ສິດເສລີໃນການພັດທະນາອິນເຕີແນັດຢູ່ ຫວຽດນາມ ແມ່ນສອດຄ່ອງກັບກົດໝາຍສາກົນ

(VOVWORLD) - ເຄົາລົບ, ປົກປ້ອງ, ຮັບປະກັນການປະຕິບັດ ແລະ ເປີດກວ້າງສິດ ແລະ ສິດເສລີທາງດ້ານອິນເຕີແນັດ ແມ່ນຄຳໝັ້ນສັນຍາຂອງ ຫວຽດນາມ ເພື່ອປະຕິບັດໂຄງການດຳເນີນງານເພື່ອການພັດທະນາແບບຍືນຍົງຮອດປີ 2030 ຂອງສະຫະປະຊາຊາດໃຫ້ບັນລຸຜົນສຳເລັດ

ກໍ່ຄ້າຍຄືກັບຫຼາຍປະເທດໃນໂລກ, ຫວຽດນາມ ໄດ້ສ້າງລະບົບກົດໝາຍວ່າດ້ວຍສິດ ແລະ ຄວາມເສລີທາງເຄືອຂ່າຍອິນເຕີແນັດ ເພື່ອແນໃສ່ຮັບປະກັບບັນດາສິດ ແລະ ຄວາມເສລີໂດຍພື້ນຖານໃຫ້ແກ່ມະນຸດ, ຍົກສູງກຳລັງຄວາມສາມາດນຳໃຊ້ບັນດາສິດທິມະນຸດອິນເຕີແນັດ, ພ້ອມທັງຫຼຸດຜ່ອນ ແລະ ປັດເຂ່ຍ ຄວາມສາມາດສົ່ງຜົນກະທົບທີ່ຫຍໍ້ທໍ້ຂອງອິນເຕີແນັດຕໍ່ມະນຸດ. ລະບົບກົດໝາຍດັ່ງກ່າວແມ່ນສອດຄ່ອງກັບສົນທິສັນຍາສາກົນກ່ຽວກັບສິດທິມະນຸດເຊິ່ງ ຫວຽດນາມ ໄດ້ ແລະ ພວມເຂົ້າເປັນສະມາຊິກ.

        ຄາດວ່າ, ປະຈຸບັນ ຫວຽດນາມ ມີປະມານ 70 ລ້ານຄົນນຳໃຊ້ອິນເຕີແນັດ, ກວມເອົາເກືອບ 70% ຈຳນວນປະຊາກອນ, ຢືນອັນດັບທີ 7 ໃນຈຳນວນບັນດາປະເທດນຳໃຊ້ອິນເຕີແນັດໃນໂລກ. ປີ 1982, ຫວຽດນາມ ເຂົ້າເປັນສະມາຊິກສົນທິສັນຍາສາກົນກ່ຽວກັບສິດພົນລະເຮືອນ ແລະ ການເມືອງ (ICCPR) ແລະ ສົນທິສັນຍາສາກົນກ່ຽວກັບບັນດາສິດທາງເສດຖະກິດ, ສັງຄົມ ແລະ ວັດທະນະທຳ (ICESCR), ຍອມຮັບບັນດາຄຸນຄ່ານິຕິກຳກ່ຽວກັບສິດທິມະນຸດໃນກົດໝາຍວ່າດ້ວຍສິດທິມະນຸດສາກົນ, ໃນນັ້ນມີບັນດາສິດເສລີໄດ້ຮັບຂໍ້ມູນຂ່າວສານ, ສິດເສລີໃນການປາກເວົ້າ ແລະ ສະແດງຄວາມຄິດເຫັນ ສ່ວນຕົວ. ດ້ວຍໜ້າທີ່ຄວາມຮັບຜິດຊອບແມ່ນກຳມະການປະຈຳສະພາຄວາມໝັ້ນຄົງ ແລະ ສະມາຊິກສະພາສິດທິມະນຸດ ສປຊ, ຍາມໃດ ຫວຽດນາມ ກໍ່ຕັ້ງໜ້າປະຕິບັດບັນດາມະຕິຂອງສະພາ.

ສິດເສລີໃນການພັດທະນາອິນເຕີແນັດຢູ່ ຫວຽດນາມ ແມ່ນສອດຄ່ອງກັບກົດໝາຍສາກົນ - ảnh 1ກອງປະຊຸມສຳມະນາທາງໄກກ່ຽວກັບູວາມໝັ້ນຄົງທາງເຄືອຂ່າຍ ອິນເຕີເນັດ (ພາບ:Minh Quân/ baoquocte.vn )

     ເຄົາລົບ, ປົກປ້ອງ, ຮັບປະກັນການປະຕິບັດ ແລະ ເປີດກວ້າງສິດ ແລະ ສິດເສລີທາງດ້ານອິນເຕີແນັດ ແມ່ນຄຳໝັ້ນສັນຍາຂອງ ຫວຽດນາມ ເພື່ອປະຕິບັດໂຄງການດຳເນີນງານເພື່ອການພັດທະນາແບບຍືນຍົງຮອດປີ 2030 ຂອງສະຫະປະຊາຊາດໃຫ້ບັນລຸຜົນສຳເລັດ, ໂດຍບັນດາການນຳໂລກ, ໃນນັ້ນມີການນຳ ຫວຽດນາມ ແລະ ເກືອບ 20 ປະເທດອື່ນ ຮັບຮອງເອົາໃນປີ 2015. ໂຄງການໄດ້ວາງອອກເປົ້າໝາຍທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງ ແລະ ສ້າງຕັ້ງບັນດາມາດຕະຖານໃໝ່ທີ່ມີລັກສະນະທົ່ວໂລກ ເພື່ອແນໃສ່ຮັບປະກັນບໍ່ປະໃຫ້ປະຊາຊົນຜູ້ໃດດ້ອຍໂອກາດຍ້ອນບໍ່ໄດ້ຮັບການສະໜອງ ຫຼື ບໍ່ໄດ້ນຳໃຊ້ອິນເຕີແນັດ.

        ບັນດາສິດເສລີໃນການປາກເວົ້າຄິດ, ສິດເສລີດ້ານສື່ມວນຊົນ, ສິດເສລີໃນການພິມຈຳໜ່າຍ, ສິດເສລີໃນການໂຮມປະຊຸມ ໄດ້ກຳນົດຢູ່ໃນລັດຖະທຳມະນູນປີ 1946 ຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ແລະ ໄດ້ກຳນົດຄືນໃໝ່ໃນລັດຖະທຳມະນູນທຸກສະບັບຕໍ່ໆຫຼັງຈາກນີ້. ສິດເສລີໃນການປາກເວົ້າ, ສິດສຳຜັດກັບຂໍ້ມູນຂ່າວສານ ໄດ້ຮັບການຮັບຮູ້ ແລະ ໄດ້ປົກປ້ອງໃນລັດຖະທຳມະນູນປີ 2013, ໃນນັ້ນ, ກົດໝາຍວ່າດ້ວຍການສຳຜັດກັບຂໍ້ມູນຂ່າວສານປີ 2016, ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງອິນເຕີແນັດປີ 2018 ແລະ ກົດໝາຍຫຼາຍສະບັບອື່ນຂອງ ຫວຽດນາມ. ມາດຕາ 25 ລັດຖະທຳມະນູນປີ 2013 ຂອງ ຫວຽດນາມ ກຳນົດວ່າ: “ພົນລະເມືອງມີສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ, ສຳຜັດກັບຂໍ້ມູນຂ່າວສານ, ໂຮມປະຊຸມ, ສ້າງສະມາຄົມ, ເດີນຂະບວນປະທ້ວງ”. ກົດໝາຍວ່າດ້ວຍການສຳຜັດກັບຂໍ້ມູນຂ່າວໄດ້ປະກາດໃຊ້ໃນປີ 2016 ກຳນົດຢ່າງລະອຽດເຈົ້າກຳຂອງສິດສຳຜັດກັບຂໍ້ມູນຂ່າວສານ, ເຈົ້າກຳ ແລະ ຄວາມຮັບຜິດຊອບສະໜອງຂໍ້ມູນຂ່າວ, ຂັ້ນຕອນ ແລະ ລະບຽບການສຳຜັດກັບຂໍ້ມູນຂ່າວສານ, ຂອບເຂດຂໍ້ມູນຂ່າວໄດ້ສຳຜັດ”. ກົດໝາຍວ່າດ້ວຍການສຳຜັດຂໍ້ມູນຂ່າວສານມີຄວາມໝາຍ ແລະ ມີຄຸນຄ່າດ້ານນິຕິກຳສຳຄັນໃນການປະຕິບັດສິດ ແລະ ຄວາມເສລີທາງອິນເຕີແນັດ, ປະຕິບັດຢ່າງເປີດເຜີຍ, ກະຈ່າງແຈ້ງ ແລະ ມີຄວາມຮັບຜິດຊອບຂອງບັນດາອົງການແຫ່ງລັດ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນເມື່ອນຳໃຊ້ອິນເຕີແນັດ.

ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດປີ 2018 ແມ່ນເຄື່ອງມືທີ່ມີປະສິດທິຜົນເພື່ອປົກປ້ອງສິດ ແລະ ຄວາມເສລີທາງອິນເຕີເນັດຜ່ານລະບົບບັນດາມາດຕະການປ້ອງກັນ, ສະກັດກັ້ນ, ພົບເຫັນ, ກີດຂວາງ ແລະ ແກ້ໄຂການກະທຳລະເມີດໃນຂົງເຂດໂທລະຄົມມະນາຄົມ ແລະ ອິນເຕີເນັດ. ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໄດ້ມີການສົມທົບຢ່າງແໜ້ນແຟ້ນລະຫວ່າງໜ້າທີ່ຮັກສາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ຮັກສາລະບົບຂໍ້ມູນຂ່າວສານສຳຄັນກ່ຽວກັບຄວາມໝັ້ນຄົງແຫ່ງຊາດກັບໜ້າທີ່ພັດທະນາເສດຖະກິດສັງຄົມ, ຮັບປະກັນສິດທິມະນຸດ, ສິດພົນລະເມືອງ, ສ້າງເງື່ອນໄຂສະດວກໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນເຄື່ອນໄຫວໃນເຄືອຂ່າຍອິນເຕີເນັດ. ຫຼັກການນີ້ແມ່ນພື້ນຖານດ້ານນິຕິກຳສຳຄັນໃຫ້ແກ່ການສ້າງຕັ້ງກົນໄກແກ້ໄຂໃຫ້ກົມກຽວລະຫວ່າງບັນດາກາລະໂອກາດ ຈຳກັດສິດກັບການຮັບປະກັນສິດ ແລະ ຄວາມເສລີທາງອິນເຕີເນັດ. ເລື່ອງຍົກສູງຄວາມຮັບຜິດຊອບຂອງລັດໃນການປົກປ້ອງສິດສ່ວນຕົວ ແລະ ບັນດາສິດອື່ນໆໃນເຄືອຂ່າຍອິນເຕີເນັດກໍ່ໄດ້ເລືອກເຟັ້ນເປັນເປົ້າໝາຍໄດ້ຮັບການປັບປຸງໃນກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ.

ຫວຽດນາມ ໄດ້ ແລະ ພວມມຸ່ງໄປສູ່ການສ້າງລະບົບກົດໝາຍສຳຜັດກັບສິດ ແລະ ຄວາມເສລີທາງອິນເຕີເນັດຢ່າງຮອບດ້ານ ແລະ ຄົບຖ້ວນກ່ວາ. ກອບນິຕິກຳກ່ຽວກັບສິດ ແລະ ຄວາມເສລີ ທາງອິນເຕີເນັດ ຈະມຸ່ງໄປເຖິງການສຸມໃສ່ຮັກສາກຽດຕິຍົດ, ກຽດສັກສີ ແລະ ສິດຜົນປະໂຫຍດຂອງບຸກຄົນ, ຄວາມລັບສ່ວນຕົວ, ສິດນຳໃຊ້ ແລະ ຊົມໃຊ້ອິນເຕີເນັດຫຼາຍກ່ວາອີກ.

ເຄືອຂ່າຍອິນເຕີເນັດ ແລະ ບັນດາສິ່ງທ້າທາຍຂອງເຕັກໂນໂລຊີ 4.0 ນັບມື້ນັບຮຽກຮ້ອງຕ້ອງມີຂອບກົດໝາຍຢ່າງຄົບຖ້ວນ ແລະ ຖືກຕ້ອງ ເພື່ອຮັບປະກັນສິດເສລີທາງອິນເຕີເນັດ. ດັ່ງນັ້ນ, ຫວຽດນາມ ສຸມໃສ່ການມຸ່ງໄປເຖິງການຮັບປະກັນສະພາບແວດລ້ອມນິຕິກຳໃຫ້ແກ່ອິນເຕີເນັດບົນພື້ນຖານຮັບປະກັນສິດ ແລະ ຄວາມເສລີຂອງມະນຸດ. ຮອດເວລາແລ້ວທີ່ສິດ ແລະ ຄວາມເສລີທາງອິນເຕີເນັດຢູ່ ຫວຽດນາມ ກາຍເປັນເປົ້າໝາຍ ແລະ ກຳລັງຊຸກຍູ້ຂອງການພັດທະນາ ແລະ ພັດທະນາປະເທດຊາດແບບຍືນຍົງເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ