ວິ​ໄສ​ທັດ​ໃໝ່​ໃຫ້​ແກ່​ການ​ທູດ​ລັດ​ຖະ​ສະ​ພາ​ພາກ​ພື້ນ​ອາ​ຊຽນ

(VOVWORLD) - ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 41 (AIPA 41) ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໄດ້ອັດລົງໃນວັນທີ 10 ກັນຍາ ພາຍຫຼັງໄດ້ເຮັດວຽກມາເປັນເວລາ 3 ມື້. ບັນດາເອກະສານໄດ້ຮັບຮອງເອົາທີ່ກອງປະຊຸມສະມັດຊາໃຫ່ຍ ສະແດງໃຫ້ເຫັນວິໄສທັດໃໝ່ ຂອງການທູດລັດຖະສະພາ ໃນການຮ່ວມເດີນທາງກັບລັດຖະບານບັນດາປະເທດອາຊຽນ ເພື່ອສ້າງປະຊາຄົມ ແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ຜົນປະໂຫຍດຂອງປະຊາຊົນທຸກຄົນ.
ວິ​ໄສ​ທັດ​ໃໝ່​ໃຫ້​ແກ່​ການ​ທູດ​ລັດ​ຖະ​ສະ​ພາ​ພາກ​ພື້ນ​ອາ​ຊຽນ - ảnh 1

   ກອງປະຊຸມສະມັດຊາໃຫ່ຍ AIPA 41 ແມ່ນບາດກ້າວເດີນຕໍ່ໄປທີ່ສຳຄັນ  ເພື່ອໃຫ້ AIPA ສືບຕໍ່ປະຕິບັດວັດຖຸປະສົງ, ເປົ້າໝາຍຊຸກຍູ້ຄວາມສາມັກຄີ, ຄວາມຮູ້, ການຮ່ວມມື, ການພົວພັນຢ່າງສະໜິດແໜ້ນ ລະຫວ່າງບັນດາລັດຖະສະພາຂອງບັນດາປະເທດສະມາຊິກອາຊຽນ ແລະ ຮ່ວມເດີນທາງກັບລັດຖະບານບັນດາປະເທດອາຊຽນ ໃນວິວັດທະນະການສ້າງປະຊາຄົມອາຊຽນ. ບັນດາມະຕິທີ່ຮັບຮອງເອົາ ໄດ້ຍົກອອກບົດບາດສຳຄັນຂອງລັດຖະສະພາ ໃນການຮ່ວມເດີນທາງພ້ອມກັບລັດຖະບານບັນດາປະເທດອາຊຽນ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງໃນພາກພື້ນ.

ຄວາມເຫັນດີເຫັນພ້ອມໃນບັນດາບັນຫາລວມ

    ຈຸດສຸມຕົ້ນຕໍຂອງ AIPA 41 ແມ່ນຊຸກຍູ້ຄວາມສະໜິດຕິດພັນ, ເປັນເຈົ້າການຮັບມື ແລະ ຟື້ນຟູເສດຖະກິດຂອງອາຊຽນ ພາຍຫຼັງໂລກລະບາດໂຄວິດ 19 ຖືກຢຸດຕິລົງ. AIPA 41 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມຕັດສິນໃຈໃນການປະສານສົມທົບການຫັນກົດໝາຍ, ນະໂຍບາຍດ້ານເສດຖະກິດ, ການຄ້າເປັນກົມກຽວ ເພື່ອແນໃສ່ຟື້ນຟູບັນດາການເຄື່ອນໄຫວເສດຖະກິດ, ການທ່ອງທ່ຽວ ພາຍຫຼັງໂລກລະບາດໂຄວິດ 19, ພ້ອມທັງພ້ອມແລ້ວທີ່ຈະສະໜັບສະໜູນອາຊຽນ ເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ RCEP ໃນປີ 2020. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຝຸ່ງກວັກຫຽນ ຊີ້ແຈ້ງວ່າ:

    ການຮ່ວມມືດ້ານເສດະຖິດໃນ AIPA ແມ່ນໜຶ່ງໃນບັນດາບັນຫາຕົ້ນຕໍ, ມີຜົນສະທ້ອນອັນເລິກເຊິ່ງ ຕໍ່ບັນດາຂົງເຂດຮ່ວມມືຂອງພາກພື້ນ. ປະຊາຄົມອາຊຽນ ມີເປົ້າໝາຍສ້າງຕະຫຼາດລວມ ແລະ ຮາກຖານການຜະລິດທີ່ເປັນເອກະພາບ. ເລື່ອງບັນດາປະເທດສະມາຊິກ AIPA ເຫັນດີເຫັນພ້ອມກັບຫົວເລື່ອງ “ບົດບາດຂອງລັດຖະສະພາ ໃນການຊຸກຍູ້ຄວາມສະໜິດຕິດພັນ ແລະ ຟື້ນຟູເສດຖະກິດອາຊຽນ ຫຼັງໂລກລະບາດໂຄສິດ 19” ແມ່ນມີລັກສະນະແທດຈິງ, ແມ່ນສະຖານະການອັນຮີບດ່ວນ ຕໍ່ທຸກໆປະເທດສະມາຊິກ AIPA ແລະ ພາກພື້ນ.

   ກອງປະຊຸມສະມັດຊາໃຫ່ຍ AIPA 41 ກໍ່ສະແດງໃຫ້ເຫັນນ້ຳໃຈເປັນເຈົ້າການຮັບມື, ຜ່ານບັນດາຂໍ້ລິເລີ່ມທີ່ສຳຄັນ. ຈຸດພົ້ນເດັ່ນຂອງ AIPA 41 ແມ່ນສ້າງກົນໄກໃໝ່, ນັ້ນແມ່ນກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA ເຊິ່ງໄດ້ຈັດຂຶ້ນເປັນປະຈຳທຸກປີ ໃນຂອບເຂດກອງປະຊຸມສະມັດຊາໃຫ່ຍ AIPA. ໂດຍສະແດງໃຫ້ເຫັນທ່າອຽງທີ່ຕັ້ງໜ້າ, ພ້ອມທັງຍົກສູງສະຕິຄວາມຮັບຮູ້ຂອງບັນດາລັດຖະສະພາ AIPA ກ່ຽວກັບບົດບາດຂອງສະມາຊິກລັດຖະສະພາໜຸ່ມ ທີ່ມີຕໍ່ບັນດາບັນຫາພາກພື້ນ.

ວິ​ໄສ​ທັດ​ໃໝ່​ໃຫ້​ແກ່​ການ​ທູດ​ລັດ​ຖະ​ສະ​ພາ​ພາກ​ພື້ນ​ອາ​ຊຽນ - ảnh 2 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ປະທານ AIPA 41,ກ່າວຄຳເຫັນອັດກອງປະຊຸມ (ພາບ: TTXVN)

 ສ້າງກຳລັງແຮງສັງລວມ

   ໃນຖານະບົດບາດເປັນປະທານຂອງທັງອາຊຽນ ແລະ ໄອປາ, ຫວຽດນາມ ໄດ້ ແລະ ພວມພະຍາຍາມສ້າງກຳລັງແຮງສັງລວມລະຫວ່າງ ອາຊຽນ ແລະ ໄອປາ, ກໍ່ຄືວິທີສຳຜັດ ແລະ ເປົ້າໝາຍລວມ ໃນການແກ້ໄຂບັນດາບັນຫາປະຈຸບັນ ຂອງອາຊຽນ. ກອງປະຊຸມສະມັດຊາໃຫ່ຍ AIPA 41 ສະແດງໃຫ້ເຫັນການສະໜັບສະໜູນສູງທີ່ສຸດ ໃນການຜັນຂະຫຍາຍຂໍ້ເລີ່ມຂອງອາຊຽນ ເພື່ອແນໃສ່ເປັນເຈົ້າການ, ປະສານສົມທົບກັນຮັບມື, ຄວບຄຸມໂລກລະບາດຢ່າງທັນການ. ບັນດາຄຳເຫັນລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບບັນດາການໃຫ້ບຸລິມະສິດຂອງ ໄອປາ ກໍ່ຄືອາຊຽນ ນັ້ນແມ່ນເອົາປະຊາຊົນເປັນໃຈກາງ, ຮັບຟັງຄຳເຫັນຂອງປະຊາຊົນ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກໂດຍໂລກລະບາດໂຄວິດ 19 ກໍ່ຂຶ້ນ. ຫຼາຍຄະນະຜູ້ແທນໄດ້ຍົກບັນຫາສັນຕິພາບ, ຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ ຕ້ອງອີງຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລປີ UNCLOS 1982; ຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC); ເຫັນດີເປັນເອກະສັນໃນການຊຸກຍູ້ ເພື່ອເຊັນກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ. ຕີລາຄາລວມກ່ຽວກັບ AIPA 41, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ປະທານ AIPA 41,  ໃຫ້ຮູ້ວ່າ:

   ພວກເຮົາພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອພ້ອມກັນປຶກສາຫາລືບັນດາບັນຫາຕົ້ນຕໍ, ຮອບດ້ານ ແລະ ສັງລວມຂອງອາຊຽນ ແລະ ໄອປາ. ບັນດາເອກະສານທີ່ພວກເຮົາໄດ້ຮັບຮອງເອົາ ແມ່ນພື້ນຖານອັນລ້ຳຄ່າ ເພື່ອໃຫ້ພວກເຮົາພ້ອມກັນຄິດເຖິງວິໄສທັດໃໝ່ ໃຫ້ແກ່ການທູດລັດຖະສະພາພາກພື້ນອາຊຽນ ໃນອະນາຄົດ. ກອງປະຊຸມສະມັດຊາໃຫ່ຍ AIPA 41 ແມ່ນບາດກ້າວເດີນຕໍ່ໄປທີ່ສຳຄັນ  ເພື່ອສືບຕໍ່ຮ່ວມເດີນທາງກັບລັດຖະບານບັນດາປະເທດອາຊຽນ ໃນວິວັດການສ້າງປະຊາຄົມເພື່ອສັນຕິພາບ, ສະຖຽນລະພາບ ແລະ ຜົນປະໂຫຍດຂອງປະຊາຊົນທຸກຄົນ.

   AIPA 41, ແມ່ນກອງປະຊຸມຄັ້ງທຳອິດໃນປະຫວັດສາດ ທີ່ໄດ້ດຳເນີນຕາມຮູບການທາງອອນລາຍ ແຕ່ໂດຍພາຍໃຕ້ການເປັນປະທານຂອງຫວຽດນາມ, ນ້ຳໃຈມິດຕະພາບ, ສາມັກຄີ, ການຮ່ວມມືຂອງ AIPA ຍັງຄົງໄດ້ຮັບການເສີມຂະຫຍາຍຢ່າງແຮງ, ສ້າງຂີດໝາຍຄຽງຄູ່ລະຫວ່າງອົງການນິຕິບັນຍັດ ແລະ ບໍລິຫານໃນອາຊຽນ ເພື່ອພ້ອມກັນສ້າງປະຊາຄົມອາຊຽນ ເພື່ອຜົນປະໂຫຍດລວມຂອງປະຊາຊົນທຸກຄົນ.

 

 

           

ຕອບກັບ

ຂ່າວ/ບົດ​ອື່ນ