ສັນຍາ CPTPP, ຊຸ້ກຍູ້ການຄ້າ, ການລົງທຶນ​ໃນສະຕະວັດທີ 21

(VOVWORLD) - ຄືຂ່າວໄດ້ໃຫ້ໄປແລ້ວນັ້ນ, ວັນທີ 8 ມີນາ, ຢູ່ Santiago, ປະເທດ ຈີເລ, ຜູ້ຕາງໜ້າຂອງ 11 ປະເທດສະມາຊິກໄດ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ. ເຫດການນີ້ໄດ້ເປີດໄລຍະໃໝ່, ຊຸກຍູ້ ແລະ ຮ່ວມມືຢ່າງເລິກເຊິ່ງ, ກ້ວາງຂວາງ, ປະກອບສ່ວນເຂົ້າໃນ ການພັດທະນາຂອງ ອາຊີ - ປາຊີຟິກ ທີ່ເຄີຍພັດທະນາຢ່າງຂະຫຍັນຂັນເຄື່ອນ.

 ໃນລາຍການມື້ນີ້, ພວກຂ້າພະເຈົ້າຂໍແນະນຳການແລກປ່ຽນລະຫວ່າງນັກຂ່າວ VOV ກັບທ່ານ Toshimitsu Moteghi, ລັດຖະມົນຕີກະຊວງສ້າງຕັ້ງເສດຖະກິດຍີ່ປຸ່ນຄືນໃໝ່.

        ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ທ່ານຕີລາຄາຄືແນວໃດກ່ຽວກັບຄວາມໝາຍຂອງພິທີລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ ກໍ່ຄືບັນດາຜົນປະໂຫຍດຂອງສັນຍາສະບັບນີ້ສຳລັບບັນດາສະມາຊິກ?

        ທ່ານລັດຖະມົນຕີ Moteghi: ມື້ນີ້ ແມ່ນວັນສຳຄັນທີ່ສຸດສຳລັບ ສັນຍາ CPTPP. ຫວ່າງແລ້ວນີ້, ຂ້າພະເຈົ້າມີການພົບປະກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ. ໃນຕະຫຼອດວິວັດການຜ່ານມາ, ທ່ານລັດຖະມົນຕີ ແລະ ລັດຖະບານ ຫວຽດນາມ ໄດ້ຮ່ວມມືຢ່າງແໜ້ນແຟ້ນກັບພວກຂ້າພະເຈົ້າ. ຄືພວກທ່ານໄດ້ຮູ້ນຳກັນແລ້ວວ່າ, ແຕ່ວັນທີ 23 ມັງກອນ 2017, ລັດຖະບານ ອາເມລິກາ ໄດ້ຕົກລົງຖອນອອກຈາກສັນຍາ TPP. 11 ປະເທດຍັງເຫຼືອໄດ້ຮ່ວມສຳພັນນຳກັນຄືນໃໝ່ຊຸກຍູ້ວິວັດການເຈລະຈາ. ພາຍຈາກນັ້ນພໍດີ 1 ປີ, ຄືວັນທີ 23 ມັງກອນ ທີ່ຜ່ານມາ, ຢູ່ ໂຕກຽວ, ໂຄງການເຄື່ອນໄຫວຂອງ CPTPP ໄດ້ຮັບການຕົກລົງ ແລະ ມື້ນີ້, ສັນຍາສະບັບນີ້ໄດ້ຮັບການລົງນາມຢ່າງເປັນທາງການ. ກ່ອນໜ້ານັ້ນ, ໃນເດືອນ ພະຈິກ 2017, ຢູ່ນະຄອນ ດ່ານັ້ງ, ບັນດາປະເທດ ກ່ຽວຂ້ອງກໍ່ບັນລຸໄດ້ຂໍ້ຕົກລົງຫຼັກແຫຼ່ງ. ໃນບັນດາໝາກຜົນທີ່ບັນລຸໄດ້ມາຮອດປະຈຸບັນແມ່ນ, ມີການຮ່ວມມືແໜ້ນແຟ້ນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. 2 ຝ່າຍໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອຊຸກຍູ້ວິວັດການເຈລະຈາ. ອາດຈະຖືນີ້ແມ່ນລະບຽບຫຼັກການໃໝ່ຊຸກຍູ້ໄລຍະໃໝ່ຂອງການຄ້າ, ການລົງທຶນຂອງສະຕະວັດທີ 21 ປະກອບສ່ວນເຂົ້າໃນການພັດທະນາຂອງ ອາຊີ - ປາຊີຟິກ ທີ່ເຄີຍພັດທະນາຢ່າງຂະຫຍັນຂັນເຄື່ອນກ່ວາອີກ.

        ພິເສດ, ຫວຽດນາມ ມີບັນດາການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ວິວັດການນີ້ ແລະ ອີກຄັ້ງໜຶ່ງ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈສຳລັບການຮ່ວມມືທີ່ມີປະສິດທິຜົນ, ສຸດຈິດສຸດໃຈຂອງ ຫວຽດນາມ. ຂໍເວົ້າຕື່ມອີກໜ້ອຍໜຶ່ງກ່ຽວກັບສັນຍາ CPTPP. ນີ້ແມ່ນສັນຍາທີ່ມີຄວາມແຕກຕ່າງກັບສັນຍາການຄ້າເສລີ 2 ຝ່າຍ (FTA). ຕາມນັ້ນແລ້ວ, ຫຼາຍປະເທດພ້ອມກັນຮ່ວມມື, ຜ່ານການຮ່ວມສຳພັນດ້ານເສດຖະກິດເພື່ອພ້ອມກັນຊຸກຍູ້ບໍ່ພຽງແຕ່ດ້ານການຄ້າ ແລະ ການລົງທຶນເທົ່ານັ້ນ ຫາກຍັງນັບທັງການສ້າງລະບົບມູນຄ່າສາກົນ, ສະໜອງບັນດາຜະລິດຕະພັນ ແລະ ການບໍລິການ ທີ່ບໍ່ເຄີຍມີມາກ່ອນອີກດ້ວຍ. ສັນຍາກໍ່ໄດ້ສ້າງບັນດາປະສິດທິຜົນໃໝ່ໃຫ້ແກ່ດ້ານການຄ້າ, ການລົງທຶນ. ຂ້າພະເຈົ້າຄິດວ່າ, ໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ພັດທະນາໃຫ້ເຂັ້ມແຂງກ່ວາອີກ. ໃນສະພາບການນັ້ນ, ບັນດາປະເທດຄື ຫວຽດນາມ ຈະໄດ້ໝູນໃຊ້ແຫຼ່ງຊັບພະຍາກອນມະນຸດທັງຢູ່ພາຍໃນ ແລະ ນອກພາກພື້ນເພື່ອເພີ່ມທະວີດ້ານການຄ້າ, ການລົງທຶນກໍ່ຄືພັດທະນາຕະຫຼາດໃໝ່.

ນັກຂ່າວ: ສັນຍາ CPTPP ໄດ້ຮັບຖືວ່າ, ຖ້າບໍ່ມີການເຂົ້າຮ່ວມຂອງປະເທດ ອາເມລິກາ , ສັນຍາດັ່ງກ່າວຈະບໍ່ມີຄວາມໝາຍຫຼາຍຢ່າງ, ທ່ານຕີລາຄາຄືແນວໃດກ່ຽວກັບຂໍ້ສັງເກດດັ່ງກ່າວ?

ທ່ານລັດຖະມົນຕີ Moteghi: TPP 11 ຫຼື ຍັງເອີ້ນວ່າ TPP ບໍ່ມີ ອາເມລິກາ ກວມເອົາເຖິງ 13% GDP ທົ່ວໂລກ (ເທົ່າກັບ 10.000 ຕື້ USD), 15% ຍອດວົງເງິນການຄ້າໂລກ (ເທົ່າກັບ 5000 ຕື້ USD), ສ້າງຕະຫຼາດໃຫຍ່ທີ່ສຸດໃນໂລກ. ມັນຍັງສ້າງປະຕູເຂົ້າພາກພື້ນອາຊີ - ປາຊີຟິກ ທີ່ພວມພັດທະນາຢ່າງແຮງ. ພ້ອມກັນນັ້ນ ແມ່ນພື້ນຖານໜຶ່ງ ເພື່ອພັດທະນາການຮ່ວມມືດ້ານການຄ້າຕາມບັນດາລະບຽບການໃໝ່. ນີ້ແມ່ນສານທີ່ຕັ້ງໜ້າໃຫ້ທົ່ວພາກພື້ນອາຊີ - ປາຊີຟິກ. ພ້ອມກັບ TPP 11, ການຮ່ວມມືທັງພາຍໃນ ແລະ ນອກພາກພື້ນ, ການຮ່ວມມືລະຫວ່າງບັນດາປະເທດສະມາຊິກນຳກັນ ແລະ ການຮ່ວມມືລະຫວ່າງບັນດາປະເທດສະມາຊິກກັບບັນດາປະເທດອື່ນ ຫຼື ພາກພື້ນອື່ນໆຈະເພີ່ມຂຶ້ນ. ໃນວິວັດການຮ່ວມມືນັ້ນ, ຖ້າຫາກວ່າມີປະເທດໃດ ທີ່ຮັບຮູ້ໄດ້ຕາມບັນດາຄວາມຮຽກຮ້ອງຕ້ອງການ, ຂໍ້ກຳນົດຂອງສັນຍາສະບັບນີ້ ຈະໄດ້ເຂົ້າຮ່ວມ, ຕາມນັ້ນແລ້ວ TPP 11 ຈະໄດ້ຮັບການເປີດກວ້າງ.

ນັກຂ່າວ: ໂດຍໄດ້ຮັບຖືວ່າ ເປັນພື້ນຖານເສດຖະກິດນຳໜ້າໃນສັນຍາ CPTPP, ຍີ່ປຸ່ນຈະເຮັດຫຍັງແດ່ເພື່ອເສີມຂະຫຍາຍບົດບາດເປັນປະເທດນຳໜ້າຂອງຕົນ?

ທ່ານລັດຖະມົນຕີ Moteghi: ໃນເດືອນພະຈິກ 2017 ຜ່ານມາ ເນື່ອງໃນໂອກາດ ກອງປະຊຸມສຸດຍອດ APEC ໄດ້ຈັດຂຶ້ນຢູ່ ນະຄອນ ດ່າໜັງ (ຫວຽດນາມ), ຍີ່ປຸ່ນ ແລະຫວຽດນາມໄດ້ພ້ອມກັນອອກຖະແຫຼງການເປັນປະທານ. 11 ປະເທດກໍໄດ້ພ້ອມກັນປຶກສາຫາລື ແລະ ບັນລຸໄດ້ຂໍ້ຕົກລົງສຳຄັນ ເຮັດໃຫ້ສັນຍາ CPTPP ໄດ້ລົງນາມຢ່າງເປັນທາງການ. ໃນຕະຫຼອດໄລຍະນັ້ນ, ຍີ່ປຸ່ນໄດ້ຮັກສາ ບົດບາດໃຈກາງ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດສຳລັບສິ່ງດັ່ງກ່າວ, ພິເສດ, ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ເລື່ອງຫວຽດນາມ ໄດ້ຮ່ວມມືຢ່າງມີປະສິດທິຜົນໃນຕະຫຼອດໄລຍະຜ່ານມາ. ໃນຕໍ່ໜ້າ ເພື່ອໃຫ້ສັນຍາ CPTPP ມີຜົນສັກສິດນັ້ນ, ພວກເຮົາຕ້ອງເຮັດບາງວຽກງານຕື່ມອີກ ແລະ 11 ປະເທດຕ້ອງຮ່ວມສຳພັນນຳ ກັນເພື່ອຜ່ານຜ່າ. ຍີ່ປຸ່ນຈະສືບຕໍ່ປະຕິບັດບົດບາດປະສານງານ,ແນະນຳ,ສ້າງການຮ່ວມສຳພັນຂອງຕົນເປັນຢ່າງດີ ແລະ  ຄາດໝາຍລວມແມ່ນ ເຮັດໃຫ້ສັນຍາ CPTPP ມີຜົນສັກສິດໂດຍໄວ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ

ຕອບກັບ

ຂ່າວ/ບົດ​ອື່ນ