ສິ່ງທ້າທາຍ ຊື່ງ EU - ຕວກກີ ຕ້ອງປະເຊີນຫນ້າໃນການແກ້ໄຂບັນຫາຊາວອົບພະຍົບ


(vovworld)- ພາຍ​ຫລັງ​ເຈ​ລະ​ຈາຢ່າງ​ເຄັ່ງ​ຕຶງ​ມາ​ເປັນ​ເວ​ລາ  12 ຊົ່ວ​ໂມງ ຢູ່ ບ​ຣຸກ​ແຊນ ປະ​ເທດ​ແບນ​ຊິກ, ວັນ​ທີ 7/3, ການ​ນຳ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ ສະ​ຫະ​ພາບ​ເອີ​ລົບ (EU) ແລະ ຕວກກ​ີ ບໍ່​​ສາ​ມາດຍົກ​ອອກ​ໄດ້ມາດ​ຕະ​ການໃດ​ທີ່​ມີ​ຄວາມ​ເປັນ​ໄປ ເພື່ອ​ແກ້​ໄຂວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ໃຫຍ່​ສຸດ ຊື່ງບໍ່​ເຄີຍ​ມີ ຢູ່ ເອີ​ລົບ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2.  ແທນ​ທີ່ນັ້ນ, ບັນ​ດາ​ຝ່າຍ ພຽງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປຶກ​ສາ​ຫາ​ລືຕື່ມ​ອີກ 10 ວັນ ກ່ອນ​ທີ່​​ຈະລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ລະ​ອຽດ.

ສິ່ງທ້າທາຍ ຊື່ງ EU - ຕວກກີ ຕ້ອງປະເຊີນຫນ້າໃນການແກ້ໄຂບັນຫາຊາວອົບພະຍົບ - ảnh 1
ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ
ພາບ:bnews.vn

        ຄາດ​ວ່າ ເບື້ອງ​ຕົ້ນ ກອງ​ປະ​ຊຸມ​ສຸດຍອດ EU ແລະ ຕວກ​ກີ ຈ​ະ​ດຳ​ເນີນ​ໃນ​ເວ​ລາ 3 ຊົ່ວ​ໂມງ ສຸດ​ທ້າຍ​ແມ່ນ​ແກ່​ຍາວ​ເຖິງ 12 ຊົ່ວ​ໂມງ ​ແຕ່​ຍັງ​ບໍ່​ທັນ​ແກ້​ໄຂ​ບັນ​ຫາ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ຢ່າງສຸ​ດ​ກົກ​ສຸດ​ປາຍໄດ້. ທີ່​ການ​ປະ​ຊຸມ​ຂ່າວ​ຫລັງ​ກອງ​ປະ​ຊຸມ, ບັນ​ດາ​ຝ່າຍ​ໄດ້​ປະ​ກາດ​ວ່າ ຈະ​ຕ້ອງ​ປຶກ​ສາ​ຫາ​ລື​ຕື່ມ​ອີກ​ຈຶ່ງ​ສາ​ມາດ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ລະ​ອຽດ​ໄດ້​ເພື່ອ​ສະ​ກັດ​ກັ້ນ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເອີ​ລົບ.

        ຂໍ້​ສະ​ເຫນີ​ຂອງ​ຕວກ​ກີ ຍາກ​ທີ່​​ເປັນ​ໄປໄດ້

        ​ໂດຍຖືກ​ກັບ​ການ​ຄາດ​ຄະ​ເນ​ຂອງ​ວົງ​ການ​ນັກ​ໄຈ້​ແຍກ​ກ່ອນ​ທີ່​ດຳ​ເນີນກ​ອງ​ປະ​ຊຸມ, ຕວກ​ກີ ໄດ້​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ຢ່າງ​ສຸດ​ຂີດ ເພື່ອ​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເຫນີ​ທີ່​ມີ​ປະ​ໂຫຍດ​ໃຫ້​ຕົນ​ເອງ, ນັ້ນ​ແມ່ນ ບັນ​ດາ​ການ​ນຳ EU ລ​້ວນ​ແຕ່​ອີງ​ໃສ່ Ankara ເພື່ອ​ຊອກ​ຫາ​ທາງ​ອອກ​ໃຫ້​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ ຊື່ງ ຊາວ​ອົບ​ພະ​ຍົບ​ສ່ວນ​ຫລາຍ​ໄປ​ເຖິງ ເອີ​ລົບ ລ້ວນ​ແຕ່​ຕ້ອງ​ຜ່ານ ຕວກ​ກີ. ສະ​ນັ້ນ ທີ່ກອງ​ປະ​ຊຸມ​ສຸດຍອດ, Ankara ໄດ້​ຮຽກ​ຮ້ອງ EU ຫນູນ​ຊ່ວຍ​ຕື່ມ​ອີກ 3 ຕື້ ເອີ​ໂຣ ໃນ​ໄລ​ຍະ 2 ປີ​ຈະ​ມາ​ເຖິງ, ນຳ​ໃຊ້​ລະ​ບອບ​ນະ​ໂຍ​ບາຍ​ພາກ​ພື້ນ Schengen ໃຫ້​ພົນ​ລ​ະ​ເມືອງ ຕວກ​ກີ ໃນ​ເດືອນ 6  (ແທນ​ທີ່​ທ້າຍ​ປີ) ແລະ​ຍູ້​ໄວ​ການ​ປຶກ​ສາ​ຫາ​ລື​ບັນ​ຫາ​ປະ​ເທດ​ນີ້​ເຂົ້າ​ຮ່ວມ EU.

        ຕໍ່​ຫນ້າ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ສູງ​ເກີນ​ໄປ​ຂອງ ຕວກ​ກີ, ​ເບິ່ງ​ຄື​ວ່າ EU ຍາກ​ທີ່​ຕອບ​ສະ​ຫນອງ​ໄດ້. ແທນ​ທີ່​ຍົກ​ອອກ​ຄຳ​ຕັດ​ສິ​ນ​ສຸດ​ທ້າຍ, ບັນ​ດາ​ປະ​ເທດ ເອີ​ລົບ ພຽງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອາດ​ຈະ​ໂອນ​ໃຫ້​ຕວກ​ກີ​ຈຳ​ນວນ​ເງິ​ນ​ຫລາຍກວ່າ 3 ຕື້ ເອີ​ໂຣ ເພື່ອ​ຫນູນ​ຊ່ວຍ​ມະ​ນຸ​ດ​ສະ​ທຳ​ໃຫ້​ຊາວ​ອົບ​ພະ​ຍົບ ແຕ່ບໍ່​ຂຶ້ນ​ເຖິງ 6 ຕື້ ເອີ​ໂຣ. ຈຳ​ນວນ​ເງິນ​ຄືແນວ​ໃດຈະ​ສືບ​ຕໍ່​ປຶກ​ສາ​ຫາ​ລື. EU ຈະ​ເລີ່ມ​ເຈ​ລະ​ຈາ​ຄືນ​ໃຫມ່​ກ່ຽວ​ກັບ ເລື່ອງ​ຕວກ​ກີ ເຂົ້າ​ຮ່ວມ EU. ເຖິງ​ຢ່າງ​ໃດ​ກໍ​ຕາມນີ້​ແມ່ນ​ເລື່ອງບໍ່​ສາ​ມາດ​ປະ​ຕິ​ບັດ​ໂດຍ​ໄວ​ໄດ້, ຍ້ອນ​ວິ​ວັດ​ການ​ເຈ​ລະ​ຈາ​ອາດ​ຈະ​ແກ່​ຍາວ​ໃນ​ຫລາຍ​ປີ.

        ຈຸດ​ເດັ່ນ​ ຊື່ງ EU ແລະ ຕວກ​ກີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ທີ່ກອງ​ປະ​ຊຸມ​ດັ່ງ​ກ່າວ ນັ້ນ​ແມ່ນ ສອງ​ຝ່າຍ ຈະ​ໄລ່​ຈັບ​ພວກ​ຄ້າ​ຂາຍ​ມະ​ນຸດ​ຢູ່​ທະ​ເລ Egee, ສົ່ງ​ຊາວ​ອົບ​ພະ​ຍົບຈາກ ຕວກ​ກີ ໄປ​ຍັງ ເກຼັກ ຢ່າງ​ປີດ​ລັບ.

        ກອງ​ປະ​ຊຸມ​ສຸດຍອດ EU - ຕວກ​ກີ ໄດ້​ອັດ​ລ​ົງ ຫາກບໍ່​ມີ​ຂໍ້​ຕົກ​ລົງ​ໃດ​ຖືກ​ຍົກ​ອອກ​ມາ​ທີ່​ມີ​ສ​່ວນ​ກ່ຽວ​ຂ້ອງ​ເຖິງ​ມາດ​ຕະ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ. ອາດ​ຈະ​ເຫັນ​ໄດ້​ວ່າ EU ຕ້ອງ​ການ ຕວກ​ກີ . ສະ​ນັ້ນ ເຖິງວ່າ ໝາກ​ຜົນ​ບໍ່​ທັນ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ແຕ່​ລະ​ຝ່າຍ​ໄດ້ ແຕ່​ເລື່ອງ​ການ​ນຳ EU ອອກ​ຖະ​ແຫລງ​ການ​ຊົມ​ເຊີຍ ຂໍ້​ສະ​ເຫນີ​ຂອງ Ankara ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມນີ້​ປາດ​ຖະ​ຫນາ​ຢາກ​ບັນ​ລຸ​ຂໍ້​ຕົກ​ລົງ​ສະ​ກັດ​ກັ້ນ​ຊາວ​ອົບ​ພະ​ຍົບ​ເຂົ້າ ເອີ​ລົບ ເປັນ​ຕົ້ນ​ໃນ​ສະ​ພາບ​ວິ​ກິດ​ການ​ພວມ​ທົດ​ສອບ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU.

        ຂໍ້​ຕົກ​ລົງ​ລະ​ອຽດ​ຍັງ​ຢູ່ໃນ​ພາຍ​ພາກ​ຫນ້າ

ເປັນ​ອັນ​ວ່າ ຕ້ອງ​ລໍ​ຖ້າ​ຈົນ​ເຖິງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ຈະ​ມາ​ເຖິງ​ຂອງ EU ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 17, 18/3 ຈຶ່ງ​ສາ​ມາດ​ຮູ້​ໄດ້​ວ່າ ບັນ​ດາ​ປະ​ເທດ ເອີ​ລົບ​ອາດ​ຈະ​ອີງ​ໃສ່​ມາດ​ຕະ​ການ​ຂອງ ຕວກ​ກີ  ເພື່ອ​​ແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ຫລັ່ງ​ໄຫລ​ເຂົ້າ ເອີ​ລົບ ຫລືບໍ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາຍ​ຫລັງ​ກອງ​ປະ​ຊຸມ ໄດ້​ປະ​ກົດ​ອອກ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ EU ຮັບ​ຮູ້​ບັນ​ດາ​ເງື່ອນ​ໄຂ​ຂອງ ຕວກ​ກີ ຈະ​ສ້າງ​ຕັ້ງ​ຄວາມ​ຊີນ​ເຄີຍ​ທີ່​ອັນ​ຕະ​ລາຍ - ບັນ​ດາ​ຫລັກ​ການ​ປະ​ຊາ​ທິ​ປະ​ໄຕ​ຕົ້ນ​ຕໍ​ຂອງ​ກຸ່ມ ກາຍ​ເປັນ “ເຄື່ອງ​ຂອງ​ເພື່ອ​ແລກ​ປ່ຽນ”. ແຕ່​ບັນ​ດາ​ຜູ້​ຕຳ​ຫນີ​ຕິ​ຕ​ຽນ EU ຖືກ​ເສຍ​ອິດ​ທິ​ພົນ​ຢ່າງ​ແຮງ ຖ້າ​ຕອບ​ສະ​ຫນອງ​ບັນ​ດາ​ຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ Ankara. ໃນ​ຂະ​ນະ​ນັ້ນ ທ່ານ Vincent Cochetel, ຜູ້​ອຳ​ນວຍ​ການ ຂ້າ​ຫລວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ (UNHCR) ໃຫ້​ຮູ້​ວ່າ: ໄດ້​ເນ​ລະ​ເທດ​ໝູ່​ຄະ​ນະ​ຊາວ​ຕ່າງ​ປະ​ເທດ​ຖືກ​ຫ້າມ ຕາມ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຂອງ​ເອີ​ລົບ, ບໍ່​ສອດ​ຄ່ອງ​ກັບ​ກົດ​ໝາຍ ເອີ​ລົບ ແລະ ກົດ​ໝາຍ​ສາ​ກົນ.

        ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ EU, ທ່ານ Martin Schulz, ປະ​ທານ​ລັດ​ຖະ​ສະ​ພາ ເອີ​ລົບ ຖະ​ແຫລງວ່າ: ເລື່ອງ​ເຂົ້າ​ຮ່ວມ EU ບໍ່​ໄດ້​ຍົກ​ອອກ​ເປັນ​ເງື່ອນ​ໄຂ​ເພື່ອ​ໃຫ້ Ankara ປະ​ຕິ​ບັດ​ບັນ​ດາ​ຄວາມ​ຮັບ​ຜິດ​ຊອບ​ຂອງຕົນ​ໃນ​ບັນ​ຫາ​ຊາວ​ອົບ​ພະ​ຍົບ. ທ່ານ​ໄດ້​ເນັ້ນ​ຫນັກ​ວ່າ ເອີ​ລົບ ຈະ​ຈຳ​ແນກ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ EU ຂອງ​ຕວກ​ກີ ຕໍ່​ວິ​ກິດ​ການ​ຊາວ​ອົບ​ພ​ະ​ຍົບ​ປະ​ຈຸ​ບັນ.

        ເຖິງວ່າ ດ້ວຍ​ພູມ​ສາດ​ທີ່​ສ​ຳ​ຄັນ, ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ EU ໃນ​ການ​ຄວບ​ຄຸມ​ຊາຍ​ແດນ ລ້ວນ​ແຕ່​ໄຮ້​ຜົນ​ປະ​ໂຫຍດ ຖ້າ​ຫາກບໍ່​ມີ​ການ​ຮ່ວມ​ມື​ຂອງ​ຕວກ​ກີ. ປະ​ຈຸ​ບັນ ຢູ່​ດິນ​ແດນ ຕວກ​ກີ ມີ​ຊາວ​ອົບ​ພະ​ຍົບ ຊີ​ຣີ 4 ລ້ານ​ຄົນ ແລະ ພຽງ​ອຳ​ນາດ​ການ​ປົກ​ຄອງ Ankara ໂຍະ​ຍານ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ດັ່ງ​ກ່າວ​ຈະ​ຊອກ​ທຸກວິ​ທີ​ເພື່ອ​ໄປ​ຍັງ ເອີ​ລົບ, ​ກໍ​ໃຫ້​ເກີດວິ​ກິດ​ການ​ມະ​ນຸດ​ສະ​ທຳ​ທີ່​ຮ້າຍ​ແຮງ.

        ຂໍ້​ຕົກ​ລົງ​ສຸດ​ທ້າຍ​ກ່ຽວ​ກັບ​ຂໍ້​ສະ​ເຫນີ​ຂອງ ຕວກ​ກີ ໂດຍ EU ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ສຸດຍອດ​ຈະ​ດຳ​ເນີນ​ໃນ​ອາ​ທິດ​ຫນ້າ. ບໍ່​ຮູ້​ໄດ້​ວ່າ ຈະ​ມີ​ມາດ​ຕະ​ການ​ໃດ​ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ແຕ່​ລະ​ຝ່າຍ. ໝາກ​ຜົນ​ຍັງ​ລໍ​ຖ້າ​ບັນ​ດາ​ມາດ​ຕາ​ລະ​ອຽດ ຊື່ງ EU ແລະ ຕວກ​ກີ ບັນ​ລຸ​ໄດ້​ຢູ່ກອງ​ປະ​ຊຸມ​ສຸດຍອດ​ຊື່ງ​ຈະ​ດຳ​ເນີນ​ໃນ 10 ມື້​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ