ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫ​ນາ​ໄດ້​ຮັບ​ປະ​ກັນ​ໃນຕົວຈິງ

(VOVWORLD) -ມີພຸດທະສາສະນິກະຊົນ ຫວຽດນາມ ກວ່າ 4,6 ລ້ານຄົນ ຫາກໍ່ຂ່ຳນັບຮອບຕ້ອນ ວັນບຸວິສາຂະບູຊາ ພສ 2565 ຄສ 2021 ຢູ່ທຸກແຖບຖິ່ນຂອງປະເທດຊາດ ຕາມຮູບການອອນລາຍ. ເຖິງວ່າ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ວັນບຸນວິສາຂະບູຊາ ປີນີ້ ຍັງໄດ້ຮັບການຈັດຕັ້ງຂຶ້ນຢ່າງສົມກຽດ ເປັນການພິສູດໃຫ້ເຫັນສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບປະກັນຢູ່ທຸກບ່ອນ, ທຸກເວລາ. ຄວາມຈິງ ນັບແຕ່ກ່ອນມາຮອດປະຈຸບັນ ຢູ່ ຫວຽດນາມ ພັກ ແລະ ລັດຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍເຄົາລົບ ແລະ ປົກປ້ອງສິດເສລີໃນການເຊື່ອຖືສາສະຫນາຢ່າງສະເໝີຕົ້ນສະເຫມີປາຍ ປະກອບສ່ວນເຂົ້າໃນສະພາບສິດເສລີໃນການເຊື່ອຖືສາສະຫນາໃນທົ່ວໂລກ.
ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫ​ນາ​ໄດ້​ຮັບ​ປະ​ກັນ​ໃນຕົວຈິງ - ảnh 1ພະອາຈານໃຫຍ່ ທິກແທງຫຍຽວ ຮອງປະທານປະຈຳການສະພາບໍລິຫານງານສະມາຄົມພຸດທະສາສະຫນາຫວຽດນາມ ອ່ານສານ ວັນບຸນວິສາຂະບູຊາ ປີ 2021 (ພາບ: ຂ່າວສານຫວຽດນາມ)

ຫວຽດນາມ ແມ່ນປະເທດ ມີຫລາຍສາສະຫນາ ດ້ວຍຈຳນວນພົນລະເມືອງກວ່າ 95 ລ້ານຄົນທີ່ມີການເຄື່ອນໄຫວດ້ານສາສະຫນາ ແລະ ມີສາສະນິກະຊົນສາສະຫນາຕ່າງໆກວ່າ 26,5 ລ້ານຄົນ. ຄວາມຈິງສິດເສລີໃນການເຊື່ອຖືສາສະຫນາ ຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບປະກັນ. ຖ້າຫາກໂລກລະບາດ 19 ບໍ່ເກີດຂຶ້ນ ແຕ່ລະປີ ຈະມີ ກວ່າ 8.500 ງານບຸນສາສະຫນາໄດ້ຮັບການຈັດຕັ້ງຂຶ້ນ. ບັນດາວັນບຸນໃຫຍ່ດ້ານສາສະຫນາຖືກຈັດຂຶ້ນຢ່າງສົມກຽດດ້ວຍການເຂົ້າຮ່ວມຂອງປະຊາຊົນນັບແສນໆເທື່ອຄົນ.

ການເຄື່ອນໄຫວດ້ານສາສະຫນາດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ, ຮັບປະກັນຄວາມຕ້ອງການການເຊື່ອຖືສາສະຫນາຂອງປະຊາຊົນ ແລະ ອົງການສາສະຫນາ. ລັດ ໄດ້ຮັບຮອງ ແລະ ອອກຫນັງສືອະນຸຍາດໃຫ້ 41 ອົງການຂຶ້ນກັບ 16  ສາສະຫນາເຄື່ອນໄຫວ ນອກນັ້ນ ຍັງມີບ່ອນເຄື່ອນໄຫວດ້ານສາສະຫນາລວມສູນນັບພັນໆແຫ່ງໄດ້ຮັບຫນັງສືອະນຸຍາດຈາກອຳນາດການປົກຄອງ. ບັນດາອົງການສາສະຫນາໄດ້ຮັບອະນຸຍາດສ້າງຕັ້ງໂຮງຮຽນບຳລຸງສ້າງ, ເປີດຊຸດອົບຮົມຜູ້ທີ່ເຄື່ອນໄຫວສະເພາະດ້ານສາສະຫນາ.

ນອກນັ້ນ ການເຄື່ອນໄຫວພົວພັນກັບສາກົນຂອງບັນດາສາສະຫນາ ນັບມື້ນັບໄດ້ຮັບການເປີດກວ້າງ, ສິດເສລີໃນການເຊື່ອຖືສາສະຫນາຂອງຊາວຊົນເຜົ່າສ່ວນຫນ້ອຍກໍ່ໄດ້ຮັບປະກັນໃຫ້ດີສຸດ.

ໃນສະພາບການ ຫວຽດນາມ ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ໄດ້ຕັ້ງຫນ້າເຂົ້າຮ່ວມກົນໄກເຈລະຈາປະຊາທິປະໄຕ, ສິດທິມະນຸດ, ສາສະຫນາ ປະຈຳປີ ກັບບັນດາຄູ່ເຈລະຈາ ອາເມລິກາ, ອີຢູ, ປົກປັກຮັກສາບົດລາຍງານແຫ່ງຊາດຕາມກົນໄກສຳຫລວດກວດກາປະຈຳໄລຍະ(UPR) ໄລຍະ 3, ບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດສົນທິສັນຍາສາກົນ ກ່ຽວກັບບັນດາສິດພົນລະເຮືອນດ້ານການເມືອງທີ່ສະພາສິດທິມະນຸດ ສປຊ.

ພ້ອມກັນນັ້ນ ຫວຽດນາມ ໄດ້ເປັນເຈົ້າການໃນການສະຫນອງຂໍ້ມູນກ່ຽວກັບຜົນງານຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຢູ່ຫວຽດນາມ ໃຫ້ແກ່ບັນດາຄະນະສະມາຊິກລັດຖະສະພາ, ເຈົ້າຫນ້າທີ່ລັດຖະບານບັນດາປະເທດ ເມື່ອເຂົ້າມາເຮັດວຽກຢູ່ຫວຽດນາມ, ສະຖານທູດບັນດາປະເທດປະຈຳຮ່າໂນ້ຍ, ສ້າງຕັ້ງບັນດາຄະນະປະຕິບັດງານໄປອາເມລິກາ ແລະ ປະເທດຝ່າຍຕາເວັນຕົກ ຈຳນວນຫນຶ່ງ ເພື່ອໂອ້ລົມສົນທະນາໂດຍກົງ, ແລກປ່ຽນກ່ຽວກັບບັນຫາສາສະຫນາ. ນອກນັ້ນ ຫວຽດນາມ ຍັງເປີດກວ້າງການພົວພັນຮ່ວມມື, ເຈລະຈາກັບບັນດາປະເທດໃນພາກພື້ນ ແລະ ໂລກ ໃນຂົງເຂດເຊື່ອຖືສາສະຫນາ, ເພີ່ມທະວີວຽກງານໂຄສະນາ, ການຕ່າງປະເທດ ກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ຜົນງານດ້ານສາສະຫນາ ພ້ອມທັງປະຕິເສດບັນດາຂໍ້ມູນຂ່າວຄາວບີດເບື່ອນຄວາມຈິງກ່ຽວກັບສະພາບການສາສະຫນາຢູ່ຫວຽດນາມ. ຍ້ອນບັນດາຜົນງານນີ້ ປີ 2020 ກະຊວງການຕ່າງປະເທດ ອາເມລິກາ ບໍ່ມີເຫດຜົນໃດເພື່ອນຳເອົາ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາຫນ້າປະເທດເປັນຫນ້າສົນໃຈ CPC ແລະ ບັນຊີລາຍຊື່ບັນດາປະເທດຕ້ອງຕິດຕາມເປັນພິເສດ SWL”.

ເພື່ອຮັບປະກັນສິດເສລີດ້ານສາສະຫນາຂອງປະຊາຊົນໃຫ້ດີກວ່າເກົ່າ, ຫວຽດນາມ ໄດ້ ແລະ  ພວມສືບຕໍ່ສ້າງແຜນນະໂຍບາຍ, ນະໂຍາຍ ກົດໝາຍວ່າດ້ວຍການເຊື່ອຖືສາສະຫນາໃຫ້ສຳເລັດສົມບູນ, ຍົກສູງປະສິດທິຜົນ, ປະສິດທິພາບວຽກງານຄຸ້ມຄອງລັດກ່ຽວກັບສາສະຫນາ, ຮັບປະກັນ ສິດເສລີດ້ານສາສະຫນາຂອງພົນລະເມືອງ, ສະກັດກັ້ນບັນດາປະກົດການເຊື່ອຖືສາສະຫນາໃຫມ່ໃນແງ່ບໍ່ດີເພື່ອເສກສັນປັ້ນແຕ່ງບິດເບືອນຄວາມຈິງ ຕ້ານທຳລາຍຫວຽດນາມ.

ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫ​ນາ​ໄດ້​ຮັບ​ປະ​ກັນ​ໃນຕົວຈິງ - ảnh 2ພິທີກຳ ໃນວັນບຸນວິສາຂະບູຊາ (ພາບ:ຂ່າວສານຫວຽດນາມ)

ພ້ອມກັນນັ້ນ ຫວຽດນາມ ໄດ້ ແລະ ພວມເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍສິດເສລີໃນການເຊື່ອຖືສາສະຫນາ, ສົ່ງເສີມບັນດາອົງການສາສະຫນາເຂົ້າຮ່ວມບັນດາການເຄື່ອນໄຫວເຈລະຈາສິດທິມະນຸດ, ການທູດປະຊາຊົນ. ຫວຽດນາມ ກໍ່ໄດ້ຍູ້ແຮງວຽກງານການຕ່າງປະເທດກ່ຽວກັບສາສະຫນາ, ເປັນເຈົ້າການເຂົ້າຮ່ວມບັນດາເວທີປາໄສດ້ານສາສະຫນາສາກົນ ແລະ ພາກພື້ນ ເປັນເຈົ້າການໃນການລາຍງານຂ່າວກ່ຽວກັບສະພາບການສາສະຫນາຢູ່ຫວຽດນາມ ເພື່ອໃຫ້ປະຊາຄົມສາກົນເຂົ້າໃຈ ແລະ ສະຫນັບສະຫນູນ, ສືບຕໍ່ຫນູນຊ່ວຍການເຄື່ອນໄຫວການເຊື່ອຖືສາສະຫນາຂອງວົງຄະນາຍາດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກຳນົດທິດບັນດາການເຄື່ອນໄຫວສາສະຫນາຕາມຮີດຄອງປະເພນີ, ມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຂໍ້ກຳນົດກົດໝາຍ.

ຄວາມຈິງ ພັກ ແລະ ລັດຫວຽດນາມ ໄດ້ປະຕິບັດນະໂຍບາຍເຄົາລົບ ແລະ ປົກປ້ອງສິດເສລີໃນການເຊື່ອຖືສາສະຫນາ ຢ່າງສະເຫມີຕົ້ນສະເຫມີປາຍ, ຮັບປະກັນຄວາມສະເໝີພາບລະຫວ່າງບັນດາສາສະຫນາ, ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫລ່ງກຳລັງແຮງຂອງສາສະຫນາໃຫ້ແກ່ວິວັດການພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ