ສິ່ງທ້າທາຍທີ່ບໍ່ອາດຜ່ານຜ່າຢ່າງງ່າຍດາຍສຳລັບຄະນະການນຳໃຫມ່ຂອງ ອາບການິສະຖານ

(vovworld) - ວັນ​ທີ 29/9,  ທ່ານ Ashraf Ghani, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃຫມ່​ຂອງ​ ອາບ​ກາ​ນິ​ສະ​ຖານ ໄດ້​ສາ​ບານ​ຕົວ​ຮັບ​​ດຳ​ລົງຕຳ​ແຫ​ນ່ງ​ຢ່າງ​ເປັນ​ທາງ​ການ ສິ້ນ​ສຸດ 13 ປີ​ກຳ​ອຳ​ນາດ​ຂອງ​ທ່ານ Hamid Karzai ນັບ​ແຕ່​ເມື່ອ​ລະ​ບອບ ຕາ​ລີ​ບານ ​ຖືກ​ໂຄ້ນ​ລົ້ມ​ເມື່ອ​ປີ 2001. ເລື່ອງ​ທ່ານ Ghani ຮັບ​ດຳ​ລົງ​ຕຳ​ແຫ​ນ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ເປັນ​ຂີດ​ໝາຍ​ແຫ່ງ​ການມອບ​ໂອນ​ສິດ​ອຳ​ນາດ​​ຮັບປະ​ຊາ​ທິ​ປະ​ໄຕ​​ຄັ້ງທຳ​ອິດ​ຢູ່ ອາບ​ກາ​ນິ​ສະ​ຖານ​ ໃນ​ຫລາຍ​ປີ​ຜ່ານ​ມາ. ພາຍ​ຫລັງ​ສາ​ບານ​ຕົວ, ທ່ານ Ghani ໄດ້​ອອກ​​ລັດ​ຖະດຳ​ລັດ​ແຕ່ງ​ຕັ້ງ​ຕຳ​ແຫ​ນ່ງ​ຜູ້​ບໍ​ລິ​ຫານ​ຂັ້ນ​ສູງ,ຊື່ງ​ແມ່ນ​ຕຳ​ແຫ​ນ່ງ​ໃຫມ່​​ທຽບເທົ່າ ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

    ເພື່ອ​ໃຫ້​ມີ​ພິ​ທີ​ສາ​ບານ​ຕົວ​ຮັບ​​ດຳ​ລົງຕຳ​ແຫ​ນ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 29/9, ປະ​ຊາ​ຊົນ ອາບ​ກາ​ນິ​ສະ​ຖານ ແລະ ປະ​ຊາ​ຄົມ​ໂລກ ໄດ້​ລໍ​ຖ້າ​ໃນ​ຫລາຍ​ເດືອນ ພາ​ຍ​ຫລັງ ຄູ່​ແຂ່ງ 2 ຄົນ​ຊ່ວງ​ເສັງ​ຍາດ​ທີ່​ນັ່ງ​ແຫ່ງ​ສິດ​ອຳ​ນາດນີ້ ບັນ​ລຸ​ໄດ້​ຂ​ໍ້​ຕົກ​ລົງ​ແບ່ງ​ປັນ​ສິດ​ອຳ​ນາດ. ຕາມນັ້ນ​ແລ້ວ, ທ່ານ Abdullah Abdullah, ຄູ່​ແຂ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Ashraf Ghani, ດຳ​ລົງ​ຕຳ​ແຫ​ນ່ງ​ເປັນ​ຜູ້​ບໍ​ລິ​ຫານ​ຂັ້ນ​ສູງ (CEO).
ສິ່ງທ້າທາຍທີ່ບໍ່ອາດຜ່ານຜ່າຢ່າງງ່າຍດາຍສຳລັບຄະນະການນຳໃຫມ່ຂອງ  ອາບການິສະຖານ - ảnh 1
ທ່ານ Ashraf Ghani, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃຫມ່​ຂອງ​ ອາບ​ກາ​ນິ​ສະ​ຖານ
(ພາບ: Reuters)

ຄວາມ​ຂັດ​ແຍ້ງ​ພາຍ​ໃນ​ເປັນ​ສິ່ງ​ກີດ​ຂວາງບໍ່​ແມ່ນ​ນ້ອຍ

    ຫາງ​ສຽງ​ພາຍ​ໃນ ແລະ ນອກ ອາບ​ກາ​ນິ​ສະ​ຖານ ປາດ​ຖະ​ຫ​ນາ​ວ່າ ການ​ນຳ​ໃຫ​ມ່​ສອງ​ທ່ານ ຈະ​ ​ສ້າງ​ລັດ​ຖະ​ບານປ່ອງດ​ອ່ງ​ໄກ່​ເກ່ຍ​ຊາດ ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ ແຕ່​ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ອາບ​ກາ​ນິ​ສະ​ຖານ ສືບ​ຕໍ່​ປະ​ເຊີນ​ຫ​ນ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫ​ຍ່ ແມ່ນ​ສິ່ງ​ທີ່​ເຫັ​ນ​ໄດ້​ງ່າຍ. ການ​ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດ​ລະ​ຫວ່າງ​ສອງ​ຝ່າຍ​ເປັນ​ປໍ​ລະ​ປັກບໍ່​ແມ່ນ​ເລື່ອງ​ງ່າຍ. ທ່ານ Abdullah ໄດ້​ຮັບ​ການ​ສະ​ຫ​ນັບ​ສະ​ຫ​ນູນ​ຈາກ​ຊ​າວ Tajiks, ຊື່ງ​ແມ່ນ​ກຸ່ມ​​ເຜົ່າ​ພັນ​ໃຫ​ຍ່​ອັນ​ດັບ​ສອງ​ຢູ່ ອາບ​ກາ​ນິ​ສະ​ຖານ ແລະ ຫລາຍ​ກຸ່ມ​​ເຜົ່າ​ພັນ​ອື່ນ​ຢູ່​ທິດ​ເຫ​ນືອ​ຂອງ​ປະ​ເທດນີ້. ໃນ​ຂະ​ນະ​ທີ່ ທ່ານ Ghani ໄດ້​ຮັບ​ການ​ສະ​ຫ​ນັບ​ສະ​ຫ​ນູນ​ຈາກ ຊາວ Pashtun ທາງ​ທິດ​ຕາ​ເວັນ​ອອກ ແລະ ທິດ​ໃຕ້ອາບ​ກາ​ນິ​ສະ​ຖານ. ສະ​ນັ້ນ, ອາ​ດ​ຈະ​ຄົງ​ຕົວ​ສອງ​ກຳ​ລັງ​ກຳ​ອຳ​ນາດ​ໃນ​ລັດ​ຖະ​ບານ ແລະ ຍາກ​ທີ່​ສາ​ມາດ​ຮ່ວມ​ມື​ນຳ​ກັນ​ໄດ້.  

     ຍິ່ງກວ່ານັ້ນ, ຄວາມ​ຈິງ ເລື່ອງ​ທ່ານ Ashraf Ghani ແລະ​ທ່ານ Abdullah ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແບ່ງ​ປັນ​ສິດ​ອຳ​ນາດ ນັ້ນ​ແມ່ນ​ຍ້ອນ​ກຳ​ລັງ​ດັນ​ຈາກ ສ​ປ​ຊ ແລະ ປະ​ຊາ​ຄົມ​ໂລກ ຫາກບໍ່​ແມ່ນ​ຄວາມ​ຫວັງ​ສ່ວນ​ຕົວ ແລະ ສິດ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ຝ່າຍ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດ. ສະ​ນັ້ນ ນັກ​ສັງ​ເກດ​ການ​ຫລາຍ​ທ່ານ​ຖື​ວ່າ: ຂໍ້​ຕົກ​ລົງ​ແບ່ງ​ປັນ​ສິດ​ອຳ​ນາດ​ຢູ່ ອາບ​ກາ​ນິ​ສະ​ຖານ ພຽງ​​ເຮັດ​ໃຫ້​ປະ​ເທດນີ້​ຫລຸດ​ພົ້ນ​ອອກ​ຈາກວິ​ກິດ​ການ​ການ​ເມືອງ​ທີ່​ແກ່​ຍາວ​ໃນ​ຫລາຍ​ເດືອ​ນ​ຜ່ານມາໃນ​ໄລ​ຍະ​ຊົ່ວ​ຄາວ​ເທົ່າ​ນັ້ນ ເພາະ ບັນ​ດາ​ຄວາມ​ຂັດ​ແຍ້ງ​ຢ່າງ​ເລິກ​ເຊິ່ງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຜ່ານ​ມາ ຈະ​ເຮັດ​ໃຫ້ ອາບ​ກາ​ນິ​ສະ​ຖານ ຍາກ​ທີ່​ສາ​ມາດ​ສ້າງ​ຕັ້ງ​ສຳ​ພັນ​ທະ​ມິ​ກຳ​ອຳ​ນາດ​ເຄື່ອນ​ໄຫວ​ຢ່າງມ​ີ​ປະ​ສິດ​ທິ​ຜົນ​ແທ້​ຈິງ​ໄດ້.

ຮັບ​ປະ​ກັນ​ຄວາມ​ສະ​ຫງົ​ບ​ປອດ​ໄພ, ຟື້ນ​​ຟູພື້ນ​ຖານເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ

ນອກ​ຈາກ​ເລື່ອງ​​ເຮັດ​ໃຫ້​ສະ​ພາບ​ພາຍ​ໃນ​ມີສະ​ຖຽນ​ລະ​ພາບ​ແລ້ວ, ອາດ​ຈະ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ ຄະ​ນະ​ການ​ນຳ​ໃຫມ່​ຂອງ ອາບ​ກາ​ນິ​ສະ​ຖານ ຕ້ອງ​ປະ​ເຊີນ​ຫ​ນ້າ​ກັບບັບ​ຫ​າ​ຄວາມ​ສະ​ຫງົບ​ປອດ​ໄພ, ການ​ຟື້ນ​​ຟູ​ພື້ນ​ຖານ​ເສດ​ຖະ​ກິດ. ກ່ອນ​ທີ່​ດຳ​ເນີນ​ພິ​ທີ​ສາ​ບານ​ຕົວ​ດຳ​ລົງຕຳ​ແຫ​ນ່ງ, ​ໄດ້​ເກີດມີ​ເຫດ​ການ​ລະ​ເບີດສະ​ຫລະ​ຊີບ​​​ບຸກ​ໂຈມ​ຕີ​ປ້ອມກວດ​ກາ​ຂອງ​ຕຳ​ຫລວດ​ທີ່​ມໍ່​ກັບ​ສະ​ຫ​ນາມ​ບິນ ​ຢູ່ນະ​ຄອນ​ຫລວງ Kabul ​ເຮັດ​ໃຫ້​ຫລາຍ​ຄົນ​ຖືກ​ເສຍ​ຊີ​ວິດ. ໃນ​ສື່ນ​ອອນ​ໄລ​ສັງ​ຄົມ Twitter, ພວ​ກ ຕາ​ລີ​ບານ ໄດ້​ຍອມ​ຮັບ​ວ່າ​ໄດ້ດຳ​ເນີນ​ເຫດ​ການ​ດັ່ງ​ກ່າວ. ສິ່ງນັ້ນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ສົງ​ຄາມ​ຕ້ານ​ກຳ​ລັງ​ນີ້ ແນ່ນອນ​ວ່າ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ບັນ​ຫາ​ໃຫ​ຍ່ ຊື່ງ​ລັດ​ຖະ​ບານ​ໃຫມ່​ຕ້ອງ​ຮັບ​ມື. ສິ່ງນີ້​ກ​ໍ​ແມ່ນ​ພະ​ຍານ​ຫລັກ​ຖານ​ຢືນ​ຢັນ ສົງ​ຄາມ​ຕ້ານ ຕາ​ລີ​ບານ ໃນ​ໄລ​ຍະ​ກວ່າ 10 ປີ​ຜ່ານ​ມາ ບໍ່​ບັນ​ລຸ​ໝາກ​ຜົນ​ຄືດັ່ງ​ຄວາມຫ​ວັງ ແລະ ບັນ​ຫາ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ, ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ ຍັງ​ສືບ​ຕໍ່​ແມ່ນ​ບັນ​ຫາ​ປະ​ຈຳ ຊື່ງ​ຄະ​ນະ​ການ​ນຳ​ໃຫມ່​ຂອງ​ອາບ​ກາ​ນິ​ສະ​ຖານ​ ຕ້ອງ​ແກ້​ໄຂ.

ຜູ້​ຄົນ​ທັງ​ຫລາຍບໍ່​ປະ​ຫລາດໃຈ ເມື່ອ​ບົດ​ກ່າວ​ປາ​ໄສ​ພາຍ​ຫລັງ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແຫ​ນ່ງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ກາ​ນິ​ສະ​ຖານ​ ຄົນ​ໃຫມ່ ໄດ້​ຮຽກ​ຮ້ອງ​ບັນ​ດາ​ພວກ​ລຸກ​ຮື​ຂຶ້ນ ຕາ​ລີ​ບານ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ພາຍ​ຫລັງ​ສົງ​ຄາມ​ກາງ​ເມືອງ​ແກ່​ຍາວ​ໃນ​ໄລ​ຍະ 13 ປີ​ຜ່ານ​ມາ. ນອກນັ້ນ ທ່ານ Ghani ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສອງ​ຝ່າຍ (BSA) ກັບ​ອາ​ເມ​ລິ​ກາ​ເມື່ອ​ວັນ​ທີ 30/09 , ຊື່ງ​ແມ່ນ​ສົນ​ທິ​ສັນ​ຍາ ​ທີ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Hamid Karzai ໄດ້​ປະ​ຕິ​ເສດ​ລົງ​ນາມ​ຂະ​ນະ​ພວມ​ດຳ​ລົງ​ຕຳ​ແຫ​ນ່ງ. ສົນ​ທິ​ສັນ​ຍານີ້ ອະ​ນຸ​ຍາດ​ໃຫ້ ພົນ​ທະ​ຫານ 10.000 ຄົນ​ຂຶ້ນ​ກັບ​​ກຳ​ລັງ​ທະ​ຫ​ານ​ປະ​ສົມ​ໂດຍ ອາ​ເມ​ລິ​ກາ ນຳ​ຫ​ນ້າ ​ປະ​ຈຳ​ການ​ຢູ່ ອາບ​ກາ​ນິ​ສະ​ຖານ ເພື່ອ​ຝືກ​ອົມ​ຮົມ​ກຳ​ລັງ​ທະ​ຫານ ແລະ ຕຳ​ຫລວດ​ໃຫມ່​ຂອງ​ປະ​ເທດນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເລື່ອງ​ລົງ​ນາມ​ໃນ​ສົນ​ທີ​ສັນ​ຍາ​ສະ​ບັບ​ດັ່ງ​ກ່າວ​ປຽບ​ເໝືອ​ມິດ 2  ຄົມເມື່ອ​ຕາ​ລີ​ບານ​ຢື​ນ​ຢັນ ຈະ​ເດັດ​ດ່ຽ​ວ​ຕ້ານ​ຄືນ​​ເລື່ອງປະ​ຈຳ​ການຂອງບໍ່​ວ່າ​ທະ​ຫານ​ອາ​ເມ​ລິ​ກາ ຄົນ​ໃດ​ຢູ່​ເຂດ​ດິນ​ແດນ​ປະ​ເທດນີ້ ພາ​ຍ​ຫລັງ​ປີ 2014. ນອກ​ຈາກ​ສົນ​ທິ​ສັນ​ຍາ​ສະ​ບັບ​ດັ່ງ​ກ່າວ​ແລ້ວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ashraf Ghani ຄາດ​ວ່າ ຈະ​ລົງ​ນາມ​ໃນ​ສັນ​ຍາ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ຂອງ​ກຳ​ລັງ​ນາ​ໂຕ, ຕາມນັ້ນ​ແລ້ວ ອະ​ນຸ​ຍາດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ນາ​ໂຕ ສືບ​ຕໍ່​​ຮັກ​ສາ​​ພົນ​ທະ​ຫານປະ​ມານ 2000 ຄົນປະ​ຈຳ​​ການຢູ່​ປະ​ເທດນີ້.

ໃນ​ຂະ​ນະ​ນັ້ນ, ​​ຍ້ອນ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ການ, ການ​ໃຊ້​ຄວາມ​ຮຸ​ນ​ແຮງ ແລະ ຂາດ​​ບັນ​ດາການ​ປະ​ຕິ​ຮູບ​ທີ່​ຈຳ​ເປັນ​ພວມແມ່ນ​​ໄພນາບ​ຂູ່​ແງ່​ຫວັງ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ອາບ​ກາ​ນິ​ສະ​ຖານ. ຕາມ​ບົດ​ລາຍ​ງານ​ຂອງກອງ​ທຶນ​ເງິນ​ຕາ​ສາ​ກົນ  (IMF) ແລ້ວ,  GDP ຂອງ​ປະ​ເທດນີ້ ຄາດ​ວ່າ ຫລຸດ​ລົງ​​ຈາກ 3,6% ໃນ​ປີ 2013 ​ລົງ​ເຫລືອ​ພຽງ 3,2% ​ໃນ​ປີ 2014. ປະທາ​ນາ​ທິ​ບໍ​ດີ​ ຄົນ​ໃຫມ່ ອາບ​ກາ​ນິ​ສະ​ຖານ ອາດ​ຈະ​ປະ​ເຊີນ​ຫ​ນ້າ​ກັບ​ວິ​ກິດ​ການ​ງົບ​ປະ​ມານ, ເຮັດ​ໃຫ້​ການ​ເບິກ​ຈ່າຍ​ເງິນ​ເດືອນ​ຂອງ​ລັດ​ຖະ​ກອນ​ໃນ ເດືອນ 10 ຖືກ​ໂຈະ​ໄວ້ ຍ້ອ​ນ​ງົບ​ປະ​ມານ​ປະ​ຈຸ​ບັນ​ບໍ່​ພໍຈຳ​ນວນ​ 116 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໂດຍ​ຈຳ​ເປັນ.

ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ບັນ​ດາ​ສິ່ງ​ທ້າ​ທາຍ​ພວມ​ລໍ​​ຄອຍ​ຄະ​ນະ​ການ​ນຳ​ໃຫມ່​ຢູ່ ອາບ​ກາ​ນິ​ສະ​ຖານ ບໍ່​ແມ່ນ​​ນ້ອຍ ແລະ ການ​ຜ່ານ​ຜ່າ​ກໍ​ບໍ່​ແມ່​ນ​ເລື່ອງ​ງ່າຍ. ບໍ່​ຮູ້​ຈັກ​ວ່າ ເຂົາ​ເຈົ້າ​ຈະ​ສຳ​ເລັດ​ຜົນໃນ​ການ​ເຮັດ​ໃຫ້​ສະ​ພາບ​ການ​ເມືອງ​ມີ​ສະ​ຖຽນ​ລະ​ພາບ ແລະ ຟື້ນ​​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ອາບ​ກາ​ນິ​ສະ​ຖານ ຄື​ດັ່ງ​ຄວາມ​ຫວັງ​ຂອງ​ສ​ປ​ຊ ​ໄດ້ຫລືບໍ່ ນັ້ນຍັງ​ແມ່ນ​ຄຳ​ຖາມ​ຖືກ​ຕັ້ງ​ຂຶ້ນ​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ