ວຽກງານ​ບຸກຄະລາກ​ອນ ມີ​ຄວາມ​ສໍາຄັນ​ເປັນ​ພິ​ເສດ

(VOVWORLD) -ໃນບົດຂຽນທີ່ໄດ້ລົງໃນບັນດາອົງການສື່ມວນຊົນເມື່ອວັນທີ 26 ເມສາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະການບຸກຄະາກອນ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ ເລື່ອງກະກຽມບຸກຄະລາກອນແມ່ນມີຄວາມໝາຍສໍາຄັນ ຮັບປະກັນຜົນສໍາເລັດຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ກໍໄດ້ຊີ້ແຈ້ງບັນດາບັນຫາຕ້ອງເອົາໃຈໃສ່ເປັນພິເສດໃນວຽກງານກະກຽມບຸກຄະລາກອນຄັ້ງນີ້.

ຕາມທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນຂີດໝາຍມີຄວາມສໍາຄັນຍິ່ງ, ມີຄວາມໝາຍກໍານົດທິດອະນາຄົດ, ລະດົມກໍາລັງໃຈທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ນໍາປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນທຸກຂົງເຂດຢ່າງຮອບດ້ານ ແລະ ຄົບຊຸດ. ນີ້ກໍແມ່ນຈຸດເວລາມອບຮັບພາລະໜ້າທີ່ຂອງພະນັກງານຂອງພັກກອມມູນິດຫວຽດນາມລຸ້ນຕ່າງໆ.

ວຽກງານ​ບຸກຄະລາກ​ອນ ມີ​ຄວາມ​ສໍາຄັນ​ເປັນ​ພິ​ເສດ - ảnh 1 ກອງປະຊຸມພະນັກງານທົ່ວປະເທດ


ຄວາມຮຽກຮ້ອງກ່ຽວກັບວຽກງານບຸກຄະລາກອນ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ບັນຫາສໍາຄັນແຖວໜ້າ ແມ່ນຕ້ອງກໍານົດຖືກຕ້ອງຕາມຄໍາຮຽກຮ້ອງໃນການສ້າງຄະນະບໍລິຫານງານສູນກາງພັກ ເຊິ່ງແກ່ນສານແມ່ນກົມການເມືອງ, ຄະນະເລຂາທິການສູນກາງພັກ, ການນໍາຫຼັກແຫຼ່ງຂອງພັກ, ປອດໃສ, ໝັ້ນຄົງເຂັ້ມແຂງ, ມີຄວາມເປັນເອກະພາບສູງຕໍ່ເຈດຈໍານົງ ແລະ ການກະທໍາ, ມີຄຸນນະທາດການເມືອງຢ່າງໝັ້ນແກ່ນ, ມີຄຸນສົມບັດອັນໃສແຈ້ງ, ຢຶດໝັ້ນຕໍ່ເປົ້າໝາຍເອກະລາດຂອງຊາດ ແລະ ສັງຄົມນິຍົມ; ມີວິໄສທັດຍຸດທະສາດ; ມີພຸມປັນຍາ, ປ່ຽນແປງໃໝ່ຈິນຕະນາການ, ມີຫົວຄິດປະດິດສ້າງ; ເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ທົ່ວພັກກ່ຽວກັບລັກສະນະຕໍ່ສູ້, ລັກສະນະລະບຽບວິໄນ; ສະໜິດຕິດພັນກັບປະຊາຊົນ, ເຕົ້າໂຮມຄວາມສາມັກຄີ, ເປັນເອກະພາບໃນທົ່ວພັກ, ທົ່ວປວງຊົນ; ມີອິດທິພົນຊື່ສຽງ ແລະ ມີກໍາລັງຄວາມສາມາດຢ່າງພຽງພໍ ໃນການນໍາພາປະເທດຊາດໃນໄລຍະພັດທະນາໃໝ່. ຄະນະບໍລິຫານງານສູນກາງພັກຊຸດທີ 13 ຕ້ອງມີຈໍານວນບຸກຄະລາກອນ ແລະ ໂຄງປະກອບຢ່າງເໝາະສົມ ເພື່ອຮັບປະກັນການນໍາພາຮອບດ້ານ, ເພີ່ມຈໍານວນກໍາມະການສູນກາງພັກຢູ່ບັນດາຕໍາແໜ່ງ, ບໍລິເວນ, ຂົງເຂດປະຕິບັດງານຕ່າງໆທີ່ມີຄວາມສໍາຄັນ ແລະ ຈໍາເປັນ. ຮັບປະກັນລັກສະນະສືບທອດ, ສະຖຽນລະພາບ, ປ່ຽນແປງໃໝ່ ແລະ ພັດທະນາຢ່າງຕໍ່ເນື່ອງ. ສໍາລັບເລື່ອງສະເໜີບຸກຄະລາກອນ, ເວົ້າລວມແລ້ວຕ້ອງອີງໃສ່ພື້ນຖານການວາງແຜນກຳນົດ; ຮັກສາຫຼັກການ, ຂໍ້ກໍານົດກົດລະບຽບ, ເສີມຂະຫຍາຍຄວາມຮັບຜິດຊອບ, ລັກສະນະປະຊາທິປະໄຕ, ເປີດເຜີຍ, ໂປ່ງໃສ, ພາວະວິໄສໃນການຕີລາຄາ, ສະເໜີ, ຄັດເລືອກບຸກຄະລາກອນເຂົ້າເປັນສະມາຊິກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ແລະ ບັນດາຕໍາແໜ່ງເປັນກາຍນໍາຫຼັກແຫຼ່ງຂອງພັກ, ລັດ ໃນອາຍຸການຕໍ່ມາ. ຖືຄຸນນະທາດການເມືອງ, ຄຸນສົມບັດ, ວິຖີຊີວິດ, ລະດັບການຮຽນຮູ້ໃນທຸກດ້ານ, ອິດທິພົນຊື່ສຽງ ແລະ ປະສິດທິຜົນຂອງການປະຕິບັດງານ ເປັນບ່ອນອີງ ແລະ ມາດຕະຖານພື້ນຖານເພື່ອຕີລາຄາ, ຄັດເລືອກ, ສັບຊ້ອນພະນັກງານໃຫ້ເໝາະສົມກັບໜ້າທີ່ວຽກງານ.

ກໍາມະການຄະນະບໍລິຫານງານສູນກາງພັກຊຸດທີ 13 ຕ້ອງແມ່ນບັນດາສະຫາຍທີ່ດີເດັ່ນຂອງພັກກ່ຽວກັບຄຸນນະທາດການເມືອງ, ຄຸນສົມບັດ ແລະ ກໍາລັງຄວາມສາມາດໃນການເຮັດວຽກ; ຮັບປະກັນມາດຕະຖານລວມຂອງພະນັກງານ, ພິເສດແມ່ນຕ້ອງເອົາໃຈໃສ່ເຖິງບັນດາບັນຫາ: ມີນໍ້າໃຈຮັກຊາດຢ່າງເລິກເຊິ່ງ, ມີຄຸນນະທາດການເມືອງອັນໝັ້ນແກ່ນ, ຢືດໝັ້ນຕໍ່ເປົ້າໝາຍເອກະລາດຂອງຊາດ ແລະ ສັງຄົມນິຍົມ; ຈົງຮັກພັກດີກັບລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ, ໂຄງການດໍາເນີນງານ, ແນວທາງຂອງພັກ, ລັດຖະທໍາມະນູນຂອງລັດ ແລະ ຜົນປະໂຫຍດຂອງປະເທດຊາດ -. ມີເຈດຈໍານົງຕໍ່ສູ້ສູງ, ເປັນແບບຢ່າງໃນການປະຕິບັດບັນດາຫຼັກການ, ລະບຽບວິໄນຂອງພັກ, ກົດໝາຍຂອງລັດ; ກ້າຄິດ, ກ້າເວົ້າ, ກ້າທໍາ, ກ້າຮັບຜິດຊອບ; ຄຳເວົ້າໄປຄຽງຄູ່ກັບການກະທໍາ. ມີຄຸນສົມບັດ ແລະ ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂ້ຽວຂາດໃນການກະທໍາ. ມີຄຸນສົມບັດ ແລະ ວິຖີການດໍາລົງຊີວິດປອດໃສ, ເປັນແບບຢ່່າງ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ມີສະຕິຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ, ເປັນແບບຢ່າງໃນການປະຕິບັດຕາມການຈັດແບ່ງວຽກງານ, ການມອບໝາຍ ແລະ ຫຼັກການຈັດຕັ້ງ, ລະບຽບວິໄນຂອງພັກ, ໂດຍສະເພາະແມ່ນຫຼັກການລວມສູນປະຊາທິປະໄຕ, ຕໍານິໝູ່ ແລະ ຕໍານິຕົນເອງ; ຍຸຕິທໍາໂປ່ງໃສ, ສະເໝີພາບໃນການຕີລາຄາ, ນໍາໃຊ້ພະນັກງງານ. ມີປັນຍາ, ວິໄສທັດ, ຈິນຕະນາການຍຸດທະສາດ ແລະ ຄວາມຮູ້ຢ່າງຮອບດ້ານພໍສົມຄວນເພື່ອເຂົ້າຮ່ວມການວາງແຜນກໍານົດແນວທາງ, ນະໂຍບາຍ ແລະ ການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ. ມີກໍາລັງຄວາມສາມາດຫັນເປັນລະອຽດ ແລະ ຊີ້ນໍາ, ນໍາພາ, ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ໜ້າທີ່ຂອງພັກ, ຍຸດທະສາດພັດທະນາປະເທດຊາດໃນໄລຍະໃໝ່ຢູ່ຂົງເຂດ, ທ້ອງຖິ່ນປະຕິບັດງານທີ່ໄດ້ຮັບການມອບໝາຍຢ່າງມີໄຊ.

ຄວາມຮັບຜິດຊອບຂອງພວກເຮົາ

        ທ່ານຫງວຽນຝູຈ້ອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຖືວ່າ, ວຽກງານກະກຽມບຸກຄະລາກອນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ບໍ່ພຽງແຕ່ແມ່ນໜ້າທີ່ຂອງອະນຸກຳມະການບຸກຄະລາກອນ,  ກົມການເມືອງ, ຄະນະເລຂາທິການ, ສູນກາງພັກເທົ່ານັ້ນ ຫາກຍັງແມ່ນໜ້າທີ່ສຳຄັນຂອງທົ່ວລະບົບການເມືອງ, ຄະນະພັກທຸກຂັ້ນ, ບັນດາອົງການຈັດຕັ້ງພັກ, ຫົວໜ່ວຍ ແລະ ບັນດາທ້ອງຖິ່ນອີກດ້ວຍ. ຕ້ອງປະຕິບັດວຽກງານບຸກຄະລາກອນໃຫ້ເປັນຢ່າງດີນັ້ນ ແຕ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ເພື່ອປະກອບສ່ວນເຂົ້າການກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ບັນດາອົງການ, ທີ່ມີສ່ວນກ່ຽວຂ້ອງ, ຊຶ່ງກ່ອນອື່ນໝົດແມ່ນ ກົມການເມືອງ, ຄະນະບໍລິຫານງານສູນກາງພັກ ຕ້ອງອອກເຫ່ືອເທແຮງກະກຽມ, ຕ້ອງກຳນົດວ່າ ນີ້ແມ່ນໜ້າທີ່ສຳຄັນພິເສດ ແມ່ນໜ້າທີ່ຫຼັກແຫຼ່ງ ຂອງ ຫຼັກແຫຼ່ງ, ກ່ຽວຂ້ອງເຖິງຄວາມເປັນຕາຍຂອງພັກ, ຊາດຕະກຳຂອງລະບົບ, ການພັດທະນາ, ຄວາມໝັ້ນຄົງເຂັ້ມແຂງຂອງປະເທດຊາດ. ອົງການ, ທ້ອງຖິ່ນແຕ່ລະແຫ່ງ, ພະນັກງານແຕ່ລະຄົນທີ່ເຂົ້າຮ່ວມວຽກງານກະກຽມໂດຍກົງນັ້ນ ຕ້ອງມີຄວາມຮັບຮູ້ບົດບາດຄວາມຮັບຜິດຊອບຂອງຕົນຢ່າງຄົບຖ້ວນ ແລະ ເລິກເຊິ່ງ, ຕ້ອງຖືຜົນປະໂຫຍດຂອງພັກ, ປະເທດຊາດ, ປະຊາຊົນ ເໜືອກ່ວາສິ່ງໃດໝົດ.

        ສຸດທ້າຍ, ທ່ານ ຫງວຽນຝູຈ້ອງ ໄດ້ຢັ້ງຢືນເປົ້າໝາຍຂອງ ພວກເຮົາ, ບົດບາດຄວາມຮັບຜິດຊອບຂອງພວກເຮົາແມ່ນຕ້ອງສ້າງຕັ້ງຄະນະບໍລິຫານງານສູນກາງພັກທີ່ເຂັ້ມແຂງ, ກົມການເມືອງທີ່ເຂັ້ມແຂງ, ຄະນະເລຂາທິການສູນກາງພັກເຂັ້ມແຂງ, ມີຄວາມສາມັກຄີກັນຢ່າງແທ້ຈິງ, ຄວາມເຫັນດີເປັນເອກະພາບສູງ ກັບຜູ້ນຳໜ້າເພື່ອ ມີກຳລັງແຮງຢ່າງພຽງພໍເພື່ອແບກຫາບໜ້າທີ່ສຳຄັນອັນສະຫງ່າງາມ ແຕ່ໜັກໜ່ວງທີ່ສຸດຂອງ ຕົນ ແມ່ນຊີ້ນຳນຳພາປະຕິບັດພາລະກິດປະຫວັດສາດ,  ໜ້າທີ່ດ້ານການເມືອງຂອງຕົນໃຫ້ສຳເລັດຜົນ, ຈັດຕັ້ງໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນອອກເຫື່ອເທແຮງສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກສ້າງຕັ້ງພັກກອມມູນິດ ຫວຽດນາມ ໃຫ້ນັບມື້ນັບບໍລິສຸດ, ເຂັ້ມແຂງກ່ວາອີກ, ປະເທດຊາດ ຫວຽດນາມ ນັບມື້ນັບພັດທະນາ, ປະຊາຊົນ ຫວຽດນາມນັບມື້ນັບມີຄວາມອິ່ມໜຳສຳລານ, ສົມບູນພູມສຸກ, ສົມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງ ແລະ ຄວາມຫວັງຂອງທົ່ວພັກ, ທົ່ວປວງຊົນທັງຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ