ສິດທິມະນຸດ-ບາດກ້າວເດີນກ່ຽວກັບຈີນຕະນາການດ້ານກົດໝາຍ ໃນລັດຖະທຳມະນູນຂອງປະເທດ ສສ ຫວຽດນາມ

(vovworld)- ວັນ​ທີ 02/12/2013, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ຕາງຫນ້າ​ໃຫ້ ສສຊ ​ເກືອບ  500 ທ່ານ ​ແລະ ປະຊາຊົນ​ຫວຽດນາມ 90 ລ້ານ​ຄົນ ​ໄດ້​ລົງ​ລາຍ​ເຊັນ​​ໃສ່​ລັດຖະທຳ​ມະນູນ​ສະບັບ​ໃຫມ່​ຂອງ ປະ​ເທດ ສສ ຫວຽດນາມ. ກ່ອນ​ຫນ້າ​ນັ້ນ, ວັນ​ທີ 28/11, ດ້ວຍ​ບັດ​ເຫັນ​ດີ 97,59% ຂອງ ສສຊ ​ໄດ້​ຮັບຮ​ອງ​ເອົາ ລັດຖະທຳ​ມະນູນສະບັບ​ປັບປຸງ ​ເພື່ອ​ເຊີດ​ຊູ​ສິດທິ​ມະນຸດ​ຢ່າງ​ລະອຽດ. ​

ສິດທິມະນຸດ-ບາດກ້າວເດີນກ່ຽວກັບຈີນຕະນາການດ້ານກົດໝາຍ  ໃນລັດຖະທຳມະນູນຂອງປະເທດ ສສ ຫວຽດນາມ - ảnh 1
ທ່ານ ຫງວຽນຊີງຮຸ່ງ, ປະທານສະພາແຫ່ງຊາດຫວຽດນາມ

        ສິດ​ທິມະນຸດ, ສິດ ​ແລະ ພັນ​ທະ​ພື້ນຖານ​ຂອງ​ພົນລະ​ເມືອງ ​ແມ່ນ​ບັນຫາ​ສຳຄັນ, ​ແມ່ນ​ເນື້ອ​​ໃນ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ​ບໍ່​ວ່າຂອງ​ປະ​ເທດ​ໃດ​ໃນ​ໂລກ.

        ​ເລື່ອງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ຂອງ​ຫວຽດນາມ ມີ​​ເນື້ອ​​ໃນ​ຕື່ມ​ອີກ​ກ່ຽວ​ກັບ​ສິດ​ທິມະນຸດ​ໃນ​ພາກທີ 2 ​ແມ່ນບາດກ້າວ​ໃຫມ່​ກ່ຽວ​ກັບ​ຈີນ​ຕະນາ​ການ​ດ້ານ​ກົດໝາຍ ພ້ອມ​ທັງ​ຮັບປະກັນ​ໃຫ້​ແກ່​ລັດຖະທຳ​ມະນູນສະບັບ​​ໃຫມ່​ພາຍຫລັງທີ່ໄດ້​ຮັບ​ການ​ປະກາດ​ໃຊ້​ບໍ່​ແຕກ​ຕ່າງ​​ປານ​​ໃດ​ເມື່ອ​ທຽບ​ໃສ່​ເນື້ອ​ໃນ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ອື່ນ​ໃນ​ໂລກ, ຮັບປະກັນ​ການ​ຫັນ​ບັນດາ​ສົນທິ​ສັນຍາ ສປຊ ກ່ຽວ​ກັບ​ສິດທິ​ມະນຸດ​ເປັນ​ລະອຽດ ຊື່​ງຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​.

        ມີ​ຫລາຍ​ເນື້ອ​ໃນ​ກ່ຽວ​ກັບ​ສິດທິ​ມະນຸດ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ

ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ລະບຸ​​ໄວ້​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນ​ຖານ​ຂອງ​ພົນລະ​ເມືອງ​ຢ່າງ​ຄົບ​ຖ້ວນ, ສະ​ແດງ​ໃຫ້​ເຫັນ​ຫນ້າ​ທີ່​ຂອງ​ລັດ ​ແລະ ສັງຄົມ​ໃນ​ການຮັບ​ຮູ້, ​ເຄົາລົບ, ປົກ​ປ້ອງ ​ແລະ ຮັບປະກັນ​ສິດທິມະນຸດ. ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ເປັນ​ຄັ້ງ​ທຳ​ອິດ​ ກຳນົດ​ສິດ​ມີ​ຊີວິດ, ສິດ​ຊົມ​ໃຊ້​ບັນດາ​ຄຸນຄ່າ​ວັດທະນະທຳ, ສິດ​ຮັບ​ຮູ້​ຊົນ​ຊາດ​ຂອງ​ຕົນ, ນຳ​ໃຊ້​ພາສາ​​ແມ່, ສິດ​ເສລີ​ໃນ​ການ​ເລືອກ​ເຟັ້ນພາສາ​ເວົ້າ, ສິດ​ໄດ້​ດຳລົງ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ທີ່​​ໂປ່​ງ​ໃສ. ທ່ານຟ້າ​ມວັນ​ແທ່ງ ຢູ່​ຕາ​ແສງ      ທັງ​ເລີ້​ຍ ​ນະຄອນ ບວນມາ​ທວດ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ​ເລື່ອງ​ນຳ​ສິດທິ​ມະນຸດ​ເຂົ້າ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ແມ່ນ​ດີ​ທີ່​ສຸດ, ​ເໝາະ​ສົມ​ກັບ​ທ່າ​ອ່ຽງຂອງ​ໂລກ ​​ແລະ ຮັບປະກັນ​ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ​ປະຕິບັດ​ສິດທິ​ມະນຸດ.”

        ບັນດາ​ມາດຕາ​​ໃນ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ກໍ​ໄດ້​ຮັບ​ການ​ສັບ​ຊ້ອນ​ຕາມ​ໝວດ​ບັນດາ​ສິດຄືນ​ໃຫມ່ ​ເພື່ອ​ຮັບປະກັນ​ລັກສະນະ​ເອກະ​ພາບ​ລະຫວ່າງ ສິດທິ​ມະນຸດ ​ແລະ ສິດ​ພົນລະ​ເມືອງ, ຮັບປະກັນ​ລັກສະນະ​ວິທະຍາສາດ, ​ເໝາ​ະສົມ. ​ເປັນ​ຫນ້າ​ສົນ​ໃຈ, ​ໃນ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ສິດ​ໃດ​ແມ​່ນໝວດ​ສິດ​ນຳ​ໃຊ້​ສຳລັບສ່ວນ​ບຸກຄົນ​ທຸກ​ຄົນ​ດ້ວຍ​ຖານະ​ແມ່ນ​ສິດທິ​ມະນຸດ, ສິດ​​ໃດ​ແມ່ນ​ໝວດ​ສິດ​ພຽງ​ນຳ​ໃຊ້​ສຳລັບ​ພົນລະ​ເມືອງ​ຫວຽດນາມ ດ້ວຍ​ຖາ​ລະ​ແມ່ນ​ບັນດາ​ສິດ​ພົນລະ​ເມືອງ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ ​ໃຫ້​ຮູ້​ວ່າ:

        “​ໃນ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​​ກຳນົດ​ກ່ຽວ​ກັບ​ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລ​ະ​ເມືອງ​ແມ່ນ​ຍ້າຍ​ຈາກ​ພາກທີ 5 ຂຶ້ນ​ພາກທີ 2. ນັ້ນ​ກໍ​​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄວາ​ມສຳຄັນ​ຂອງ​ພາກ​ກ່ຽວ​ກັບ​ສິດທິ​ມະນຸດ. ທີ​ສອງ ຊື່​ຂອງ​ພາກ​ກໍ​ມີ​ການ​ປ່ຽນ​ແປງ, ກ່ອນ​ນີ້ ​ແມ່ນ​ສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ, ປະຈຸ​ບັນ ​ແມ່ນ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ. ສິ່ງ​ດັ່ງກ່າວ​​ໄດ້​ຢືນຢັນ​ວ່າ: ລັດ ໝັ້ນ​ໝາຍ​ຮັບປະກັນ, ປົກ​ປ້ອງ, ​ເຄົາລົບ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ແມ່ນ​ຖືກຕ້ອງ​ກັບ​ສົນ​ທິສັນຍາ​ສາກົນ ຊື່​ງຫວຽດນາມ​​ໄດ້​ເຂົ້າ​ເປັນ​ສະມາຊິກ. ”

        ບັນດາ​ສິດ​ພື້ນ​ຖານ​ຄື​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ​ສິດ​ເສລີ​ດ້ານ​ສື່​ມວນ​ຊົນ, ສິດ​ສື່​ຂ່າວ, ການ​ປະຊຸມ,ສ້າງ​ຕັ້ງ​ສະມາຄົມ​ຫລື ​ແຫ່​ຂະ​ບວນປະ​ທ້ວງ ສືບ​ຕໍ່​ໄດ້​ຮັບ​ການ​ຢັ້ງຢືນ ​ແລະ ການ​ປະຕິບັດ​ບັນດາ​ສິດ​ດັ່ງກ່າວ​ໂດຍ​​ແມ່ນ​ກົດໝາຍ​ກຳນົດ.

        ຍູ້​ໄວ​ການ​ປະກາດ​ໃຊ້​ກົດໝາຍ​ເພື່ອ​ປະຕິບັດ​ສິດທິ​ມະນຸດ

​ເພື່ອ​ໃຫ້​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດທິ​ທະນຸ​ດ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຊີວິດ​ສັງຄົມ ຄວນ​ປະກາດ​ໃຊ້​ກົດໝາຍ​ເພື່ອ​ມີ​ຂັ້ນ​ຕອນລະບຽບ​ການ​ລະອຽດ. ທ່ານ​ ​ເລ​ມີ​ງທົງ, ຮອງ​ຫົວຫນ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ດ້ານ​ຫລັກການ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ​ໄດ້​ຮັບ​ການ​ກຳນົດ​ໃນ​ລັດຖະທຳ​ມະນູນ ​ແມ່ນ​ມີ​ຜົນ​ສັກສິດ​ປະຕິບັດໂດຍ​ກົງ.  ​​ແຕ່​ ສຳຄັນ​ນັ້ນ​ແມ່ນ​ຂັ້ນ​ຕອນ, ລະບຽບ​ການ​ປະຕິ​ບັດ​ ຫາກ​ຂາດ​ສິດ​ນັ້ນຍາກ​ທີ່​ນຳ​ເຂົ້າ​ສູ່ຊີວິ​ດຕົວ​ຈິງ​ໄດ້. ບັນຫາ​ທີ່​ວາງ​ອອກ​ປະຈຸ​ບັນ ​ຕ້ອງ​ຮີບ​ເຮັ່ງ​ສ້າງ​ກົດໝາຍ​ເພື່ອ​ໃຫ້​ບັນດາ​ສິດ​ຂອງ​ພົນລະ​ເມືອງ​ມີ​ຄວາມ​ໝາຍ​ໃນ​ພຶດຕິກ​ຳຕົວ​ຈິງ.”

        ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ບັນດາສົນທິສັນຍາ​ສິດທິ​ມະນຸດ​ທີ່ສຳຄັນເກືອບ​ທັງ​ໝົດ. ​ເລື່ອ​ງ​ຮັບ​ຮູ້, ຢືນຢັນ​ສິດທິ​ມະນຸດ​ໃນ​ລັດຖະທຳ​ມະນູນ​ຈະ​ປະກອບສ່ວນ​ຮັບປະກັນ​ສິດທິ​ມະນຸດ​ທີ່ໄດ້​ຮັບ​ການ​ປະຕິບັດ​ໃນ​ພຶດຕິ​ກຳ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ