ສັນຍາ ປາຣີ, ຂີດໝາຍອັນໃຫຍ່ຫຼວງຂອງປະຫວັດສາດຍັງຄົງຕົວຕະຫຼອດໄປ

(VOVWORLD) - ເຫດການສັນຍາ ປາຣີ ກ່ຽວກັບສັນຕິພາບຢູ່ ຫວຽດນາມ ໃນວັນທີ 27 ມັງກອນ 1973, ເຊິ່ງແມ່ນເອກະສານນິຕິກຳສາກົນສະບັບທຳອິດ, ໃນນັ້ນ ບັງຄັບໃຫ້ ອາເມລິກາ ຕ້ອງໃຫ້ຄຳໝັ້ນສັນຍາເຄົາລົບເອກະລາດ, ອະທິປະໄຕ ແລະ ຄວາມເປັນເອກະພາບ ຂອງຊາດ ຫວຽດນາມ, ບໍ່ພຽງແຕ່ມີຄວາມໝາຍ ສຳຄັນຍິ່ງ ໃນປະຫວັດສາດ ຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍ ສຳຄັນໃນປະຫວັດສາດແຫ່ງ ການພົວພັນກັບສາກົນອີກດ້ວຍ. 

ສັນຍາ ປາຣີ, ຂີດໝາຍອັນໃຫຍ່ຫຼວງຂອງປະຫວັດສາດຍັງຄົງຕົວຕະຫຼອດໄປ - ảnh 1 ຄະນະນັກເຈລະຈາ ຫວຽດນາມ ຢູ່ ປາຣີ

(ພາບ: Thuy Van/VOV)

ການຕໍ່ສູ້ທາງ ພຸມປັນຍາ, ຄຸນນະທາດອັນຍາວນານ, ລຳບາກກາກກຳແຕ່ອົງອາດກະຫານ ຂອງການທູດ ຫວຽດນາມ ບັນລຸໄດ້ຜົນສຳເລັດກໍ່ມີບົດບາດ, ການໜູນຊ່ວຍຢ່າງຕັ້ງໜ້າຂອງບັນດາເພື່ອນມິດ ສາກົນຜູ້ຮັກຫອມສັນຕິພາບ, ຄວາມຍຸຕິທຳ ໃນນັ້ນມີຊາວ ຝຣັ່ງ ຫຼາຍຄົນ. ເຖິງວ່າຈະມີການປະກອບສ່ວນ ຢ່າງເປີດເຜີຍ ຫຼື ປິດລັບ, ເຂົາເຈົ້າໄດ້ພ້ອມກັບ ຫວຽດນາມ ສ້າງເປັນປະຫວັດສາດ.

        ໃນບັນດາສະຖານທີ່ໄດ້ຍົກອອກມານັ້ນ, ປາຣີ ກໍ່ໄດ້ຮັບເລືອກເຟັ້ນເປັນ ແຫ່ງດຳເນີນການເຈລະຈາສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ. ແລະມາຮອດປະຈຸບັນ, 45 ປີໄດ້ຜ່ານພົ້ນໄປແລ້ວ, ອາດສາມາດຢືນຢັນໄດ້ວ່າ ບໍ່ມີບ່ອນໃດທີ່ 2 ຄະນະຜູ້ແທນ ຫວຽດນາມ ໄດ້ມີບັນດາທ່າໄດ້ປຽບ ແລະ ການໜູນຫຼັງອັນໃຫຍ່ຫຼວງຄືແນວນັ້ນເມື່ອເຂົ້າຮ່ວມການເຈລະຈາຢູ່ ປາຣີ.

ການສະໜັບສະໜູນຢ່າງແຮງຂອງບັນດາຜູ້ຮັກຫອມສັນຕິພາບ

        ເມື່ອໃຫ້ຂໍ້ສັງເກດກ່ຽວກັບເຫດການປະຫວັດສາດນີ້, ນັກປະຫວັດສາດ Alain Rouscio ຖືວ່າ:

“ປະຊາຊົນ ຝຣັ່ງ ແລະ ປະຊາຊົນ ຫວຽດນາມ ບໍ່ໄດ້ກໍ່ຄວາມກໍ່ສົງຄາມນຳກັນ. ລະບອບລ່າເມືອງຂຶ້ນຈຶ່ງແມ່ນລະບອບຈັດວາງພື້ນຖານການຄອບງຳຂອງຕົນຕໍ່ຊາດ ຫວຽດນາມ. ປະຊາຊົນ ຫວຽດນາມ ຕໍ່ສູ້ເພື່ອປົດປ່ອຍຕົນເອງ ແລະ ໃນການຕໍ່ສູ້ນັ້ນ, ປະຊາຊົນ ຝຣັ່ງ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບພວກເພື່ອນ. ຄາວນັ້ນ ຂ້າພະເຈົ້າຍັງໜຸ່ມແໜ້ນຫຼາຍ, ແຕ່ໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຫຼາຍຄັ້ງເພື່ອຕ້ານສົງຄາມ ອາເມລິກາ ກໍ່ຂຶ້ນຢູ່ ຫວຽດນາມ.”

        ຕົວເລກ 52 ອົງການຈັດຕັ້ງມິດຕະພາບຕ້ານສົງຄາມທີ່ດຳເນີນການ ແຫ່ຂະບວນ ປະທ້ວງຕ້ານສົງຄາມຢູ່ ຫວຽດນາມ ເປັນປະຈຳໄດ້ສະແດງໃຫ້ ເຫັນການສະໜັບ ສະໜູນຢ່າງແຮງຂອງຊາວ ຝຣັ່ງ ຜູ້ຮັກຫອມສັນຕິພາບຕໍ່ ຫວຽດນາມ. ມັນຖືກກັບ ຄຳເຫັນຫຼັງຈາກນັ້ນທີ່ວ່າ ປະເທດ ອາເມລິກາ ບໍ່ພຽງແຕ່ຖືກປະລາໄຊໃນໂຕະເຈລະຈາ ຫຼື ໃນສະໜາມຮົບເທົ່ານັ້ນ ຫາກກ່ອນອື່ນໝົດແມ່ນຖືກປະລາໄຊຢູ່ຕາມຖະໜົນ ອີກດ້ວຍ..

        ຢູ່ Choisy – le – Roi, ແຫ່ງທີ່ກ່ອນນີ້ 45 ປີ, ຄະນະຜູ້ແທນປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຢູ່ອາໄສໃນໄລຍະເກືອບ 5 ປີເພື່ອດຳເນີນການເຈລະຈາສັນຍາ ປາຣີ, ປະຈຸບັນຍັງມີ ບັນດາຮ່ອງຮອຍ ຂອງປະຫວັດສາດ ດ້ວຍເຮືອນທີ່ຄະນະນັກເຈລະຈາ ເຄີຍຢູ່ອາໄສ. ສະໜາມຫຼວງໃຫຍ່ໂຕ ມີຊື່ວ່າ “ສັນຍາປາຣີ” ໄດ້ຮັບການເປີດສະຫຼອງເມື່ອປີ 2013 ແລະ ສັນຍາລັກແຫ່ງສັນຕິພາບທີ່ສູງສຸດຍອດທ່າມກາງທ້ອງຟ້າ Choisy – le – Roi ຄືດັ່ງຄຳຢັ້ງຢືນນ້ຳໃຈມິດຕະພາບກັບ ຫວຽດນາມ ທີ່ຍັງຄົງຕົວ ຕະຫຼອດໄປຢູ່ທີ່ນີ້.

        ປະຈຸບັນ, ຢູ່ Choisy – le – Roi, ນອກຈາກບັນດາພະນັກງານຂັ້ນສູງ ຂອງພັກກອມມູນິດ, ຍັງມີສາມັນຊົນຫຼາຍຄົນ ຄືປ້າ Jéanine Rubin, ເຊິ່ງເປັນໜຶ່ງໃນບັນດາຜູ້ທີ່ເຄີຍແຕ່ງກິນຮັບໃຊ້ ໃຫ້ຄະນະນັກເຈລະຈາ ຫວຽດນາມ ກ່ອນນີ້ 45 ປີປ້າ Rubin ເລົ່າສູ່ຟັງວ່າ:

“ຄາວນັ້ນ, ຂ້າພະເຈົ້າພວມຮັບໃຊ້ໃນໂຮງຮຽນແຫ່ງໜຶ່ງ. ມື້ໜຶ່ງຫຼັງຈາກເລີກວຽກ, ມີຄົນໜຶ່ງມາຖາມ ຂ້າພະເຈົ້າວ່າຢາກໄປຮັບໃຊ້ບັນດາຜູ້ມີບົດບາດສຳຄັນເທົ່ານັ້ນໃນຕອນຄ່ຳບໍ່. ຂ້າພະເຈົ້າຕອບຮັບເຮັດດ້ວຍຄວາມເບີກບານມ່ວນຊື່ນ. ວຽກທີ່ຂ້າພະເຈົ້າເຮັດແມ່ນບໍ່ມີຄ່າຕອບແທນ”

        ອະດີດສະມາຊິກສະພາສູງ Hélène Luc ເລົ່າຄືນດ້ວຍຄວາມ ເອກອ້າງທະນົງໃຈວ່າ: ເມື່ອເປັນນາງສາວອາຍຸ 15 ປີ, ທ່ານນາງ ໄດ້ລົງຖະໜົນເຂົ້າຮ່ວມການແຫ່ຂະບວນປະທ້ວງສະໜັບສະໜູນ ສັນຕິພາບໃຫ້ແກ່ ຫວຽດນາມ. ໃນໄລຍະດຳເນີນການເຈລະຈາສັນຍາ ປາຣີ, ທ່ານນາງ ແລະ ຜົວຂອງຕົນ, ເຊິ່ງເປັນອະດີດຮອງເຈົ້າຄອງນະຄອນ, ຫຼັງຈາກນັ້ນເປັນອະດີດເຈົ້າຄອງນະຄອນ Choisy – le – Roi ໄດ້ໜູນຊ່ວຍ ຄະນະຜູ້ແທນ ຫວຽດນາມ ຢ່າງສຸດຈິດສຸດໃຈ. ຢູ່ Verierre le Buisson, ຍັງຄົງຮັກສາເຮືອນແຫ່ງທີ່ ທ່ານນາງ ຫງວຽນທິບີ່ງ ແລະ ສະມາຊິກຈຳນວນໜຶ່ງ ຂອງຄະນະນັກເຈລະຈາແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ ເຄີຍຢູ່ອາໄສ.

ສັນຍາ ປາຣີ, ຂີດໝາຍອັນໃຫຍ່ຫຼວງຂອງປະຫວັດສາດຍັງຄົງຕົວຕະຫຼອດໄປ - ảnh 2 ບ່ອນທີ່ຄະນະນັກເຈລະຈາ ຫວຽດນາມ ຢູ່ອາໄສ ຢູ່ນະຄອນ Choisy – le – Roi


ຂີດໝາຍຍິ່ງໃຫຍ່ຂອງປະຫວັດສາດຍັງຄົງຕົວຕະຫຼອດໄປ

        45 ປີໄດ້ຜ່ານພົ້ນໄປແລ້ວ, ຄືດັ່ງບັນດາສະມາຊິກຂອງ 2 ຄະນະນັກເຈລະຈາ ຫວຽດນາມ ໃນເມື່ອກ່ອນ, ບັນດາເພື່ອນມິດຊາວ ຝຣັ່ງ ຫຼື ຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ ຝຣັ່ງ ໃນຄາວນັ້ນກໍ່ມີບາງຄົນໄດ້ເຖິງແກ່ ມໍລະນະກຳ, ຫຼືໄດ້ເຖົ້າແກ່ອ່ອນ ເພຍແລ້ວ. ແຕ່ປະຫວັດສາດໄດ້ຮັບຮູ້ເຂົາເຈົ້າ, ດ້ວຍບັນດາການກະທຳສ່ວນຕົວໄດ້ ປະກອບສ່ວນ, ສ້າງເປັນກຳແພງທີ່ໜັກແໜ້ນ ພ້ອມກັບເຈດຈຳນົງຂອງປະຊາຊົນ ຫວຽດນາມ ປົກປັກຮັກສາສັນຕິພາບໃຫ້ຊາດ ຫວຽດນາມ ສຳເລັດຜົນ. ເຂົາເຈົ້າກໍ່ໄດ້ ກາຍເປັນສ່ວນໜຶ່ງຂອງປະຫວັດສາດ, ເປັນຕົວພະຍາ ທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈ ມິດຕະພາບລະຫວ່າງ ຫວຽດນາມ ແລະ ຝຣັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ