ສົ່ງເສີມປະຊາຊົນປະດິດຄິດສ້າງວິທະຍາສາດເຕັກໂນໂລຢີ

ລັດ​ຖະ​ບານ​ຫວຽດ​ນາມ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກຫຼາຍກວ່າ​ອີກ​ໃຫ້​ແກ່​ການ​ຄົ້ນ​ຄ້​ວາ, ນຳ​ໃຊ້ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີເຂົ້າ​ໃນ​ການ​ຜະ​ລິດ ກໍ​ຄື​ການ​ຄົ້ນ​ຄ້ວ​າ, ​ປະ​ດິ​ດ​ຄິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີຂອງ​ປະ​ຊາ​ຊົນ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ​ທີ່​ການ​ພົບ​ປະ​ກັບ​ບັນ​ດາ​ນັກ​ປະ​ດິດ​ສ້າງ​ທີ່​ດີ​ເດັ່ນ​ປີ 2015, ໂດຍ​ກະ​ຊ​ວງວິ​ທະ​ຍາ​ສາດ​ ແລະ ເຕັກ​ໂນ​ໂລ​ຢີຈັດ​ຂຶ້ນ​ເມື​່ອວັນ​ທີ 12/5ຢູ່​ຮ່າ​ໂນ້ຍ.

 

ສົ່ງເສີມປະຊາຊົນປະດິດຄິດສ້າງວິທະຍາສາດເຕັກໂນໂລຢີ - ảnh 1
ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງກັບນັກ​ປະ​ດິດ​ສ້າງ​ທີ່​ດີ​ເດັ່ນ​ປີ 2015

     ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ລັດ​ຖະ​ບານ​ຫວຽດ​ນາມ ກັບນັກ​ປະ​ດິດ​ສ້າງ​ທີ່​ດີ​ເດັ່ນ​ປີ 2015 ຈຳນວນ 63 ຄົນ​ນັ້ນ, ແມ່ນນອນ​ໃນ​ບັນ​ດາ​ເຫດ​ການ​ຖືກ​ຈັດ​ຕັ້ງ​ເນື່ອງ​ໃນໂອ​ກາດ​ສະ​ເຫຼີມ​ສະຫຼອງວັນວິ​ທະ​ຍາ​ສາດ ແລະ ​ເຕັກ​ໂນ​ໂລ​ຢີຫວຽດ​ນາມ (18/5) . ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຊີດ​ຊູ​ດ້ານ​ພູມ​ປັນ​ຍາ ແລະ ຄວາມ​ສາ​ມາດ ​ປະ​ດິ​ດ​ຄິດ​ສ້າງ, ສົ່ງ​ເສີມ ແລະ ລະ​ດົມ​ກຳ​ລັງ​ໃຈ​ຄວາມ​ເມົາ​ມົວ​ອອກ​ແຮງ​ງານ, ​ປະ​ດິ​ດ​ຄິດ​ສ້າງໃນ​ໝູ່​ປະ​ຊາ​ຊົນ, ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ຂອງ​ພັກ, ລັດ​ທີ່​ມີ​ຕໍ່ຂົງ​ເຂດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີເວົ້າ​ລວມ, ກໍ​ຄື​ການ​ເຄື່ອນ​ໄຫວ ​ປະ​ດິ​ດ​ຄິດ​ສ້າງຂອງ​ປະ​ຊາ​ຊົນ​ເວົ້າ​ສະ​ເພາະໃນ​ກິດ​ຈະ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

       ຖື​ການ​ພັດ​ທະ​ນາ, ຄົ້ນ​ຄ້​ວາ​ນຳ​ໃຊ້ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ເປັນ​ສຳ​ຄັນ

   ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ຫວຽດ​ນາມນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ແລະ ຖື​ການ​ພັດ​ທະ​ນາ, ຄົ້ນ​ຄ້​ວາ​ນຳ​ໃຊ້ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ເປັນ​ສຳ​ຄັນ, ພິ​ເສດ​ແມ່ນ​ການ​ເສີມ​ຂະ​ຫຍາຍ​ຄວາມ​ຂະ​ຫຍັນ​ຂັ່ນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ໝູ່​ປະ​ຊາ​ຊົນ. ໃນ​ຕົວ​ຈິງ, ພັກ ແລະ ລັັດ​ຫວຽດ​ນາມໄດ້​ເລັ່ງ​ໃສ່​ພັດ​ທະ​ນາການ​ສຶກ​ສາ, ບຳ​ລຸງ​ສ້າງ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ໃຫ້​ປະ​ຊາ​ຊົນ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ສ້າງ​ພື້ນ​ຖານ​ເພື່ອ​ເສີມ​ຂະ​ຫຍາຍ​ການປະ​ດິ​ດ​ຄິດ​ສ້າງ, ຄົ້​ນ​ຄ້​ວາວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີຂອງ​ປະ​ຊາ​ຊົນ; ພ​້ອມ​ກັນ​ນັ້ນ ແມ່ນ​ເອົາ​ໃຈ​ໃສ່, ສົ່ງ​ເສີມ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ເສີມ​ຂະ​ຫຍາຍ​ຄວ​າມ​ສາ​ມາດ​ບົ່ມ​ຊ້ອນ, ກຳ​ລັງ​ແຮງ ​ປະ​ດິ​ດ​ຄິດ​ສ້າງຢ່າງ​ມະ​ຫາ​ສານ​ຂອງ​ປະ​ຊາ​ຊົນ​ໃນ​ທຸກ​ຂົງ​ເຂດ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ກະ​ຊ​ວງວິ​ທະ​ຍາ​ສາດ​ ແລະ ເຕັກ​ໂນ​ໂລ​ຢີຫວຽດ​ນາມ​ໄດ້​ເປັນ​ເສ​ນາ​ທິ​ການ​ໃຫ້​ລ​ັດ​ຖະ​ບານ ເພື່ອ​ປະ​ກາດ​ໃຊ້​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ ສ້າງ​ສະ​ພາບ​ແວ​ດ​ລ້ອມ​ທີ່​ສະ​ດວກໃຫ້​ການ​ເຄື່ອນ​ໄຫວ​ປະ​ດິ​ດ​ຄິດ​ສ້າງ ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ, ນອກ​ຈາ​ກນັ້ນ ກໍ​ຍັງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ອຽດ​ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ນັກ​ປະ​ດິດ​ຄິດ​ສ້າງ. ທ່ານ​ລັດ​ຖະ​ມົນ​ຕີກະ​ຊ​ວງວິ​ທະ​ຍາ​ສາດ​ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ຫງວຽນ​ກວນ ໃຫ້​ຮູ້​ວ່າ : 

   “ ປີ 2012, ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ດຳ​ລັດ​ກ່ຽວ​ກັບ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ໃນ​ນັ້ນ, ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ປະ​ຊະ​ຊົນ​ເຮັດ​ຫຍັງ? ອົງ​ການ​ຄຸ້ມ​ຄອງ​ຕ້ອງ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຄື​ແນວ​ໃດ?...ພວກ​ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ 63 ພະ​ແນກວິ​ທະ​ຍາ​ສາດ ແລະ ​ເຕັກ​ໂນ​ໂລ​ຢີ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ເຄື່​ອນ​ໄຫວ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ. ເພາະ​ສະ​ນັ້ນ, ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ມີ​ການ​ປະ​ດິ​ດ​ຄິດ​ສ້າງຫຼາຍ​ປະ​ການ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກກະ​ຊ​ວງວິ​ທະ​ຍາ​ສາດ​ ແລະ ເຕັກ​ໂນ​ໂລ​ຢີ​ໂດຍ​ຜ່ານ​ບັນ​ດາ​ງານ​ຕະຫຼາດ​ນັດ​ເຕັກ​ໂນ​ໂລ​ຢີ ແລະ ພາ​ຫະ​ນະ​ເຄື່ອງ​ຈັກ ”

    ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຄົ້ນ​ຄ້​ວາວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຢີ

 ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ບັນ​ດາ​ນັກ​ປະ​ດິດ​ສ້າງ​ທີ່​ດີ​ເດັ່ນ​ປີ 2015, ໂດຍ​ກະ​ຊ​ວງວິ​ທະ​ຍາ​ສາດ​ ແລະ ເຕັກ​ໂນ​ໂລ​ຢີຈັດ​ຂຶ້ນ​ເມື​່ອວັນ​ທີ 12/5ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ​ ຢືນ​ຢັນ​ວ່າ : ຜົນ​ງານ​ຂອງ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ພູມ​ປັນ​ຍາ, ຄວາມ​ສາ​ມາດ ​ປະ​ດິ​ດ​ຄິດ​ສ້າງ, ຄົ້ນ​ຄ້​ວາ​ນຳ​ໃຊ້ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີຂອງ​ປະ​ຊາ​ຊົນ. ໃນ​ສະ​ພາບ​ການ​ທີ່​ຫວຽດ​ນາມ​ພວມ​ສຸມ​ໃສ່​ສ້າງ​ລະ​ບອບ​ເສດ​ຖະ​ກິດ​ຕະຫຼາດ​ໃຫ້​ສົມ​ບູນ​ແບບ, ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ປັດ​ໄຈ​ຫົວ​ຄິດປະ​ດິ​ດ​​ສ້າງ, ຄົ້ນ​ຄ້​ວາ​ນຳ​ໃຊ້ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ສືບ​ຕໍ່​ມີ​ບົດ​ບາດ​ສຳ​ຄັນ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ປະ​ສິດ​ທິ​ຜົນ, ກຳ​ລັງແກ່ງ​ແຍ້ງ​ຂອງ​ປະ​ເທດ​ຊາດ, ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ຂອງວິ​ສາ​ຫະ​ກິດ ແລະ ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມໃນ​ເວ​ທີ່​ສາ​ກົນ. ນີ້​ກໍ​ແມ່ນ​ປັດ​ໄຈ​ຕັດ​ສິນ​ຕໍ່​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ ແລະ ວິ​ວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸກ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ​ ສະ​ເໜີ​ໃຫ້ ກະ​ຊ​ວງວິ​ທະ​ຍາ​ສາດ​ ແລະ ເຕັກ​ໂນ​ໂລ​ຢີ ຈົ່ງ​ພ້ອມ​ກັບ​ບັນ​ດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ເປັນ​ເສ​ນາ​ທິ​ການ ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ສອດ​ຄ່ອງ​ເພື່ອ​ສົ່ງເສີມ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຄົ້ນ​ຄ້​ວາ, ນຳ​ໃຊ້ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຢີເຂົ້າ​ໃນ​ການ​ຜະ​ລິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ​ ເນັ້ນ​ໜັກ​ວ່າ :

    “ ສ້າງ​ນະ​ໂຍ​ບາຍ​ຕາ​ມທິດສະ​ດວກ​ທີ່​ສຸດ, ສົ່ງ​ເສີມ​ການປະ​ດິ​ດ​ຄິດ​ສ້າງ, ຍົກ​ສູງ​ສະ​ມັດ​ທະ​ພາບ​ອອກ​ແຮງ​ງານ​ເພື່ອ​ປະ​ຊາ​ຊົນ​ມີ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີ​ກ່​ວາ. ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ດ້ານ​ທຶນ​ຮອນ, ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ, ການ​ໂຄ​ສະ​ນາ…ຖ້າ​ຫາກ​ສ້າງ​ສະ​ພາບ​ແວ​ດ​ລ້ອມທີ່​ສະ​ດວກນັ້ນ, ການ​ປະ​ດິ​ດ​ຄິດ​ສ້າງ, ​ຄົ້ນ​ຄ້​ວາ, ນຳ​ໃຊ້ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຢີ ຈຶ່ງ​ສາ​ມາດ​ພັດ​ທະ​ນາ​ໄດ້ ”

      ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ​ ໄດ້​ຕີ​ລາ​ຄາ​ສູງ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ຂະ​ບວນ​ການ​ຄົ້ນ​ຄ້​ວາ, ​ປະ​ດິ​ດ​ຄິດ​ສ້າງຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ປະ​ເທດ; ຫວັງ​ວ່າ​ບັນ​ດາ ນັກ​ປະ​ດິດ​ສ້າງ​, ນັກ​ວິ​ທະ​ຍາ​ສາດ ຈົ່ງ​ເສ​ີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ຍາດ​ມາ​ໄດ້ ເພື່ອ​ສືບ​ຕໍ່​ມີ​ບັນ​ດາ​ກິດ​ຈະ​ກຳ, ຜະ​ລິດ​ຕະ​ພັນ​ຄົ້ນ​ຄ້​ວາຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ອອກ​ແຮງ​ງານ, ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ປະ​ກອບ​ສ່ວນ​ສ້າງສາ​ປະ​ເທດ​ຫວຽດ​ນາມ​ເອ​ກະ​ລ​າດ, ເອ​ກະ​ພາບ, ປະ​ຊາ​ຊົນ​ຮ​ັ່ງ​ມີ ປະ​ເທດ​ຊາດ​ເຂັ້ມ​ແຂງ .

ຕອບກັບ

ຂ່າວ/ບົດ​ອື່ນ