ສິ່ງທ້າທາຍໃນຂະບວນວິວັດປະຕິຮູບ ສະຫະປະຊາຊາດ


     

ສິ່ງທ້າທາຍໃນຂະບວນວິວັດປະຕິຮູບ ສະຫະປະຊາຊາດ - ảnh 1
ເສັ້ນທາງ​ ປະຕິ​ຮູບສະຫະປະຊາຊາດຍັງ​ຍາວ​ໄກ​ຢູ່

ສະຫະປະຊາຊາດຊຶ່ງແມ່ນອົງການສາກົນໃຫຍ່ກ່ວາໝູ່ໃນໂລກ ໄດ້ຮັບການ ສ້າງຕັ້ງຂຶ້ນເມື່ອວັນທີ 24/10/1945 ດ້ວຍທິດນຳສະກັດກັ້ນສົງຄາມ ແລະ ການປະທະກັນ, ຮັກສາສັນຕິພາບ ແລະ ຄວາມ ສະຫງົບ ໃນໂລກ. ຜ່ານ 68 ປີທີ່ຜ່ານມາ, ຈາກອົງການສາກົນໜຶ່ງທີ່ມີຜົນສະທ້ອນ ຢ່າງເລິກເຊິ່ງ ກ້ວາງຂວາງ ໃນຊີວິດສາກົນ, ຕໍ່ໜ້າການຜັນປ່ຽນຢ່າງວ່ອງໄວ ແລະ ສັບສົນໃນໂລກໄລຍະ ມໍ່ມານີ້. ສະຫະປະຊາຊາດພວມຕ້ອງປະເຊີນໜ້າກັບຫຼາຍບັນຫາຫຍຸ້ງຍາກ ແລະມີໄພຖືກ ຍູ້ອອກຈາກ ເວທີ່ການເມືອງຂອງໂລກ. ເພາະສະນັ້ນ, ການຊອກຫາ ບັນດາມາດຕະການເພື່ອປະຕິຮູບລະບົບ ໃຫ້ສອດຄ່ອງກັບສະພາບການໃໝ່ ແມ່ນຄວາມຕ້ອງການໂດຍຈຳເປັນຂອງອົງການນີ້ໃນປະຈຸບັນ.   

ສິ່ງທ້າທາຍໃນຂະບວນວິວັດປະຕິຮູບ ສະຫະປະຊາຊາດ - ảnh 2
ສຳນັກງານອົງການສະຫະປະຊາຊາດ ທີ່ນິວຢອກ-ສະຫະລັດອາເມລິກາ
(ພາບ : AP)

ບັນດາບັນຫາເກີດຂຶ້ນຈາກພຶດຕິກຳຕົວຈິງ

 ບໍ່ອາດປະຕິເສດເລື່ອງທີ່ວ່າ ນັບແຕ່ເວລາໄດ້ຮັບການສ້າງຕັ້ງ, ສະຫະປະຊາ ຊາດມີບົດບາດສຳຄັນ ໃນການ ຮັກສາສັນຕິພາບ ແລະ ຄວາມສະຫງົບໃນໂລກ.      ຕາມການສະຖີຕິ ໃນ 68 ປີທີ່ຜ່ານມາ, ການປະກອບສ່ວນຢ່າງໃຫຍ່ຫຼວງກ່ວາໝູ່ ແມ່ນໄດ້ ປະກອບສ່ວນສະກັ້ນກັ້ນການເກີດສົງຄາມໂລກ ຄັ້ງໃໝ່. ສະຫະປະຊາ ຊາດ​ໄດ້​ສວມ​ບົດບາດ​ຫຼຸດຜ່ອນ 80% ຈຳນວນ​ກໍລະນີ​ປະ​ທະ​ກັນ​ໂດຍ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ນອງ​ເລືອດ, 80% ຈຳນວນກໍລະນີ​ດັບ​ສູນ​ເຊື້ອ​ຊາດ ​ແລະ ລົງ​ໂທດ​ດ້ານການ​ເມືອງ, ຊຸກຍູ້​ວິວັດ​ການ​ຫັນ​ເປັນປອດ​ລ່າ​ເມືອງ​ຂຶ້ນ, ປະກອບສ່ວນ​ນຳ​ບັນດາ​ເຂດ​ແຄ້ວ​ນ​ໂດ​ຍບໍ່​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ​ກາຍ​ເປັນ​ບັນດາ​ປະ​ເທດ​ເອກະລາດ.

    ​​ແຕ່​ໃນ​ສະພາບ​ການ​ຫັນ​ເປັນ​ໂລກາ​ພິວັດພວມ​​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດ້ານ​ກົດໝາຍ​ສາກົນ​ຂາດ​ຄວາມ​ກ້ຳ​ເກິ່ງ​ຍ້ອນ​ຜົນ​ສະທ້ອນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ແລະ ຄວາມ​ສຳນຶກ​ກ່ຽວ​ກັບ​ອະທິປະ​ໄຕ​ແຫ່​ງຊາດຂອງ​ບັນດາ​ປະ​ເທດ​ປ່ຽນ​ແປງ, ການ​ເຄື່​ອນ​ໄຫວ​ຂອງ ສະຫະປະຊາຊາດ ພວມ​ບໍ່​ສາມາດ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ນັ້ນ​ຢ່າງ​ທັນ​ການ. ບັນດາ​ການ​ປະ​ທະ​ກັນ​ຍັງ​ຄົງ​ເກີດ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນດາ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ, ການ​ນຳ​ໃຊ້​ອາວຸດ​ເຄມີ ຫຼື​ການ​ທົດ​ລອງ​ອາວຸດ​ນິວ​ເຄຼຍ... ຍັງຄົງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ພາກ​ພື້ນ ​ແລະ ​ໃນ​ໂລກ ​ແຕ່​ຍັງ​ບໍ່​ທັນ​ມີ​ມາດ​ຕະການ​ໃດໆ​ທີ່​ສາມາດ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ໄດ້. ຄຽງ​ຄູ່​ກັນ​ນັ້ນ, ອິດ​ທິພົນ​ຊື່​ສຽງ​ກໍ​ຄື​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ສະຫະປະຊາຊາດ ກໍ​ພວມ​ໄດ້​ຮັບ​ຜົນ​ສະທ້ອນ​ຢ່າງ​ໜັກ ຍ້ອນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ຊ່ວຍ​ເຫຼືອ​ມະນຸດ​ສະທຳ​ທີ່​ຊັກ​ຊ້າ, ບໍ່​ບັນລຸ​ປະສິດທິ​ຜົນ, ກຳລັງ​ຮັກສາ​ສັນຕິພາບ ຍັງ​ບໍ່​ທັນສາມາດ​ເຄື່ອນ​ໄຫວຕາມ​ຄວາມຫວັງ​ໄດ້​ເທື່ອ.

   ຄວາມ​ຈິງ​ເມື່ອ​ມໍ່​ມາ​ນີ້, ອາຣາ​ເບຍ​ຊາ​ອຸ​ດິ ​ໄດ້​ປະຕິ​ເສດ​ເລື່ອງການ​ເປັນ​ສະມາຊິກ​ບໍ່​ປະຈຳ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະປະຊາຊາດ ຍ້ອນ​ວ່າ​ປະ​ເທດ​ນີ້​ບໍ່ພໍ​ໃຈ​ຕໍ່​ຄວາມ​ສູນ​ເສຍ​ຄວາມ​ສາມາດ​ຂອງ ສະຫະປະຊາຊາດ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ຊີຣີ. ຕາມ​ແຈ້ງ​ການ​ຈາກ​ອຳນາດ​ການ​ປົກຄອງ Ryad, ນັບ​ຕັ້ງ​ແຕ່​ຊີຣີ​ເກີດ​ວິ​ກິດ​ການ​ເມື​່ອເດືອນ 3/2011, ຈົນ​ຮອດ​ວັນ​ທີ 27/9/2013, ຍ້ອນ​ປະ​ສັບ​ກັບ​ການ​ຄັດຄ້ານ​ຢ່າງ​ຕໍ່​​ເນື່ອງ​ຂອງ 2 ປະ​ເທດສະມາຊິກ​ປະຈຳ ສະພາ​ຄວາມ​ໝັ້ນຄົງ ສະຫະປະຊາຊາດ ຄື ລັດ​ເຊຍ ​ແລະ ຈິນ, ສະຫະປະຊາຊາດ ຈຶ່ງສາມາດ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ມະຕິ​ສະບັບ​ທຳ​ອິດ ​ເພື່ອ​ທວງ​ໃຫ້ Damascus ລົບ​ລ້າງ​ອາວຸດ​ເຄມີ.

ປະຕິຮູບເພື່ອຜົນປະໂຫຍດລວມ

     ຫວນ​ຄືນ​​ໄລຍະປະຫວັດສາດ 68 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ, ບໍ່​ແມ່ນ​ວ່າ ສະຫະປະຊາຊາດ ບໍ່​ເຄີຍ​ດຳ​ເນີນ​ການ​ປະຕິ​ຮູບ​ມາ​ແລ້ວ, ​ແຕ່​​ໃນ​ຕົວຈິງ, ສະຫະປະຊາຊາດ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ເປັນ 3 ຄັ້ງ​ແລ້ວ. ນັບ​ແຕ່​ຕົ້ນ​ຊຸມ​ປີ 1990, ສະຫະປະຊາຊາດ​ໄດ້​ວາງ​ອອກ​ໜ້າທີ່ປະຕິ​ຮູບ ສະຫະປະຊາຊາດ ດ້ວຍ 3 ໝວດ​ບັນຫາ​ຕົ້ນ​ຕໍ່​ຄື ບັນຫາ​ພັດທະນາ ​ແລະ ປະຕິບັດ​ບັນດາເປົ້າ​ໝາຍສະ​ຫັດ​ສະ​ວັດ; ການ​ປະຕິ​ຮູບກົງຈັກ ສະຫະປະຊາຊາດ ​ແລະ ປະຕິ​ຮູບ​ຄະນະ​ເລຂາທິການ ​ແລະ ​ແບບ​ວິທີ​ການ​ເຄື່ອນ​ໄຫວ. ​ແຕ່​ໃນ​ກ່ວາ 20 ປີ ທີ່​ຜ່ານ​ມາ, ບັນດາ​ວຽກ​ງານ​ທີ່​ເຮັດ​ໄດ້​ແມ່ນ​ບໍ່​ເທົ່າ​ໃດ. ບັນດາ​ປັດ​ໄຈ​ດ້ານ​ກົດໝາຍ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ໄດ້ ​ແລະ ພວມ​ກິດ​ຂວາງ​ວິວັດ​ການ ປະຕິ​ຮູບນີ້. ທີ 1, ນັ້ນ​ແມ່ນ​ບັນດາ​ການ​ຜູກ​ຮັດ​ຍ້ອນ​ບັນດາ​ຂໍ້​ກຳນົດ​ໃນ​ກົດ​ບັດ ສະຫະປະຊາຊາດ. ​ເຖິງ​ວ່າ​ບັນດາ​ປະ​ເທດ​ໃນ​ໂລກ​ເກືອບ​ທັງ​ໝົດ​ໄດ້​ເຫັນ​ດີ​ວ່າ ​ເຖິງ​​ເວລາ​ແລ້ວ ທີ່​ຈະ​ຕ້ອງປະຕິ​ຮູບສະຫະ ປະຊາຊາດ, ​ແຕ່​ສິ່ງ​ດັ່ງກ່າວ​ແມ່ນ​ບໍ່​ສາມາດ​ເຮັດ​ໄດ້​ໃນ​ຂອບ​ເຂດ​ບັນດາ​ຫຼັກການ​ປະຈຸ​ບັນ, ​ເພາະວ່າ ບໍ່​ວ່າການ​ດັດ​ແປງ​ໃດໆ​ໃນ​ກົດ​ບັດສະຫະປະຊາຊາດ​ຫຼືບັນດາ​ບັນຫາ​ອື່ນໆທີ່​ມີ​ຄວາມ​ສຳຄັນ ລ້ວນ​ແຕ່​ຕ້ອງ​ຮັບ​ຄວາມ​ເຫັນ​ດີ​ຈາກ 5 ປະ​ເທດ​ສະມາຊິກປະຈຳ ສະພາ​ຄວາມ​ໝັ້ນຄົງ ສະຫະປະຊາຊາດ. ຖ້າ​ຫາກ​ວ່າ5 ປະ​ເທດ​ສະມາຊິກປະຈຳ ສະພາ​ຄວາມ​ໝັ້ນຄົງ ສະຫະປະຊາຊາດ ມີ​ຄວາມ​ພໍ​ໃຈ​ຕໍ່​ຂໍ້​ກຳນົດ​ປະຈຸ​ບັນ, ບໍ່​ສົ່ງຜົນ​ສະທ້ອນ​ເຖິງ​ເຂົາ​ເຈົ້າ ດັ່ງ​ນັ້ນ​ພວກ​ເຂົາ​ກໍ​ບໍ່​ສົນ​ໃຈ​ກັບ​ບັນດາ​ມາດ​ຕະການປະຕິ​ຮູບສະຫະປະຊາຊາດທີ່​ໄດ້​ສະ​ເໜີ ​ແລະ ​ເຂົາ​ເຈົ້າ​ມີ​ສິດ​ຢັບຢັ້ງ ໝາຍ​ຄວາມ​ວ່າ​ສາມາດ​ປະ​ຕິ​ເສດບໍ່​ວ່າ​ມະຕິ​ໃດໆ. ທີ 2 ​ໃນ​ຕົວ​ຈິງ​ປະຈຸ​ບັນ, ມີ​ການ​ແກ່ງ​ແຍ້​ງລະຫວ່າງ​ບັນດາ​ພາກ​ພື້ນ, ຊຶ່ງ​ສະ​ແດງ​ອອກ​ຜ່ານ​ບັນດາ​ການ​ໂຕ້​ຖຽງ​ກັນ​ຢ່າງ​ຮຸນ​ແຮງ​ລະຫວ່າງ​ບັນດາ​ກຸ່ມ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດ ຕ່າງໆ.

    ບັນຫາ​ທີ່​ວາງ​ອອກ​ປະຈຸ​ບັນ​ໃນວິວັດ​ການປະຕິ​ຮູບສະຫະປະຊາຊາດ ​ແມ່ນ​ເຮັດ​ແນວ​ໃດ​ຈະ​ຊອກ​ຫາ​ບັນດາ​ມາດ​ຕະການ​​ແກ້​ໄຂ​ຢ່າງ​ຄົບ​ຊຸດ, ກົມ​ກ່ຽວ ທັງ​ສາມາດ​ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດສວ່ນລວມ ​ແລະ ສະ​ເພ​າະ ​ໃຫ້​ແກ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ​ແຕ່​ເບິ່ງ​ຄື​ວ່າ ​ແມ່ນ​ໜ້າ​ທີ່​ບໍ່​ສາມາດ​ປະຕິບັດ​ໄດ້​ຍ້ອນ​ຫຼັກ​ໝັ້ນ ລະຫວ່າງ​ບັນດາ​ກຸ່ມ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຍັງ​ແຕກ​ໂຕນ​ກັນ​ຫຼາຍ ​ແລະ ບັນດາ​ການ​ຄິດ​ໄລ່​ຮັບ​ໃຊ້​ຜົນ​ປະ​ຫຍດສ່ວນ​ຕົວ​ນັບ​ມື້​ນັບ​ມີ​ແນວ​ໂນ້ມ​ເພີ່ມ​ທະວີ​ຂຶ້ນ. ​ແນ່ນອນ​ວ່າ ​ເສັ້ນທາງ​ ປະຕິ​ຮູບສະຫະປະຊາຊາດຍັງ​ຍາວ​ໄກ​ຢູ່

ຕອບກັບ

ຂ່າວ/ບົດ​ອື່ນ