ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດປີ2015: ຍາດແຍ່ງບັນດາກາລະໂອກາດດີ


(vovworld)- ປີ 2014, ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ສົ່ງ​ຄົນ​ງານກວ່າ 100.000 ຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ, ບັນ​ລຸກວ່າ 110% ເມື່ອ​ທຽບ​ໃສ່​ແຜນ​ການ​ວາງ​ອອກ. ປີ 2015, ກ​ານ​ຮັກ​ສາ​ບັນ​ດາ​ຕະ​ຫລາດ​ແຮງ​ງານເກົ່າ, ເປີດກວ້າງ​ບັນ​ດາ​ຕະ​ຫລາດ​​ແຮງ​ງານມີ​ລາຍ​ຮັບ​ສູງ​ສືບ​ຕໍ່​ແມ່ນ​ຈຸດ​ໝາຍ​ຊື່ງ​ກະ​ຊວງ​ແຮ​ງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ ມຸ່ງ​ໄປ​ເຖິງ. ຄ​ຽງ​ຄູ່​ກັນ​ນັ້ນ, ຫວຽດ​ນາມ ກໍ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຕະ​ຫລາດ​ແຮງ​ງານ.

ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດປີ2015: ຍາດແຍ່ງບັນດາກາລະໂອກາດດີ - ảnh 1
ພາບ​ປະ​ກອບ:.molisa.gov.vn

         ປີ 2014, ຈຳ​ນວນ​ຄົນ​ງານ​ຫວຽດ​ນາມ​ໄປ​ເຮັດ​ວຽກ​ຢູ່​ຕະ​ຫລາດ​​ແຮງ​ງານຈຸດ​ສຸມ​ຈຳ​ນວນ​ຫນ​ຶ່ງ ແມ່ນ​ເພີ່ມ​ຂຶ້ນ​​ສູງພໍ​ສົມ​ຄວນ. ຕົວ​ຢ່າງ​ຄື: ໄຕ້​ຫວັນ(ປະ​ເທດ​ຈີນ) ແມ່ນ ກວ່າ 60.000 ຄົນ(ເພີ່ມ​ຂຶ້ນ​ 15.000 ຄົນ​ເມື່ອ​ທຽບ​ໃສ່​ປີ 2013). ຍີ່​ປຸ່ນ ເກືອບ 20.000 ຄົນ(ເພີ່ມ​ຂຶ້ນ 10400 ຄົນ​ເມື່ອ​ທຽບ​ໃສ່​ປີ 2013), ອາ​ຮັບ​ບີ ຊາ​ອຸ​ດີ ເກືອບ 4000 ຄົນ, ກາ​ຕາ ເກືອບ 1000 ຄົນ.

       ຮັກ​ສາ​ບັນ​ດາ​ຕະ​ຫລາດ​ແຮງ​ງານເກົ່າ, ເປີດກວ້າງ​ບັນ​ດາ​ຕະ​ຫລາດ​ແຮງ​ງານ​ມີ​ລາຍ​ຮັບ​ສ​ູງ

ໄຕ້​ຫວັນ​ແມ່ນ​ຕະ​ຫລາດ​ແຮງ​ງານ​ຈຸດ​ສຸມ​ຂອງ​ການ​ສົ່ງ​ຄົນ​ງານ​ຫ​ວຽດ​ນາມ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດໃນ​ປີ 2015 ຍ້ອນ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຊຸກ​ຍູ້​ວຽກ​ເຮັດ​ງານ​ທຳ​ຂອງ​ໄຕ້​ຫວັນ. ນັບ​ແຕ່​ທ້າຍ​ປີ 2011 ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ຍັງ​ສືບ​ຕໍ່​ຮັກ​ສາ​ການ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕະ​ຫລາດ​ໄຕ້​ຫວັນ​ໃນ​ຂະ​ນະ​ທ່​າ​ອ່ຽງ​ບັນ​ດາ​ປະ​ເທດ​ອື່​ນ​ສົ່ງ​ຄົນ​ງານ​ມາ​ເຮັດ​ວຽກ​ຢູ່​ຕະ​ຫລາດນີ້​ຫລຸດ​ລົງ. ທ່ານ ຕົງ​ຫາຍ​ນາມ, ຮອງ​ຫົວ​ຫນ້າ​ກົມ​ຄຸ້ມ​ຄອງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ໃຫ້​ຮູ້​ວ່າ:

        “ປີ 2015, ຕະ​ຫລາດ​ໄຕ້​ຫວັນ ຍັງ​ຄົງ​ແມ່ນ​ຕະ​ຫລາດ​​ແຮງ​ງານສາ​ມາດ​ຮັບ​ຄົນ​ງານ​ຫວຽດ​ນາມ​ເປັນ​ຈ​ຳ​ນວນ​ຫລວງ​ຫລາຍ. ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ໄດ້​ປ​ະ​ຕິ​ບັດ​ວຽກ​ງານ​ຮັບ​ສະ​ໝັກ,ຄັດ​ເລືອກ ແລະ ບຳ​ລຸງ​ສ້າງ ສະ​ນັ້ນ ຄຸນ​ນະ​ພາບ​ຄົນ​ງານ​ໄດ້​ຮັບ​ການ​ຍົ​ກ​ສູງ​ຂຶ້ນ. ຂ້າ​ພະ​ເຈົ້າເຊື່ອ​ໝັ້ນ​ວ່າ ໃນ​ຊຸ​ມ​ປີ​ຈະ​ມາ​ເຖິງ ໄຕ້​ຫວັນ ສືບ​ຕໍ່​ແມ່ນ​ຕະ​ຫລາດ​ຮັບ​ຄົນ​ງານ​ຫວຽດ​ນາມມ​າ​ເຮັດ​ວຽກ​ເປັນ​ຈຳ​ນວນ​ຫລາຍ.”

        ນອກ​ຈາກ​ຕ​ະ​ຫລາດ​ໄຕ້​ຫວັນ, ປີ 2015 ຍີ່​ປຸ່ນ ແມ່​ນ​ຕະ​ຫລາດ ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ຄົນ​ງານ​ຫວຽດ​ນາມ ​ມາ​ເຮັດ​ວຽກ ກໍ່​ຄື ​ຮ່ຳ​ຮຽນ, ຄົ້ນ​ຄ້ວ​າ​. ຄາດ​ວ່າ ບັນ​ດາ​ຂະ​ແຫນງ​ອາ​ຊີບ​ຮັບ​ສະ​ໝັກ​ຄົນ​ງານ​ຫວຽດ​ນາມ​ຫລາຍ ນັ້ນ​ແມ່ນ: ຂະ​ແຫນງກໍ່​ສ້າງ, ກົນ​ຈັກ, ກະ​ສິ​ກຳ, ປຸງ​ແຕ່ງ​ອາ​ຫານ.

        ຄຽງ​ຄູ່​ກັບ​ການ​ຮັກ​ສາ​ພັດ​ທະ​ນາ​ບັນ​ດາ​ຕະ​ຫລາດ​ແຮງ​ງານເກົ່າ, ປີ 2015 ຫວຽດ​ນາມ ສືບ​ຕໍ່​ຄົ້ນ​ຄ້​ວາ​ມຸ່ງ​ໄປ​ເຖິງ​ເປີດກວ້າງ​ບັນ​ດາ​ຕະ​ຫລາດ​ແຮງ​ງານ​ມີ​ເງື່ອ​ນ​ໄຂ​ເຮັດ​ວຽກ ແລະ ​ນຳ​ມາ​ເຊິ່ງລາຍ​ຮັບ​ສູງ​ໃຫ້​ແກ່​ຄົນ​ງານ. ຕະ​ຫລາດ​ແຮງ​ງານ​ໃຫມ່​ຈຳ​ນວນ​ຫນຶ່ງ​ຄື: ອາ​ຟ​ຼິ​ກາ ແລະ ຕາ​ເວັນ​ອອກ​ກາງ ແມ່ນ​ຕະ​ຫລ​າດ​ນຳ​ມາ​ເຊິ່ງ​ລາຍ​ຮັບ​ສູງ​ໃຫ້​ແກ່​ຄົນ​ງານ​ຫວຽດ​ນາມ ສະ​ນັ້ນ ຫວຽດ​ນາມ ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ກັບ ອັງ​ກໍ​ລາ ແລະ ອາ​ຣັບ​ບ​ີ ຊາ​ອຸ​ດີ​ກ່ຽວ​ກັບ​ຂົງ​ເຂດ​ຈຳ​ນວນ​ຫນຶ່ງ​. ຄຽງ​ຄູ່​ກັນ​ນັ້ນ ພ້ອມ​ກັບ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ໃນ​ປີ 2015, ຈຳ​ນວນ​ຄົນ​ງານ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່     ​ຕ່າ​ງປ​ະ​ເທດ ຄາດ​ວ່າ ຈະ​ເພີ່ມ​ຂຶ້ນ. ໃນ​ນັ້ນ ມີ 8 ຂະ​ແຫນງ​ອາ​ຊີບ​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຄື: ບັນ​ຊີ, ສະ​ຖາ​ປະ​ນິກ, ທ່ານ​ໝໍ, ວິ​ສາ​ວະ​ກອນ, ແພດ​ປົວ​ແຂ້ວ, ນາງ​ພະ​ຍາ​ບານ, ພາ​ລະ​ກອ​ນ​ຂະ​ແຫນງ​ທ່ອງ​ທ່ຽວ…

        ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ແຮງ​ງານ

       ເພື່ອ​ຮັກ​ສາ​ຈຳ​ນວນ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ສູງ​ໃນ​ປີ 2015 ກໍ​ຄື​ຊຸມ​ປີ​ຕໍ່​ໄປ, ຫວຽດ​ນາມ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ, ພິ​ເສດ ແຮງ​ງານ​ຄຸນ​ນະ​ພາບ​ສູງ. ປະ​ຈຸ​ບັນ ກົມ​ຄຸ້ມ​ຄອງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າ​ງ​ປະ​ເທດ ພວມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຫນູນ​ຊ່ວຍ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ໃນ​ໄລ​ຍະ​ຍາວ, ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ແຮງ​ງານ ຫວຽດ​ນາມ, ທ່ານນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

        “ລັດ​ຖະ​ບານ​ໄດ້​ເຫັ​ນ​ດີ ປ່ຽນ​ໃຫມ່​ວຽກ​ງານ​ສອນ​ວິ​ຊາ​ຊີ​ບ ເພື່ອ​ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ ແລະ ຍົກ​ລະ​ດັບ​ຄວາມ​ຮູ້​ຂອງ​ພະ​ນັກ​ງານ​ສອນ​ວິ​ຊາ​ຊີບ. ປີ 2015 ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ລາຍ​ການ​ສອນ​ວິ​ຊາ​ຊີບ 34 ຊຸດລະ​ດັບ​ ພາກ​ພື້ນ ອາ​ຊຽນ ​ຈາກຕ່າງ​ປະ​ເທດ ພ້ອມ​ທັງ​ສົ່ງ​ພະ​ນັກ​ງານ​ໄປ​ຮຽນ​ຢູ່​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ວິ​ທີ​ສິດ​ສອນ. ມາ​ຮອດ​ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົ່ງຄູ​ສອນ​ 500 ຄົນ ແລະ ຜູ້​ອຳ​ນວຍ​ການບັນ​ດາ​ໂຮງ​ຮຽນ​ສອນ​ວິ​ຊາ​ຊີບ 45 ຄົນໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ.”

        ນອກນັ້ນ ຫວຽດ​ນາມ ພວມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ເຄື່ອງ​ໝາຍ​ໃຫ້​ແກ່​ຄົນ​ງານ​ຫວຽດ​ນາມ​ໄປ​ເຮັດ​ວຽກ​ຢູ່​ຕ່າ​ງ​ປະ​ເທດ, ຮັກ​ສາ​ໄດ້​ທີ່​ຕັ້ງ​ບົດ​ບາດ​ຂອງ​ແຮງ​ງານ​ຫວຽດ​ນາມ​ໃນ​ສາຍ​ຕາ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຈ້າງ​ຄົນ​ງານ.  ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ຕື່ມ​ອີກວ່າ:

        “ຄົນ​ງານ​ຫວຽດ​ນາມ ກ່ອນ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ຈ​ະ​ໄດ້​ຮຽນ​ຄວາ​ມ​ຮູ້​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ປະ​ເທດ​ປະ​ຈຳ​ຖິ່ນ ກໍ​ຄື​ຮີດ​ຄອງ​ປະ​ເພ​ນີ, ພິ​ເສດ​ຂໍ້​ກຳ​ນົດ,ກົດ​ລະ​ບຽບ​ການ​ອອກ​ແຮງ​ງານ. ປະ​ຈຸ​ບັນ ວຽກ​ງານນີ້ ໄດ້​ມອບ​ໃຫ້​ ກວ່າ 70 ວິ​ສາ​ຫະ​ກິດ​ຮັບ​ຜິດ​ຊອບ. ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພ​ະ​ເຈົ້າ ຈະ​ປະ​ກາດ​ໃຊ້​ບັນ​ດາ​ຂໍ້​ກຳ​ນົດ​ລະ​ອຽດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ເພື່ອ​ຮັບ​ປະ​ກັນ​ເມື່ອ​ຄົນ​ງານ​ຫວຽດ​ນາມ​ໄປ​ເຮັດ​ວຽກ​ຢູ່​ຕ່າ​ງ​ປະ​ເທດ​ຕ້ອງ​ຮັກ​ສາ​ທີ່​ຕັ້ງ​ບົດ​ບາດ, ພາບ​ພົດ​ຂອງ​ຕົນ.”

        ເຖິງວ່າ ຢູ່ຕະ​ຫລາດ​ແຮ​ງ​ງານ​ເກົ່າ​ຫລື​ບັນ​ດາ​ຕະ​ຫລາດ​ແຮງ​ງານ​ຫາກໍ່​ພົ້ນ​ເດັ່ນ, ຖ້າ​ຫາກ​ຄົນ​ງານ​ຫວຽດ​ນາມ ຍາດ​ແຍ່ງ​ໄດ້​ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ ແລະ ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຕະ​ຖານ​ສາ​ກົນ ຈຸດ​ໝາຍ​ເພີ່ມ​ການ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ໃນ​ປີ 2015 ກໍ​ຄື​ຊຸມ​ປີ​ຕໍ່​ໄປ ແມ່ນ​ສາ​ມາດ​ປະ​ຕິ​ບັດ​ໄດ້, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກ​ິດ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ