ສິດອຳນາດຂອງປະຊາຊົນ


(vovworld)-  ລັດຖະທຳ​ມະນູນ​ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ (​ໄດ້​ຮັບ​ການ​ປັບປຸງ​ເມື່ອ​ປີ 2013) ມີຜົນ​ສັກສິດນັບ​ແຕ່​ວັນ​ທີ 1/1/2014 ​ເປັນຕົ້ນ​ໄປ. ໜຶ່ງ​ໃນ​ບັນດາ​ເນື້ອ​ໃນຂອງ​ລັດຖະທຳ​ມະນູນ​ແມ່ນ​ຍົກ​ສູງ​ສິດ​ອຳນາດ​ຂອງ ປຊຊ. ນີ້​ແມ່ນ​ທັດສະນະ​ພື້ນຖານ​ທີ່​ໄດ້​ລະບຸໄວ້​ໃນບັນດາ​ພາກ, ຂໍ້​ມາດ​ຕາຂອງລັດຖະທຳ​ມະນູນ ຊື່​ງຊີ້​ແຈ້ງ​ຕົ້ນກຳ​ເນີ​ດ, ທາດ​ແທ້, ກຳລັງ​ແຮງ​ຂອງ​ສິດ​ອຳນາດ​ແຫ່ງ​ລັດ​ແມ່ນ​ຢູ່​ໃນໝູ່ ປຊຊ, ຂຶ້ນກັບ ປຊຊ, ປຊຊ ​ແມ່ນ​ເຈົ້າພາບ​ສູງ​ສຸດ​ຂອງ​ສິດ​ອຳນາດ​ແຫ່ງ​ລັດ. ບັນນາທິການ VOV ຂໍ​ຄັດ​ສະ​ເໜີບົດ​ຂອງ​ທ່ານ​ສາດສະດາຈານ, ດຣ ຫວູ້ວັນ​ຮ່ວຽນ ຮອງ​ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ດ້ວຍ​ຫົວ​ຂໍ້​ວ່າ: ສິດ​ອຳນາດ​ຂອງ​ປະຊາຊົນ.

ສິດອຳນາດຂອງປະຊາຊົນ - ảnh 1

ປຊຊ ປະກອບ​ຄຳ​ເຫັນ​​ເຂົ້າ​ໃນ​ການ​ປັບປຸງລັດຖະທຳ​ມະນູນ

(ພາບ: Trube)

  ລັດຖະທຳ​ມະນູນ​ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽ​ດນາມ (​ໄດ້​ຮັບ​ການ​ປັບປຸງ​ເມື່ອ​ປີ 2013) ຖະ​ແຫຼ​ງວ່າ: “​ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽ​ດນາມ ​ໂດຍ ປຊຊ ​ເປັນ​ເຈົ້າ, ສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ ປຊຊ ຊື່​ງພື້ນຖານ​ແມ່ນສຳພັນ​ທະ​ມິດ​ລະຫວ່າງ​ຊົນ​ຊັ້ນກຳມະກອນ​ກັບ​ຊົນ​ຊັ້ນຊາວ​ກະສິກອນ ​ແລະ ຖັນ​ແຖວ​ນັກ​ປັນຍາ​ຊົນ“.

  ຖ້າ​ພິຈາລະນາ​ທັງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ປີ 2013 ຢັ້ງຢືນ​ວ່າ ສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ ປຊຊ ​ໂດຍ​ອີງ​ຕາມ​ບັນດາ​ພື້ນຖານ​ທີ່ໝັ້ນຄົງ​ໜັກ​ແໜ້ນ.

 ສິດອຳນາດຂອງປະຊາຊົນ - ảnh 2

(ພາບປະກອບ)

ສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ລ້ວນ​ແຕ່​ຂຶ້ນ​ກັບ ປຊຊ

  ​​ ທ່ານ​ປະທານ​ໂຮ່ຈິ​ມິນ, ຜູ້​ນຳ​ທີ່​ປີ​ຊາ​ສາມາດ​ຂອງ​ຊາດ​ຫວຽດນາມ ຍາມ​ໃດ​ກໍ່​ຢັ້ງຢືນ​ແນວ​ຄິດ “​ເອົາ ປຊຊ ​ເປັນ​ກົກ​“, ສະນັ້ນ, ​ເມື່ອ​ຍາດ​ໄດ້​ອຳນາດ​ການ​ປົກຄອງ, ສ້າງ​ລັດ​ໃໝ່, ລັດ​ນັ້ນຈະ​ແມ່ນ​ລັດ​ຂອງ ປຊຊ, ​ໂດຍ ປຊຊ ​ແລະ ​ເພື່ອ ປຊຊ.

   ​ໃນ​ໂຄງການ​ການ​ເມືອງ​ສ້າງສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ປີ 1991“, ຫຼັກການ​ຈັດຕັ້ງຂອງ​ລັດ​ໄດ້​ຮັບ​ການ​ກຳນົດ​ວ່າ: “ລັດ​ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ​ສິດ​ນິຕິບັນຍັດ, ບໍລິຫານ ​ແລະ ຕຸລາການ, ດ້ວຍ​ການຈັດ​ແບ່ງ​ສາມ​ສິດ​ນັ້ນຢ່າງ​ຈະ​ແຈ້ງ“. ​ໂດຍ​ໄດ້​ຫັນ​ເນື້ອ​ໃນ​ຈິດ​​ໃຈ​ດັ່ງ​ກ່າວ​ເປັນ​ລະອຽດ, ມະຕິກອງ​ປະຊຸມ​ໃຫ່ຍຄັ້ງທີ 9 ຂອງ​ພັກ​ຢືນຢັນ​ວ່າ: ລັດ​ຫວຽດນາມ ​ແມ່ນ​ເຄື່ອງມື​ຕົ້ນຕໍ​ເພື່ອ​ປະຕິບັດ​ສິດ​ເປັນ​ເຈົ້າຂອງ ປຊຊ, ​ແມ່ນ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດຂອງ ປຊຊ, ​ໂດຍ ປຊຊ ​ແລະ ​ເພື່ອ ປຊຊ. ຕໍ່​ຈາກ​ນັ້ນ, ມະຕິກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ​​ໄດ້​ຮັບຮອງ​ເອົາ​ໂຄງການ​ການ​ເມືອງ​ສ້າງສາ​ປະ​ເທດ​ຊາດ ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ (ປັບປຸງ, ​ເພີ່ມ​ເຕີມ​ປີ 2011), ​ໃນ​ນັ້ນສືບ​ຕໍ່​ຢືນຢັນ​ວ່າ: “ລັດ​ຫວຽດນາມ ​ແມ່ນລັດ​ແຫ່ງ​ອຳນາດ​ນິຕິບັນຍັດຂອງ ປຊຊ, ​ໂດຍ ປຊຊ ​ແລະ ​ເພື່ອ ປຊຊ“.

   ສະນັ້ນ, ການ​ກຳນົດ​ສິດ​ອຳນາດ​ສູ​ງສຸດ​ຂອງ​ລັດ​ຫວຽດນາມ ຂຶ້ນ​ກັບ ປຊຊ ​ແມ່ນ​ຫຼັກໝັ້ນທີ່​ເດັດດ່ຽວ, ບໍ່​ມີ​ການ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. 

ຫັນ​ສິດ​ອຳນາດ​ຂອງ ປຊຊ ​ທີ່​ລະບຸ​ໄວ້ໃນ​ລັດຖະມຳທະນູ​ນ​ເປັນ​ລະອຽດ

   ​ໃນ​ບັນດາ​ພາກ, ຂໍ້​ມາດຕາ​ຂອງ​ລັດຖະທຳ​ມະນູນ. ​ເນື້ອ​ໃນສັງ​ລວມ ​ແລະ ພົ້ນ​ເດັ່ນ​ແມ່ນ: ສິດ​ອຳນາດ​ທັງ​ໝົດ​ຂອງ​ລັດ​ແມ່ນ​ຂຶ້ນ​ກັບ ປຊຊ, ​ເຕົ້າ​ໂຮມ​ໃນ​ໝູ່ ປຊຊ, ໝາຍ​ຄວາມ​ວ່າ,ສິດ​ອຳນາດ​ຂອງ​ລັດ​ໃນ​ທຸກຂົ​ງ​ເຂດ ນິຕິບັນຍັດ, ບໍລິຫານ ​ຫຼື ຕຸລາການລ້ວນ​ແຕ່​ມີ​ຕົ້ນກຳ​ເນີ​ດລວມ​ແມ່ນ​ຮັບ​ໃຊ້ ປຊຊ, ຮັບ​ປະກັນ​ສິດ​ເປັນ​ເຈົ້າຂອງ ປຊຊ, ​ໂດຍ ປຊຊ ມອບ​ສິດ​ໃຫ້. ວິທີ​ຈັດຕັ້ງສິດ​ອຳນາດ ​ແລະ ສະພາບຕົວ​ຈິງ​ແຫ່ງ​ການ​ປະຕິບັດ​ສິດ​ອຳນາດ​ຂອງ​ທຸກ​ອົງການ​ແຫ່ງ​ລັດ​ລ້ວນ​ແຕ່​ຕ້ອງ​ຮັບ​ໃຊ້ ປຊຊ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ​ແລະ ຮັບຜິດຊອບ​ຕໍ່ໜ້າ ປຊຊ. ນັ້ນ​ແມ່ນ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ຈຳກັດ​ບັນດາ​ປັດ​ໄຈ​ຫຍໍ້​ທໍ້, ຂາດ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ ຫຼື​ສ່ວນ​ບຸກຄົນ​ໄດ້​ຮັບ​ການ​ມອບ​ສິດ​ປະຕິບັດ​ສິດ​ອຳນາດ​ຈາກ ປຊຊ. ພ້ອມ​ກັນນັ້ນກໍ່​ແມ່ນ​ພື້ນ​ຖາ​ນ​ເພື່ອ​ສ້າງ​ກົນ​ໄກ​ກວດ​ກາ, ຕີ​ລາຄາ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງ​ບັນດາ​ອົງການ​ສິດ​ອຳນາດ​ແຫ່ງ​ລັດ.

  ບົນ​ພື້ນຖານ​ທັດສະນະ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ທີ່​ວ່າ: ສິດ​ອຳນາດ​ແຫ່ງ​ລັດ​ແມ່ນ​ຂຶ້ນ​ກັບ ປຊຊ ນັ້ນ, ລັດຖະທຳ​ມະນູນ​ກຳນົດ​ແຈ້ງ​ບັນດາ​ວຽກ​ລະອຽດ​ຊື່​ງ ປຊຊ ປະຕິບັດ​ສິດ​ອຳນາດ​ຂອງ​ຕົນ​. ນັ້ນ​ແມ່ນ​ການ​​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ໂດຍ​ກົງ. ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ໂດຍ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເປັນ​ຜູ້ເລືອກ​ຕັ້ງຈະ​ໄດ້​ຮັບ​ການ​ຕິດຕາມ​ກວດກາ, ຕີ​ລາຄາ​ຈາກ ປຊຊ.

ກົນ​ໄກ​ປະຕິບັດ​ສິດ​ອຳນາດ​ຂອງ ປຊຊ

  ການ​ປະຕິບັດສິດ​ອຳນາດ​ຂອງ ປຊຊ ຢ່າງ​ມີ​ປະສິດທິ​ຜົນ​ແມ່ນ​ປະຕິບັດ​ຂໍ້​ກຳນົດ “ພັກ​ນຳພາ, ປຊຊ ​ເປັນ​ເຈົ້າ, ລັດ​ຄຸ້ມ​ຄອງ“ ​ເປັນ​ຢ່າງ​ດີ.

  ຕາມ​ກົນ​ໄກ​ນີ້, “ປຊຊ ​ເປັນຈົ້າ“ ​ແມ່ນ​ປັດ​ໄຈ​ກວມ​ລວມ, ພັກ ​ແລະ ລັດ​ບໍ່​ນອນ​ຢູ່​ນອກ​ຂອບ​ເຂດ ປຊຊ.

  ​ເພື່ອ​ປະຕິບັດ​ຫຼັກການ “ທຸກ​ແຫຼ່ງກຳລັງ​ໃນ​ສັງຄົມ ​ແລະ ຂອງ​ລັດ​ລ້ວນ​ແຕ່​ຂຶ້ນ​ກັບ ປຊຊ“ ຢ່າງ​ຖືກຕ້ອງນັ້ນ, ຕ້ອງ​ຮັບປະກັນ​ບັນດາ​ເງື່ອນ​ໄຂ​ດ້ານ​ວັດຖຸ-ວັດທະນະທຳ-​ສັງຄົມ​ຢູ່​ໃນ​ລະດັບ​ພັດທະນາ​ທີ່​ແນ່ນອນ ​ແລະ ຕ້ອງ​ຍົກ​ລະດັບ​ຄວາມ​ຮູ້​ປັນຍາ​ຂອງ ປຊຊ. ນັ້ນ​ແມ່ນ​ການ​ຮັບປະກັນ​ໃຫ້​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ ປຊຊ ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊີວິດ​ສັງຄົມໝັ້ນຄົງ, ປຊຊ ຢູທຸກ​ເຂດ​ພາກ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ບັນດາ​​ເຜົ່າ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ. ລະດັບ​ຄວາມ​ຮູ້, ພູມ​ປັນຍາ​ຂອງ ປຊຊ ສະ​ແດງ​ໃຫ້​ເຫັນ​ຜ່ານ​ຄວາມ​ເຂົ້າອົກ​ເຂົ້​າ​ໃຈ, ​ເຄົາລົບ​ກົດໝາຍ, ກົດລະບຽບ​ຂໍ້​ບັງຄັບ, ຄວາມ​ເຂົາອົກ​ເຂົ້າ​ໃຈກ່ຽວ​ກັບ​ກົດ​ເກນ​ພັດທະນາ​ຂອງ​ທຳ​ມະ​ຊາດ, ສັງຄົມ, ​ເຂົ້າອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ຍຸກ​ສະ​ໄໝ ​ແລະ ໜ້າ​ທີ່, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຕໍ່​ສັງຄົມ.

   ດ້ວຍ​ລະດັບ​ຄວາມ​ຮູ້, ພູມ​ປັນຍາ​ຂອງ ປຊຊ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ ​ແລະ ​ເງື່ອນ​ໄຂ​ເສດຖະກິດ-​ການ​ເມືອງ-​ວັດທະນະທຳ-​ສັງຄົມ ມີ​ບັນດາ​ບາດກ້າວ​ພັດທະນາ​ທີ່​ແນ່ນອນ, ສິດ​ອຳນາດ​ຂອງ ປຊຊ ​ຈະໄດ້ຮັບ​ການ​ເສີມ​ຂະຫຍາຍ. ຈຸດໝາຍ ປຊຊ ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີວິ​ໄລ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຈົບງາມ./.

ຕອບກັບ

ຂ່າວ/ບົດ​ອື່ນ