຳລັບເຂົາເຈົ້າ ຍ້ອນໃນຫຼາຍມື້ມານີ້, ການນຳພັກ, ລັດ, ແນວໂຮມປະເທດຊາດ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນຜູ້ເຊື່ອຖືສາສະໜາອື່ນໆໄດ້ຢື້ຢາມຖາມຂ່າວ, ແບ່ງປັນຄວາມມ່ວນຊື່ນຕ້ອນຮັບວັນບຸນຄຼິດສະມາດ ກັບພໍ່ພີ່ນ້ອງຊົນຊາວຄຼິດ.

ວັນບຸນຄຼິດສະມາດສະຫງົບສຸກ

        ຍິ່ງໃກ້ຈະຮອດວັນບຸນຄຼິດສະມາດ, ບັນດາເຂດຊາວຄຼິດແຂວງນິງບິ່ງ ຍິ່ງໄດ້ຮັບການປະດັບປະດາຢ່າງສວຍງາມກວ່າ. ຕາມທຸກເສັ້ນທາງທີ່ໄປເຖິງເຂດຊາວຄຼິດ ຟ໊າດຢ້ຽມ, ກິມເຊີນ, ນິງບິ່ງ ລ້ວນແຕ່ໄດ້ແຂວນດອກໄຟ, ດອກໄມ້ ຮອດຕອນຄໍ່ຳກໍໄດ້ເປີດໄຟຂຶ້ນຢ່າງສວຍງາມ. ຄຸນພໍ່ ຫງວຽນວັນຢາວ, ປະທານຄະນະກຳມະການສາມັກຄີຄຼິດທະສາສະໜາແຂວງ ນິງບິ່ງ, ໃຫ້ຮູ້ວ່າ.

        “ເຊິ່ງແມ່ນເຂດໃຈກາງຂອງເຂດຊາວຄຼິດແຂວງນິງບິ່ງ, ສະນັ້ນ ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດ ຈຶ່ງມີຄວາມຄຶກຄື້ນມ່ວນຊື່ນທີ່ສຸດ, ປີໃດພວກຂ້າພະເຈົ້າກໍ່ໄດ້ປະດັບປະດາເພື່ອຕ້ອນຮັບວັນບຸນຄຼິດສະມາດ. ຍ້ອນພວກຂ້າພະເຈົ້າມີຄວາມສຳນຶກວ່າ, ນີ້ແມ່ນວັນບຸນໃຫຍ່ກວ່າໝູ່ຂອງສາສະໜາຄຼິດ ແລະນີ້ບໍ່ພຽງແຕ່ແມ່ນເຂດທີ່ສຳຄັນເທົ່ານັ້ນ, ຫາກຍັງແມ່ນເຂດທ່ອງທ່ຽວຂອງທົ່ວປະເທດອີກດ້ວຍ ແລະ ພວກຂ້າພະເຈົ້າກໍ່ໄດ້ຮັບຄວາມເອົາໃຈໃສ່, ສະໜັບສະໜູນຈາກທຸກພາກສ່ວນໃນໂອກາດວັນບຸນນີ້.”

        ວັນບຸນຄຼິດສະມາດປີນີ້, ມີຫຼາຍເຂດສາສະໜາ, ອົງຕະກູນສາສະໜາຂອງຫວຽດນາມ ບໍ່ມີຄອບຄົວອຶດຫິວທຸກຍາກອີກແລ້ວ. ພໍ່ແມ່ພີ່ນ້ອງຊາວຄຼິດ ໄດ້ຕັ້ງໜ້າສ້າງສາເຂດຊາວຄຼິດ, ຕະກູນຊາວຄຼິດກ້າວໜ້າ, ກໍ່ສ້າງຊົນນະບົດໃໝ່, ເຂດຕົວເມືອງສິວິໄລ. ບັນຍາກາດອົບອຸ່ນສະຫງົບສຸກໄດ້ປົກຄຸມໄປທົ່ວທຸກເຂດຊາວຄຼິດ, ວົງຕະກູນຊາວຄຼິດໃນວັນບຸນຄຼິດສະມາດ. ຄຸນພໍ່ ເຈິ່ນຊວນແມ້ງ, ປະທານຄະນະກຳມະການສາມັກຄີສາສະໜາຄຼິດ ຫວຽດນາມ, ໃຫ້ຮູ້ວ່າ.

        “ວັນບຸນຄຼິດສະມາດປີນີ້, ພໍ່ແມ່ພີ່ນ້ອງຊາວຄຼິດ ມີຄວາມປິຕິຊົມຊື່ນຫຼາຍ, ພວກຂ້າພະເຈົ້າພະຍາຍາມຈັດພິທີສະຫຼອງທາງສາສະໜາໃນຄ່ຳຄືນວັນບຸນຄຼິດສະມາດຢ່າງຄຶກຄື້ນ, ມ່ວນຊື່ນ, ປອດໄພ, ປະຢັດ. ພວກຂ້າພະເຈົ້າໄດ້ເອົາໃຈໃສ່ເຖິງຊີວິດຈິດໃຈ, ເພາະຈິດໃຈຕົນເອງມີຄວາມສະຫງົບສຸກ ຊີວິດຈຶ່ງມີຄວາມຜາສຸກ. ນັບທັງສາສະໜາພຸດ ແລະ ສາສະໜາຄຼິດພວກເຮົາສາມັກຄີກັນ, ມີເປົ້າໝາຍຮ່ວມກັນເພື່ອສ້າງປະເທດຫວຽດນາມ ໃຫ້ເປັນປະເທດທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ມີປະຊາທິປະໄຕ ແລະ ສິວິໄລ”.

ບຸນຄຼິດສະມາດອົບອຸ່ນເຕັມໄປດ້ວຍຄວາມຮັກແພງ

        ຜູ້ຕາງໜ້າຂອງລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໄປອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດໃນທົ່ວປະເທດ ນັບແຕ່ວັນທີ 12 ທັນວາ ມາຮອດປະຈຸບັນ. ທ່ານໄດ້ໄປເຖິງສຳນັກສັງຄະລາດໃຫຍ່ຮ່າໂນ້ຍ, ສະມາຄົມສາສະໜາໂປແຕັກຕັງ, ຄະນະກຳມະການສາມັກຄີສາສະໜາຫວຽດນາມ, ສຳນັກສັງຄະລາດຢູ່ແຂວງນິງບິ່ງ, ເຫ້ວ, ດ່ານັ້ງ… ເພື່ອອວຍພອນບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາຄຼິດ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດ. ການນຳຄະນະກຳມະການປະຊາຊົນສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນ ແລະ ການນຳບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງຢູ່ທ້ອງຖິ່ນຕ່າງໆກໍ່ໄດ້ໄປຢື້ຢາມຖາມຂ່າວ, ອວຍພອນຜູ້ມີຍົດສັກຕຳແໜ່ງ, ພໍ່ແມ່ພີ່ນ້ອງຊາວຄຼິດໃນທົ່ວປະເທດ. ນັ້ນບໍ່ພຽງແຕ່ແມ່ນໜ້າທີ່ ແລະ ນ້ຳໃຈຂອງພັກ, ລັດ, ກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະໃນລະບົບການເມືອງເທົ່ານັ້ນ, ຫາກຍັງແມ່ນນ້ຳໃຈຂອງປະຊາຊົນທຸກຊັ້ນວັນນະໃນປະຊາຄົມຊາວຫວຽດນາມ ທີ່ມີຕໍ່ພໍ່ແມ່ພີ່ນ້ອງຊາວຄຼິດອີກດ້ວຍ. ຄຸນພໍ່ ຫງວຽນຊວນອານ, ຢູ່ສູນເບິ່ງແຍງ ແລະ ໃຫ້ຄຳປຶກສາສັງຄະລາດຟ໊າດຢ້ຽມ, ໃຫ້ຮູ້ວ່າ.

        “ບັນດາການດຳເນີນຊີວິດທາງດ້ານສາສະໜາຂອງພວກຂ້າພະເຈົ້າຍາມໃດກໍ່ໄດ້ຮັບການສະໜັບສະໜູນຈາກອຳນາດການປົກຄອງ. ສະນັ້ນ, ບັນດາການດຳເນີນຊີວິດທາງດ້ານສາສະໜາໄດ້ຮັບການຈັດຕັ້ງຢ່າງງ່າຍ ແລະ ສະດວກກວ່າ. ພວກຂ້າພະເຈົ້າໄດ້ຮັບການໜຸນຊ່ວຍຈາກບັນດາອົງການຈັດຕັ້ງ, ພິເສດແມ່ນຈາກອຳນາດການປົກຄອງໃນການຈັດຕັ້ງວັນບຸນຄຼິດສະມາດຢູ່ໂບດໃຫຍ່ຢູ່ຟ໊າດຢ້ຽມ”.

        ບຸນຄຼິດສະມາດຂອງພໍ່ແມ່ພີ່ນ້ອງຊາວຄຼິດຢູ່ຫວຽດນາມ ປີນີ້ ຍິ່ງມີຄວາມເບີກບານມ່ວນຊື່ນກວ່າຍ້ອນວ່າ ກົດໝາຍວ່າດ້ວຍການເຫຼື້ອມໄສສາສະໜາ ໄດ້ຮັບການປະຕິບັດໃນທົ່ວປະເທດ. ຍ້ອນເຫດນັ້ນ, ການພົວພັນລະຫວ່າງຜູ້ຖືສາສະໜາຄຼິດ ກັບປະຊາຊົນທຸກຊັ້ນຄົນນັບມື້ນັບດີດວ່າ. ຄວາມເອົາໃຈໃສ່ຂອງພັກ, ລັດ ເນື່ອງໃນໂອກາດບຸນຄຼິດສະມາດ ໄດ້ເຮັດໃຫ້ພໍ່ແມ່ປະຊາຊົນຊາວຄຼິດນັບມື້ນັບເຫັນວ່າຕ້ອງເຮັດຫຼ້ອນໜ້າທີ່ຂອງຕົນໃນເຂດສະມາຄົມຊາວຄຼິດ ແລະ ໃນສັງຄົມ.

        ວັນບຸນຄຼິດສະມາດ 2018 ມາຮອດແລ້ວ. ວັນບຸນສຳຄັນທີ່ນຳມາເຊິ່ງຄວາມສະຫງົບສຸກ ແລະ ເຕັມໄປດ້ວຍຄວາມອົບອຸ່ນຂອງຍາດຕິພີ່ນ້ອງພໍ່ແມ່ພີ່ນ້ອງຊາວຄຼິດໃນທົ່ວປະເທດເກືອບ 7 ລ້ານຄົນ ໄດ້ຊີ້ໃຫ້ເຫັນຄວາມສົມບູນພຸນສຸກໃນຊີວິດທາງດ້ານການເຫຼື້ອມໄສສາສະໜາຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ