ວິສາຫະກິດຫວຽດນາມ ປັບຕົວຕໍ່ກັບການປະຕິວັດອຸດສາຫະກຳ 4.0

(VOVWORLD) -ບັນດາປະເທດພວມພັດທະນາຢູ່ອາຊຽນ, ໃນນັ້ນມີຫວຽດນາມ ພວມມີກາລະໂອກາດພັດທະນາຢ່າງໄວ ແລະ ຍືນຍົງຖ້າຫາກສ້າງຕັ້ງສະພາບແວດລ້ອມທີ່ສະດວກໃຫ້ແກ່ການປ່ຽນແປງໃໝ່ໃນການປະດິດຄິດສ້າງ.

ການປະຕິວັດອຸດສາຫະກຳຄັ້ງທີ 4 ( ຫຼືເອີ້ນວ່າ ການປະຕິວັດອຸດສາຫະກຳ 4.0) ພວມນຳມາເຊິ່ງທັງກາລະໂອກາດ ແລະ ສິ່ງທ້າທາຍ. ໃນສະພາບການນັ້ນ, ວິສາຫະກິດຫວຽດນາມ ພວມເປັນເຈົ້າການໃນການຍົກສູງກຳລັງແກ່ງແຍ້ງ, ເຂົ້າຮ່ວມລະບົບສະໜອງທົ່ວໂລກ ແລະ ພາກພື້ນຢ່າງເລິກເຊິ່ງກວ່າ.

        ທີ່ກອງປະຊຸມສຳມະນາ “ອາຊຽນ 4.0: ເສີມຂະຫຍາຍຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳ 4.0” ເຊິ່ງດຳເນີນໃນວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ມີນັກຊ່ຽວຊານຫຼາຍທ່ານຖືວ່າ ການປະຕິວັດ 4.0 ດ້ວຍບັນດາເຕັກໂນໂລຊີກະໂດດຂັ້ນມີລັກສະນະປະດິດຄິດສ້າງພວມຄ່ອຍລົບລ້າງທ່າດີດ້ານປະສົບການ, ວິທີຄຸ້ມຄອງ ແລະ ຮູບແບບດຳເນີນທຸລະກິດແບບເກົ່າ.

        ດ້ວຍຕະຫຼາດທີ່ມີພົນລະເມືອງກວ່າ 630 ລ້ານຄົນ, ໃນນັ້ນມີ 260 ລ້ານຄົນເຂົ້າອິນເຕີເນັດເປັນປະຈຳ, ອາຊຽນ ມີພື້ນຖານສະດວກ ແລະ ມີຕະຫຼາດໃຫຍ່ພຽງພໍໃຫ້ແກ່ການປ່ຽນແປງໃໝ່, ລົງທຶນພັດທະນາບັນດາຮູບແບບດຳເນີນທຸລະກິດໃໝ່ຢ່າງໄວວາ. ຄຽງຂ້າງນັ້ນ, ໂລກດີຈີຕອນ, ການເຊື່ອມຕໍ່ອັດສະລິຍະໄດ້ສ້າງກາລະໂອກາດໃຫ້ປະຊາຊົນທຸກຄົນລ້ວນແຕ່ສາມາດເລີ່ມທຸລະກິດ, ພ້ອມທັງນຳມາເຊິ່ງກາລະໂອກາດທີ່ໃຫຍ່ຫຼວງໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍເຂົ້າຮ່ວມລະບົບສະໜອງທົ່ວໂລກ ແລະ ພາກພື້ນຢ່າງເລິກເຊິ່ງກວ່າອີກ…

ວິສາຫະກິດຫວຽດນາມ ປັບຕົວຕໍ່ກັບການປະຕິວັດອຸດສາຫະກຳ 4.0 - ảnh 1 (ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ)

ກາລະໂອກາດໄປພ້ອມກັບສິ່ງທ້າທາຍ

        ຄຽງຂ້າງກາລະໂອກາດພັດທະນາ, ການປະຕິວັດອຸດສາຫະກຳ 4.0 ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງສຳລັບບັນດາປະເທດອາຊຽນ ແລະ ຫວຽດນາມ. ໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ນັ້ນແມ່ນ ການຫັນປ່ຽນ, ທົດແທນແຮງງານ, ສ້າງໂຄງປະກອບຂະແໜງອາຊີບຄືນໃໝ່ ແລະ ປ່ຽນແປງຮູບແບບການຜະລິດ, ດຳເນີນທຸລະກິດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ, ຊີ້ແຈ້ງວ່າ.

        “ການປະຕິວັດ 4.0 ພຽງແມ່ນໜຶ່ງໃນຈຳນວນ 3 ທ່າອ່ຽງໃຫຍ່ທີ່ຈະນຳມາເຊິ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງເສດຖະກິດຫວຽດນາມ. ພຽງສະເພາະການປະຕິວັດ 4.0 ກໍ່ໄດ້ມີບັນດາຜົນສະທ້ອນທີ່ໃຫຍ່ຫຼວງເຊິ່ງພວກເຮົາພວມປະເຊີນໜ້າໃນແຕ່ລະວັນ: ການພັດທະນາຂອງເສດຖະກິດແບ່ງປັນ, ການຄ້າເອເລກໂຕນິກ, ການເລີ່ມທຸລະກິດ, ບັນດາຜະລິດຕະພັນອັດສະລິຍະ. ການພັດທະນາຂອງການຫັນເປັນອັດຕະໂນມັດພ້ອມກັບພູມປັນຍາປະດິດສ້າງ ເຮັດໃຫ້ພວກເຮົາຂາດທ່າແກ່ງແຍ້ງໃນບັນດາຂະແໜງທີ່ຈ້າງຄົນງານດ້ວຍຄ່າແຮງງານຕ່ຳ”

        ປະຊາຄົມວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດເລີ່ມທຸລະກິດໄດ້ສວມບົດບາດສຳຄັນໃນການສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕດ້ານເສດຖະກິດ ແລະ ພັດທະນາແບບຍືນຍົງໃນໄລຍະເຊື່ອມໂຍງໃໝ່. ແຕ່ເພື່ອປະຕິບັດບົດບາດໃຫ້ເປັນຢ່າງດີນັ້ນ, ບັນດາວິສາຫະກິດເອງຕ້ອງຕັ້ງໜ້າ, ເປັນເຈົ້າການໃນການປ່ຽນແປງໃໝ່. ຍ້ອນລະດັບການພັດທະນາເຕັກໂນໂລຊີເຕັກນິກ ຫຼື ເຕັກໂນໂລຊີຂໍ້ມູນຂ່າວສານທີ່ນຳເຂົ້າການຄຸ້ມຄອງການຜະລິດ, ດຳເນີນທຸລະກິດລ້ວນແຕ່ມີຄວາມວ່ອງໄວທີ່ສຸດ, ຖ້າຫາກບໍ່ມີການປ່ຽນແປງວິສາຫະກິດຈະບໍ່ສາມາດພັດທະນາໄດ້.

ຍູ້ແຮງການປ່ຽນໃໝ່, ນຳໃຊ້ເຕັກໂນໂລຊີ

        ຈາກຜົນສຳເລັດຂອງກຸ່ມບໍລິສັດ TH True Milk, ທ່ານ ໂງມິງຫາຍ, ຮອງປະທານສະພາຄຸ້ມຄອງບໍລິຫານຂອງກຸ່ມບໍລິສັດ TH True Milk ໄດ້ແບ່ງປັນການປ່ຽນແປງໃໝ່, ນຳໃຊ້ເຕັກໂນໂລຊີທັນສະໄໝນັ້ນແມ່ນກຸນແຈສຳຄັນທີ່ມີຄວາມໝາຍຕັດສິນເຖິງວິສາຫະກິດໃນສະພາບການທີ່ທັນສະໄໝນີ້.

        “ນຳໃຊ້ເຕັກໂນໂລຊີສູງແມ່ນກຸນແຈຄຳເພື່ອພັດທະນາກຸ່ມບໍລິສັດ TH True Milk. ນັບແຕ່ຊຸມມື້ທຳອິດ TH ໄດ້ຊອກຮູ້ການນຳໃຊ້ເຕັກໂນໂລຊີທີ່ດີ ແລະ ເໝາະສົມທີ່ສຸດສຳລັບຫວຽດນາມ, ຊອກຫາບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ນຳເຕັກໂນໂລຊີໝູນໃຊ້ເຂົ້າໃນການລ້ຽງສັດ. ປະຈຸບັນ, ການລົງທຶນອອກສູ່ຕ່າງປະເທດຂອງກຸ່ມບໍລິສັດແມ່ນປະມານ 2,7 ຕື້ USD ແລະ ໃນໄລຍະຈະມາເຖິງ ກຸ່ມບໍລິສັດຈະສືບຕໍ່ພັດທະນາ ແລະ ນຳເຄື່ອງໝາຍການຄ້າອອກສູ່ບັນດາຕະຫຼາດຄື: ກຳປູເຈຍ, ຟິລິບປິນ, ຈີນ, ມຽນມາ…”

        ຫັນທິດການລົງທຶນ, ຍາມໃດກໍ່ມຸ່ງໄປເຖິງບັນດາມາດຕະການແກ້ໄຂໃຫ້ກະສິກຳ, ນຳໃຊ້ເຕັກໂນໂລຊີຊີວະສາດ… ແມ່ນບັນດາເປົ້າໝາຍເຊິ່ງວິສາຫະກິດຫວຽດນາມ ໃຫ້ຄວາມສົນໃຈໃນຍຸກສະໄໝ 4.0. ທ່ານຮີ່ນວັນທ່ອນ, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ໂລກເຈີຍ, ຖືວ່າ.

        “ຕ້ອງຊອກຮູ້ບັນດາກາລະໂອກາດເພື່ອແກ່ງແຍ້ງ. ຖ້າພວກເຮົາຄັດເລືອກ, ຮັບເອົາແມ່ນຈະມີບັນດາກາລະໂອກາດຢ່າງແທດຈິງ. ຕົວຢ່າງຄື: ໃນຂົງເຂດທາດເຄມີກິສິກຳຂອງບໍລິສັດພວກຂ້າພະເຈົ້າ, ນັ້ນແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ ເມື່ອໄດ້ມີຜະລິດຕະພັນຫຼາຍຢ່າງເຂົ້າມາ, ຖ້າຫາກພວກເຮົາຮູ້ວິທີຄັດເລືອກ ແລະ ນຳໃຊ້ຢ່າງຖືກຕ້ອງ ແມ່ນອາດສາມາດຊອກຫາໄດ້ບັນດາຜະລິດຕະພັນທີ່ດີ, ມີລາຄາຖືກ”.

        ຫວຽດນາມ ມີທ່າແຮງດ້ານພູມສາດເສດຖະກິດ, ໂດຍນອນໃນພາກພື້ນອາຊຽນ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ແມ່ນສະຖານທີ່ເຊື່ອມຕໍ່ຂອງເຂດອາຊີຕາເວັນອອກສ່ຽງເໜືອ ແລະ ອາຊີຕາເວັນອອກສ່ຽງໃຕ້, ແຫຼ່ງກຳລັງຄົນງານສາມາດຮັບຜົນປະໂຫຍດຫຼາຍທີ່ສຸດຈາກການຫັນປ່ຽນໃຈກາງຈຸດສຸມຂອງເສດຖະກິດທົ່ວໂລກຈາກທິດຕາເວັນຕົກ ໄປສູ່ທິດຕາເວັນອອກ, ຈາກເໜືອຮອດໃຕ້. ໃນສະພາບການນັ້ນ, ການປະຕິວັດ 4.0 ອາດສົ່ງຜົນກະທົບຢ່າງເລິກເຊິ່ງເຖິງການເຄື່ອນໄຫວທຳການຜະລິດດຳເນີນທຸລະກິດຂອງບັນດາວິສາຫະກິດ. ສົມທົບກັບບັນດາເຕັກໂນໂລຊີໃໝ່, ສ້າງບັນດາຜະລິດຕະພັນມີລັກສະນະສະເພາະທີ່ມີຄວາມດຶງດູດຜູ້ອຸປະໂພກ, ຍາມໃດກໍ່ຖືເຕັກໂນໂລຊີແມ່ນຄຸນຄ່າແກ່ນສານເພື່ອການເຕີບໂຕ, ເປັນເຈົ້າການຫັນປ່ຽນທິດລົງທຶນດຳເນີນທຸລະກິດ, ບັນດາວິສາຫະກິດຫວຽດນາມ ພວມຕັ້ງໜ້າປັບຕົວເຂົ້າກັບການປ່ຽນແປງໃໝ່ຢ່າງວ່ອງໄວຂອງຕະຫຼາດໂລກ ເພື່ອບືນຕົວຂຶ້ນເຊື່ອມໂຍງ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ