ສົ່ງນັກໂທດ IS ກັບຄືນປະເທດ ແມ່ນບັນຫາບໍ່ງ່າຍດາຍແຕ່ຢ່າງໃດ

(VOVWORLD) - ວັນທີ 14 ພະຈິກ, ຕວັກກີ ສືບຕໍ່ດຳເນີນການສົ່ງນັກໂທດ IS ທີ່ຖືກກັກຕົວຢູ່ທາງທິດຕາເວັນອອກສ່ຽງເໜືອ ຊີຣີ ກັບຄືນປະເທດ. ນີ້ແມ່ນການສົ່ງນັກໂທດ IS ກັບຄືນປະເທດຄັ້ງທີ 2 ຂອງ ຕວັກກີ ໃນ 3 ວັນຜ່ານມາ.

 ນັກໂທດຫລາຍຄົນໃນຈຳນວນບັນດາມືປືນແມ່ນຊາວ ເອີຣົບ. ເລື່ອງ ຕວັກກີ ຕັດສິນໃຈສົ່ງບັນດານັກໂທດ IS ກັບຄືນປະເທດໄດ້ເຮັດໃຫ້ຫລາຍປະເທດ ເອີຣົບ ມີຄວາມວິຕົກກັງວົນ, ພ້ອມທັງເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ເອີຣົບ ແລະ ຕວັກກີ ເພີ່ມຂຶ້ນ.

        ຕວັກກີ ຖືວ່າ: ເອີຣົບ ກຳລັງຮຽກຮ້ອງມາດຕະຖານຄູ່. ດ້ານໜຶ່ງ, ຮຽກຮ້ອງໃຫ້ ຕວັກກີ ຕ້ອງມີຄວາມຮັບຜິດຊອບຕໍ່ຊາວລີ້ໄພ ຊີຣີ, ລວມມີທັງບັນດານັກໂທດ IS. ດ້ານອື່ນ, ຢູ່ບາງປະເທດ ຄົນເຫຼົ່ານີ້ຖືກຕັດສັນຊາດ, ເພື່ອປະຕິເສດຄວາມຮັບຜິດຊອບຕໍ່ເຂົາເຈົ້າ. ຕວັກກີ ຢັ້ງຢືນວ່າ ປະເທດຂອງເຂົາເຈົ້າບໍ່ແມ່ນ ໂຮງແຮມ ແລະ ຈະເຮັດທຸກສິ່ງທຸກຢ່າງເພື່ອບັງຄັບບັນດານັກໂທດ IS ຕ້ອງກັບຄືນປະເທດ.

ປະຕິກິລິຍາຄ່ອຍລະມັດລະວັງຈາກ ເອີຣົບ

       ຕວັກກີ ອາດຈະສົ່ງມືປືນ IS ກ່ວາ 1.200 ຄົນເປັນຊາວຕ່າງປະເທດທີ່ພວມຖືກກັກຕົວຢູ່ຄຸກບາງແຫ່ງໃນ ຊີຣີ ກັບຄືນປະເທດ ແລະ ສະມາຊິກອື່ນອີກຂອງ IS 287 ຄົນທີ່ຖືກທະຫານ ຕວັກກີ ຈັບຕົວໃນບັ້ນຮົບຫວ່າງມໍ່ໆມານີ້ຢູ່ ຊີຣີ ບໍ່ວ່າບັນດາປະເທດເຫຼົ່ານັ້ນ ຈະຮັບຫຼືບໍ່ຮັບກໍ່ຕາມ. ເຖິງຢ່າງໃດກໍ່ຕາມ, ກົງກັນຂ້າມກັບການເດັດດ່ຽວຂອງ ຕວັກກີ, ມາຮອດປັດຈຸບັນ ບາງປະເທດ ເອີຣົບ ທີ່ມີຄວາມເຫັນດີຮັບເອົາພົນລະເມືອງຂອງຕົນທີ່ເຄີຍເຂົ້າຮ່ວມ IS ກັບຄືນປະເທດນັ້ນ ມີແຕ່ຈຳນວນໜ້ອຍດຽວນັ້ນ, ແມ່ນ ຝຣັ່ງ, ໂຮນລັງ, ເຢຍລະມັນ ແລະ ອຽກລັງ. ກ່ອນທີ່ຕັດສິນໃຈເນລະເທດ, Ankara ໄດ້ກ່າວຫາຫລາຍປະເທດ ເອີຣົບ ວ່າຊັກຊ້າເກີນໄປໃນການຮັບເອົາບັນດາພົນລະເມືອງຂອງຕົນທີ່ໄດ້ເຂົ້າຮ່ວມ IS ແລະ ສູ້ຮົບຢູ່ ຕາເວັນອອກກາງ.

ກ່ອນໜ້ານັ້ນ, ຕົ້ນປີ 2019, ປະຕິກິລິຍາຕໍ່ຄຳຮຽກຮ້ອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບເລື່ອງສົ່ງບັນດາມືປືນ IS ກັບຄືນປະເທດ, ທ່ານລັດຖະມົນຕີກະຊວງຍຸຕິທຳ ຝຣັ່ງ Nicole Belloubet ໄດ້ຢືນຢັນວ່າ ປາຣີ ຍັງບໍ່ທັນມີນະໂຍບາຍໃໝ່ສຳລັບເລື່ອງຮັບເອົາບັນດາພົນລະເມືອງ ຝຣັ່ງ ທີ່ເຂົ້າຮ່ວມ IS ຢູ່ ຊີຣີ, ຫາກຍັງປະຕິບັດການຮັບເອົາໃນ “ແຕ່ລະກໍລະນີ”. ສ່ວນ ອັງກິດ ນັ້ນແມ່ນໄດ້ປະຕິເສດຢ່າງເດັດຂາດ. ຍ້ອນລອນດອນ ຖືວ່າ: ບັນດາມືປືນຊາວຕ່າງປະເທດຂອງອົງການ IS ຄວນໄດ້ຮັບການພິພາກສາຢູ່ບ່ອນທີ່ກໍ່ໂທດກຳ. ຊູແອັດ ກໍ່ມີທັດສະນະດຽວກັນກັບ ອັງກິດ, ໃນຂະນະນັ້ນ, ໂອຕາລິດ ໄດ້ເວົ້າເຖິງຄວາມຫຍຸ້ງຍາກກ່ຽວກັບສະພາບຕົວຈິງໃນການຮັບເອົານັກໂທດກັບຄືນປະເທດ. ໃນຂອບເຂດທະວີບ, ສະຫະພາບ ເອີຣົບ ໃຫ້ຮູ້ວ່າ: ອີຢູ ຍັງບໍ່ທັນມີການຕັດສິນໃດເທື່ອ ກ່ຽວກັບບັນຫາການສົ່ງນັກໂທດ IS ກັບຄືນປະເທດ ແລະ ບັນຫານີ້ ແມ່ນຂຶ້ນກັບສິດອຳນາດລັດຖະບານຂອງແຕ່ລະປະເທດສະມາຊິກ.

ຕໍ່ໜ້າສະພາບຕົວຈິງນີ້, ວັນທີ 12 ພະຈິກ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ມີຂໍ້ຕົກລົງສາກົນສະບັບໜຶ່ງ ກ່ຽວກັບຊາຕາກຳຂອງບັນດາເປົ້າໝາຍທຳສົງຄາມສັກສິດເປັນຊາວຕ່າງປະເທດທີ່ພວມຖືກກັກຕົວຢູ່ຕາເວັນອອກກາງ ແລະ ຖືວ່າ: ຊີຣີ ແລະ ອີຣັກ ບໍ່ມີຄວາມຮັບຜິດຊອບໃນການແກ້ໄຂບັນຫານີ້ ແທນບັນດາປະເທດເຫຼົ່ານັ້ນ. ຕາມທ່ານ Antonio Guterres ແລ້ວ, ບັນດາຫາດັ່ງກ່າວ ໄດ້ຮຽກຮ້ອງຕ້ອງມີການຮ່ວມມື ແລະ ສາມັກຄີສາກົນ, ບັນດາຝ່າຍບໍ່ຄວນຮຽກຮ້ອງໃຫ້ ອີຣັກ ແລະ ຊີຣີ ແກ້ໄຂບັນຫາແທນເຂົາເຈົ້າ.

ເຫດຜົນທີ່ກໍ່ຄວາມວິຕົກກັງວົນ

ນັບແຕ່ກ່ອນມາຮອດປັດຈຸບັນ, ບັນດາປະເທດ ເອີຣົບ ເອົາໃຈໃສ່ເປັນພິເສດເຖິງເລື່ອງບັນດາມືປືນ IS ອາດຈະຖືກເນລະເທດກັບຄືນປະເທດ. ຫລາຍປະເທດ ເອີຣົບ ບໍ່ຢາກຮັບເອົາບັນດາມືປືນ ຫຼື ຍາດພີ່ນ້ອງຂອງເຂົາເຈົ້າ, ຍ້ອນມີຄວາມວິຕົກກັງວົນວ່າ ເຂົາເຈົ້າອາດຈະກໍ່ໄພນາບຂູ່ຕໍ່ຄວາມໝັ້ນຄົງ.

ບັນດາຄວາມວິຕົກກັງວົນດັ່ງກ່າວ ແມ່ນມີພື້ນຖານ ຍ້ອນວ່າຫລາຍປີມານີ້, ເອີຣົບ ໄດ້ເຫັນປະຈັກຕາບັນດາເຫດບຸກໂຈມຕີກໍ່ການຮ້າຍ. ບັນດາການນຳ ເອີຣົບ ມີຄວາມວິຕົກກັງວົນ ເມື່ອບັນດານັກໂທດເຫຼົ່ານີ້ກັບຄືນປະເທດ, ເຂົາເຈົ້າ ນາບຂູ່ພື້ນຖານຄວາມໝັ້ນຄົງຂອງ ເອີຣົບ, ເປັນຕົ້ນແມ່ນໃນສະພາບທີ່ຍັງຄົ້ນພົບ ບັນດາເອກະສານກ່ຽວກັບເລື່ອງ IS ມີກົນອຸບາຍປະຕິບັດບັນດາການກໍ່ການຮ້າຍໃນທົ່ວ ເອີຣົບ,  ບັນດາ ເອກະສານເຫຼົ່ານັ້ນ ໄດ້ເວົ້າເຖິງລາຍລະອຽດກ່ຽວກັບວິທີການ ເຊິ່ງ IS ສືບຕໍ່ນຳໃຊ້ ເພື່ອບັນຊາບັນດາຕາໜ່າງສາກົນ, ຂົນສົ່ງສະມາຊິກຜ່ານຊາຍແດນ, ສ້າງແຜນການປຸ້ນທະນາຄານ, ຕຳລົດ, ລອບສັງຫານ ແລະ ບຸກໂຈມຕີທາງອິນເຕີແນັດ. ອົງການຄວາມໝັ້ນຄົງສະຫະພັນ ລັດເຊຍ (FBS) ເຄີຍກ່າວເຕືອນວ່າ: ເຖິງວ່າຖືກເສຍຫາຍຢ່າງໜັກໜ່ວງຢູ່ ຊີຣີ ແລະ ອີຣັກ ກໍ່ຕາມ, ແຕ່ບັນດາອົງການກໍ່ການຮ້າຍຄື: IS, Al Qeada ແລະ ບັນດາກຸ່ມກຳລັງປະກອບອາວຸດທີ່ມີສາຍພົວພັນກັບບັນດາກຸ່ມນີ້ ຍັງຄົງແມ່ນໄພນາບຂູ່ ເອີຣົບ ຢ່າງຮ້າຍແຮງ.

ເປັນທີ່ຈະແຈ້ງແລ້ວວ່າ, ໄພນາບຂູ່ກໍ່ການຮ້າຍຢູ່ ເອີຣົບ ຍັງຄົງແມ່ນສິ່ງທ້າທາຍໃຫຍ່ ສຳລັບບັນດາການນຳພາກພື້ນ. ໃນສະພາບການນັ້ນ, ເລື່ອງສົ່ງພົນລະເມືອງທີ່ເຄີຍເຂົ້າຮ່ວມອົງການກໍ່ການຮ້າຍຢູ່ຕ່າງປະເທດກັບຄືນປະເທດນັ້ນ ຈະສືບຕໍ່ກໍ່ຄວາມວິຕົກກັງວົນໃຫ້ ເອີຣົບ ຢ່າງເລິກເຊິ່ງ. ເຖິງຢ່າງໃດກໍ່ຕາມ, ເອີຣົບ ກໍ່ບໍ່ສາມາດສ້າງຄວາມຫຍຸ້ງຍາກໃຫ້ ຕວັກກີ ໄດ້, ຍ້ອນວ່າ ນອກຈາກນັກໂທດ IS ກ່ວາ 1000 ຄົນນັ້ນ, ປັດຈຸບັນ ຕວັກກີ ຍັງແມ່ນບ່ອນພັກອາໄສຂອງຊາວລີ້ໄພກ່ວາ 3,6 ລ້ານຄົນຕື່ມອີກ. ນີ້ແມ່ນຄວາມວິຕົກກັງວົນໃຫຍ່ຫລວງທີ່ສຸດຂອງ ເອີຣົບ. ການນຳ ຕວັກກີ ເຄີຍເວົ້າຢ່າງຈະແຈ້ງແລ້ວວ່າ ຖ້າຫາກ ອີຢູ ຢາກເອີ້ນບັ້ນຮົບການທະຫານຂອງ ຕວັກກີ ຢູ່ທາງທິດຕາເວັນອອກສ່ຽງເໜືອຂອງ ຊີຣີ ທີ່ມີຊື່ວ່າ “ລະດູບານໃໝ່ແຫ່ງສັນຕິພາບ” ນັ້ນເປັນການຮຸກຮານ, Ankara ຈະເປີດປະຕູເພື່ອໃຫ້ຊາວລີ້ໄພເຂົ້າ ເອີຣົບ ./.

ຕອບກັບ

ຂ່າວ/ບົດ​ອື່ນ