ສິ່ງທ້າທາຍໃນການສູ້ຮົບຕ້ານກໍ່ການຮ້າຍ


(vovworkd) - ໜຶ່ງ​ໃນ​ບັນດາ​ການ​ຜັນ​ແປ​ທີ່​ກະທົບ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ໂລກ​ປີ 2014, ​ແມ່ນ​ການ​ປະກົດ​ຕົວ​ຂອງ​ລັດ​ອິດສະ​ລາມ (IS). ພາຍ​ໃນ​ເວລາ​ພຽງ​ສັ້ນໆ​ເທົ່າ​ນັ້ນ, IS ​ໄດ້​ສະ​ແດງ​ໃຫ້​ເຫັນ​ທາດ​ແທ້​ຫົວ​ຮຸນ​ແຮງ, ​ໂຫດຮ້າຍ ​ແລະ ຕ້ານ​ຄືນ​ທຸກ​ປະ​ເທດ​ຢ່າງ​ເປີດ​​ແປນ. ​ເຖິງ​ວ່າ​ພັນທະ​ມິດສາ​ກົນ ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ຮັບ​ມື​ກັບ​ອົງການ​ນີ້, ​ແຕ່​ບັ້ນ​ຮົບ​ຕ້ານ IS​ ຍັງປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ປີ 2015 ​ແລະ ​ໃນ​ຊຸມ​ປີ​ຕໍ​ໄປຢູ່.

ສິ່ງທ້າທາຍໃນການສູ້ຮົບຕ້ານກໍ່ການຮ້າຍ - ảnh 1

ຄວາມໂຫດຮ້າຍສາມານຂອງ IS

        IS ​ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ເດືອນ 4/2014. ​ໂດຍ​ຕ່າງຫາກ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ​ຢູ່​ຊີຣີ, ​ເປົ້າ​ໝາຍ​ເຊິ່ງ IS ມຸ່ງ​ໄປ​ເຖິງ​, ນັ້ນ​ແມ່ນສ້າງ​ຕັ້ງ​ລາຊະ​ອານາຈັກ​ອິດສະ​ລາມ, ​ເຊິ່ງລວມມີ​ບັນດາ​ເຂດ​ຈາກຜືນ​ແຜ່ນດິນ​ຂອງ​ຊີຣີ​ ເຖິງ​ອີຣັກ. ​ຍ້ອນ​ຮູ້​ນຳ​ໃຊ້​ຍຸດ​ທະ​ສາດ, ຍຸດ​ໂທ​ບາຍ​ຢ່າງຄ່ອງ​ແຄ້ວ ​ແລະ ມີ​ແຫຼ່ງການ​ເງິນ​ຢ່າງ​ຫຼວງຫຼາຍ ​ IS ​ໄດ້ກາຍ​ເປັນ​ປັດ​ໃຈ​ທ້າ​ທາຍ​ເຖິງ​ພູມ​ສາດ​ການ​ເມືອງ​ ແລະ ກໍ່​ຄວາມ​ຢ້ານ​ກົວ​​ໃຫ້ທົ່ວ​ໂລກ.

        ປຸກລະດົມ​ສົງຄາມສາສະໜາ​ໃນ​ທົ່ວ​ໂລກ

        ອາດ​ຢືນຢັນ​ໄດ້​ວ່າ, ​ໃນ​ເວລາ​ພຽງ​ສັ້ນໆ​ເທົ່າ​ນັ້ນ, IS ​ໄດ້​ສະ​ແດງ​ໃຫ້​ເຫັນ​ທາດ​ແທ້​ຫົວ​ຮຸນ​ແຮງ, ​ໂຫດຮ້າຍ ​ແລະ ຕ້ານ​ຄືນ​ທຸກ​ປະ​ເທດ​ຢ່າງ​​ເປີດ​ແປນ. ຈາກ​ຈຳນວນ​ພົນທະຫານ​ໃນ​ເບື້ອງ​ຕົ້ນ​ແມ່ນ​ປະມານ 10.000 – 30.000 ຄົນ, ມາ​ຮອດ​ປະຈຸ​ບັນ, ອົງການ​ນີ້​ໄດ້​ມີ​ພົນທະຫານປະມານ 200.000 ຄົນ. ສິ່ງ​​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ​ ​ໃນ​ຈຳນວນ​ດັ່ງ​ກ່າວ, ພົນທະຫານ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ​ກວມ​ເຖິງ 10%. ກຳລັງ​ນີ້​ສາມາດ​ປະຕິບັດ​ໜ້າ​ທີ່​ບຸກ​ໂຈມ​ຕີ​ຢູ່​ບໍ່​ວ່າ​​ແຫ່ງ​ໃດ. ບໍ່​ພຽງ​ແຕ່​ຍູ້​ແຮງ​ການ​ບຸກຕີ​ຢືດ​ເອົາ​ຜືນ​ແຜ່ນດິນ​ຕ່າງໆ​ຢູ່​ຕາ​ເວັນ​ອອກ​ກາງ​ເທົ່າ​ນັ້ນ, IS ຍັງ​ສ້າງ​ຄວາມ​​ວິຕົກ​ກັງວົນ​ໃຫ້ທົ່ວ​ໂລກ ​ເມື່ອ​ດຳ​ເນີນການ​ປະຫານ​ຊີວິດ​ບັນດາ​ຕົວ​ປະກັນ​ຢ່າງ​ໂຫດຮ້າຍ​ສາມານ​ອີກ​ດ້ວຍ.

        ພ້ອມ​ກັບ​ການ​ກໍ່​ການ​ຮ້າຍ​ທາງ​ຈິດ​ໃຈ ດ້ວຍ​ການ​ໂຄສະນາ​ຂ່າວກ່ຽວ​ກັບ​ໂທດ​ກທີ່ຳ​ໂຫດຮ້າຍ​ສາມານ​ຂອງ​ຕົນ, ກຸ່ມ IS ຍັງ​​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ບັນດາ​ອົງການ​ອິດສະ​ລາມ​ຫົວ​ຮຸນ​ແຮງ​ອື່ນໆ ​ແລະ ການ​ເຄື່ອນ​ໄຫວ​ຕ່າງໆຂອງ al – Qaeda ​ເພື່ອ “ປຸກລະດົມ​ສົງຄາມ​ສາສະໜາ​ໃນ​ທົ່ວ​ໂລກ“ອີກ​ດ້ວຍ.

        ຄວາມ​ມານະ​ພະຍາຍາມ​ເບື້ອງ​ຕົ້ນ​ໃນ​ການ​ສູ້​ຮົບ​ຕ້ານ​ກໍ່​ການ​ຮ້າຍ

        ຕໍ່ໜ້າ​ການ​ພັດທະນາ​ຂອງ​ກຳລັງ IS ​ແລະ ການ​ກະທຳ​ທີ່​ໂຫດຮ້າຍ​ສາມານ​ເຊິ່ງອົງການ​ນີ້​ໄດ້​ກໍ່​ຂຶ້ນ, ປະຊາ​ຄົມ​ສາກົນ ​ໄດ້​ມີ​ການ​ກະທຳ​ທີ່​ຕັງ​ໜ້າ​ໃນ​ການ​ຕ້ານ IS. ​ເດືອນ 8/2014, ພັນທະ​ມິດສາ​ກົນ​ຕ້ານ IS ​ໂດຍ​ອາ​ເມ​ລິ​ກາ​ນຳໜ້າ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 40 ກວ່າ​ປະ​ເທດ, ​ໃນ​ນັ້ນ​ມີ 20 ປະ​ເທດ​ໄດ້​ມີ​ການ​ກະທຳ​ຕົວ​ຈິງ​ຢູ່​ອີ​ຣັກ ​ແລະ ຊີຣີ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຂອງ IS, ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອາ​ເມ​ລິ​ກາ ​ແລະ ພັນທະ​ມິດ​ໄດ້​ສະກັດ​ກັ້ນ​ການ​ບຸກ​ໂຈມ​ຕີ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ IS. ນັບ​ແຕ່​ເດືອນ 8/2014, IS ບໍ່​ສາມາດ​ຢືດ​ເອົາ​ບັນດາ​ຕົວ​ເມືອງ​ຂອງ​ອີ​ຣັກ​ ຕື່ມອີກ, ຫາກ​ກົງກັນຂ້າມ​ຍັງ​ຖືກ​ຍູ້​ໃຫ້​ຖອຍ​ອອກ​ຈາກ​ຫຼາຍ​ເຂດ​ຢູ່​ພາກ​ເໜືອ. ສ່ວນ​ຢູ່​ຊີຣີ, ມີ​ພື້ນຖານ​ໂຄງ​ລ່າງ​ຫຼາຍ​ແຫ່ງ​ຂອງ IS ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ. ປະຈຸ​ບັນ, ປະຊາ​ຄົມ​ສາກົນ​ພວມ​ປິດ​ລ້ອມ, ​ແລະ ກີດຂວາງ​ແຫຼ່ງສະໜອງ​ດ້ານ​ການ​ເງິນ, ອາວຸດ ​ແລະ ຊັບພະຍາກອນ​ມະນຸດ​ໃຫ້​ແກ່ IS ຢ່າງ​ຂ້ຽວຂາດ.

        ຍາກ​ທີ່ “ຈະ​ຍຸບ​ເລີກ IS​ ຢ່າງ​ເຖິງ​ຖອງ​ໄດ້“

        ​ເຖິງ​ວ່າ, ພັນທະ​ມິດ​ສາກົນໂດຍອາ​ເມ​ລິ​ກາ ນຳ​ໜ້າ​​, ສາມາດເຕົ້າ​ໂຮມ 60 ປະ​ເທດ​ເຂົ້າ​ຮ່ວມ​ການຕໍ່ຕ້ານ ຕ້ານ IS ​​ໄດ້ແລ້ວ​ກໍ່ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ບັນດາ​ບັ້ນ​ຮົບ​ຕ້ານ IS ບໍ່​ທັນ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໄດ້​ຢ່າງ​ແທ້​ຈິງ. ​ເລື່ອງ​ພັນທະ​ມິດ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ໃສ່ IS ນັ້ນ​ພຽງ​ແຕ່​ດັບ​ສູນ​ບາງ​​ເປົ້າ​ໝາຍ​ຂອງ IS ​ແລະ ຍູ້​ການ​ບຸກ​ໂຈມ​ຕີ​ຂອງ ກຳລັງ​ນີ້ໃຫ້​ຖອຍ​ໄປ​ໄດ້ສ່ວນ​ໃດ​ສ່ວນ​ໜຶ່ງ​ເທົ່າ​ນັ້ນ. ຄວາມ​ຈິງ​​ຍາດ​ທີ່​ຈະອະທິບາຍ​ໄດ້, ​ນັ້ນ​ແມ່ນ​ເຖິງ​ວ່າ​ຮູບ​ການ​ເຄື່ອນ​ໄຫວ​ຂອງ​ IS​ ​ແມ່ນໂຫດຮ້າຍ​ສາມານ ​ແລະ ຫົວ​ຮຸນ​ແຮງ​ຄື​ແນວ​ນີ້, ​ແຕ່​ພັດ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຈາກ​ອົງການ ​ແລະ ສ່ວນ​ບຸກຄົນ​ຫົວ​ຮຸນ​ແຮງ​ໃນ​ໂລກ, ສ້າງ​ໄພ​ຂົ່ມຂູ່​ໃຫ້​ແກ່​ລັດຖະບານ​ປະ​ເທດ​ຕ່າງໆ​ຢູ່​ໃນ​ໂລກ.

        ສິ່ງ​ທີ່​ເຮັດ​ໃຫ້​ບັ້ນ​ຮົບ​ຕ້ານ IS ບໍ່​ທັນບັນລຸ​ຜົນງານ​ສຸດ​ທ້າຍ​ໄດ້ ແມ່ນຍ້ອນວ່າ, ບັນດາ​ຝ່າຍ​ຍັງ​ຊອກ​ຫາ​ທຸກ​ວິທີ​ເພື່ອ​ບໍ່​ໃຫ້ “ຄູ່ຮ່ວມ​ມື“ ຂອງ​ຕົນ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາ​ກການ​ປະລາ​ໄຊ​ຂອງ IS. ມາ​ຮອດ​ປະຈຸ​ບັນ, ຊີຣີ, ອີຣານ, ​ເຊິ່ງ​ແມ່ນ​ສອງ​ປະ​ເທດທີ່​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​​ບໍ່​ທັນ​ເຂົ້າ​ຮ່ວມ​ພັນທະ​ມິດສາ​ກົນ​ເທື່ອ, ສ່ວນ​ລັດ​ເຊຍ ​ກໍ່​ບໍ່​ຢາກ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ​ ໃນ​ບັ້ນ​ຮົບ​ນີ້. ບັນດາ​ການ​ຜັນ​​ແປ​​ໃນ​ປະຈຸ​ບັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ລັດທິ​ກໍ່​ການ​ຮ້າຍ​ຍັງ​ຄົງ​ສ້າງ​ຄວາມ​ວິຕົກ​ກັງວົນ​ຢູ່, ​ຖ້າ​ຫາກພັນທະ​ມິດສາ​ກົນ​ບໍ່ “ຮ່ວມ​ແຮງ​ຮ່ວມ​ໃຈ“ ຢ່າງ​ແທ້​ຈິງ,  ​ແລະບໍ່​ຄິດ​ໄລ່​ເຖິງຜົນ​ປະ​ໂຫຍ​ດສະ​ເພາະ​ຂອງ​ຕົນ ​ເພື່ອ​ຮ່ວມ​ມື​ດັບ​ສູນ​ສັດຕູ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ