ສັນຍາ TPP ເປີດກາລະໂອກາດທີ່ດີພ້ອມກັບສິ່ງທ້າທາຍ

     ພາຍຫຼັງ​ດຳ​ເນີນ​ວາ​ລະ​ປະ​ຊຸມ 20 ຄັ້ງ​ດ້ວຍ​ຄວາມ​ເຄັ່ງ​ຕຶງນັ້ນ, ວັນ​ທີ 4/2, ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຝິກ TPP ໄດ້​ຮັບ​ການ​ລົງ​ນາມ​ຢູ່ Auckland – New Zealand. ສັນ​ຍາ​ສະ​ບັບ​ນີ້,ກໍ​ເປັນ​ການ​ຊຸກ​ຍູ້ ແລະ ສ້າງ​ທ່າ​ພັດ​ທະ​ນາ​​ໃຫ້ແກ່​ພື້ນ​ຖານ​ເສດ​ຖະ​ກິດຂອງ​ປະ​ເທດ​ຊາດ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ໄປ​ພ້ອມ​ກັບ​ກາ​ລະ​ໂອ​ກາດ ກໍ​ມີ​ບັນ​ດາ​ສິ່ງ​ທ​້າ​ທາຍບໍ່​ໜ້ອຍ.

 

ສັນຍາ TPP ເປີດກາລະໂອກາດທີ່ດີພ້ອມກັບສິ່ງທ້າທາຍ - ảnh 1

TPP ໄດ້​ຮັບ​ການ​ລົງ​ນາມ, ພາຍຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ​ຂອງ 12 ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ​ສັນ​ຍາ​ຮັບ​ຮອງ​ເອົາ, ຈະ​ແມ່ນ​ເຂດ​ການ​ຄ້າ​ເສ​ລີ​ໃຫຍ່ກວ່າ​ໝູ່ ດ້ວຍ​ຈຳ​ນວນ​ປະ​ຊາ​ກອນ 800 ລ້ານ​ຄົນ, ຍອດ GDP ຂຶ້ນ​ເຖິງ 28.000 ຕື້​ USD, ກວມ 30% ວົງ​ເງິນ​ການ​ຄ້າ​ທົ່ວ​ໂລກ ແລະ ເກືອບ 40%ປະ​ລິ​ມານ​ການ​ຜະ​ລິດ​ດ້ານ​ເສດ​ຖະ​ກິດ​ຂອງ​ໂລກ. ນີ້​ແມ່ນ​ສັນ​ຍາ​ຮອບ​ດ້ານ ແລະ ມີ​ຄຸນ​ນະ​ພາບ​ສູງ​ບົນ​ພື້ນ​ຖານ​ການສົມ​ດຸ່ນດ້ານ​ຜົນ​ປະ​ໂຫຍດ ແລະ ເອົາ​ໃຈ​ໃສ່​ເຖິງ​ລະ​ດັບ​ການ​ພັດ​ທະ​ນາ​ທີ່​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ສັນ​ຍາ ຈະ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ທຸກໆ​ປະ​ເທດ TPP ໃນ​ນັ້ນ​ມີ​ຫວຽດ​ນາມ.

     ກຳ​ລັງ​ຊຸກ​ຍູ້​ເພື່ອ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ, ພິ​ເສດ​ແມ່​ສຳ​ລັບ​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ

    ຕາມ​ການ​ຄິດ​ໄລ່​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ສັນາ TPP ຈະ​ຊ່ວຍ​ຫວຽດ​ນາມ​ເພີ່ມ​ລະ​ດັບ GDP ຕື່ມ​ອີກ 23,5 ຕື້ USD ໃນ​ປີ 2020 ແລະ 33,5 ຕື້ USD ໃນ​ປີ 2025. ພ້ອມ​ກັນ​ນັັ້ນ, ການ​ສົ່ງ​ອອກ​ຈະ​ເພີ່ມ​ຕື່ມ 68 ຕື້ USDໃນ​ປີ 2025. ເລື່ອງ​ບັນ​ດາ​ຕະຫຼາດ​ໃຫຍ່​ເຊັ່ນ ອາ​ເມ​ລິ​ກາ, ຍີ​ປຸ່ນ ແລະ ກາ​ນາ​ດາ ຫຼຸດ​ຜ່ອນ​ພາ​ສີ​ນຳ​ເຂົ້າ​ລົງ 0% ຈະ​ຊ່ວຍ​ສ້າງ​ກຳ​ລັງ​ຊຸກ​ຍູ້​ຢ່າງ​ໃຫຍ່ຫຼວງ​ທີ່​ມີ​ຕໍ່​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ຂອງ​ຫວຽດ​ນາມ. ບັນ​ດາ​ຂະ​ແໜງ​ສົ່ງ​ອອກ​ທີ່​ສຳ​ຄັນ​ເຊັ່ນ: ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ, ສິນ​ໃນ​ນ້ຳ…ມີຫຼາຍ​ກໍ​ລະ​ນີ​ຈະ​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ຢ່າງ​ກະ​ໂດດ​ຂັ້ນ​ກ່ຽວ​ກັບ​ວົງ​ເງິນ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ເຫຼົ່າ​ນີ້. TPP ຍັງ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ຫວຽດ​ນາມ​ໃນ​ການ​ດຶງ​ດູດ​​ການ​ລົງ​ທຶນ​ຈາກບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ, ຂອງ​ບັນ​ດາ​ປະ​ເທດ TPP, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ອັດ​ຕາ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ມີ​ຄຸນ​ຄ່າ​ເພີ່ມ​ສູງ. ໜຶ່ງ​ໃນ​ບັນ​ດາ​ຂະ​ແໜງ​ການ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ກ່​ວາ​ໝູ່, ນັ້ນ​ແມ່ນ​ຂະ​ແໜງຕ່ຳ​ແຜ່ນ​ຕັດ​ຫຍິບ. ທ່ານ​ນາງ ດັ້ງ​ເຟືອງ​ຢຸງ ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ສະ​ມາ​ຄົມ ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : 

    “TPP ແມ່ນ​ສັນ​ຍາ​ທີ່​ມີ​ລັກ​ສະ​ນະ​ສະ​ຕະ​ວັດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດຫຼາຍ​ຢ່າງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂອງ​ຫວຽດ​ນາມ​ເວົ້າ​ລວມ, ເວົ້າ​ສະ​ເພາະ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດຕ່ຳ​ແຜ່ນ​ຕັດ​ຫຍິບຂອງ​ຫວຽດ​ນາມ. ສຳ​ລັບ​ບັນ​ດາ​ສັນ​ຍາ FTA ຫຼື TPP ເມື່ອ​ໄດ້​ຮັບ​ການ​ລົງ​ນາມນັ້ນ, ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ທຳ​ອິດ, ນັ້ນ​ແມ່ນ​ການ​ຫຼຸດ​ຜ່ອນ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ, ເປັນ​ຕົ້ນ​ແມ່ນ​ສິນ​ຄ້າ​ປະ​ເພດ​ເຄື່ອງຕ່ຳ​ແຜ່ນ​ຕັດ​ຫຍິບ ”

    ກາ​ລະ​ໂອ​ກາດ​ພ້ອມ​ກັບ​ສິ່ງ​ທ້າ​ທາຍ

   ດ້ວຍ​ວົງເງິນນຳ​ເຂົ້າ ແລະ ສົ່ງ​ອອກ​ຂອງ​ບັນ​ດາ​ປະ​ເທດ​ໃນ TPP ທີ່​ຂຶ້ນ​ເຖິງ 230 ຕື້ USD, ຄາດ​ຄະ​ເນ​ວ່າ ການ​ເຂົ້າ​ຮ່ວມ​ສັນ​ຍານີ້ ຈະ​ຊ່ວຍ​ຫວຽດ​ນາມ​ເພີ່ມ​ມູນ​ຄ່າ​ການ​ຄ້າຂຶ້ນ​ເຖິງ 20-30%. ເພື່ອ​ຮັບ​ຜົນ​ປະ​ໂຫຍດ​ທີ່​ດີ​ທີ່​ສຸດ​ຈາກ TPP ແລະ ນຳ​ໃຊ້​ທຸກໆ​ທ່າ​ດີ​ຂອງ​ຕົນ​ພາຍຫຼັງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັ້ນ, ກ່ອນ​ອື່ນ​ໝົດ ຫວຽດ​ນາມ​ຕ້ອງ​ປ່ຽນ​ແປງ​ນະ​ໂຍ​ບາຍ ແລະ ກົດ​ໝາຍ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ການ​ທີ່​ມີ​ທ່າ​ໄດ້​ປຽບ. ສຳ​ລັບ​ບັນ​ດາ​ຂະ​ແໜງ​ການ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ພາຍຫຼັງ​ທີ່ TPP ມີ​ຜົນ​ສັກ​ສິດ​ຄື ຕ່ຳ​ແຜ່ນ​ຕັດ​ຫຍິບ, ສິນ​ໃນ​ນ້ຳ, ຜະ​ລິດ​ຕະ​ພັນ​ກະ​ເສດ… ແມ່ນ​ຄວນ​ເປັນ​ເຈົ້າ​ການ​ກ່ຽວ​ກັບ​ບັນ​ດາ​ປັດ​ໄຈ​ແຮງ​ງານ, ທຶນ​ຮອນ, ທີ່​ດິນ ແລະ ຊັບ​ພະ​ຍາ​ກອນ​ອື່ນໆ. ສ່ວນ​ສຳ​ລັບ​ບັນ​ດາ​ຂະ​ແໜງ​ການບໍ່​ມີ​ທ່າ​ໄດ້​ປຽບ​ເຊັ່ນ ການ​ລ້ຽງ​ສັດ, ປ່າ​ໄມ້, ອຸດ​ສາ​ຫະ​ກຳ… ແມ່ນ​ຄວນ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ເພື່ອ​ເພີ່ມ​ສະ​ມັດ​ຕະ​ພາບ, ປະ​ສິດ​ທິ​ຜົນ​ໃຫ້​ດີກວ່າ.

     ສັນ​ຍາ TPP ໄດ້​ວາງ​ອອກ​ບັນ​ດາ​ມາດ​ຕະ​ຖານ​ສູງ, ຄຳ​ໝັ້ນ​ສັນ​ຍາຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ເງື່​ອື່ນ​ໄຂ​ປະ​ຕິ​ບັດ​ກໍ​ຫຍຸ້ງ​ຍາກ​ກ່​ວາ, ອັນ​ໄດ້​ຮຽກ​ຮ້ອງ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ຕ້ອງ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ຈາກພາຍ​ໃນຄືນ​ໃໝ່. ທ່ານ ດ​ຣ ວໍ້​ຈີ້​ແທ່ງ ອະ​ດີດ​ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສ​ູນ​ກາງ​ໃຫ້​ຮູ້​ວ່າ : 

    “ ພາກ​ຕ່າງໆ​ສ່ວນຫຼາຍ​ໃນ​ສັນ​ຍາ TPP ແມ່ນ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ຢູ່​ພາຍ​ໃນ​ປະ​ເທດ. ບັນ​ຫາ​ແມ່ນ​ປອດ​ພາ​ສີ, ນະ​ໂຍ​ບາຍ, ການ​ດັດ​ປັບ…ແມ່ນ​ສິ່ງ​ກີດ​ຂວາງ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ທີ່​ໃຫຍ່ກວ່າ​ໝູ່. ເພາະ​ສະ​ນັ້ນ, ປະ​ຈຸ​ບັນ​ແມ່ນ​ຍັງ​ຂຶ້ນ​ກັບ​ເລື່ອງ​ຫວຽດ​ນາມ​ຈະ​ປະ​ຕິ​ຮູບ​ຄື​ແນວ​ໃດ, ບັນ​ດາ​ຜົນ​ປະ​ໂຫຍດ​ທີ່​ພວກ​ເຮົາ​​ບັນ​ລຸ​​ຈາກ TPP ໄດ້​ເທົ່າ​ນັ້ນ  ”

    ກະ​ກຽມ​ຢ່າງວ່ອງ​ໄວ​ເພື່ອ​ປະ​ຕິ​ບັດ​ສັນ​ຍາ

   ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ຜົນ​ປະ​ໂຫຍດຂອງ​ສັນ​ຍາ TPP, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ວູ້​ຮີ​ຮ່​ວາງ ໃຫ້​ຂໍ້​ສັງ​ເກດ​ວ່າ : TPP ຈະ​ຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ພາກ​ພື້ນ ກໍ​ຄ​ືໃນ​ເວ​ທີ​ສາ​ກົນ. ທ່ານ​ໃຫ້​ຮູ້​ວ່າ ນັບ​ແຕ່​ຈຸດ​ເວ​ລານີ້, ຫວຽດ​ນາມ​ຕ້ອງ​ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ກ່ອນ​ທີ່​ສັນ​ຍາ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ວູ້​ຮີ​ຮ່​ວາງ ເນັ້ນ​ໜັກ​ວ່າ :

   “ ວຽກ​ງານ​ທຳ​ອິດ​ແມ່ນ​ຕ້ອງ​ຈັດ​ຕັ້ງ​ການ​ຖະ​ແຫຼງ​ຂ່າວ​ໂຄ​ສະ​ນາ​ບັນ​ດາ​ເນື້ອ​ໃນ​ຂອງ​ສັນ​ຍາ​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ເປົ້າ​ໝາຍ​ອື່ນໆ ແລະ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍານັ້ນ​ເພື່ອ​ຮັບ​ເອົາ​ບຸ​ລິ​ມະ​ສິດ​ໂດຍ​ສັນ​ຍານີ້​ນຳ​ມາ​ໃຫ້. ພ້ອມ​ກັນ​ນັ້ນ ກໍ​ຄວນ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ. ທີ່ 2 ແມ່ນ​ສ້າງກອບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ສືບ​ຕໍ່​ປະ​ກາດ​ໃຊ້​ບາງ​ກົດ​ໝາຍ​ໃໝ່ ຫຼື​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ກົດ​ໝາຍ​ທີ່​ຍັງ​ບໍ່​ທັນ​ສອດ​ຄ່ອງ. ທີ່ 3 ແມ່ນ​ວຽກ​ງານ​ປ​ຕິ​ບັດ, ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຕ້ອງ​ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຂອງ​ສັນ​ຍາ, ສົມ​ທົບ​ຢ່າງ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆແໜ້ນ​ແຟ້ນໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ. ພ້ອ​ມ​ກັນ​ນັ້ນ ຕ້ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ”

    ຄາດ​ວ່າ​ພາຍຫຼັງ​ປີ 2018, ສັນ​ຍາ TPP ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ. ພາຍຫຼັງ​ທີ່​ສັນ​ຍາ​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ກໍ​ຄື​ປະ​ຊາ​ຊົນ, ບັນ​ດາ​ຜູ້​ວາງ​ນະ​ໂຍ​ບາຍ​ຫວຽດ​ນາມ​ໄດ້​ມີ​ບັນ​ດາກ​ານ​ກະ​ທຳ​ທີ່​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ເພື່ອບໍ່​ປະໃຫ້​ພາດ​ໂອ​ກາດ​ທີ່​ດີ​ທີ່​ສຸດ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ