ວັນບຸນຄຼິດສະມາດແຫ່ງຄວາມສະຫງົບສຸກ ແລະ ສານແຫ່ງການເຄົາລົບສິດເສລີໃນການເຫລື້ອມໃສສາສະໜາ

(VOVWORLD) - ວັນທີ 24 ທັນວາ, ຊາວຄຼິດປະມານ 7 ລ້ານຄົນຂຶ້ນກັບເຂດຊາວຄຼິດ 4.500 ແຫ່ງຢູ່ທົ່ວທຸກແຫ່ງຂອງປະເທດ ຫວຽດນາມ ໄດ້ຕ້ອນຮັບວັນບຸນຄຼິດສະມາດໃນບັນຍາກາດແຫ່ງຄວາມສະຫງົບສຸກ ແລະ ອົບອຸ່ນ 

ດ້ວຍຄວາມແບ່ງປັນ, ຢື້ຢາມຖາມຂ່າວ, ການລະດົມກຳລັງໃຈຂອງອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນຂຶ້ນກັບສາສະໜາອື່ນໆ. ການເບິ່ງແຍງ ແລະ ແບ່ງປັນຄວາມສຸກໃນວັນບຸນຄຼິດສະມາດທີ່ມີຕໍ່ພໍ່ແມ່ປະຊາຊົນຊາວຄຼິດ ໄດ້ສົ່ງສານກ່ຽວກັບຄວາມເຄົາລົບສິດເສລີໃນການເຊື່ອຖືເຫລື້ອມໃສສາສະໜາຂອງຊາວຄຼິດໃນທົ່ວປະເທດ ຫວຽດນາມ.

ວັນບຸນຄຼິດສະມາດແຫ່ງຄວາມສະຫງົບສຸກ ແລະ ສານແຫ່ງການເຄົາລົບສິດເສລີໃນການເຫລື້ອມໃສສາສະໜາ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງສຳນັກສັງຄະນາຍົກ ຮ່າໂນ້ຍ ເພື່ອອວຍພອນບັນດາຄຸນພໍ່, ບາດຫລວງ, ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຄຼິດຂຶ້ນກັບສຳນັກສັງຄະລາດ ຮ່າໂນ້ຍ . ພາບ: quochoi.vn 

        ຕາມທຳນຽມແລ້ວ, ວັນບຸນຄຼິດສະມາດຂອງພໍ່ແມ່ປະຊາຊົນຊາວຄຼິດຍາມໃດກໍ່ເຕັມໄປດ້ວຍຄວາມອົບອຸ່ນກ່ວາ ຍ້ອນວ່າ, ເນື່ອງໃນໂອກາດນີ້, ການນຳພັກ, ລັດ, ແນວໂຮມປະເທດຊາດ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນສາສະໜາອື່ນໆ ໄດ້ຢື້ຢາມຖາມຂ່າວ, ແບ່ງປັນຄວາມເບີກບານມ່ວນຊື່ນໃນວັນບຸນຄຼິດສະມາດກັບພໍ່ແມ່ປະຊາຊົນຊາວຄຼິດຢ່າງເປັນປະຈຳ.

        ເບິ່ງແຍງດູແລ ແລະ ແບ່ງປັນ

ຕາງໜ້າການນຳພັກ, ລັດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງສຳນັກສັງຄະນາຍົກ ຮ່າໂນ້ຍ ເພື່ອອວຍພອນບັນດາຄຸນພໍ່, ບາດຫລວງ, ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຄຼິດຂຶ້ນກັບສຳນັກສັງຄະລາດ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດແຫ່ງຄວາມສະຫງົບສຸກ, ເຕັມໄປດ້ວຍຄວາມອົບອຸ່ນ. ທ່ານນາງກໍ່ໄດ້ໄປຢ້ຽມຢາມຄະນະກຳມະການສາມັກຄີກາໂຕລີກ ຫວຽດນາມ ເພື່ອແບ່ງປັນຄວາມເບີກບານມ່ວນຊື່ນກັບຜູ້ມີຍົດຖາບັນດາສັກ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ຫວຽດນາມ, ພ້ອມທັງສົ່ງສານຢ່າງແຮງ ກ່ຽວກັບຄວາມເຄົາລົບສິດເສລີໃນການເຊື່ອຖືເຫລື້ອມໃສຂອງພໍ່ແມ່ປະຊາຊົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:

ແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ແມ່ນເຄົາລົບສິດເສລີໃນການເຊື່ອຖືເຫລື້ອມໃສສາສະໜາ. ສະພາແຫ່ງຊາດກໍ່ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການເຫລື້ອມໃສສາສະໜາ, ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ບັນດາອົງການສາສະໜາເຄື່ອນໄຫວຖືກຕາມຂໍ້ກຳນົດຂອງລັດຖະທຳມະນຸນ, ກົດໝາຍ. ອຳນາດການປົກຄອງໄດ້ສ້າງເງື່ອນໄຂເພື່ອສ້ອມແປງ, ບູລະນະ, ກໍ່ສ້າງສະຖານທີ່ບູຊາຫລາຍແຫ່ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວຂອງບັນດາສາສະໜາ.

ກ່ອນທີ່ວັນບຸນຄຼິດສະມາດວຽນມາ, ຕາງໜ້າໃຫ້ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ໄປສຳນັກສັງຄະນາຍົກ ນະຄອນ ໂຮ່ຈີມິນ, ສຳນັກໂປແຕສຕັງ ຫວຽດນາມ, ສຳນັກສັງຄະນາຍົກນິກາຍ ຊວນລົກ, ເຂດຊາວຄຼິດ ຕ່ຽນຢາງ…ເພື່ອອວຍພອນຜູ້ມີຍົດຖາບັນດາສັກສາສະໜາກາໂຕລິກ ແລະ ປະຊາຄົມຊາວຄຼິດ. ການນຳຄະນະຂົນຂວາຍປະຊາຊົນສູນກາງພັກ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດທຸກຂັ້ນ ແລະ ການນຳບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງບັນດາທ້ອງຖິ່ນ ກໍ່ໄດ້ລົງຢື້ຢາມຖາມຂ່າວ, ອວຍພອນຜູ້ມີຍົດຖາບັນດາສັກ, ພໍ່ແມ່ປະຊາຊົນຊາວຄຼິດຢູ່ທົ່ວທຸກແຫ່ງຂອງປະເທດຊາດ. ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດ, ບັນດາກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະໃນລະບົບການເມືອງເທົ່ານັ້ນ ຫາກຍັງແມ່ນນ້ຳໃຈຂອງປະຊາຊົນທຸກຊັ້ນວັນນະ ຫວຽດນາມ ທີ່ມີຕໍ່ພໍ່ແມ່ປະຊາຊົນຊາວຄຼິດອີກດ້ວຍ. ຄຸນພໍ່ Giuse ເຈິ່ນຊວນແມ້ງ, ປະທານຄະນະກຳມະການສາມັກຄີກາໂຕລີກ ຫວຽດນາມ ແບ່ງປັນວ່າ:

ປະຕິບັດຄຳສັ່ງສອນຂອງສັນຕະປາປາ: “ຊາວຄຼິດດີ, ພ້ອມທັງແມ່ນພົນລະເມືອງດີ” ໃຫ້ເປັນຢ່າງດີ ເໝາະສົມກັບທິດນຳຂອງຄະນະກຳມະການກາໂຕລີກ ຫວຽດນາມ ທີ່ວ່າເປັນຈິດໜຶ່ງໃຈດຽວ - ຮ່ວມເດີນທາງ - ຮັບໃຊ້. ຮັບໃຊ້ໃນຄວາມພາກພູນໃຈ, ຮັບໃຊ້ປະເທດຊາດຈົນສຸດຄວາມສາມາດຂອງຕົນ.

ວັນບຸນຄຼິດສະມາດແຫ່ງຄວາມສະຫງົບສຸກ ແລະ ສານແຫ່ງການເຄົາລົບສິດເສລີໃນການເຫລື້ອມໃສສາສະໜາ - ảnh 2 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ  ຢ້ຽມຢາມ ສຳນັກສັງຄະນາຍົກນິກາຍ ຊວນລົກ ພາບ: TTXVN

ຊີວິດການເປັນຢູ່ການເຫລື້ອມໃສນັບມື້ນັບດີຂຶ້ນ

       ວັນບຸນຄຼິດສະມາດຂອງຊາວຄຼິດ ຫວຽດນາມ ໃນປີນີ້ ຍິ່ງມີຄວາມເບີກບານມ່ວນຊື່ນກ່ວາ ຍ້ອນກົດໝາຍວ່າດ້ວຍການເຫລື້ອມໃສສາສະໜາໄດ້ຮັບການປະຕິບັດໃນທົ່ວປະເທດ. ຍ້ອນເຫດນັ້ນ, ການພົວພັນລະຫວ່າງຊາວຄຼິດ ແລະ ປະຊາຊົນທຸກຊັ້ນວັນນະໃນສັງຄົມນັບມື້ນັບດີຂຶ້ນ. ການເຄື່ອນໄຫວເຊື່ອຖືເຫລື້ອມໃສສາສະໜາຂອງພໍ່ແມ່ປະຊາຊົນກໍ່ດີຂຶ້ນ. ໜຶ່ງໃນບັນດາຜົນງານພົ້ນເດັ່ນໃນຊີວິດການເປັນຢູ່ການເຊື່ອຖືເຫລື້ອມໃສຂອງພໍ່ແມ່ປະຊາຊົນຊາວຄຼິດກ່ອນທີ່ຕ້ອນຮັບວັນບຸນຄຼິດສະມາດປີນີ້ ແມ່ນການພົວພັນລະຫວ່າງ ຫວຽດນາມ ກັບສຳນັກວາຕີກັງ ພັດທະນາຢ່າງດີງາມ. ຫວຽດນາມ ໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບານຂອງສຳນັກວາຕີວັງ ຈັດສົ່ງທູດພິເສດປະຈຳຢູ່ ຫວຽດນາມ. ຄະນະປະຕິບັດງານລະຫວ່າງຂະແໜງຂອງ ຫວຽດນາມ ຫາກໍ່ໄປເຮັດວຽກກັບສຳນັກວາຕີກັງກ່ຽວກັບແຜນນະໂຍບາຍນີ້. ທ່ານ Giuse ຫວູວັນທຽນ ສັງຄະນາຍົກເຂດຊາວຄຼິດ ຮ່າໂນ້ຍ ຖືວ່າ:

        “ເມື່ອພົບປະກັບບັນດາການນຳຂອງ ຫວຽດນາມ, ສັນຕະປາປາ Francis ກໍ່ເວົ້າເຖິງເຈດຕະນາດີກໍ່ຄືຄວາມເອົາໃຈໃສ່ຂອງລັດທີ່ມີຕໍ່ສະມາຄົມຄຼິດທະສາສະໜາ. ສຳນັກວາຕີກັງ ກໍ່ຕີລາຄາສູງເຖິງຄວາມເອົາໃຈໃສ່, ການຊ່ວຍເຫຼືອ, ເປີດອົກເປີດໃຈຂອງລັດ ຫວຽດນາມ ສຳລັບສະມາຄົມຄຼິດທະສາສະໜາ. ນັ້ນແມ່ນການພົວພັນທາງການທູດລະຫວ່າງສຳນັກວາຕີກັງ ແລະ ຫວຽດນາມ, ສຳລັບບັນດາການເຄື່ອນໄຫວສາສະໜາຢູ່ພາຍໃນປະເທດເວົ້າລວມ ແລະ ເຂດຊາຍຄຼິດ ຮ່າໂນ້ຍ ເວົ້າສະເພາະ, ໃນໄລຍະ 1 ປີຜ່ານມາ, ພວກຂ້າພະເຈົ້າກໍ່ເຫັນວ່າມີຈຸດດີງາມຫລາຍຢ່າງ.

        ວັນບຸນຄຼິດສະມາດຢູ່ປະເທດສະຫງົບສຸກ, ປ່ຽນແປງໃໝ່, ຍິ່ງສະແດງໃຫ້ເຫັນວ່າ ຊີວິດການເປັນຢູ່ໃນການເຊື່ອຖືເຫລື້ອມໃສຂອງພໍ່ແມ່ປະຊາຊົນຊາວຄຼິດ ໄດ້ ແລະ ພວມນັບມື້ນັບພັດທະນາ ຍ້ອນວ່າໄດ້ຮັບຄວາມເຄົາລົບນັບຖື./.

ຕອບກັບ

ຂ່າວ/ບົດ​ອື່ນ