ວັນຫັນເປັນດີຈີຕອນແຫ່ງຊາດ: ມຸ່ງໄປເຖິງປະເທດດີຈີຕອນທີ່ມີສະຖຽນລະພາບ ແລະ ວັດທະນາຖາວອນ

(VOVWORLD) -

ວັນທີ 10 ຕຸລາ, ແມ່ນວັນຫັນເປັນດີຈີຕອນແຫ່ງຊາດ. ດ້ວຍຫົວຂໍ້ “ຂຸດຄົ້ນຂໍ້ມູນດີຈີຕອນເພື່ອສ້າງເປັນຄຸນຄ່າ”, ວັນຫັນເປັນດີຈີຕອນແຫ່ງຊາດປີນີ້ສືບຕໍ່ຊຸກຍູ້ຄວາມຮັບຮູ້ ແລະ ການກະທຳຂອງທົ່ວສັງຄົມ ກ່ຽວກັບບົດບາດ, ຄວາມໝາຍ ແລະ ຜົນປະໂຫຍດຂອງການຫັນເປັນດີຈີຕອນ, ຍູ້ໄວຄວາມຄືບໜ້າແຫ່ງການຜັນຂະຫຍາຍບັນດາໜ້າທີ່ກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດ, ປະຕິບັດໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030 ຢ່າງມີປະສິດທິຜົນ.

ວັນຫັນເປັນດີຈີຕອນແຫ່ງຊາດ: ມຸ່ງໄປເຖິງປະເທດດີຈີຕອນທີ່ມີສະຖຽນລະພາບ ແລະ ວັດທະນາຖາວອນ - ảnh 1ວັນຫັນເປັນດີຈີຕອນແຫ່ງຊາດ (ພາບ:Minh Quyết/TTXVN)

        ຫັນເປັນດີຈີຕອນແມ່ນປັດໄຈສຳຄັນສຳລັບພື້ນຖານເສດຖະກິດ ແລະ ຕະຫຼາດຂອງ ຫວຽດນາມ ໃນປະຈຸບັນ. ໂຄງການຫັນເປັນດີຈີຕອນແຫ່ງຊາດ ໂດຍ ນາຍົກລັດຖະມົນຕີ ອະນຸມັດຜ່ານໃນປີ 2020 ຢ່າງເປັນທາງການ ໄດ້ສ້າງພື້ນຖານ, ບາດກ້າວຊຸກຍູ້ໃຫ້ແກ່ວິວັດການຫັນເປັນດີຈີຕອນແຫ່ງຊາດຢ່າງເປັນລະບົບ ແລະ ຮອບດ້ານຢູ່ ຫວຽດນາມ.

ບັນດາໝາກຜົນຕັ້ງໜ້າໃນເບື້ອງຕົ້ນຂອງໂຄງການຫັນເປັນດີຈີຕອນແຫ່ງຊາດ

        ຮອດຈຸດເວລານີ້, ໂຄງການໄປໄດ້ເຄິ່ງໄລຍະທາງແລ້ວ, ບັນລຸໄດ້ຫຼາຍຜົນງານຕັ້ງໜ້າໃນເບື້ອງຕົ້ນ, ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

        ກ່ອນອື່ນໝົດ, ນັ້ນແມ່ນຄວາມຮັບຮູ້ໃນການຫັນເປັນດີຈີຕອນໃນທົ່ວສັງຄົມໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນສະຕິກ່ຽວກັບການຫັນເປັນດີຈີຕອນຂອງການນຳ, ຜູ້ນຳໜ້າບັນດາອົງການ, ກະຊວງ, ຂະແໜງການ, ທ້ອງຖິ່ນ. ໜ່ວຍເຕັກໂນໂລຊີດີຈີຕອນວົງຄະນະຍາດໄດ້ຮັບການຜັນຂະຫຍາຍຢູ່ທຸກທ້ອງຖິ່ນ, ຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈງ່າຍ ແລະ ຂຸດຄົ້ນໃຫ້ສະດວກ, ນຳໃຊ້ບັນດາບໍລິການດີຈີຕອນຂອງອຳນາດການປົກຄອງ, ວິສາຫະກິດຢ່າງມີປະສິດທິຜົນ.

        ກ່ຽວກັບການສ້າງລະບອບລະບຽບການ, ນະໂຍບາຍ, ຂໍ້ກຳນົດຂອງການຫັນເປັນດີຈີຕອນ, ຮອດຈຸດເວລານີ້, ບັນດາຂໍ້ກຳນົດ, ນະໂຍບາຍໃຫ້ແກ່ການພັດທະນາທັງ 3 ເສົາຄ້ຳຂອງໂຄງການຫັນເປັນດີຈີຕອນແຫ່ງຊາດ, ລວມມີ: ລັດຖະບານດີຈີຕອນ, ເສດຖະກິດ ດີຈີຕອນ ແລະ ສັງຄົມດີຈີຕອນ, ໄດ້ປະກາດໃຊ້ ແລະ ນຳເຂົ້າໃນການດຳລົງຊີວິດ. ມັນຄື: ຍຸດທະສາດພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານ ດີຈີຕອນ ໄລຍະ 2021 – 2025, ການກຳນົດທິດຮອດປີ 2030; ແຜນຮ່າງ “ຍົກສູງສະຕິຄວາມຮັບຮູ້, ເຜີຍແຜ່ທັກສະ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດຫັນປ່ຽນດີຈີຕອນແຫ່ງຊາດປີ 2025, ການກຳນົດທິດຮອດປີ 2030”; ມະຕິກຳນົດກ່ຽວກັບການສະໜອງຂໍ້ມູນ ແລະ ການບໍລິການສາທາລະນະທາງອິນເຕີເນັດຂອງບັນດາອົງການຂອງລັດ…

        ກ່ຽວກັບສັງຄົມດີຈີຕອນ, ໃນ 8 ເດືອນຕົ້ນປີ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຍູ້ແຮງການສະໜອງການບໍລິການສາທາລະນະທາງອິນເຕີເນັດ. ທ່ານຮອງສາດສະດາຈານ, ປອ ໂງແທັ່ງການ, ອະດິດຮອງຫົວໜ້າພະແນກຈັດຕັ້ງບໍລິຫານ, ສະຖາບັນການປົກຄອງແຫ່ງຊາດ, ຖືວ່າ:

        “ການປະຕິບັດກົນໄກປະຕູດຽວ, ປະຕູດຽວເຊື່ອມຕໍ່ໃນການແກ້ໄຂລະບຽບ ການບໍລິຫານ ເຮັດໃຫ້ເວລາເຮັດລະບຽບການບໍລິຫານສັ້ນລົງ. ນອກຈາກເວລາ ສັ້ນລົງ ແມ່ນຈຳນວນພະນັກງານເຮັດລະບຽບການກໍ່ໄດ້ຫລຸດລົງ, ພາໄປເຖິງການ ຫລຸດຜ່ອນດ້ານລາຍຈ່າຍ, ປະຢັດອຸປະກອນເຮັດລະບຽບການ, ຫລຸດເວລາລໍຖ້າ ແລະ ປະຢັດລາຍຈ່າຍອື່ນໆອີກ. ສິ່ງສຳຄັນທີ່ສຸດແມ່ນນຳມາເຊິ່ງຄວາມເພິ່ງພໍໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ”.

ວັນຫັນເປັນດີຈີຕອນແຫ່ງຊາດ: ມຸ່ງໄປເຖິງປະເທດດີຈີຕອນທີ່ມີສະຖຽນລະພາບ ແລະ ວັດທະນາຖາວອນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Dương Giang/TTXVN)

ການຮ່ວມແຮງຮ່ວມໃຈຂອງທົ່ວລະບົບໃນການສ້າງດີຈີຕອນແຫ່ງຊາດ

            ໂດຍອີງໃສ່ບັນດາໝາກຜົນທີ່ບັນລຸໄດ້, ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍການຫັນເປັນດີຈີຕອນແຫ່ງຊາດໃຫ້ຢ່າງຮອບດ້ານ, ສັງລວມ, ດ້ວຍການຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງຂອງລັດຖະບານ, ວິສາຫະກິດ ແລະ ປະຊາຊົນແຕ່ລະຄົນ. ທີ່ກອງປະຊຸມສະຫລຸບໂຄງການຫັນເປັນດີຈີຕອນແຫ່ງຊາດ ໃນ 6 ເດືອນຕົ້ນປີ, ເຊິ່ງໄດ້ຈັດຂຶ້ນໃນເດືອນ ກໍລະກົດຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ພາລະກິດການຫັນເປັນດີຈີຕອນຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດກ່ວາ. ຕາມນັ້ນແລ້ວ, ຄວນບຸລິມະສິດດ້ານຄຸນນະພາບກ່ວາດ້ານຈຳນວນ,  ບຸລິມະສິດການພັດທະນາຖານຂໍ້ມູນ, ພັດທະນາບັນດາການບໍລິການສາທາລະນະທາງອິນເຕີເນັດຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ, ການເຄື່ອນໄຫວຜະລິດຂອງວິສາຫະກິດ ແລະ ມີຜູ້ນຳໃຊ້ເປັນຈຳນວນຫຼາຍ; ບຸລິມະສິດພັດທະນາບັນດາ platform, ພິເສດແມ່ນບັນດາຮາກຖານຂໍ້ມູນແຫ່ງຊາດ; ບຸລິມະສິດຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ຄວາມປອດໄພດ້ານຂໍ້ມູນຂ່າວສານ:

        “ຫັນເປັນດີຈີຕອນແມ່ນຄວາມຈຳເປັນ, ແມ່ນຄຳຮຽກຮ້ອງຢ່າງພາວະວິໄສ. ພວກເຮົາຄວນຍູ້ແຮງກ່ວາອີກ, ຕ້ອງມີບາດກ້າວບຸກທະລຸກ່ວາ ຍ້ອນມັນໄດ້ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນ ແລະ ສຳລັບປະເທດຊາດ. ພວກເຮົາຕ້ອງຂ້ຽວຂາດໃນວຽກງານການຊີ້ນຳ, ບໍລິຫານ ແລະ ຜັນຂະຫຍາຍດ້ວຍທັດສະນະ ການຫັນເປັນດີຈີຕອນແຫ່ງຊາດແມ່ນວຽກງານໃຫຍ່, ຍຸດທະສາດ, ແຕ່ຕ້ອງເລີ່ມຕົ້ນຈາກບັນດາການກະທຳລະອຽດ, ເປົ້າໝາຍລະອຽດ, ເຮັດຂັ້ນຕອນໃດກໍ່ຕ້ອງໃຫ້ສຳເລັດຂັ້ນຕອນນັ້ນກ່ອນ. ຄວນສ້າງຄວາມເປັນເອກະພາບກ່ຽວກັບຄວາມຮັບຮູ້ ແລະ ການກະທຳ ເພື່ອເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວລະບົບການເມືອງ ໃນການຈັດຕັ້ງປະຕິບັດ”.

        ດ້ວຍຈຳນວນປະຊາກອນກ່ວາ 100 ລ້ານຄົນ ແລະ ເປັນພື້ນຖານເສດຖະກິດມີລະບົບການເຕີບໂຕໄວກ່ວາໝູ່ຢູ່ພາກພື້ນ, ພົນລະເມືອງໜຸ່ມທີ່ຂະຫຍັນຂັນເຄື່ອນ ແລະ ມີຄວາມສາມາດສຳຜັດກັບເຕັກໂນໂລຊີສູງຢ່າງວ່ອງໄວນັ້ນ, ຫວຽດນາມ ຍາມໃດກໍ່ໄດ້ຮັບການຕີລາຄາແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນໃຫຍ່ໃນການຫັນເປັນດີຈີຕອນ. ພ້ອມກັບການຜັນຂະຫຍາຍ “ໂຄງການຫັນເປັນດີຈີຕອນແຫ່ງຊາດ ຮອດປີ 2025, ການກຳນົດທິດຮອດປີ 2030”, ການຈັດວັນຫັນເປັນດີຈີຕອນແຫ່ງຊາດປະຈຳປີ ກໍ່ເພື່ອແນໃສ່ສືບຕໍ່ຊຸກຍູ້ສະຕິຄວາມຮັບຮູ້ ແລະ ການກະທຳຂອງທົ່ວສັງຄົມ ກ່ຽວກັບເປົ້າໝາຍການສ້າງ ຫວຽດນາມ ກາຍເປັນປະເທດ ດີຈີຕອນ ທີ່ມີສະຖຽນລະພາບ ແລະ ວັດທະນາຖາວອນ./

 

ຕອບກັບ

ຂ່າວ/ບົດ​ອື່ນ