ສູ້ຊົນເພື່ອໃຫ້ແຜນການພັດທະນາເສດຖະກິດສັງຄົມໄລຍະ2011-2015ບັນລຸໝາກຜົນສູງສຸດ

ສູ້ຊົນເພື່ອໃຫ້ແຜນການພັດທະນາເສດຖະກິດສັງຄົມໄລຍະ2011-2015ບັນລຸໝາກຜົນສູງສຸດ - ảnh 1
​ທ່ານນາ​ຍົກ​ລັດຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ
(ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ)


(vovworld)- ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ ໂດຍ​ທ່ານນາ​ຍົກ​ລັດຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນເທື່ອ​ທີ 10  ສະ​ພາ​ແຫ່ງຊາດ​ຊຸດ​ທີ 13 ດຳ​ເນີນ ​ໃນຕອນ​ເຊົ້າ​ວັນ​ທີ 20/10 ຢູ່ ຮ່າ​ໂນ້ຍ ​ໄດ້ສຸມ​ໃສ່​ຕີ​ລາ​ຄາ​ສ​ະ​ພາບ​ການ​ເສດ​ຖະ​ກິດ ສັງ​ຄົມ ໄລ​ຍະ 2011-2015, ທິດ​ທາງ, ຫນ້າ​ທີ່​ໄລ​ຍະ 5 ປີ ຄື​ແຕ່​ປີ 2016-2020 ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄ​ົມ​ປີ 2016.

        ຕາມທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລ້ວ, ໃນ​ໄລ​ຍະ 2011-2015, ຫວຽດ​ນາມ ປະ​ຕິ​ບັດ​ຈຸດ​ໝາຍ, ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ແມ່ນ: ສຸມ​ໃສ່​ບຸ​ລິ​ມະ​ສິດ​​ແກ່​ການຄວ​ບ​ຄຸມ​ໄພ​ເງິນ​ເຟີ້, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ, ຮັກ​ສາ​ການ​ເຕີບ​ໂຕ​ຢູ່​ໃນ​ລະ​ດັບ​ເໝາະ​ສົມ ຕິດ​ພັນ​ກັບ​ການ​ຍູ້​ແຮງ​​ການປະ​ຕິ​ບັດ 3 ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ແລະ ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ສັງ​ຄົມ, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຜ່ານນັ້ນ ສ້າງ​ປະ​ຖົມ​ປັດ​ໄຈ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສັງ​ຄົມ​​ບັນ​ລຸ​ລະ​ດັບສູງກວ່າ​ຊຸມ​ປີທ້າຍ​ຂອງ​ແຜນ​ການ 5 ປີ ຄື​ແຕ່​ປີ 2016-2020.

        ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015 ແລະ ໄລ​ຍະ 5 ປີ​ຄື​ແຕ່​ປີ 2011-2015

        ຫວຽດ​ນາມ ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ປີ 2015 ແລະ ໄລ​ຍະ 5 ປີ ຄື​ແຕ່​ປີ 2011-2015 ໃນ​ທຸກ​ຂົງ​ເຂດ ລ້ວນ​ແຕ່​ບັນ​ລຸ​ໝາກ​ຜົນ​ດີ​ພໍ​ສົມ​ຄວນ. ໃນ ຈຳ​ນວນ 26 ມາດ​ຖານ ຕົ້ນ​ຕໍ ຂອງ​ແຜນ​ການ 5 ປີ ຄື​ແຕ່​ປີ 2011-2015, ມີ 17 ມາດ​ຖານ ບັນ​ລຸ ແລະ ລື່ນ​ກາຍ​ແຜນ​ການ, 9 ມາດ​ຖານ ບໍ່​ບັນ​ລຸ​ແຜນ​ການ​ວາງ​ອອກ, ໃນ​ນັ້ນ   GDP  ຂອງ​ປ​ີ 2014 ແລະ 2015 ໄດ້​ມີ​ການ​ຫັນ​ປ່​ຽນ​ຢ່າງ​ຕັ້ງ​ຫນ້າ, ລື່ນ​ກາຍ​ແຜນ​ການ​ວາງ​ອອກ. ການ​ເຕີບ​ໂຕ GDP ປີ 2015 ຄາດ​ວ່າ ບັນ​ລຸ 6,5%, ຊື່ງ​ແມ່ນ​ລະ​ດັບ​ສູງ​ສຸດ​ໃນ 5 ປີ​ຜ່ານ​ມາ, ລື່ນ​ກາຍ​ແຜນ​ການ​ວາງ​ອອກ 6,2%, ສະ​ເລ່ຍ 5 ປີ ແມ່ນ​ບັນ​ລຸ​ປະ​ມານ 5,9%/ປີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໃຫ້​ຮູ້​ວ່າ:

        “​ທົບ​ທວນ​ຄືນ​ໄລ​ຍະ 5 ປີ ຜ່ານ​ມາ, ເຖິງວ່າ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ແຕ່​ຍ້ອນ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ, ທົ່ວ​ປວງ​ຊົນ, ພວກ​ເຮົາ​ປະ​ຕິ​ບັດ​ຄາດ​ໝາຍ​ທີ່​ວາງ​ອອກ​ໂດຍ​ພື້ນ​ຖານ, ເປັນ​ຕົ້ນ​ແມ່ນ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ຮັກ​ສາ​ການ​ເຕີບ​ໂຕ​ຢູ່​ໃນ​ລະ​ດັບ​ເໝາະ​ສົມ ແລະ ບັນ​ລຸ​ການ​ເຕີບ​ໂຕ​ສູງກວ່າ​ໃນ​ຊຸມ​ປີ​ທ້າຍ​ຂອງ​ແຜນ​ການ, ປະ​ຕິ​ບັດ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ໃຫ້​ມີ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ ແລະ ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕິດ​ພັນ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ​ຢ່າງ​ໝັ້ນ​ຄົງ ແລະ ຮັກ​ສາ​ສັນ​ຕິ​ພາບ, ມິດ​ຕະ​ພາບ ກັບ​ບັນ​ດາ​ປະ​ເທດ, ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ການ​ເມືອງ ສັງ​ຄົມ, ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ, ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ, ສ້າງ​ປະ​ຖົມ​ປັດ​ໄຈ​ສະ​ດວກ​ເພື່ອໃຫ້​ການ​ພັດ​ທະ​ນາ​ສູງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

ທິດ​ທາງ, ໜ້າ​ທີ່ ​ແລະ ມາດ​ຕະການ​ພັດທະນາ​ເສດຖະກິດ, ສັງຄົມ​ໄລຍະ5​ປີ 2016-2020​ ແລະ​ ປີ2016

        ​ໃນ​ໄລຍະ​ນີ້, ຫວຽດນາມ​ ສືບ​ຕໍ່​ປະຕິບັດ​ຄາດໝາຍ​ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ, ສູ້​ຊົນ​ເພື່ອ​ບັນລຸ​ລະດັບ​ເຕີບ​ໂຕ​ເສດຖະກິດ​​ໃຫ້ສູງ​ກວ່າ 5 ປີ​ກ່ອນ, ປີ 2016 ສູງ​ກວ່າ​ປີ 2015. ພ້ອມ​ກັນ​ນັ້ນ ​ແມ່ນ​ຍູ້​ແຮງ​ການ​ປະຕິບັດ​ບັນດາ​ບາດ​ກ້າວ​ບຸກທະລຸ​ດ້ານ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະກອບພື້ນຖານ​ເສດຖະກິດຄືນ​ໃໝ່ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ຍົກ​ສູງ​ສະມັດ​ຕະພາບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງ. ພັ​ດທະ​ນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ​ຍຸດຕິ​ທຳ​ສັງຄົມ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄຸ້ມ​ຄອງ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ກັບ​ສາກົນ. ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ສ້າງ​ສະພາບ​ແວດ​ລ້ອມ, ​ເງື່ອນ​ໄຂ​ສະດວກ ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ, ສືບ​ຕໍ່​ສ້າງ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານຢ່າງ​ໄວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ, ບັນດາ​ຄາດໝາຍ​ຕົ້ນຕໍ​ດ້ານ​ເສດຖະກິດ, ສັງຄົມ ​ແລະ ບັນດາ​ມາດ​ຕະການ ​ແມ່ນ​ເພື່ອ​ປະຕິບັດ​ຄາດໝາຍ​ເຫຼົ່າ​ນັ້ນ. ກ່ຽວ​ກັບ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ການ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ຍົກ​ສູງ​ສະມັດ​ຕະພາບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງ.
        “ປ່ຽນ​ໃໝ່​ຮູບ​​ແບບ​ການ​ເຕີບ​ໂຕ, ຮັບປະກັນ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ. ສົມທົບ​ກັນ​ພັດທະນາ​ທັງລວງ​ກວ້າງກັບ​ລວງ​ເລິກຢ່າງ​ມີ​ປະສິດທິ​ຜົນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຕາມ​ລວງ​​ເລິກ; ຍົກ​ສູງ​ສະມັດ​ຕະພາບ​, ຄຸນ​ນະພາ​ບ, ປະສິດທິ​ຜົນ, ກຳລັງ​ແຮງ​​ແກ່ງ​ແຍ້​ງຢ່າງ​ບໍ່​ຢຸດ​ຢັ້ງ; ​​ການ​ເຕີບ​ໂຕ​ດ້ານ​ເສດຖະກິດຕິດພັນກັບ​ການ​ພັດທະນາ​ວັດ​ທະນະ​ທຳ​ຢ່າງ​ກົມກຽວ, ປະຕິບັດ​ຄວາມ​ກ້າວ​ໜ້າຍຸຕິ​ທຳ​​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ; ປົກ​ປັກ​ຮັກສາ, ປັບປຸງ​ສະພາບ​ແວດ​ລ້ອ​ມ,  ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຮັບປະກັນ​ການ​ປ​້ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ສືບຕໍ່ຜັນ​ຂະຫຍາຍ​ແຜນຮ່າງ​ສັງ​ລວມ​ໃນການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ ​ແລະ ​ບັນດາ​ຂະ​ແໜງ, ຂົງ​ເຂດ​ຄືນ​ໃໝ່. ປະຕິບັດ​ບັນດາມາດ​ຕະການ​ຍູ້​ແຮງ ​ແລະ ຍົກສູງປະສິດທິ​ຜົນ​​ໃນການ​ສ້າງ​ໂຄງ​ປະກອບກະສິກຳ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ສູ້​ສົບ​ບັນລຸ​ລະດັບ​ເຕີບ​ໂຕ​ມູນ​ຄ່າ​ເພີ່ມ​, ຂົງເຂດ​ກະສິກຳ​ສະ​ເລ່ຍ 3 – 3,5% ​ແລະ ຮອດ​ປີ 2020 ຈະ​ມີ​ 50% ຈຳນວນ​ຕາ​ແສງ​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່​. ຍູ້​ແຮງ​ການ​ສ້າງ​​ໂຄງ​ປະກອບ​ອຸດສາຫະກຳ, ສ້າງ​ພື້ນຖານ​ໃຫ້​ການ​ຫັນ​​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ”.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງ​ບັນດາ​ມາດ​ຕະການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ, ​ໃນ​ນັ້ນ​ມີ​ເລື່ອງ​ຍົກ​ສູງ​ຄຸນ​ນະພາ​ບແຫຼ່ງຊັບພະຍາກອນ​ມະນຸດ, ​ເພື່ອກຳ​ລັງບົ່ມ​ຊ້ອນ​ດ້ານ​ວິທະຍາ​ສາດ, ​ເຕັກ​ໂນ​ໂລ​ຊີ, ພັດທະນາ​ວັດທະນະທຳ ​ແລະ ປະຕິບັດ​ຄວາມ​ກ້າວໜ້າດ້ານ​ຍຸຕິ​ທຳ​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ແກ່​ປະຊາຊົນ ຕິດ​ພັນ​ກັບ​ການ​ພັດທະນາ​​ເສດຖະກິດ​ຢ່າງ​ກົມກຽວ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ກໍ​ເນັ້ນໜັກ​ເຖິງ​ໜ້າ​ທີ່​ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ກາ​ນຄຸ້ມ​ຄອງ​ລັດ, ສ້າງ​ກົງ​ຈັກ​ລັດ​ໃຫ້​ກະທັດລັດ, ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ມີ​ຜົນ​ສັກ​ສິດ, ປະສິດທິ​ຜົນ, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ, ​ເປັນ​ເຂົ້າ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ, ສ້າງ​ສະພາ​ບ​ແວດ​ລ້ອ​ມ​ແຫ່ງ​ສັດ​ຕິ​ພາບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອພັດທະນາປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ