ສິດປ້ອງກັນລວມໝູ່ຍີ່ປຸ່ນ: ຈົ່ງຮັກພັກດີຕໍ່ເສັ້ນທາງສັນຕິພາບ


(vovworld)-  ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ຮຽກຮ້ອງ​ລັດຖະບານ​ປະ​ເທດ​ນີ້ ຈົ່ງ​ພິຈາລະນາ​ຄືນ​ບັນດາ​ຂໍ້​ຈຳກັດ​ໃນ​ລັດຖະທຳ​ມະນູນທີ່​ໄດ້​ກີດຂວາງກຳລັງ​ປ້ອງ​ກັນ​​ຍິ່ປຸ່ນ (SDF) ​ເຂົ້າຮ່ວມ​ການ​ສູ້​ຮົບ​ຢູ່​ຕ່າງປະ​ເທດ. ທ່ານ Shinzo Abe ກໍ່​ພວມ​ມານະ​ພະຍາຍາມຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປະຕິບັດ​ສິດ​ປ້ອງ​ກັນ​ລວມໝູ່​ນີ້. ​ເຖິງ​ວ່າ​ໄດ້​ໃຫ້​ຄຳໝັ້ນສັນຍາ​ວ່າ​ໂຕ​ກຽວ ຈະ​ຈົ່ງ​ຮັກ​ພັກດີຕໍ່ ເສັ້ນທາງສັນຕິພາບ, ​ແຕ່ຂໍ້​ສະ​ເໜີ​ນີ້​ພວມ​ມີ​ຫຼາຍ​ແຫຼ່ງຫາງ​ສຽງ​ສາກົນ ​ແລະ ພາກ​ພື້ນ​ທີ່​ແຕກ​ຕ່າງ​ກັນ.

   ຂໍ້​ຕົກລົງ​ນີ້​ຂອງທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​​ໄດ້​ຍົກ​ອອກ​ມາ​ພາຍຫຼັງຄະນະ​ທີ່​ປຶກສາ​ປ້ອງ​ກັນ​ຄວາມ​ສະຫງົບ​ຍື່ນ​ສະ​ເໜີ​ບົດ​ລາຍ​ງານ​ຕໍ່​ທ່ານ Shinzo Abe ດ້ວຍ​ຂໍ້​ສະ​ເໜີ​ອະທິບາຍ​ລັດຖະທຳ​ມະນູນ​ຄືນ​ໃໝ່​ຕາມ​ທິດ​ອະນຸຍາດ​ໃຫ້​ໂຕ​ກຽວ​ ປະຕິບັດ​ສິດ​ປ້ອງ​ກັນ​ລວມໝູ່. ການ​ລົບ​ລ້າງ​ຄຳ​ສັ່ງ​ເກື​ອດຫ້າມ​ນີ້​ມີ​ຄວາມ​ໝາຍ​ດຽວ​ກັນ​ກັບ​ເລື່ອງ​ຍີ່ປຸ່ນ ສາມາດ​ປະຕິບັດ​ສິດ​ນຳ​ໃຊ້​ກຳລັງ​ທະຫານ​ເພື່ອ​ປົກ​ປ້ອງບັນດາ​ພັນທະ​ມິດ ຫຼື​ບັນດາ​ປະ​ເທດ​ທີ່​ມີການ​ພົວພັນ​ສະໜິດສະໜົມ​ກັບ​ຍີ່ປຸ່ນ ​ໃນ​ກໍລະນີ​ເຂົາ​ເຈົ້າຖືກ​ບຸກ​ໂຈມ​ຕີ​ດ້ວຍ​ກຳລັງ​ອາວຸດ.

  

 ສິດປ້ອງກັນລວມໝູ່ຍີ່ປຸ່ນ: ຈົ່ງຮັກພັກດີຕໍ່ເສັ້ນທາງສັນຕິພາບ - ảnh 1

ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe

(ພາບ: AFP)

​ມີ​ສິດ​ແຕ່​ບໍ່​ສາມາດ​ປະຕິບັດ

​  ໃນ​ໄລຍະ​ຜ່ານ​ມາ, ​ໂຕ​ກຽວ ​ຍັງ​ຮັກສາທັດສະນະ​ທີ່​ວ່າ, ຍີ່ປຸ່ນ ​ມີ​ສິດ​ປ້ອງ​ກັນ​ລວມໝູ່​ແຕ່​ບໍ່​ສາມາດ​ປະຕິບັດ​ໄດ້​ຍ້ອນ​ມີຂອບ​ເຂດ​ຈຳກັດຊື່​ງມາດ ຕາ​ທີ 9 ລັດຖະທຳ​ມະນູນ​ປະ​ເທດ​ນີ້​ໄດ້​ຈັດ​ວາງ, ຕາມ​ນັ້ນ​ແລ້ວ​ຫ້າມ​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ​ເພື່ອ​ແກ້​ໄຂ​ບັນດາ​ການ​ພິພາດ​ສາກົນ. ຍ້ອນ​ວ່າການ​ປ່ຽນ​ແປງ​ນະ​ໂຍບາຍ​ປ້ອງ​ກັນຊາ​ດອັນ​ເປັນ​ພື້ນຖານ​ນີ້ ຮຽກຮ້ອງ​ໃຫ້​ໂຕ​ກຽວ ຕ້ອງ​ປ່ຽນ​ແປງ​ວິທີ​ເຂົ້າ​ໃຈ​ຕໍ່​ລັດຖະທຳ​ມະນູນ​ສັນຕິພາບ, ຊື່​ງ​ແມ່ນ​ການ​ກະທຳ​ທີ່​ບັນດາ​ຄູ່​ຮ່ວມ​ມື​ໃນ​ສຳພັນທະ​ມິດ​ຂອງ​ທ່ານ Shinzo Abe, ປະຈຸ​ບັນ NKP ຍັງ​ບໍ່​ທັນ​ໄດ້​ຕົກລົງ​ເທື່ອ.

   ຕາມ​ຄຳ​ຢັ້ງຢືນ​ຂອງທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ດ້ວຍ​ການ​ອະທິບາຍ​ລັດຖະທຳ​ມະນູນ​ປະຈຸ​ບັນ, ຍີ່ປຸ່ນ​ ບໍ່​ສາມາດ​ປົກ​ປ້ອງ​ພົນລະ​ເມືອງ​ຂອງ​ຕົນ. ຕົວຢ່າງ​ຄື: ​ເລື່ອງ​ກຳ​ປັ່ນ​ທະຫານ​ເຮືອ​ອາ​ເມ​ລິ​ກາ ພວມ​ບັນທຸກ​ພົນ​ລະ​​ເມືອງ​ຍີ່ປຸ່ນ ຢູ່​ເຂດ​ປະ​ທະ​ກັນ​ທີ່ນອກ​ເຂດນ້ຳ​ດິນ​ແດນ​ແຫ່ງ​ຊາດ​ຖຶກໂຈມ​ຕີ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຖື​ວ່າ, ຕາມ​ການ​ທິບາຍ​ປະຈຸ​ບັນ​ສຳລັບມາດຕາ​ທີ 9 ລັດຖະທຳ​ມະນູນ​ຍີ່ປຸ່ນ, ກຳລັງ​ປ້ອງ​ກັນ​ຍີ່ປຸ່ນ​ ບໍ່​ສາມາດ​ນຳ​ໃຊ້​ກຳລັງ​ອາວຸດ ​ເວັ້ນ​ເສຍ​ແຕ່​ຖືກ​ບຸກ​ໂຈມ​ຕີ. ສະນັ້ນ, ຍີ່ປຸ່ນ​ ບໍ່​ສາມາດ​ລະດົມ​ກຳລັງປ້ອງ​ກັນ​ເພື່ອ​ປົກ​ປ້ອງ​ກຳ​ປັ່ນ​ອາ​ເມ​ລິ​ກາ, ​ເຖິງ​ວ່າ​ກຳ​ປັ່ນ​ລຳນີ້​ກຳລັງ​ບັນທຸກ​ພົນລະ​ເມືອງ​ຍີ່ປຸ່ນ.

ສິດປ້ອງກັນລວມໝູ່ຍີ່ປຸ່ນ: ຈົ່ງຮັກພັກດີຕໍ່ເສັ້ນທາງສັນຕິພາບ - ảnh 2

 (ພາບ: http://dantri.com.vn)

ບັນດາ​ແຫຼ່ງຫາ​ງສຽງທີ່​ແຕກ​ຕ່າງ​ກັນ

​    ໃນ​ທັນທີ, ບັນດາ​ປະ​ເທດພາຍ​ໃນ ​ແລະ ນອກ​ພາກ​ພື້ນລ້ວນ​ແຕ່​ມີ​ປະຕິກິລິຍາ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຂໍ້​ຕົກລົງ​ນີ້​ຂອງທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ວໍ​ຊິງ​ຕັນ ​ສະ​ແດງ​ໃຫ້​ເຫັນໄດ້​ສະ​ແດງ​ວ່າ, ດ້ວຍ​ຖານະ​ເປັນ​ພັນທະ​ມິດ​, ອາ​ເມ​ລິ​ກາ “ຊົມ​ເຊີຍ ​ແລະ ສະໜັບສະໜູນ“ ການ​ໂຕ້​ວາທີ​ພາຍ​ໃນ​ປະ​ເທດ​ຍິ່ປຸ່ນ ກ່ຽວ​ກັບ​ເລື່ອງ​ໂຕ​ກຽວ ຕ້ອງ​ລົບ​ລ້າງຄຳ​ສັ່ງ​ຫ້າມ​ການ​ນຳ​ໃຊ້​ສິດ​ປ້ອງ​ກັນ​ລວມໝູ່​ຊື່​ງປະ​ເທດ​ນີ້​ໄດ້​ຈັດ​ວາງ​ດ້ວຍ​ຕົນ​ເອງ​ຫຼື​ບໍ່. ສ່ວນ​ຈີນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ ​ແລະ ຮຽກຮ້ອງ​ໂຕ​ກຽວ​ຈົ່ງ​ພິຈາລະນາ ປະຫວັດ​ສາດ​ຄືນ​ໃໝ່ ​ເພື່ອ​ສວມ​ບົດບາດ​ສ້າງສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ສ.​ເກົາຫຼີ​ ພັດ​ຮຽກຮ້ອງ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມສະຫງົບຂອງ​ຍີ່ປຸ່ນ ຄວນ​ອີງ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ລັດຖະທຳ​ມະນູນ​ສັນຕິພາບ​ຂອງ​ປະ​ເທດ​ນີ້ ​ແລະ ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ຂໍ້​ສະ​ເໜີ​ຂອງທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຍັງ​ໄດ້​ຮັບ​ການ​ຄັດຄ້ານ​ຢ່າງ​ແຮງ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ດ້ວຍ​ປະມານ 2000 ຄົນ​ເຕົ້າ​ໂຮມ​ກັນ​ຈັດການ​ແຫ່​ຂະ​ບວນປະ​ທ້ວງ ​ເພື່ອ​ຄັດຄ້ານ​ການອະນຸ ຍາດ​ນຳ​ໃຊ້ສິດ​ປ້ອງ​ກັນ​ລວມໝູ່.

ມຸ້ງ​ໄປ​​ເຖິງ​​ເສັ້ນທາງ​ສັນຕິພາບ​ທີ່​ຕັ້ງໜ້າ

   ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ຂໍ້​ສະ​ເໜີ​ການ​ນຳ​ໃຊ້​ສິດ​ປ້ອງ​ກັນ​ລວມໝູ່​ແມ່ນ​ສ່ວນ​ໜຶ່ງ​ໃນ​ຄຳ​ນິຍາມ “ລັດທິ​ສັນຕິພາບ​ທີ່​ຕັ້ງໜ້າ“ ​ໂດຍ ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຍົກ​ອອກ​ມາ ​ເພື່ອ​ແນ​ໃສ່​ອະທິບາຍ​ໃຫ້​ແກ່​ເລື່ອງ​ຍີ່ປຸ່ນ ຢາກຜ່ອນຄາຍ​ບັນດາ​ຂໍ້​ກຳນົດ​ທີ່​ໜັກ​ແໜ້ນ​ກ່ຽວ​ກັບ​ການ​ທະຫານ​ປະຕິບັດ​ຕາມ​ລັດຖະທຳ​ມະນູນ​ປະກາດ​ໃຊ້​ໃນ​ປະຈຸ​ບັນ ​ເພື່ອ​ສາມາດ​ສວມ​ບົດບາດ​ໃຫ່ຍກ່ວາ ​ໃນ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ພາກ​ພື້ນ ​ແລະ ​ໂລກ.

   ບັນດາ​ການ​ປະ​ທະ​ກັນ​ຢ່າງ​ຂ້ຽວຂາດ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ແລະ ອາຊີ​ຕາວັນ​ອອກ​ສ່ຽງ​ໃຕ້, ການ​ປຸກລຸກ​ຢ່າງ​ແຮງ​ຂອງ​ຈີນ, ຊື່​ງ​ແມ່ນ​ປະ​ເທດ​ທີ່​ມີ​ການ​ພິພາດ​ອະທິປະ​ໄຕ​ກັບ​ຍີ່ປຸ່ນ, ຖືກ​ຖື​ວ່າ​ແມ່ນ​ບັນດາ​ປັດ​ໄຈ​ຊຸກຍູ້​ອຳນາດ​ການ​ປົກຄອງ​ຂອງທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຍູ້​ໄວ​ວິວັດ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ສິດ​ປ້ອງ​ກັນ​ລວມໝູ່. ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງກັນ​ລວມໝູ່, ຈົ່ງຮັກ​ພັກດີ​ກັບ​ເສັ້ນທາງ​ສັນຕິພາບ ​ແລະ ຈະ​ບໍ່​ກາຍ​ເປັນ​ປະ​ເທດ​ກໍ່​ໃຫ້​ເກີດ​ສົງ​ຄາມ ​ແມ່ນ​ຫຼັກ​ໝັ້ນ​ຂອງທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ​ແຕ່​ວ່າ, ຄວາມ​ປາດ​ຖະໜາ​ນີ້​ຂອງທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຈະ​ໄດ້​ປະຕິບັດ​ຫຼື​ບໍ່, ​ແມ່ນ​ຂຶ້ນ​ກັບ​ຫຼາຍ​ປັດ​ໄຈ. ​ໄປ​ຄຽງ​ຄູ່​ກັບ​ບັນດາ​ຄຳ​ເຫັນ​ແຕກ​ຕ່າງ​ກັນ, ນັກ​ສັງ​ເກດ​ການ​ບາງ​ທ່ານ​ພັດ​ຖືກ​ວ່າ, ການ​ຮັບປະກັນ​ຄວາມ​ສາມາດ​ປ້ອງ​ກັນ​ລວມໝູ່ ຈະ​ອະນຸຍາດ​ໃຫ້​ຍີ່ປຸ່ນ ນຳ​ມາ​ເຊິ່ງຄວາມ​ດຸ່ນດ່ຽງ​ທີ່​ຈຳ​ເປັນ​ໃຫ້​ແກ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກ./.

ຕອບກັບ

ຂ່າວ/ບົດ​ອື່ນ