ສົງຄາມຢູ່ຊີຮີ ຈະສິ້ນສຸດລົງໄດ້ຫຼືບໍ່

ສົງຄາມຢູ່ຊີຮີ ຈະສິ້ນສຸດລົງໄດ້ຫຼືບໍ່ - ảnh 1
ວິກິດການການເມືອງຢູ່ຊີຮີ
(ພາບ: google.com.vn)

(vovworld) - ວິ​ກິດ​ການ​ການ​ເມືອງ​ຢູ່​ຊີ​ຮີ ພວມ​ຜັນ​ແປ​ໄປ​ຕາມ​ທິດ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ກ່ອນ​ໄດ້. ນັບ​ແຕ່​ວັນ​ທີ 1/9 ນັກ​ການ​ທູດ​ຊາວ​ອານ​ເຊ​ຮີ ທ່ານ Lakhdar Brahimi ຈະ​ຮັບ​ຕຳ​ແໜ່​ງ​ເປັນທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາ​ຮັບ​ (AL) ຮັບ​ຜິດ​ຊອບບັນຫາ​ຊີ​ຮີ ​ແທນ​ໃຫ້ ອະດີດ​ທູດ​ພິ​ເສດ Kofi Annan ຢ່າງ​ເປັນ​ທາງ​ການດ້ວຍ​ຄຳ​ໝັ້ນ​ສັນຍາ​ຖື​ບັນດາ​ຜົນ​ປະ​ໂຫຍ​ດ​ຂອງ​ປະຊາຊົນຊີ​ຮີ​ ເປັນ​ສຳຄັນ, ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນປະ​ເທດຕາ​ເວັນ​ອອກ​ກາງ​ນີ້. ພ້ອມ​ກັນ​ນັ້ນ, ອີ​ຮານ​ກໍ່​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ (NAM) ທີ່​ຈັດ​ຂຶ້ນຢູ່​ເຕ​ເຮ​ຮານ, ​ໃນ​ທ້າຍ​ເດືອນ 8/2012, ປະ​ເທດ​ນີ້​ຈະ​ຍື່ນ​ຂໍ້​ສະ​ເໜີ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ຊີ​ຮີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະພາບການ​ຜັນ​​ແປ​​ໄປ​ຢ່າງ​ສັບສົນຢູ່ະ​ເທດ​ນີ້​ ໄດ້​ພາ​ໃຫ້ຫາ​ງສຽງ​ບໍ່​ສາມາດ​ປະ​ເອີ​ບ​ໃຈ​​ໄດ້​ເທື່ອ.

​ໃນ​ການ​ຜັນ​ແປ​ລ້າ​ສຸດ, ວັນ​ທີ 27/8, ກຳລັງ​ລຸກ​ຮຶ້ຂຶ້ນ​ໄດ້​ຍິງ​ຕົກເຮືອບິນ​ເອລີກ​ອບ​ແຕລຳ​ໜຶ່ງ​ຂອງ​ກອງທັບ​ຊີ​ຮີ ​ໃນ​ຂະນະ​ທີ່​ເຮືອບິນ​ລຳນີ້​ພວມ​ບຸກ​ໂຈມ​ຕີ​ເມືອງ Jobar, ຢູ່​ຊານ​ນະຄອນຫຼວງ Damacus. ​ໃນ​ຂະນະ​ນັ້ນ, ບັນດາ​ນັກ​ເຄື່ອນ​ໄຫວ​ຂອງ​ຝ່າຍ​ຄ້ານ​ໃຫ້​ຮູ້​ວ່າ, ການ​ບຸກ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່ ​ແລະ ​ເຮືອບິນ​ເອລີກ​ອບ​ແຕ ​ເຂົ້າ​ເຂດຊານ​ນະຄອນຫຼວງ Damacus ​ນັບ​ມື້​ນັບ​ຫຼາຍ. ສະ​ເພາະ​ວັນ​ທີ 27/8, ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ​ແມ່ນ 60 ຄົນ.

ຫາງ​ສຽງ​ຕັ້ງ​ຄຳ​ຖາມ​ວ່າ, ​ເປັນ​ຫຍັງ​ວິ​ກິດ​ການ​ນີ້​ພັດ​ແກ່ຍາວ​ຄື​ແນວ​ນັ້ນ ? 17 ​ເດືອນ​ໄດ້​ຜ່ານ​ໄປ​ແລ້ວ, ​ແຕ່​ບໍ່​ມີ​ວິທີ​ການ​ແກ້​ໄຂ​, ​ແລະ ສັນຍານ​ທີ່​ດີໃດໆ​ເທື່ອ. ​ແຜນການ 6 ຂໍ້​ຂອງ​ທູດ​ພິ​ເສດ​ລວມທ່ານ Kofi Annan ກໍ່​ບໍ່​ມີ​ກາລະ​ໂອກາດ​ເພື່ອ​ປະຕິບັດ​​ໃຫ້ສຳ​ເລັດ​. ທ່ານ Kofi Annan ​ໄດ້​ຍົກ​ອອກ​ວິທີ​ການ​ແກ້​ໄຂ​ສະ​ເພາະ​ໃນ​ຂະນະ​ທີ່​ປະຊາ​ຄົມ​ໂລກ ​ແລະ ອຳນາດ​ການ​ປົກຄອງ​ຊີ​ຮີ ລ້ວນ​ແຕ່ບໍ່​ເຫັນ​ດີ ນັ້ນ​ແມ່ນ​ວິທີ​ແກ້​ໄຂ​ຜ່ານ​ການ​ເຈລະຈາ. ປະທານາທິບໍດີ​ຊີ​ຮີ Bashar  al - Assad ​ໄດ້​ຕອບ​ສຳພາດ​ຫຼາຍ​ເທື່ອວ່າ​ຈະ​ບໍ່​ປະລະ​ສິດ​ອຳນາດ​ຢ່າງ​ເດັດຂາດ, ​ໃນ​ຂະນະ​ນັ້ນ, ພວກ​ລຸກ​ຮຶ້ຂຶ້ນ​ພັດ​ຢາກ​ໃຫ້​ທ່ານ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ. ການ​ໜູນ​ຊ່ວຍ​ຢ່າງ​ໄດ້​ການ​ໄດ້​ງານ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ບັນດາ​ປະ​ເທດ​ທີ່​ຂຶ້ນ​ກັບ​ສະພາ​ຮ່ວມ​ມື​ເຂດ​ອ່າວ (GCC) ​ໃຫ້​ແກ່​ກອງທັບ​ຊີ​ຮີ​ເສລີ​ (FSA) ນັ້ນ ​ໄດ້​ພາ​ໃຫ້​ວິ​ກິດ​ການ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ສັບສົນ​ຍິ່ງ​ຂຶ້ນ.

ວັນ​ທີ 27/8, ປະທານາທິບໍດີ​ຝລັ່ງ Francois Hollande  ​ໄດ້​ຖະ​ແຫຼ​ງວ່າ, ປາ​ຮີ​ຈະ​ຮັບ​ຮູ້​ລັດຖະບານ​ຊົ່ວຄາວ​ຂອງ​ຊີ​ຮີ, ພາຍຫຼັງ​ທີ່​ອົງການ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ, ພ້ອມ​ທັງ​ຊຸກຍູ້​ກຳລັງ​ລຸກ​ຮຶ້ນຂຶ້ນ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວ​ໃນ​ໄລຍະ​ໄວ​ທີ່​ສຸດ. ປະທານາທິບໍດີ​ຝລັ່ງ  ກໍ່​ໄດ້​ຮັບ​ຮູ້​ເລື່ອງ ປາ​ຮີ​ພວມ​ເຮັດ​ວຽກ​ກັບ​ບັນດາ​ຄູ່​ຮ່ວມ​ມື ກ່ຽວ​ກັບ​ຄວາມ​ສາມາດ​ຈະ​ສ້າງ​ຕັ້ງ​ເຂດ​ກັນ​ຊົນ​ຢູ່​ຊີ​ຮີ, ​ເຊິ່ງ​ແມ່ນ​ແນວ​ຄວາມ​ຄິດ​ໂດຍເຕິ​ກກີ ສະ​ເໜີ. ນັ້ນ​ແມ່ນ​ ”​ເຂດປອດ​ໄພ” ຫຼື​ ”ເຂດປົດ​ປ່ອຍ” ​ແລະ ​ເພື່ອ​ສະກັດ​ກັ້ນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ Damascus. ​ເມື່ອ​ຍົກ​ອອກ​ແນວ​ຄວາມ​ຄິດ​ດັ່ງກ່າວ, ຫາງ​ສຽງ​ຖື​ວ່າ ​ເມື່ອ​ສ້າງ​ຕັ້ງ “​ເຂດ​ຫ້າມ​ບິນ“ ກໍ່​ໝາຍ​ຄວາມ​ວ່າ​ຝ່າຍ​ຕາ​ເວັນ​ຕົກເລີ່​ມຕົ້ນ​ການ​ແຊກ​ແຊງ​ຢ່າງ​ເລິກ​ເຊິ່ງ​ແລະກວ້າງຂວາງ​ ແລະ ​ສະພາບ​ການ​ຢູ່​ຊີ​ຮີ ຈະ​ຄ້າຍຄື​ກັນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ລີ​ບີ. ​ໄລ່​ມາ​ຮອດ​ປະຈຸ​ບັນ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ມີ​ເຈົ້າ​ໜ້າ​ທີ່​ກວ່າ 40 ທ່ານ, ​ໃນ​ນັ້ນ​ລວມມີ​ທ່ານ​ນາຍົກລັດຖະມົນຕີ​ ໄດ້​ລາ​ອອກ​ຈາກ​ລະບອບ​ຂອງ​ທ່ານ Bashar  al – Assad. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫາງ​ສຽງ​ຖື​ວ່າ, ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ Bashar  al – Assad  ຈະ​ຮັບປະກັນ​ວ່າ ປະຊາທິປະ​ໄຕ​ຈະ​​ແທນ​ໃຫ້​ລະບອບ​ອຳນາດ​ຜະ​ເດັດ​ການ​ຢູ່​ປະ​ເທດ​ນີ້​ໄດ້​ຫຼື​ບໍ່ ​ແລະ ສິ່ງ​ດັ່ງກ່າວ​ຈະ​ມີ​ການ​ກະທົບ​ຄື​ແນວ​ໃດ​ເຖິງ​ສະພາບ​ການ​ເມືອງ​ຢູ່​ພາກ​ພື້ນ? ຍາກ​ທີ່​ຈະ​ມີ​ຄຳ​ຕອບ​ຢ່າງ​ຊັດ​ເຈນ.

ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ຝ່າຍ​ຄ້ານ​ໄດ້​ມີ​ທີ່​ຕັ້ງ​ຢ່າງ​ແນ່ນອນ​ຢູ່​ຊີ​ຮີ. ຫວ່າງ​ແລ້ວ​ນີ້, ກຳລັງ​ດັ່ງກ່າວ​ປະກາດ​ວ່າ​ເຂົາ​ເຈົ້າໄດ້​ຄວບ​ ຄູ​ມ 60% ​ເນື້ອ​ທີ່​ຂອງນະຄອນ Aleppo ຢູ່​ມໍ່​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ   ​ເຕິ​ກກີ. ການ​ໜູນ​ຊ່ວຍ​ຢ່າງ​ແຮງ​ຈາກ​ບັນດາປະ​ເທດພາຍ​ນອກ ​ໄດ້​ເຮັດ​ໃຫ້​ວິ​ກິດ​ການ​ນັບ​ມື້​ນັບ​ຮ້າຍ​ແຮງ​ຍິ່ງ​ຂຶ້ນ. ​ເຂົາ​ເຈົ້າ​ລະ​ແວງ​ສົ່ງ​ໃສວ່າ, ​ເມື່ອ​ຖືກ​ກົດ​ດັນ, ອຳນາດ​ການ​ປົກຄອງ​ຂອງ​ທ່ານ Bashar  al – Assad ອາດຈະ​ນຳ​ໃຊ້​ບັນດາ​ມາດ​ຕະການ​ທີ່​ຂັນ​ແຂງ, ບາງ​ເທື່ອ​ຈະ​ນຳ​ໃຊ້​ອາວຸດ​ເຄມີ. ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ຊີ​ຮີ​ ພວມ​ມີ​ອາວຸດ​ເຄມີ 1.000 ​ໂຕນ. ຖ້າ​ຫາກ​ສິ່ງ​ດັ່ງກ່າວ​ເກີດ​ຂຶ້ນ, ມັນ​ຈະ​ແມ່ນ​ໄພພິບັດ​ສຳ​ຫຼັບ​ມະນຸດ. ປະທານາທິບໍດີ ອາ​ເມ​ລິ​ກາ Barac Obama ​ໄດ້​ກ່າວ​ເຕືອນ​ຊີ​ຮີ​ ວ່າ ຕ້ອງ​ຮັບ​ຜົນ​ຮ້າຍ​ອັນ​ໃຫຍ່​ຫຼວງ ຖ້າ​ຫາກ​ເຄື່ອນ​ຍ້າຍ ຫຼຶນຳ​ໃຊ້​ອາວຸດ​ເຄມີ. ​ແຕ່​ບໍ່​ມີ​ໃຜ​ສາມາດ​ຄາດ​ຄະ​ເນ​ໄດ້​ສິ່ງ​ໃດ​ຈະ​ເກີດ​ຂຶ້ນ, ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ສິ່ງ​ທີ່​ແນ່ນອນ​ນັ້ນ​ແມ່ນ, ​ເມື່ອ​ວິ​ກິດ​ການການ​ເມືອງ​ສິ້ນ​ສຸດ​ລົງ, ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊີວິດ​ອີນຊີ ​ແລະ ຊັບ​ສົມບັດ​ຂອງ​ປະຊາຊົນ​ແມ່ນ​ຫຼວງຫຼາຍ​ທີ່​ສຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ