ວຽກ​ງານ​ບຸກ​ຄະ​ລາ​ກອນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ກອ​ງ​ປະ​ຊຸມ​ໃຫ​ຍ່​ຂອງ​ພັກ

(VOVWORLD) -ຕ້ານທຳລາຍ ເສກສັ້ນປັ້ນແຕ່ງກ່ຽວກັບບັນຫາບຸກຄະລາກອນ ແມ່ນເລຫລ່ຽມຊື່ງບັນດາອິດທິກຳລັງເປັນປໍລະປັກ, ພວກປະຕິການ, ພວກສວຍໃຊ້ການເມືອງ ເຄີຍປະຕິບັດເປັນປະຈຳກ່ອນທີ່ດຳເນີນກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມທຸກຄັ້ງ.  ແລະ ຄັ້ງນີ້ ກ່ອນທີ່ດຳເນີນກອງປະຊຸມໃຫຍ່ຄັ້ງທີ XIIIຂອງພັກ, ພວກຄົນເຫລົ່ານັ້ນ ຍັງສືບຕໍ່ລົງຂ່າວ, ຖ້ອຍທຳນອງຜິດກັບຄວາມຈິງ, ເສກສັ້ນປັ້ນແຕ່ງວຽກງານບຸກຄະລາກອນຂອງພັກ. ເຖິງແນວໃດກໍຕາມ ຄວາມຈິງ ການກະກຽມບຸກຄະລາກອນເປັນລະບົບ ຖືກຕາມຂັ້ນຕອນທີ່ໄດ້ວາງອອກ, ມີລັກສະນະວິທະຍາສາດ ແລະ ປະຕິບັດຕາມກົດລະບຽບຂອງພັກກອມມູນິດຫວຽດນາມ ຍາມໃດກໍ່ແມ່ນສິ່ງໂຕ້ຕອບບັນດາຖ້ອຍທຳນອງເສກສັ້ນປັ້ນແຕ່ງດັ່ງກ່າວຢ່າງແຮງ.

ວຽກ​ງານ​ບຸກ​ຄະ​ລາ​ກອນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ກອ​ງ​ປະ​ຊຸມ​ໃຫ​ຍ່​ຂອງ​ພັກ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກຢູ່ແຂວງ ຮ່ານາມ

ພາບປະກອບ

  ພັກກອມມູນິດຫວຽດນາມ ໄດ້ກຳນົດເອົາວຽກງານພະນັກງານ ແມ່ນຂອດ “ຫລັກແຫລ່ງ” ຂອງວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ. ພິເສດ ໃນຈຸດເວລາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແມ່ນໄລຍະມອບຮັບລຸ້ນພະນັກງານທີ່ໄດ້ກຳເນີດ ເຕີບໃຫຍ່ ແລະ ຝຶກຝົນຫລໍ່ຫລອມໃນໄລຍະສົງຄາມ ສ່ວນຫລາຍແມ່ນໄດ້ຮັບການບຳລຸງສ້າງຢູ່ພາຍໃນປະເທດ ແລະ ບັນດາປະເທດ ສັງຄົມນິຍົມ ມາສູ່ລຸ້ນພະນັກງານທີ່ໄດ້ກຳເນີດ ເຕີບໃຫຍ່ ໃນສັນຕິພາບ ແລະ ໄດ້ຮັບການບຳລຸງສ້າງຈາກຫລາຍແຫລ່ງ ຫລາຍປະເທດທີ່ມີລະບອບການເມືອງແຕກຕ່າງກັນ. ສະນັ້ນ ວຽກງານພະນັກງານຢູ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນບັນຫາຊື່ງພັກກອມມູນິດຫວຽດນາມ ໃຫ້ບຸລິມະສິດແຖວຫນ້າ.

ວຽກງານບຸກຄະລາກອນໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ມີວິທະຍາສາດ

ເພື່ອຮັກສາທີ່ຕັ້ງ ແມ່ນກຳລັງຊີ້ນຳນຳພາລັດ ແລະ ສັງຄົມ, ພັກກອມມູນິດ ຫວຽດນາມ ໄດ້ມີການຕໍ່ສູ້, ຝຶກຝົນຫລໍ່ຫລອມຢ່າງບໍ່ຢຸດຢັ້ງເພື່ອໃຫ້ນັບມື້ນັບສົມບູນແບບກວ່າ. ໃນນັ້ນ ບັນຫາບຸກຄະລາກອນໄດ້ຮັບຖືວ່າແມ່ນບັນຫາສຳຄັນພິເສດ ເພາະພະນັກງານ ແມ່ນປະຖົມປັດໄຈຕັດສິນຊີ້ຂາດຜົນສຳເລັດຫລືໄຊຊະນະຂອງການປະຕິວັດ. ສະນັ້ນ ເລື່ອງຄັດເລືອກບຸກຄະລາກອນແມ່ນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ພັກຊີ້ນຳປະຕິບັດຢ່າງລະມັດລະວັງລອບຄອບຖິ່ຖ້ວນ, ພາວະວິໄສ, ຮັບປະກັນປະຊາທິປະໄຕເພື່ອສາມາດເລືອກເຟັ້ນໄດ້ພະນັກງານມີຄຸນສົມບັດຈັນຍາບັນ ມີຄວາມເກັ່ງກ້າສາມາດເພື່ອເຂົ້າຮ່ວມການຊີ້ນຳນຳພາປະເທດຊາດ.

ໄລຍະຜ່ານມາ ພັກ, ລັດຫວຽດນາມ ໄດ້ປະກາດໃຊ້ຫລາຍຄຳສັ່ງ, ມະຕິສຳຄັນເພື່ອບໍລິຫານ, ກຳນົດທິດ, ຊີ້ນຳວຽກງານພະນັກງານ. ວຽກງານບຸກຄະລາກອນທີ່ກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ບໍ່ແມ່ນ “ການບັງຄັບຈາກຂັ້ນເທິງໃຫ້ຂັ້ນລຸ່ມ” ຫລືຂາດປະຊາທິປະໄຕ ຄືດັ່ງບັນດາອິດທິກຳລັງເປັນປໍລະປັກ, ພວກຕ້ານທຳລາຍພັກ ລັດ ພວມກ່າວມາ. ຕ້ອງຜ່ານຂັ້ນຕອນຄິດໄລ່ຊັ່ງຊາ, ຕີລາຄາ, ຄັດເລືອກຢ່າງລະອຽດເພື່ອເລືອກເຟັ້ນບຸກຄະລາກອນເຂົ້າຮ່ວມອົງຄະນະພັກທຸກຂັ້ນ.  ຍົກຕົວຢ່າງຄື: ເລື່ອງຄັດເລືອກບຸກຄະລາກອນຄະນະພັກຂັ້ນແຂວງ ໄລຍະ 2020 – 2025 ຕ້ອງຜ່ານ 5 ບາດກ້າວ ຕາມການກຳນົດໃນຄຳສັ່ງເລກທີ 35 ຂອງສູນກາງ ລົງວັນທີ 30 ພຶດສະພາປີ 2019 ຂອງກົມການເມືອງກ່ຽວກັບກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.

ວຽກງານບຸກຄະລາກອນເວົ້າລວມ ແລະ ວຽກງານບຸກຄະລາກອນໃນອາຍຸການ 2020 – 2025 ເວົ້າສະເພາະ ລ້ວນແຕ່ຕ້ອງຮັບປະກັນ ຫລັກການ ພັກເປັນເອກະພາບໃນການຊີ້ນຳນຳພາວຽກງານບຸກຄະລາກອນ ແລະ ການຄຸ້ມຄອງຖັນແຖວພະນັກງານ ຊື່ງໂດຍກົງແມ່ນຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ, ອົງຄະນະພັກ, ຄະນະປະຈຳອົງຄະນະພັກ. ເລື່ອງພັກຊີ້ນຳນຳພາວຽກງານພະນັກງານ ບໍ່ປະໃຫ້ເກີດການຂາດຄວາມໂປ່ງໃສໃນວຽກງານພະນັກງານແຕ່ຢ່າງໃດ ຫລື ກີດຂວາງຜູ້ມີກຳລັງຄວາມສາມາດໃນການຊີ້ນຳນຳພາເຂົ້າຮ່ວມວຽກງານຂອງປະເທດຊາດ ຄືດັ່ງພວກຄົນຕ້ານທຳລາຍຈຳນວນຫນຶ່ງພວມກ່າວອອກມາ. ພັກຊີ້ນຳວຽກງານພະນັກງານແມ່ນບັນຫາຈຳເປັນຢ່າງເດັດຂາດ, ພາວະວິໄສ ເພື່ອຮັບປະກັນໃຫ້ປະເທດຊາດພັດທະນາຕາມການກຳນົດທິດ.

ປະຕິບັດວຽກງານບຸກຄະລາກອນເປັນຢ່າງດີ ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມຫຍ່ຄັ້ງທີ XIII ຂອງພັກ

ໃນບົດສະຫລຸບທີ່ວາລະອັດກອງປະຊຸມໃຫຍ່ຄັ້ງທີ 13, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XII , ທ່ານ ເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕີລາຄາສູງເລື່ອງກົມການເມືອງ ແລະ ອະນຸກຳມະການບຸກຄະລາກອນ ໄດ້ຕິດຕາມທິດທາງວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ໂດຍສູນກາງຮັບຮອງເອົາ, ກະກຽມບັນດາບົດລາຍງານກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກ ຊຸດທີ XIII ຢ່າງລະອຽດລະອໍ, ມີວິທະຍາສາດ, ເປັນລະບົບ.

ສູນກາງພັກ ກໍ່ໄດ້ຍ້ອງຍໍຊົມເຊີຍອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ, ບັນດາອົງການຫົວຫນ່ວຍຂຶ້ນກັບສູນກາງໄດ້ກະກຽມບຸກຄະລາກອນກອງປະຊຸມໃຫຍ່ອົງຄະນະພັກຂອງຫົວຫນ່ວຍ ອົງກອນຕົນຢ່າງລອບຄອບຖີ່ຖ້ວນ ລະອຽດ ພ້ອມທັງຈັດຕັ້ງການປະຕິບັດຢ່າງເຂັ້ມງວດ ດ້ວຍຈິດໃຈມີຄວາມຮັບຜິດຊອບສູງໃນການປ່ອນບັດທາບທາມບຸກຄະລາກອນຄະນະບໍລິຫານງານສູນກາງພັກ. ບົນພື້ນຖານນັ້ນ ສູນກາງ ໄດ້ປຶກສາຫາລືແຜນບັນຊີລາຍຊື່ບຸກຄະລາກອນທີ່ໄດ້ຮັບການເລືອກຕັ້ງຄືນໃຫມ່ ແລະ ບຸກຄະລາກອນໄດ້ຮັບການແນະນຳເປັນຄັ້ງທຳອິດເພື່ອເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ ແລະ ຄະນະກຳມະການກວດກາສູກກາງຊຸດທີ XIIIແລະ ບັນດາວິທີການຄັດເລືອກ ຢ່າງມີປະຊາທິປະໄຕ, ພິຈາລະນາຢ່າງພາວະວິໄສ, ຮອບດ້ານ ພ້ອມທັງວິເຄາະ, ຕີລາລາ ປະກອບຄຳເຫັນຫລາຍຢ່າງດ້ວຍຄວາມສຸດຈິດສຸດໃຈເພື່ອເພີ່ມເຕີມໃສ່ບົດລາຍງານ ແລະ ວິທີການບຸກຄະລາກອນອາຍຸການຈະມາເຖິງ.

ເປັນອັນວ່າ ໃນວຽກງານພະນັກງານ, ຫວຽດນາມ ຍາມໃດກໍ່ດຳເນີນຢ່າງລະອຽດລອບຄອບ ຕາມຂັ້ນຕອນເຂັ້ມງວດ, ຕາມຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ ພາຍໃຕ້ການຊີ້ນຳນຳພາຮອບດ້ານຂອງພັກ. ເປົ້າໝາຍສູງສຸດໃນວຽກງານພະນັກງານ ແມ່ນເລືອກເຟັ້ນໃຫ້ໄດ້ຜູ້ທີ່ດີເດັ່ນກ່ຽວກັບຄຸນທາດການເມືອງ, ຄຸນສົມບັດ ແລະ ວິຖີຊີວິດ, ກຳລັງຄວາມສາມາດ ສະຕິປັນຍາ ແລະ ລະດັບຄວາມຮູ້ໃນການປະຕິບັດພຶດຕິກຳຕົວຈິງ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເພື່ອມີກຳລັງວັງຊາຢ່າງພຽງພໍສືບທອດຄົນລຸ້ນກ່ອນເພື່ອຊີ້ນຳນຳພາພາລະກິດປະຕິວັດ. ຄວາມຈິງນີ້ແມ່ນການໂຕ້ຕອບບັນດາຖ້ອຍທຳນອງເສກສັນປັ້ນແຕ່ງຂອງບັນດາອິດທິກຳລັງເປັນປໍລະປັກ, ພວກສວຍໃຊ້ກ່ຽວກັບວຽກງານພະນັກງານຂອງພັກ ຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ