ສິ່ງ​ທີ່ ອາ​ເມ​ລິ​ກາອ້າງ​ເຫດ​ຜົນ​ເພື່ອກໍ່​ກຳ​ລັງ​ດັນ​ບັງ​ຄັບ​ໃຫ້​ອີ​ຣານກັບ​ຄືນ​ສູ່​ການ​ເຈ​ລະ​ຈາ

(VOVWORLD) -ເຖິງວ່າການບຸກໂຈມຕີໃສ່ຮາກຖານນ້ຳມັນບໍ່ຂອງ ອາຣັບບີຊາອຸດີໃນວັນທີ 14 ກັນຍາໂດຍກຸ່ມກະບົດHouthiຢູ່ ເຢແມນຍອມຮັບເປັນຕົວການກໍຕາມແຕ່ທຸກຄວາມສົນໃຈຂອງຫາງສຽງສາກົນພັດມຸ່່ງຫນ້າໄປໃສ ອີຣານ ພາຍຫລັງອາເມລິກາແລະພັນທະມິດຈຳນວນຫນຶ່ງຢູ່ ຕາເວັນອອກກາງໄດ້ຖິ້ມໂທດໃຫ້ ອີຣານ. ສະພາບການແມ່ນຮ້ອນເຮັ່ງກວ່າເມື່ອວັນທີ 18 ກັນຍາປະທານາທິບໍດີອາເມລິກາອອກຄຳສັ່ງ “ເພີ່ມບັນດາຄຳສັ່ງລົງໂທດ ອີຣານ ຢ່າງແຮງ” ເມື່ອປະເທດອິດສະລາມນີ້ ຢັ້ງຢືນຈະໂຕ້ຕອບທຸກການກະທຳເກາະຜິດຢ່າງເໝາະສົມ. ຄວາມຈິງຊີ້ໃຫ້ເຫັນວ່າອາເມລິກາພວມຊອກຫາທຸກວິທີເພື່ອກໍ່ກຳລັງດັນບັງຄັບໃຫ້ ອີຣານກັບຄືນສູ່ໂຕະເຈລະຈາກ່ຽວກັບບັນຫານິວເຄຼຍແຕ່ສິ່ງນີ້ບໍ່ແມ່ນເລື່ອງງ່າຍດາຍແຕ່ຢ່າງໃດ.

ພວກກະບົດHouthiຢູ່ ເຢແມນໃຫ້ຮູ້ວ່າ: ເຂົາເຈົ້າໄດ້ຍິງບັນດາເຮືອບິນບໍ່ມີຄົນຂັບ (UAV) ເລັ່ງໃສ່ ໂຮງງານກັ່ນນ້ຳມັນAbqaia 2 ແຫ່ງ (ຊື່ງແມ່ນຮາກຖານຜະລິດນ້ຳມັນໃຫຍ່ສຸດໃນໂລກ) ແລະKhuraisພາກຕາເວັນອອກຂອງ ອາຣັບບີ ຊະອຸດິ ເພື່ອໂຕ້ຕອບບັນດາການບຸກໂຈມຕີທາງອາກາດຂອງພັນທະມິດການທະຫານໂດຍ ອາຮັບບີ ຊະອຸດີ ນຳຫນ້າໃນສົງຄາມທີ່ແກ່ຍາວເປັນເວລາ 5 ປີຢູ່ ເຢແມນ. ເຖິງຢ່າງໃດກໍຕາມ, ພັນທະມິດການທະຫານໂດຍ ອາຣັບບີ ຊາອຸດີ ນຳຫນ້າຢູ່ ເຢແມນ ພັດເວົ້າວ່າໂຮງງານກັ່ນນ້ຳມັນ 2 ແຫ່ງດັ່ງກ່າວຢູ່ ອາຣັບບີ ຊະອຸດີ ອາດຈະຖືກບຸກໂຈມຕີ “ດ້ວຍອາວຸດມາຈາກອີຣານ”. ໂຄສົກພັນທະມິດນີ້ ຢືນຢັນວ່າບັນດາການບຸກໂຈມຕີ “ບໍ່ແມ່ນເລີ່ມມາຈາກດິນແດນຂອງເຢແມນ” ແລະພວກກະບົດHouthiພວມແກ້ງອອກມາຮັບຜິດຊອບ.

ຄຳກ່າວຫາອອກມາຢ່າງລຽນຕິດ

ພາຍຫລັງເຫດທີ່ເກີດຂຶ້ນ, ນັບແຕ່ ປະທານາທິບໍດີອາເມລິກາ Donald Trump, ບັນດາຜູ້ຮ່ວມງານ ຕະຫລອດຮອດພັນທະມິດຂອງອາເມລິກາຢູ່ ຕາເວັນອອກກາງກໍ່ລ້ວນແຕ່ກ່າວຫາ ອີຣານ ວ່າແມ່ນຕົວການ. ເຂົາເຈົ້າຖືວ່າບໍ່ມີພະຍານຫລັກຖານໃດຊີ້ໃຫ້ເຫັນວ່າການບຸກໂຈມຕີ ແມ່ນເລີ່ມມາຈາກເຢແມນ ແລະ ຢັ້ງຢືນວ່າການບຸກໂຈມຕີ ແມ່ນມີການຫນູນຊ່ວຍຈາກອີຣານ. ໃນການໂຕ້ຕອບຢ່າງວ່ອງໄວ, ທ່ານ Mike Pompeoລັດຖະມົນຕີການຕ່າງປະເທດອາເມລິກາໄດ້ເດີນທາງເຖິງ ອາຣັບບີ ຊະອຸດີ ໂດຍທັນທີເພື່ອປຶກສາຫາລືກ່ຽວກັບຄວາມສາມາດໂຕ້ຕອບເຖິງວ່າ ຍັງນັ່ງເທິງເຮືອບິນພິເສດກໍ່ຕາມ ແຕ່ທ່ານກໍ່ໄດ້ຍອມຮັບຕໍ່ສື່ມວນຊົນວ່າຍັງບໍ່ທັນມີພະຍານຫລັກຖານຊີ້ໃຫ້ເຫັນບັນດາການບຸກໂຈມຕີແມ່ນເລີ່ມມາຈາກ ອີຣານ. ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ພັດເວົ້າວ່າອາເມລິກາພ້ອມກັບບັນດາພັນທະມິດປະເທດນີ້ ພວມສົມທົບກັນເພື່ອປົກປັກຮັກສາ “ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ບັນດາຂໍ້ກຳນົດສາກົນຊື່ງເຄີຍຖືກອີຣານເມີນເສີຍ”. ໃນຂະນະນັ້ນທ່ານປະທານາທິບໍດີອາເມລິກາ D. Trump ອອກຄຳສັ່ງໃຫ້ທ່ານລັດຖະມົນຕີການເງິນອາເມລິກາ Steven Mnchin “ເພີ່ມບັນດາຄຳສັ່ງລົງໂທດ ອີຣານ ຢ່າງແຮງ”. ທ່ານ Trump ຍັງໃຫ້ຮູ້ວ່າ: “ອາເມລິກາ ມີຫລາຍສິ່ງຫລາຍຢ່າງເພື່ອເລືອກເຟັ້ນ. ໃນຈຸດເວລາດຽວກັນກັບຄຳຖະແຫລງຈາກທຳນຽບຂາວ, ອຳນາດການປົກຄອງ ອາຣັບບີ ຊະອຸດີໄດ້ ປະກາດບັນດາເສດແຕກ   ທີ່ຊອກໄດ້ຢູ່ບ່ອນເກີດເຫດບຸກໂຈມຕີ ໂຮງງານກັ່ນນ້ຳມັນ 2 ແຫ່ງຊື່ງຕາມເຂົາເຈົ້າແມ່ນບັນດາ.. ຈາກລູກສອນໄຟຕິດປີກແລະເຮືອບິນບໍ່ມີຄົນຂັບຂອງອີຣານ.

ທຸກການຜັນແປນີ້ ແມ່ນຢ້ຳຄືນ “ແຜນການ” ກ່ອນນີ້ 3 ເດືອນ, ເມື່ອກຳປັ່ນ 2 ລຳຂົນສົ່ງນ້ຳມັນສາກົນຖືກບຸກໂຈມຕີຢູ່ເຂດທະເລໃກ້ກັບຊ່ອງແຄບທະເລຍຸດທະສາດ Hormuz. ເວລານັ້ນອາເມລິກາກໍ່ໄດ້ກ່າວຫາອີຣານຢ່າງທັນທີວ່າແມ່ນ ອີຣານ ເປັນຕົວການ ແລະ ຍົກອອກບັນດາພະຍານຫລັກຖານຊີ້ໃຫ້ເຫັນຄຳກ່າວຫາຂອງຕົນ.

ໂຕ້ຕອບຄືນທ່ານລັດຖະມົນຕີການຕ່າງປະເທດອີຣານJavadZarifໄດ້ປະຕິເສດບົດບາດຂອງອີຣານໃນເຫດບຸກໂຈມຕີບັນດາຮາກຖານກັ່ນນ້ຳມັນຂອງ ອາຣັບບີ ຊະອຸດີ ແລະ ຢືນຢັນວ່າໃນສະພາວະການທີ່ວໍຊີງຕັນຖືກປະລາໄຊໃນຍຸດທະສາດ “ກຳລັງດັນຢ່າງສຸດຂີດ”, ອາເມລິກາພວມຫັນໄປສູ່ຍຸດທະສາດ “ຫຼອກລວງຢ່າງສຸດຂີດ”. ອີຣານພ້ອມທັງກ່າວເຕືອນວ່າຈະໂຕ້ຕອບທຸກການກະທຳຂອງອາເມລິກາທີ່ຕ້ານຄືນອີຣານຢ່າງທັນທີ.

ບັງຄັບ ອີຣານ ກັບຄືນສູ່ໂຕະເຈລະຈາ

        ແຕ່ດົນນານມາແລ້ວ, ຫາງສຽງສາກົນບໍ່ປະຫຼາດໃຈລັບຍຸດທະສາດກໍ່ຄວາມກົດດັນຂອງ ອາເມລິກາ ເພື່ອບັງຄັບໃຫ້ ອີຣານ ຕ້ອງກັບຄືນສູ່ການເຈລະຈາກ່ຽວກັບນິວເຄຼຍ ດັ່ງນັ້ນ, ໃນເຫດບຸກໂຈມຕີຄັ້ງນີ້, ຫຼາຍປະເທດໄດ້ຮຽກຮ້ອງໃຫ້ຈັດຕັ້ງການສືບສວນຢ່າງພາວະວິໄສ ແລະ ລະອຽດລະອໍ. ສະຫະປະຊາຊາດ ກໍໄດ້ຈັດສົ່ງບັນດານັກຊ່ຽວຊານ ເຊິ່ງຄາດວ່າຈະເດີນທາງໄປຍັງ ອາຣັບບີ ຊະອຸດິ ເພື່ອເລີ່ມຕົ້ນການສືບສວນສາກົນ ສໍາລັບບັນດາເຫດບຸກໂຈມຕີ ຕາມຂອບເຂດຂອງມະຕິສະບັບໜຶ່ງຂອງ ສະພາຄວາມໝັ້ນຄົງ ວ່າດ້ວຍຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015 ກັບ ອີຣານ ແລະ ມະຕິອີກສະບັບໜຶ່ງ ວ່າດ້ວຍການຂວໍ້າບາດອາວຸດ ສໍາລັບ ເຢແມນ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວເຕືອນວ່າ ໂລກຈະບໍ່ສາມາດຄົງຕົວໄດ້ ຖ້າຫາກຍັງເກີດການປະທະກັນທີ່ຮ້າຍແຮງຢູ່ເຂດອ່າວ. ທ່ານເນັ້ນໜັກວ່າ ເລື່ອງຈໍາເປັນ ແມ່ນຕ້ອງຫຼີກລ້ຽງບໍ່ວ່າການກະທໍາໃດໆທີ່ກໍ່ໃຫ້ເກີດສະພາບການດັ່ງກ່າວປີນຂັ້ນໄດ.

        ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ - ອີຣານ ຖືກເກີດຂຶ້ນຄືນໃໝ່ນັບແຕ່ເມື່ອ ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມກັບ ອີຣານ ແລະ ບັນດາປະເທດມະຫາອໍານາດ ໃນປີ 2015 ເພາະຖືວ່າ ຂໍ້ຕົກລົງສະບັບດັ່ງກ່າວຍັງບໍ່ທັນຮັດກຸມ. ນັບແຕ່ນັ້ນມາ, ອາເມລິກາ ຄ່ອຍໆຈັດວາງ ແລະ ເພີ່ມທະວີບັນດາມາດຕະການລົງໂທດ, ພິເສດແມ່ນເລ່ັງໃສ່ຕາໜ່າງການເງິນ ແລະ ຂະແໜງເສດຖະກິດຫຼັກແຫຼ່ງຂອງ ອີຣານ ນັ້ນແມ່ນ ການສົ່ງອອກນໍ້າມັນບໍ່.

        ຜ່ານເລື່ອງກ່າວຫາ ອີຣານ ວ່າມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີໃສ່ໂຮງງານກັ່ນຕອງນໍ້າມັນຂອງ ອາຣັບບີ ຊະອຸດິ ນັ້ນ ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ພວມກໍ່ “ກໍາລັງກົດດັນຢ່າງສຸດຂີດ ສຸດ” ຕໍ່ ອີຣານ ເພື່ອແນໃສ່ຈຸດປະສົງສຸດທ້າຍແມ່ນ ບັນລຸໄດ້ຂໍ້ຕົກລົງນິວເຄຼຍສະບັບໃໝ່. ແລະ ບາງເທື່ອບັນດາການກ່າວຫາວ່າມີສ່ວນກ່ຽວຂ້ອງນັ້ນ ຈະຍັງຄົງສືບເກີດຂຶ້ນຢ່າງຕໍ່ເນື່ອງຈົນເຖິງຈຸດເວລາ ທີ່ບັນດາຝ່າຍຕົກລົງເຂົ້າຮ່ວມການເຈລະຈາ ຫຼື ຊົ່ວຮ້າຍກວ່ານັ້ນແມ່ນ ເກີດການປະທະກັນໃນຂອບເຂດທົ່ວພາກພື້ນ./. 

ຕອບກັບ

ຂ່າວ/ບົດ​ອື່ນ