ວາລະຊັກຖາມທີ່ກອງປະຊຸມສະໄຫມສາມັກເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13: ຄວາມມານະພະຍາຍາມປ່ຽນແປງໃຫມ່

(vovworld)- ວາລະ​ຊັກ​ຖາມ​ບັນດາ​ສະມາຊິກ​ລັດຖະບານ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 21/11 ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ. ມີ​ຫລາຍ​ບັນຫາ​ຮ້ອນ​ເຮັ່ງ​ຂອງ​ປະ​ເທດ​ຊາດ​ຖືກ​ຍົກ​ອອກ​ທີ່ີກອງ​ປະຊຸມ. ພ້ອມ​ກັບ​ບັນດາ​ຄຳ​ຖາມ​ກົງ​ໄປ​ກົງ​ມາ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແມ່ນການຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ປະກອບຂອງ​ບັນດາ​ສະມາ​ຊີກ​ລັດຖະບານ​ເມື່ອ​ຕອບ​ຄຳ​ຊັກ​ຖາມ. ສິ່ງສຳຄັນ​ກວ່າ, ຜ່ານ​ການ​ຊັກ​ຖາມ, ຫາງ​ສຽງ​ເຫັນ​ວ່າ ມີ​ການ​ປ່ຽນ​ແປງ​ໃຫມ່​ໃນ​ການ​​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ກໍ​ຄື​ຄວາມ​ຕັດສິນ​ໃຈ​ສຳ​ເລັດ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລັດ​ຖະບານ.

ວາລະຊັກຖາມທີ່ກອງປະຊຸມສະໄຫມສາມັກເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13: ຄວາມມານະພະຍາຍາມປ່ຽນແປງໃຫມ່ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕອບຄຳຊັກຖາມ

        ການຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ຄອງ​ຄອຍ ​ແລະ ສົນ​ໃຈ​ຫລາຍ​ສຸດ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນຄັ້ງ​ຕ່າງໆ​ຂອງສະພາ​ແຫ່ງ​ຊາດ​ຫວຽດນາມ. ​ແຕ່​ລະວາ​ລະ​ຊັກ​ຖາມ​ຜູ້​ມີ​ສິດ​ເລືອກ​ຕັ້ງກໍ​​ຖື​ວ່າ: ​ແມ່ນ​ບັ້ນ​ກວດກາ​ຄວາມ​ໄວ້​ວາງ​ໃຈ​ບັນດາ​ຫົວຫນ້າ​ຂະ​ແຫນງ​ກໍ​ຄື​ເພື່ອ​ວັດ​ແທກ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຢ່າງ​ຈະ​ແຈ້ງທີ່​ສຸດ.

        ມີ​ຫລາຍຈຸດ​ໃຫມ່​

        ມີ​ການ​ປ່ຽນ​ແປງ​ໃຫມ່​ຫລາຍ​ຢ່າງ​ໃນ​ບັນດາ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ເທື່ອ​ນີ້. ທີ​ຫນຶ່ງ, ​ເວລາ​ຊັກ​ຖາມ​ຫລາຍ​ກວ່າ​. ​ແທນ​ທີ 2 ມື້​ເຄິ່ງ ຄື​ບັນດາ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ຄັ້ງ​ກ່ອນ, ທີ່​ກອງ​ປະຊຸມ​ເທື່ອ​ນີ້, ບັນດາ ສສຊ ມີ​​ເວລາ 3 ມື້​ເພື່ອ​​ຊັກ​ຖາມ​ບັນດາ ສະມາຊິກ​ລັດຖະບານ. ທີ​ສອງ, ນີ້​ແມ່ນ​ກອງ​ປະຊຸມ​​ເທື່ອ​ທຳ​ອິດ ສະພາ​ແຫ່ງ​ຊາດ​ຈັດ​ວາງ​ວາ​ລະ​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ຄຳ​ໝັ້ນ​ໝາຍ​ຂອງ​ບັນດາ​ສະມາ​ຊິກ​ລັດຖະບານ ພາຍຫລັງ​ກອງ​ປະຊຸມຂອງ​ສະພາ​ແຫ່ງ​ຊາດ 3 ຄັ້ງກ່ອນ​ນີ້. ວາລະ​ປຶກສາ​ຫາລື​​ດຳ​ເນີນ​ໄປ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ບັນດາ​ຫົວຫນ້າ​ຂະ​ແຫນງ​ການ​ທີ່​ບໍ່​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່​ຖືກ​ຊັກ​ຖາມ, ​ແລະ ​ໄດ້​ຮັບ​ການອະພິປາຍ​ຕື່ມ​ອີກ​ກ່ຽວ​ກັບບັນດາ​ບັນຫາ​ຮ້ອນເຮັ່ງ​ທີ່​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ຫາ​ງສຽງ​ສົນ​ໃຈ.  ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີ່ງງອກ​ເຊີນ ຕີ​ລາຄາ​ວ່າ:

        “​ເລື່ອງ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ບັນດາ​ມະ​ຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ແມ່ນ​ຈຸດ​ໃຫມ່​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພ​າ​ແຫ່ງ​ຊາດ. ພ້ອມ​ກັບ​ການ​ປະກາດ​ໃຊ້​ບັນດາ​ມະຕິ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດແຕ່ລະ​ເທື່ອ​ນັ້ນ, ການ​ເຄື່ອນ​ໄຫວ​ນີ້ ຈະ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃນ​ການ​ເຄື່ອນ​ໄຫວ​ຕິດ​ຕາມ​ກວດກາ​ຂອງ​ສະ​ພາ​ແຫ່ງ​ຊາດ, ປະກອບສ່ວນ​ແກ້​ໄຂ​ບັນດາ​ຂໍ້ຄົງຂ້າງ, ຂໍ້​ຈຳກັດ, ສ້າງ​ລະບົບ​ນະ​ໂຍບາຍ​ກົດໝາຍ​ໃຫ້​ສົມບູນ​ແບບ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ ສສຊ ​ແລະ ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ ປະຊາຊົ​ນ ຜູ​້ມີ​ສິດ​ເລືອກ​ຕັ້ງໃນ​ທ່ົວ​ປະ​ເທດ.”

        ມີ​ຫລາຍ​ບັນຫາ​ຮ້ອນເຮັ່ງ​ໄດ້ຮັບ​ການ​ເຕື້ອງ​ເຖິງ

        ອາດ​ຈະ​ເວົ້າ​ວ່າ ຄຸນ​ນະພາ​ບຂອງ​ວາລະ​ຊັກ​ຖາມ​ແຕ່ລະ​ຄັ້ງ​ແມ່ນ​ອີງ​ໃສ່​ເຄິ່ງຫນຶ່ງ​ຄຸນ​ນະພາ​ບ​ຄຳ​ຊັກ​ຖາມຂອງ ສສຊ. ​ໃນ​ຕະຫລອດ​ວິວັດ​ການ​ຊັກ​ຖາມ​ທີ່​ກອງ​ປະຊຸມ​​ສະ​ໄຫມ​ສາມັນ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ມີ​ຫລາຍ​ຄຳ​ເຫັນ​ຮ້ອນ​ເຮັ່ງ​ໄດ້​ຮັບ​ການ​ເຕື້ອງ​ເຖິງ, ຈາກ​ຜົນ​ພາຍຫລັງ​​ໃນການວາງ​ແຜນ​ກຳນົດ, ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນຳ້ຕົກ, ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຕະຫລອດ​ຮອດ​ຖັນ​ແຖວ​ພະນັກງານ, ລັດຖະກອນ… ຄວາມ​ຈິງ​ທັງ​ໝົດ​ຂອງ​ຊີວິດ, ບັນດາ​ບັນຫາ​ລວມຂອງ​ສັງຄົມ, ຂອງ​ປະ​ເທດ​ຊາດ ລ້ວນ​ແຕ່​ຖືກ​ຍົກ​ອອກ​ໃນ​ບັນດາ​ຄຳ​ຖາມ​ຂອງ ສສຊ, ຖືກ​ຕ້ອງ​ກັບ​ການ​ສັງ​​ເກດຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ເມື່ອສະຫລຸບ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ສະພາ​ແຫ່ງ​ຊາດ​ວ່າ: ບັນດາ​ບັນຫາ​ຂອງ​ສະພາ​ແຫ່ງ​ຊາດ​ຄັດ​ເລືອກ​ເພື່ອ​ດຳ​ເນີນ​ການ​ຊັກ​ຖາມ ​ແມ່ນ​ບັນດາ​ບັນຫາ​ຮ້ອນ​ເຮັ່ງ, ຕ້ອງ​ແກ້​ໄຂ, ​ໂດຍ​​ຊີວິດ​ຕົວ​ຈິງຂອງ​ປະຊາຊົນ​ວາງ​ອອກ.”

        ການ​ຕອບ​ຄຳ​ຊັກ​ຖາມຂອງ​ທ່ານ​ນາຍົກລັດຖະມົນ​ຕີ ​ແລະ ລັດຖະມົນຕີ 4 ທ່ານ, ຫົວຫນ້າ​ຂະ​ແຫນງ​ທີ່​ຕາງຫນ້າ​ໃຫ້​ແກ່​​ເຂດ​ເສດຖະກິດ,​ສັງຄົມ ​ແລະ ຕຸລາການ ກໍ​ໄດ້​ຕອບ​ສະຫນອງ​ສ່ວນ​​ໃຫຍ່ຄຳ​ຊັກຖາມຂອງ ສສຊ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ​ເລື່ອງ​ລັດຖະມົນຕີ​ອື່ນ 7 ທ່ານ ຕອບ​ຄຳ​ຊັກ​ຖາມ, ອະພິ​ປາຍ​ຕາມໝວດ​ບັນຫາ​ຊື່​ງ ສສຊ ວາງ​ອອກ ກໍ​ຊ່ວຍ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກວ່າ​​ເນື້ອ​ແທ້​ຂອງ​ບັນຫາ ​ແລະ ກຳ​​​ໄດ້​ເນື້ອ​ໃນ​ຈິດ​ໃຈ​ຊີ້​ນຳ​ລວມຂອງ​ລັດຖະບານ. ທ່ານ​ນາງ ບູ່​ຍທິອານ, ສສຊ ນະຄອນ ຮ່າ​ໂນ້ຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ກອງ​ປະຊຸມ​ສະ​ໄຫມ​ສາມັນ​ ຄັ້ງ​ກ່ອນ​ນີ້ ຂອງ​ສະພາ​ແຫ່ງ​ຊາດນັ້ນ ​​ເລື່ອງຊັກ​ຖາມບໍ່​ທັນ​​ເລັ່ງ​ໃສ່ຄື​ຄັ້ງ​ນີ້. ປະຈຸ​ບັນ, ການ​ຊັກ​ຖາມ​ແມ່ນ​ວາງ​ອອກ​ຖືກ​ກັບ​ລະດັບ, ການ​ຊັກ​ຖາມ​ແມ່ນ​ດຳ​ເນີນ​ໄປ​ຢ່າງເປີດ​ເຜີຍ ​ແລະ ຕອບ​ຄຳ​ຊັກ​ຖາມ​ກໍ​ເປີດ​ເຜີຍ. ຂ້າພະ​ເຈົ້າ​ຄິດ​ວ່າ ​ແນ່ນອນ​ພາຍຫລັງ​ກອງ​ປະຊຸມ​ເທື່ອ​ນີ້, ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ມີ​ການສະ​ເຫ​ນີ​ໃຫ້​ກຸ່ມ​ສຳນັກງານ​ໃນ​ລັດຖະບານ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຕ່າງໆ ຈ່ົງປະຕິບັດ​ບັນດາ​ບັນຫາ ​ທີ່​ໄດ້​ຕອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງຢ່າງ​ເຂັ້ມ​ງວດ.”

        ຮັບ​ເອົາ​ຄຳ​ປະກອບຄຳ​ຄິດຄຳ​ເຫັນ​

        ທີ່​ວາລະ​ຊັກ​ຖາມບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ມີ​ຄຳສະ​ເຫ​ນີຫລາຍ​ຂໍ້ຂອງ ສສຊ ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ, ວຽກ​ງານ​ບໍລິຫານ​ທີ່​ໄດ້​ຮັບ​ການ​ຮັບ​ເອົາ​ຈາກ​ທ່ານ​ນາຍົກລັດຖະມົນຕີ ​ແລະ ຍົກ​ອອກ​ທິດ​ແກ້​ໄຂ​ບົນ​ຈິດ​ໃຈ​ຮັບ​ເອົາ​ຄຳ​ປະກອບ​ຄຳ​ຄິດ​ຄຳ​ເຫັນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ຕໍ່​ສະພາ​ແຫ່ງ​ຊາດ​ວ່າ:

        “ລັດຖະບານ​ຮັບ​ຟັງຄຳ​ເຫັນ​ຢ່າງ​ຊັດ​​ເຈນ​ຂອງ​ສສຊ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຢ່າງ​ເຂັ້ມ​ງວດ, ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຄວາມ​ກ້າວຫນ້າ, ໝາກຜົນ​ທີ່​ບັນ​ລຸ​ໄດ້, ​ແກ້​ໄຂ​ຂໍ້​ຈຳກັດ​ອ່ອນ​ດ້ອຍ, ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ບໍລິຫານ, ຄວາມມາ​ພະຍາຍາມ​ສູງ​ສຸດເພື່ອ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ປະຕິບັດ​ມະຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ຢ່າງ​ມີ​ໄຊ.”

        ການ​ຊັກ​ຖາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບັນຫາ​ສູງ​ສຸດສະ​ແດງ​ໃຫ້​ເຫັນ​ສິດ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ. ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ອີກຄັ້ງ​ຫນ່ຶງສະ​ແດງ​​ໃຫ້​ເຫັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ຕອບ​ສະຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່​ບັນດາ​ບັນຫາ​ຮ້ອນ​ເຮັ່ງ​​ໃນຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ