ສົ່ງ​ເສີມ ແລະ ປົກ​ປ້ອງ​ພະ​ນັກ​ງານ ​ກ້າ​ຄິດ, ກ້າ​ເຮັດ ເພື່ອ​ຜົນ​ປະ​ໂຫຍດ​ລວມ

(VOVWORLD) - ລັດຖະບານ ຫວຽດນາມ ຫາກໍ່ປະກາດໃຊ້ ມະຕິເລກທີ 73/2023/NĐ-CP ລົງວັນທີ 29 ກັນຍາ ປີ 2023 ໂດຍກຳນົດກ່ຽວກັບການສົ່ງເສີມປົກປ້ອງພະນັກງານຜູ້ມີຄວາມຂະຍັນຂັນເຄື່ອນມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດກ້າຮັບຜິດຊອບເພື່ອຜົນປະໂຫຍດລວມນີ້ແມ່ນບາດກ້າວຫັນບົດສະຫລຸບເລກທີ 14-KL/TW ລົງວັນທີ 22 ກັນຍາ ປີ 2021 ຂອງກົມການເມືອງ ກ່ຽວກັບແຜນນະໂຍບາຍສົ່ງເສີມ ແລະ ປົກປ້ອງພະນັກງານ ຜູ້ມີຄວາມຂະຍັນຂັນເຄື່ອນມີຫົວຄິດປະດິດສ້າງ ເພື່ອຜົນປະໂຫຍດລວມຫາສຽງຕີລາຄາສູງບັນດານະໂຍບາຍກໍ່ສ້າງຖັນແຖວພະນັກງານສະມາຊິກພັກ ຜູ້ມີຄວາມເກັ່ງກ້າສາມາດ ແລະ ສຸດຈິດສຸດໃຈຍາມໃດກໍ່ປະກອບສ່ວນຢ່າງຕັ້ງນ້າເພື່ອການພັດ
ສົ່ງ​ເສີມ ແລະ ປົກ​ປ້ອງ​ພະ​ນັກ​ງານ ​ກ້າ​ຄິດ, ກ້າ​ເຮັດ ເພື່ອ​ຜົນ​ປະ​ໂຫຍດ​ລວມ - ảnh 1(ພາບປະກອບ: chinhphu.vn)

ບົດສະຫລຸບເລກທີ 14-KL/TW ລົງວັນທີ 22 ກັນຍາ ປີ 2021 ຂອງກົມການເມືອງ ແມ່ນເອກະສານນະໂຍບາຍທີ່ມີລັກສະນະລະດັບຍຸດທະສາດ, ໃນຂະນະນັ້ນ ມະຕິເລກທີ 73/2023/NĐ-CP ລົງວັນທີ 29 ກັນຍາ ປີ 2023 ຂອງລັດຖະບານ ແມ່ນກອບນິຕິກຳຢ່າງຈະແຈ້ງເພື່ອສົ່ງເສີມ ແລະ ປົກປ້ອງພະນັກງານຜູ້ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າທຳແບບກະໂດດຂັ້ນ, ກ້າຮັບຜິດຊອບເພື່ອການພັດທະນາຂອງປະເທດຊາດ.

ຈາກບົດສະຫລຸບເລກທີ 14

ອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກໃນທົ່ວປະເທດ ໄດ້ຖືບົດສະຫລຸບເລກທີ 14 ແມ່ນຄຳສັ່ງຂອງຊີວິດ, ແມ່ນກຳລັງຫນູນສຳຄັນແຖວຫນ້າເພື່ອປະກອບສ່ວນຊຸກຍູ້ການພັດທະນາປະເທດຊາດໃນສະພາບການໃຫມ່. ທ່ານນາງ ຮ່າທິບິກຮົ່ງ, ເລຂາພັກເມືອງ ຫວໍຍາຍ ແຂວງ ທາຍງວຽນ ໃຫ້ຮູ້ວ່າ: ບົດສະຫລຸບເລກທີ 14 ຂອງກົມການເມືອງ ໄດ້ຊ່ວຍໃຫ້ຖັນແຖວພະນັກງານ, ສະມາຊິກພັກໃນບໍລິເວນເມືອງ ມີຄວາມໝັ້ນໃຈ, ເຊື່ອໝັ້ນຕົນເອງໃນການປະກອບແນວຄວາມຄິດອັນດີງາມເພື່ອຜົນປະໂຫຍດຂອງປະຊາຄົມ.

 “ກ່ຽວກັບລັກສະນະຊ່ວງເວລາປະຈຸບັນ, ບົດສະຫລຸບນີ້ແມ່ນມີຄວາມຈຳເປັນທີ່ສຸດ. ຕ້ອງມີບ່ອນອີງທາງດ້ານການເມືອງໃຫ້ອ້າຍນ້ອງພະນັກງານປະຕິບັດ. ບົດສະຫລຸບກໍ່ຍົກໃຫ້ເຫັນທັດສະນະຢ່າງຈະແຈ້ງກ່ຽວກັບການປົກປ້ອງພະນັກງານ ຜູ້ທີ່ກ້າຄິດກ້າເຮັດ, ສົ່ງເສີມ, ລະດົມກຳລັງໃຈໃຫ້ພະນັກງານມີມານະຈິດ, ກຳລັງນູນປະຕິບັດນ້າທີ່ບົນຈິດໃຈມີຫົວຄິດປະດິດສ້າງເພື່ອຜົນປະໂຫຍດລວມ.

ພ້ອມກັບບົດສະຫລຸບເລກທີ 14, ພັກ ແລະ ລັດ ຫວຽດນາມ ຍັງປະກາດໃຊ້ມະຕິ, ຄຳສັ່ງ, ຂໍ້ກຳນົດຫລາຍສະບັບກ່ຽວກັບການຕີລາຄາ, ແຕ່ງຕັ້ງ, ນຳໃຊ້ພະນັກງານ ດ້ວຍຈິນຕະນາການໃຫມ່, ສະແດງໃຫ້ເຫັນການມອງກ້ວາງເຫັນໄກ, ມີລັກສະນະຍຸດທະສາດກ່ຽວກັບວຽກງານພະນັກງານ. ໃນຈຳນວນນັ້ນ ເປັນຫນ້າສົນໃຈແມ່ນຂໍ້ກຳນົດເລກທີ 41-QĐ/TW ລົງວັນທີ 03 ພະຈິກ 2021 ຂອງກົມການເມືອງ ເປັນຄັ້ງທຳອິດໄດ້ກຳນົດກ່ຽວກັບການພົ້ນຕຳແຫນ່ງ, ລາອອກຈາກຕຳແຫນ່ງໃນວຽກງານພະນັກງານ.

ດຳລັດເລກທີ 73

ດຳລັດເລກທີ 73/2023/NĐ-CP ລົງວັນທີ 29 ກັນຍາ 2023 ຂອງລັດຖະບານໂດຍກຳນົດ: ພະນັກງານ, ລັດຖະກອນເປັນຫົວຫນ້າ, ຜູ້ຄຸ້ມຄອງ, ຜູ້ທີ່ມີຕຳແຫນ່ງ ແລະ ຜູ້ຕາງຫນ້າໃຫ້ສ່ວນທຶນຮອນຂອງລັດຢູ່ ວິສາຫະກິດ ຕາມການກຳນົດຂອງລັດຖະບານ, ໂດຍມີຈິນຕະນາການໃຫມ່, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບໃນວິວັດການປະຕິບັດພາລະຫນ້າທີ່ທີ່ໄດ້ຮັບການມອບໝາຍ, ນຳມາເຊິ່ງຄຸນຄ່າ, ປະສິດທິຜົນແທດຈິງ, ສ້າງການຫັນປ່ຽນຢ່າງແຮງ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາລວມ... ແມ່ນຕ້ອງໄດ້ຮັບການສົ່ງເສີມ, ປົກປ້ອງ. ທ່ານ ລືວບີ່ງເຫຍືອງ, ຮອງຫົວຫນ້າຄະນະວຽກງານຮ້ອງຂໍຄວາມເປັນທຳ, ຄະນະປະຈຳສະພາແຫ່ງຊາດ ຍົກຄຳເຫັນວ່າ:

 “ບັນດາບັນຫາຂອງດຳລັດທີ່ວາງອອກແມ່ນມີຄວາມເຂັ້ມງວດທີ່ສຸດ. ເປັນທີ່ຈະແຈ້ງແລ້ວວ່າ ຕາມການຕີລາຄາຂອງຫາສຽງ, ດຳລັດແມ່ນໄດ້ສ້າງຄວາມອຸ່ນອ່ຽນໃຈ, ຄວາມປິຕິຊົມຊື່ນ. ແລະສ້າງກຳລັງນູນໃຫ້ແກ່ຜູ້ມີກຳລັງຄວາມສາມາດ, ມີຈັນຍາບັນດີ, ກ້າຕໍ່ສູ້, ກ້າເສຍສະຫລະເພື່ອຜົນປະໂຫຍດລວມ, ເພື່ອຜົນປະໂຫຍດຂອງໝູ່ຄະນະ ພ້ອມທີ່ຈະຕໍ່ສູ້ກັບປະກົດການຫຍໍ້ທໍ້ໃນລະບົບວຽກງາລັດຖະກອນປະຈຸບັນ.

ດຳລັດເລກທີ 73/2023/NĐ-CP ລົງວັນທີ 29 ກັນຍາ 2023 ໂດຍກຳນົດການສົ່ງເສີມ ແລະ ປົກປ້ອງພະນັກງານ ຕ້ອງໄດ້ຮັບການປະຕິບັດຢ່າງທັນການ, ມີປະຊາທິປະໄຕ, ເປີດເຜີຍ, ໂປ່ງໃສ, ຖືກັບເປົ້າໝາຍ, ຂັ້ນຕອນ, ລະບຽບການ ຕາມການກຳນົດ ແລະ ກົດໝາຍກ່ຽວຂ້ອງ. ຕາມການຕີລາຄາລວມ, ເລື່ອງລັດຖະບານ ປະກາດໃຊ້ ດຳລັດເລກທີ 73/2023/NĐ-CP  ແມ່ນບາດກ້າວຫັນແຜນນະໂຍບາຍກໍ່ສ້າງຖັນແຖວພະນັກງານຜູ້ມີຄວາມເກັ່ງກ້າສາມາດ ແລະ ສຸດຈິດສຸດໃຈຂອງພັກເປັນຮູບປະທຳຢ່າງທັນການ ເປັນການສ້າງກອບນິຕິກຳສຳຄັນເພື່ອປຸກລຸກສະຕິຄວາມຮັບຜິດຊອບ, ຄວາມຄາດຫວັງອຸທິດສ່ວນ, ຈິດໃຈປ່ຽນແປງໃຫມ່ຂອງຖັນແຖວພະນັກງານຂອງພັກປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ