ສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາຕ້ອງສອດຄ່ອງກັບບັນດາມາດຖານຄຸນສົມບັດທາງສັງຄົມ

(VOVWORLD) -ພັກ, ລັດຫວຽດນນາມຍາມໃດກໍເຄົາລົບສິດເສລີໃນການເຊື່ອຖື, ບໍ່ເຊື່ອຖືສາສະໜາຂອງປະຊາຊົນ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ. ເຖິງຢ່າງໃດກໍຕາມ, ຫວຽດນາມກໍເດັດດ່ຽວປັບໄໝລົງໂທດການກະທຳທີ່ສວຍໃຊ້ສາສະໜາໄປຝືນກັບຮີດຄອງປະເພນີອັນດີງາມຂອງຊາດ, ມາດຖານຄຸນສົມບັດຂອງສັງຄົມ. ບັນຫາດັ່ງກ່າວໂດຍຜູ້ຕາງໜ້າຫ້ອງວ່າການລັດຖະບານຫວຽດນາມຢືນຢັນອີກເທື່ອໜຶ່ງ ທີ່ກອງປະຊຸມນັດສາມັນຂອງລັດຖະບານໄດ້ດຳເນີນໃນວັນທີ 03 ພຶດສະພາຢູ່ຮ່າໂນ້ຍ, ໃນສະພາບການມໍ່ໆມານີ້ ສະມາຄົມສາສະໜາພະເຈົ້າ (ຫຼື ສາສະໜາພະເຈົ້າຜູ້ເປັນແມ່) ໄດ້ມີບັນດາການເຄື່ອນໄຫວເຜີຍແຜ່ສາສະໜາຢ່າງຜິດກົດໝາຍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ,  ອັນໄດ້ກໍ່ຄວາມຂັດໃຈໃນຫາງສຽງ.

ສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາຕ້ອງສອດຄ່ອງກັບບັນດາມາດຖານຄຸນສົມບັດທາງສັງຄົມ - ảnh 1ກອງປະຊຸມນັດສາມັນຂອງລັດຖະບານ

(ພາບ: TTXVN)

        ບັນຫາເຊື່ອຖື, ສາສະໜາໄດ້ລະບຸໃນລັດຖະທຳມະນູນ ແລະກົດໝາຍຂອງຫວຽດນາມ ແມ່ນບັນລຸມາດຖານສາກົນ ນັບແຕ່ເມື່ອປະກາດໃຊ້ລັດຖະທຳມະນູນສະບັບທຳອິດ ແລະ ນັບມື້ນັບໄດ້ຮັບການປັບປຸງ ເພື່ອໃຫ້ເໝາະສົມກັບການພັດທະນາຂອງປະເທດໃນແຕ່ລະໄລຍະປະຫວັດສາດ. ສິ່ງດັ່ງກ່າວ ໄດ້ຮັບປະກັນສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາຂອງພົນລະເມືອງ ສອດຄ່ອງກັບສົນທິສັນຍາສາກົນ ແລະ ເທົ່າທຽມກັບກົດໝາຍຂອງຫຼາຍປະເທດທີ່ມີລະບອບກົດໝາຍມີມາແຕ່ດົນນານ.

       ແຕ່ກົດໝາຍຫວຽດນາມກໍໄດ້ກຳນົດຢ່າງຈະແຈ້ງວ່າ ຫ້າມສວຍໃຊ້ນະໂຍບາຍເຄົາລົບສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາ ຫຼືສວຍໃຊ້ສາສະໜາ ເພື່ອມີການກະທຳຢ່າງຜິດກົດໝາຍ, ສົ່ງຜົນສະທ້ອນເຖິງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ , ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ... ການກຳນົດດັ່ງກ່າວ ແມ່ນຮັບປະກັນໃຫ້ບັນດາການເຄື່ອນໄຫວເຊື່ອຖື, ການເຫຼື້ອມໃສສາສະໜາໄດ້ເຄື່ອນໄຫວຢ່າງປອດໃສ, ສອດຄ່ອງກັບຮີດຄອງປະເພນີວັດທະນະທຳຂອງຊາດ, ຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງມະຫາຊົນ, ບໍ່ຖືກບັນດາການເຄື່ອນໄຫວເຊື່ອຖື, ການເຫຼື້ອມໃສສາສະໜາຝືນກັບຮີດຄອງປະເພນີອັນດີງາມຂອງຊາດ, ສົ່ງຜົນສະທ້ອນເຖິງຊີວິດແຫ່ງຈິດວິນຍານ ສຸຂະພາບ, ກຽດສັກສີ ແລະ ຊັບສົມບັດຂອງປະຊາຊົນ.

ບໍ່ອາດສວຍໃຊ້ສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາ

ວັນທີ 3 ເມສາ, ທີ່ການປະຊຸມຂ່າວນັດສາມັນຂອງລັດຖະບານ, ທ່ານ ມາຍຕຽນຢູງ, ລັດຖະມົນຕີ ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມ ໄດ້ເນັ້ນຫນັກວ່າ: ພັກ ແລະ ລັດ ຍາມໃດກໍ່ເຄົາລົບສິດເສລີໃນການເຊື່ອຖື, ບໍ່ເຊື່ອຖືສາສະຫນາຂອງປະຊາຊົນ. ແຕ່ ຫວຽດນາມ ກໍ່ເດັດດ່ຽວປັບໄຫມລົງໂທດບັນດາການກະທຳສວຍໃຊ້ສາສະຫນາໄປຝືນກັບຮີດຄອງປະເພນີອັນດີງາມຂອງຊາດ ພ້ອມທັງຢືນຢັນວ່າ: ສະມາຄົມສາສະຫນາພະເຈົ້າ ໄດ້ມີການເຄື່ອນໄຫວການປະພຶດທີ່ຮ້າຍແຮງຫລາຍຢ່າງຕໍ່ການເຫລື້ອມໃສທີ່ເປັນມູນເຊື້ອ, ເສກສັນປັ້ນແຕ່ງເລື່ອງ ມີນ້ຳສັກສິດ, ທ່ານລັດຖະມົນຕີ ມາຍຕຽນຢູງ ກໍ່ເຜີຍແຜ່ຄືນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ນັ້ນແມ່ນ ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ, ທ້ອງຖິ່ນຕ່າງໆ ຕ້ອງສຳຫລວດກວດກາ, ພິຈາລະນາ, ຕີລາຄາຄືນ, ດັດປັບບັນດາການເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງສະມາຄົມສາສະຫນາພະເຈົ້າ, ປັບໄຫມລົງໂທດຢ່າງເຂັ້ມງວດຕາມການກຳນົດຂອງກົດໝາຍ.

ສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາຕ້ອງສອດຄ່ອງກັບບັນດາມາດຖານຄຸນສົມບັດທາງສັງຄົມ - ảnh 2ທ່ານມາຍຕຽນຢູງ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ

(ພາບ:toquoc.vn)

ຕາມຜູ້ຕາງຫນ້າຄະນະສາສະຫນາລັດຖະບານແລ້ວ, ສະມາຄົມສາສະຫນາພະເຈົ້າ” ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1964 ຢູ່ ສເກົາຫລີ. ສະມາຄົມສາສະຫນານີ້ເຄື່ອນໄຫວຢູ່ຫລາຍປະເທດ ແລະ ມີຜູ້ເຊື່ອຖືນັບລ້ານໆຄົນ. ຢູ່ ຫວຽດນາມ, ສາສະຫນານີ້ໄດ້ເຊື່ອມເຂົ້າເຄື່ອນໄຫວມາເປັນເວລາຫລາຍປີ. ເບື້ອງຕົ້ນ ແມ່ນສ້າງຕັ້ງເອງເປັນກຸ່ມເພື່ອດຳເນີນການເຄື່ອນໄຫວໃນວົງຄະນາຍາດ ແຕ່ຍັງບໍ່ທັນໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວ ແລະ ກໍ່ຍັງບໍ່ທັນໄດ້ຮັບການຮັບຮູ້ເປັນສາສະຫນາຫນຶ່ງ. ແລະ ມາຮອດປະຈຸບັນ ມີພຽງ ສະມາຄົມສາສະຫນາພະເຈົ້າຫນຶ່ງດຽວຢູ່ ນະຄອນ ໂຮ່ຈິມີນ ໄດ້ຮັບຫນັງສືຢັ້ງຢືນຈົດທະບຽນເຄື່ອນໄຫວຢູ່ນະຄອນໂຮ່ຈິມີນ ຈາກຄະນະກຳມະການປະຊາຊົນນະຄອນ ໃນປີ 2017 ເມື່ອຕອບສະຫນອງບັນດາເງື່ອນໄຂຄົບຖ້ວນ ຕາມການກຳນົດໃນກົດໝາຍວ່າດ້ວຍການເຊື່ອຖື, ການເຫລື້ອມໃສສາສະຫນາປີ 2016. ສະມາຄົມສາສະຫນາພະເຈົ້າເຄື່ອນໄຫວດ້ານສາສະຫນາແບບທຳມະດາ, ປະຕິບັດຕາມກົດໝາຍ.

ເຖິງຢ່າງໃດກໍຕາມ, ຢູ່ ບາງທ້ອງຖິ່ນ ເປັນຕົ້ນຢູ່ເຂດພາກເຫນືອ, ໄລຍະມໍ່ມານີ້ ມີບາງກຸ່ມຄົນໄດ້ອ້າງຊື່ເອງວ່າ “ສະມາຊິກສະມາຄົມສາສະຫນາພະເຈົ້າ” ໄດ້ມີການກະທຳສວຍໃຊ້, ຍົກອອກບັນດາຄຳເວົ້າ, ຂໍ້ຄວາມແບບຍຸແຍ່ແກ່ດຶງ, ສ້າງຄວາມເຊື່ອຖືງົມງວາຍກໍ່ຄືບັນດາວິທີການ, ເຄື່ອງມືເພື່ອຍຸແຍ່ແກ່ດຶງບັນດາເປົ້າໝາຍທີ່ມີການເຊື່ອໃຈແບບງ່າຍໆ ຢູ່ ບາງທ້ອງຖິ່ນ, ກໍ່ໃຫ້ເກີດບັນດາບັນຫາຂັດໃຈ, ອົນລະເວງໃນຫາງສຽງ. ຜູ້ຕາງຫນ້າຄະນະສາສະຫນາລັດຖະບານ ໄດ້ຢືນຢັນວ່າ ນີ້ແມ່ນການເຄື່ອນໄຫວລະເມີດກົດໝາຍກ່ຽວກັບການເຊື່ອຖືສາສະຫນາ, ລະເມີດດຳລັດຂອງລັດຖະບານ ທີ່ໄດ້ກຳນົດຢ່າງລະອຽດໃນບາງມາດຕາ ແລະ ມາດຕະການປະຕິບັດກົດໝາຍວ່າດ້ວຍການເຊື່ອຖື, ການເຫລື້ອມໃສສາສະຫນາປີ 2016, ຕ້ອງມີການເຂົ້າຮ່ວມພິຈາລະນາແກ້ໄຂຈາກບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ.

ສາສະຫນາສັດຈະທຳຕ້ອງເຮັດໃຫ້ມະນຸດຄິດເຖິງການມີໃຈບຸນໃຈກຸສົນ

ສາສະຫນາສັດຈະທຳຍາມໃດກໍ່ສິດສອນ ແລະ ເຮັດໃຫ້ມະນຸດຄິດເຖິງ ຄວາມຈິງໃຈ - ມີໃຈບຸນໃຈກຸສົນ - ສິ່ງທີ່ດີງາມ, ເຮັດໃຫ້ມະນຸດຄິດເຖິງບັນດາມາດຖານຄຸນສົມບັດ. ໃນຄຳສິດສອນ 10 ຂໍ້ຂອງພະເຢຊູ ກໍ່ໄດ້ສັ່ງສອນວ່າ ຕ້ອງເຄົາລົບ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພໍ່ແມ່… ແຕ່ບັນດາຜູ້ອ້າງຊື່ເອງແມ່ນ “ສາສະຫນາພະເຈົ້າ” ພັດມີບັນດາການກະທຳເຮັດໃຫ້ມະນຸດມີບັນດາການກະທຳໄຮ້ຄຸນສົມບັດ ຄື ປຸກປັ່ນຍຸຍົງທຳລາຍແທ່ນບູຊາບັນພະບຸລຸດ, ປະລະການດຳລົງຊີວິດກັບຄອບຄົວ, ບໍ່ຮັບຮູ້ຍາດຕິພີ່ນ້ອງ. ບັນດາເປົ້າໝາຍອ້າງຊື່ວ່າ ແມ່ນສະມາຊິກສະມາຄົມສາສະຫນາພະເຈົ້າ ພວມສວຍໃຊ້ສາສະຫນາເພື່ອຍຸແຍ່ແກ່ດຶງປະຊາຊົນ, ສວຍໃຊ້ຄວາມໄວ້ເນື້ອເຊື່ອໃຈຂອງເຂົາເຈົ້າເພື່ອປະຕິບັດບັນດາການກະທຳກໍ່ຂາດຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

        ກົດໝາຍ ແລະ ລັດຫວຽດນາມ ຍາມໃດກໍ່ເຄົາລົບສິດເສລີໃນການເຊື່ອຖື ການເຫລື້ອມໃສສາສະຫນາຂອງປະຊາຊົນ ແຕ່ເລື່ອງສວຍໃຊ້ສາສະຫນາເພື່ອທຳລາຍການເຫລື້ອມໃສທີ່ມີມາແຕ່ດົນນານຂອງປະຊາຊົນຫວຽດນາມນັ້ນ ແມ່ນສິ່ງທີ່ບໍ່ອາດຮັບຮູ້ໄດ້. ອາດຈະຢືນຢັນໄດ້ວ່າ ສາສະຫນາຍາມໃດກໍ່ສວມບົດບາດສຳຄັນໃນຊີວິດຂອງມະນຸດ, ພິເສດ ໃນຂົງເຂດວັດທະນະທຳ, ຈິດໃຈ. ມະນຸດແຕ່ລະຄົນ ມີຄວາມເຊື່ອໝັ້ນສະເພາະ, ມີສິດເຊື່ອຖືຕາມສາສະຫນາໃດຫນຶ່ງ ແຕ່ບໍ່ປະໃຫ້ຄວາມເຊື່ອຖືນັ້ນກາຍເປັນຄວາມເຊື່ອຖືແບບງົມງວາຍ, ຖືກພວກບໍ່ດີສວຍໃຊ້ເພື່ອແນໃສ່ປະຕິບັດບັນດາຈຸດປະສົງຊົ່ວຮ້າຍກໍ່ຜົນສະທ້ອນເຖິງຕົນເອງ, ຄອບຄົວ ແລະ ທັງສັງຄົມ. ສະນັ້ນ ບັນດາການກະທຳເຜີຍແຜ່ສາສະຫນາຢ່າງຜິດກົດໝາຍ ລະເມີດຮີດຄອງປະເພນີອັນດີງາມຂອງຊາດ, ຄຸນສົມບັດ ແມ່ນການລະເມີດກົດໝາຍຕ້ອງກ່າວປະນາມ ແລະ ດັບສູນ.


ຕອບກັບ

ຂ່າວ/ບົດ​ອື່ນ