ສິດທິເດັກ ຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບປະກັນ

(VOVWORLD) -ເດືອນເຄື່ອນໄຫວເພື່ອເດັກນ້ອຍປີນີ້ ດຳເນີນໄປໃນທົ່ວປະເທດ ນັບແຕ່ວັນທີ 1 ມິຖຸນາ, ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈຫລຸດຜ່ອນຜົນສະທ້ອນຕໍ່ເດັກນ້ອຍ”, ເດືອນເຄື່ອນໄຫວເພື່ອເດັກນ້ອຍ ຊຸກຍູ້ວົງຄະນາຍາດໃນສັງຄົມ ພ້ອມກັນກະທຳເພື່ອປົກປ້ອງ, ດູແລລຸ້ນຄົນອະນາຄົດຂອງປະເທດຊາດໃຫ້ເປັນຢ່າງດີ ແລະຮັບປະກັນສິດທິເດັກໃຫ້ຖືກຕ້ອງຕາມຄຳໝັ້ນສັນຍາສາກົນຂອງ ຫວຽດນາມ.

ສິດທິເດັກ ຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບປະກັນ - ảnh 1ການເຄື່ອນໄຫວຕ່າງໆສະຫງວນໃຫ້ແກ່ເດັກນ້ອຍໃນຫໍສະມຸດ. ພາບປະກອບ:Thu Hương/TTXVN

ເດືອນເຄື່ອນໄຫວເພື່ອເດັກນ້ອຍປີນີ້ ດ້ວຍຫລາຍຫົວເລື່ອງ, ລວມມີ: ການປ້ອງກັນຕ້ານອຸປະຕິເຫດ, ບາດເຈັບໃຫ້ແກ່ເດັກນ້ອຍ ແມ່ນຮັບປະກັນສິດມີຊີວິດຂອງເດັກນ້ອຍ; ໂທຫາໝາຍເລກ 111 ແມ່ນສູນໂທລະສັບແຫ່ງຊາດປົກປ້ອງເດັກ ເພື່ອລາຍງານທຸກການກະທຳທາລຸນເດັກ; ຮັບຟັງເດັກດ້ວຍ ຫົວໃຈ, ປົກປ້ອງເດັກດ້ວຍການກະທຳ; ກົດໝາຍປັບໄຫມລົງໂທດຢ່າງເຂັ້ມງວດທຸກການກະທຳໃຊ້ຄວາມຮຸນແຮງ, ທາລຸນເດັກ…

ຮັບປະກັນສິດດຳລົງຊີວິດຢ່າງປອດໄພ, ປອດໃສຂອງເດັກ

ເດືອນເຄື່ອນໄຫວເພື່ອເດັກນ້ອຍ ແນໃສ່ລະດົມການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ ພ້ອມກັບພັກ, ລັດ, ລັດຖະບານ ປົກປ້ອງ, ດູແລເດັກ, ສືບຕໍ່ສ້າງສະພາບແວດລ້ອມການດຳລົງຊີວິດທີ່ປອດໄພ, ປອດໃສ, ໃກ້ຊິດສະຫນິດສະຫນົມໃຫ້ແກ່ເດັກ. ທ່ານ ດັ້ງຮວານາມ, ຫົວຫນ້າກົມປົກປ້ອງເດັກ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ:

 “ເດືອນເຄື່ອນໄຫວເພື່ອເດັກນ້ອຍປີນີ້ ໄດ້ເນັ້ນຫນັກເຖິງຄວາມຮັບຜິດຊອບຂອງອຳນາດການປົກຄອງທ້ອງຖິ່ນ ພິເສດແມ່ນຂັ້ນແຂວງ ໃນການເອົາໃຈໃສ່ລົງທຶນແຫລ່ງກຳລັງ ລວມມີງົບປະມານທ້ອງຖິ່ນ, ສັບຊ້ອນຜູ້ເຮັດວຽກງານປົກປ້ອງເດັກນ້ອຍຢູ່ຂັ້ນຕາແສງ, ຜູ້ຮ່ວມງານປົກປ້ອງເດັກຢູ່ຂັ້ນວົງຄະນາຍາດ, ຕາແສງ, ບ້ານ, ເຂດຊຸມຊົນ. ພວກເຮົາເຮັດແນວໃດຍູ້ແຮງການປ້ອງກັນຕ້ານການທາລຸນເດັກ”

ເດືອນເຄື່ອນໄຫວເພື່ອເດັກນ້ອຍປີນີ້ ຫວຽດນາມບໍ່ພຽງແຕ່ສ້າງການຫັນປ່ຽນຢ່າງແຮງໃນການຫນູນຊ່ວຍ, ແກ້ໄຂບັນຫາກ່ຽວຂ້ອງເຖິງການປົກປ້ອງເດັກເທົ່ານັ້ນ ຫາກເປົ້າໝາຍສູງສົ່ງກວ່າ ນັ້ນແມ່ນຫັນປ່ຽນຢ່າງແຮງໄປຍັງການປ້ອງກັນເຫດ, ສ້າງສະພາບແວດລ້ອມການດຳລົງຊີວິດຢ່າງປອດໄພໃຫ້ເດັກນ້ອຍ. ເລື່ອງເພີ່ມທະວີຄວາມຮັບຜິດຊອບຂອງວົງຄະນາຍາດໃນສັງຄົມ ແລະ ມີແຫລ່ງກຳລັງລົງທຶນເໝາະສົມໄດ້ຮັບຖືວ່າ: ແມ່ນວິທິເພື່ອຊຸກຍູ້ເປົ້າໝາຍນີ້. ເພາະສະນັ້ນ ໃນບັນດາແຜນການພັດທະນາເສດຖະກິດສັງຄົມໄລຍະກາງ ແລະ ທຸກປີ, ຫວຽດນາມ ຈະເພີ່ມທະວີການລົງທຶນໃຫ້ແກ່ວຽກງານປົກປ້ອງເດັກ, ພິເສດແມ່ນລົງທຶນພັດທະນາລະບົບການບໍລິການ, ວຽກງານສັງຄົມເພື່ອດູແລ ແລະ ປົກປ້ອງເດັກໃຫ້ດີກວ່າເກົ່າ.

ບັນດາໝວດສິດອື່ນຂອງເດັກກໍ່ໄດ້ຮັບປະກັນ

ຫວຽດນາມ ແມ່ນປະເທດທຳອິດຢູ່ ອາຊີ ແລະ ແມ່ນປະເທດທີສອງໃນໂລກ ໄດ້ໃຫ້ສັດຕະຍາບັນສົນທິສັນຍາ ສປຊ ກ່ຽວກັບສິດທິເດັກ (CRC) ໃນປີ 1990. ດ້ວຍຄຳໝັ້ນສັນຍາດ້ານການເມືອງ ແລະ ການນຳພາຂອງພັກ, ລັດ, ບັນດາໝວດສິດທິເດັກຢູ່ທຸກແຖບຖິ່ນປະເທດຊາດໄດ້ຮັບປະກັນຢ່າງບໍ່ຢຸດຢັ້ງ. ລະບົບກົດໝາຍ, ນະໂຍບາຍເພື່ອປົກປ້ອງເດັກ, ດູແລເດັກ ໄດ້ສ້າງຂຶ້ນດ້ວຍຫລັກການສະເຫມີຕົ້ນສະເຫມີປາຍ “ຜົນປະໂຫຍດດີສຸດສະຫງວນໃຫ້ແກ່ເດັກ”; ສອດຄ່ອງກັບບັນດາຫລັກການ, ມາດຖານດ້ານນິຕິກຳສາກົນ ແລະ ເງື່ອນໄຂເສດຖະກິດ ສັງຄົມ ຫວຽດນາມ.

ພ້ອມກັບລະບົບກົດໝາຍ, ລັດຖະບານ ຫວຽດນາມ ໄດ້ໃຫ້ສັດຕະຍາບັນຫລາຍລາຍການ, ແຜນດຳເນີນງານ ປະຕິບັດໃນທົ່ວປະເທດ ເພື່ອປົກປ້ອງ ແລະ ແກ້ໄຂບັນຫາຍັງຄົງຄ້າງ, ເກີດຂຶ້ນໃຫມ່ທີ່ກ່ຽວຂ້ອງເຖິງເດັກນ້ອຍ. ສະນັ້ນ ພາຍຫລັງ 33 ປີແຫ່ງການປະຕິບັດ CRC, ສິດມີຊີວິດຂອງເດັກນ້ອຍ ຫວຽດນາມ ນັບມື້ນັບໄດ້ຮັບປະກັນໃຫ້ດີກວ່າໃນຕົວຈິງ.

ກ່ຽວກັບເລື່ອງປະຕິບັດໝວດສິດໄດ້ຮັບການປົກປ້ອງຂອງເດັກນ້ອຍ, ລະບົບປົກປ້ອງເດັກ ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວປະເທດ. ບັນດາຮູບການດູແລເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແມ່ນມີຫລາຍຮູບແບບ ແລະ ເໝາະສົມກັບຄວາມຕ້ອງການຂອງແຕ່ລະໝວດເປົ້າໝາຍ ໄດ້ປະກອບສ່ວນນຳອັດຕາສ່ວນເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ(ເມື່ອທຽບໃສ່ຍອດຈຳນວນເດັກນ້ອຍ)ໄດ້ຮັບການປົກປ້ອງ, ດູແລ ບັນລຸລະດັບ 96%; ເດັກນ້ອຍອາຍຸ ຕ່ຳກວ່າ  6 ປີ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດແມ່ນຂຶ້ນກັບຄອບຄົວທຸກຍາກ, ຊົນເຜົ່າສ່ວນຫນ້ອຍດຳລົງຊີວິດຢູ່ເຂດປະສົບກັບຄວາມຫຍຸ້ງຍາກຂອງ ຫວຽດນາມ ໄດ້ຍົກເວັ້ນຄ່າຮຽນ ແລະ ໄດ້ຫນູນຊ່ວຍດ້ານກົດໝາຍໂດຍບໍ່ຕ້ອງເສຍຄ່າເມື່ອມີຄວາມຈຳເປັນ.

ກ່ຽວກັບການລະຫລິ້ນບັນເທິງ ແລະ ປະຕິບັດສິດໄດ້ເຂົ້າຮ່ວມຂອງເດັກນ້ອຍ, ຫວຽດນາມ ໄດ້ລົງທຶນສ້າງ ແລະ ສະຫງວນ 30% ເວລາເຄື່ອນໄຫວໃຫ້ແກ່ເດັກຢູ່ ຫໍສະມຸດ, ຫໍພິພິທະພັນ, ສະໂມສອນວັດທະນະທຳ ສິລະປະ, ເຂດລະຫລິ້ນກິລາກາຍະກຳ.

ເຖິງວ່າ ບັນລຸໄດ້ບັນດາຜົນງານທີ່ບໍ່ອາດປະຕິເສດໄດ້ ແຕ່ເລື່ອງຮັບປະກັນສິດທິເດັກ ຢູ່ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ສະນັ້ນ ປະຊາຄົມຍັງສືບຕໍ່ຮ່ວມແຮງຮ່ວມໃຈມີການກະທຳເພື່ອຮັບປະກັນສິດທິເດັກໃຫ້ເປັນຢ່າງດີ ຜ່ານຊ່ວງເວລາຈຸດສຸມ ນັ້ນແມ່ນ ເດືອນເຄື່ອນໄຫວເພື່ອເດັກນ້ອຍໂດຍໄດ້ຈັດຂຶ້ນໃນເດືອນມິຖຸນາທຸກປີ. ພ້ອມກັນນັ້ນ ຫວຽດນາມ ໄດ້ ແລະ ພວມສືບຕໍ່ປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ພິເສດ ແມ່ນຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍເດັກນ້ອຍໃຫ້ສອດຄ່ອງກັບ ສົນທິສັນຍາ CRC ພ້ອມທັງຈັດຕັ້ງຜັນຂະຫຍາຍບັນດາມະຕິ, ເອກະສານນິຕິກຳ ແລະ ລາຍການ,ແຜນການດຳເນີນງານເພື່ອເດັກນ້ອຍໄລຍະ 2021 – 2030.

ຕອບກັບ

ຂ່າວ/ບົດ​ອື່ນ