ສັນຍາຄູ່ຮ່ວມມື ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຢູ

(vovworld) - ຄື​ດັ່ງ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ,  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສະຫະພາບ​ເອີ​ລົບ (ຫລື EU), ທ່ານ Pham Binh Minh  ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ພ້ອມ​ກັບ​ທ່ານ​ນາງ Catherine Ashton ຜູ້ຕາງຫນ້າ​ຂັ້ນ​ສູງ​ຂອງ EU ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຄວາມ​ໝັ້ນຄົງ ທັງ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ ​ໄດ້​ລົງ​ນາມ​ໃນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫລື PCA ລະຫວ່າງ ຫວຽດນາມ ​ແລະ EU ຢ່າງ​ເປັນ​ທາງ​ການ. ສັນຍາ​ສະບັບ​ນີ້ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ຈະ​ສ້າງ​ກອບ​ກົດໝາຍ​ໃຫມ່, ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ EU ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

ສັນຍາຄູ່ຮ່ວມມື ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຢູ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ Pham Binh Minh ແລະ ທ່ານ​ນາງ Catherine Ashton ຜູ້ຕາງຫນ້າ​ຂັ້ນ​ສູງ​ຂອງ EU
ພາບ:ec.europa.eu
        ​ເລື່ອງ ຫວຽດນາມ ​ໄດ້ລົງ​ນາມ​ໃນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫລື PCA ລະຫວ່າງ ຫວຽດນາມ ​ແລະ EU ຢ່າງ​ເປັນ​ທາງ​ການ ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ຫັນປ່ຽນ​ສຳຄັນ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ຈາກ ​ເລື່ອງ EU ຫນູນ​ຊ່ວຍ​ຫວຽດນາມ ພັດທະນາ, ຫລຸດຜ່ອນ​ຄວາມທຸກ​ຍາກ ຫັນ​ປ່ຽນ​ ​ພື້ນຖານ​ເສດຖ​ະກິດ​ໄປ​ສູ່​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ສະ​ເຫມີ​ພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ. PCA ​ແມ່ນ​ພະຍານ​ຫລັກ​ຖານ​ຢ່າງ​ມີ​ຊີວິດ​ຊີວາ​ໃຫ້​ແກ່​ການ​ພັດທະນາ​ຮອບດ້ານ ​ແລະ ​ເລິກ​ເຊິ່ງຂອງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ EU ​ໃນ​ກວ່າ 20 ປີ ຜ່ານ​ມາ ພ້ອມ​ທັງ​ເປັນ​ຂີດ​ໝາຍ​ສຳຄັນ, ນຳ​ການ​ພົວພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່, ສອດຄ່ອງ​ກັບ​ລະດັບ​ຮ່ວມ​ສຳພັນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ບົດ​ບາດ​ທີ່​ຕັ້ງ​ຂອງ EU ​ໃນ​ສັດຕະວັດ​ທີ 21 ກໍ​ຄື ທີ່​ຕັ້ງ​ບົດບາດ ​ແລະ ກຳລັງ​ແຮງ​ຮັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ຫວຽດນາມ ພາຍຫລັງ 25 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ​ສຳ​ເລັດ​ຜົນ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ພາຍຫລັງ​ພິທີ​ລົງ​ນາມ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ Pham Binh Minh ​ໄດ້​ຢືນຢັນ​ວ່າ: ​ຖ້າທຽບ​ໃສ່​ກັບ​ສັນຍາ​ແມ່​ທີ່​ໄດ້​ລົງ​ນາມ​ເມື່ອ​ປີ 1995 ລະຫວ່າງ ຫວຽດນາມ ​ແລະ ຄະນະ​ກຳມະການ​ເອີ​ລົບ ຫລື EC, ສັນຍາ​ PCA ຄັ້ງ​ນີ້​ແມ່ນ​ສ່ອງ​ແສງ​ຢ່າງ​ກົມກຽວ​ລະຫວ່າງ​ຜົນ​ປະ​ໂຫຍ​ດ ​ແລະ ການ​ໃຫ້ບຸລິມະສິດ​ຂອງ​ສອງ​ຝ່າຍ. ທ່ານ Pham Binh Minh ກ່າວ​ວ່າ:

        “ສັນຍາ PCA ຄັ້ງ​ນີ້ ​ແມ່ນ​ເປີດ​ກວ້າງ​ບັນດາ​ຂອບ​ເຂດ​ຊຶ່ງ ຫວຽດນາມ ມີ​ຄວາມ​ຕ້ອງການທີ່​ສຸດ, ຕົວຢ່າງ​ຄື: ຂົງ​ເຂດ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ສຶກສາ​ບຳລຸງ​ສ້າງ.​ນັ້ນ​ແມ່ນ​ບັນດາ​ຂົງ​ເຂດ​ຊຶ່ງ ຫວຽດນາມ ຕ້ອງການ ​ແລະ EU ມີ​ທ່າ​ແຮງ. ພ້ອມ​ກັນ​ນັ້ນ ສຳລັບ​ສັນຍາ PCA, EU ສາມາດ​ຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ສາກົນ, ທົ່ວ​ໂລກ,​ນັ້ນ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ, ຕົວ​ຢ່າງ​ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ກ່ຽວກັບ​ອາດຊະຍາ​ກຳ​ຂ້າມ​ຊາດ​ຄື: ​ໄພ​ກໍ່​ການ​ຮ້າຍ, ຕ້າ​ນການ​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ. ນັ້ນ​ແມ່ນ​ບັນດາ​ຂົງ​ເຂດ​ຊຶ່ງ EU ຕ​້ອງການ​ມີ​ການ​ຮ່ວມ​ມື​ຈາກ​ຝ່າຍຫວຽດນາມ.”

        ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ແງ່​ຫວັງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ EU ພາຍຫລັງ​ລົງ​ນາມ​ໃນ​ສັນຍາ PCA, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ Pham Binh Minh ​ເນັ້ນຫນັກ​ວ່າ: ສອງ​ຝ່າຍ​ລ້ວນ​ແຕ່ມີຄວາມ​ປະ​ເອີ​ບ​ໃຈ ​ຍ້ອນ​ຫລາຍ​ເຫດຜົນ. ທີ​ຫນຶ່ງ​ແມ່ນ: ຍາມ​ໃດ ການ​ນຳ​ຂັ້ນ​ສູງ​ສອງ​ຝ່າຍ​ ​ກໍ​ຖື​ການ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ເປັນ​ສຳຄັນ. ຄຽງ​ຄູ່​ກັນ​ນັ້ນ ດ້ວຍ​ທີ່​ຕັ້ງ​ບົດບາດ​ດ້ານ​ການ​ເມືອງ ​ເສດຖະກິດ​ສຳຄັນ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ, ​ເລື່ອງ​ພັດທະນາ​ການ​ພົວພັນ​ກັບ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ EU ຊຸກຍູ້​ການ​ພົວພັນ ​ແລະ ​ເພີ່ມ​ທະວີ​ບົດບາດ​ຢູ່ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ສິ່ງ​ດັ່ງກ່າວ​ຍິ່ງ​ໄດ້​ຮັບ​ການ​ປັບປຸງ ​ເມື່ອ ຫວຽດນາມ​ ດຳລົງ​ຕຳ​ແຫນ່​ງ​ເປັນ​ປະທານ ອາ​ຊຽນ ປີ 2010 ປະສົບ​ຜົນສຳ​ເລັດ ​ແລະ ວັນ​ທີ 1/7 ຈະ​ມາ​ເຖິງ ຫວຽດນາມ ​ຈະ​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ EU ​ແລະ ດຳລົງ​ຕຳ​ແຫນ່​ງ​ເປັນ​ເລຂາທິການ​ໃຫຍ່ ອາ​ຊຽນ ​ໃນ​ປີ 2013. ​ເຫດຜົນ​ຫນຶ່ງ​ອີກ ນັ້ນ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ການ​ຄ້າ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ ຍັງ​​ໃຫຍ່​ຫລວງ​ຢູ່. ​ເຖິງ​ວ່າ ​ໃນ​ໄລຍະ​ຜ່ານ​ມາ ຫວຽດນາມ ​ແລະ EU ລ້ວນ​ແຕ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ເສດຖະກິດ ​ແຕ່​ການ​ຄ້າສອງ​ສົ້ນ​ລະຫວ່າງ ຫວຽດນາມ ​ແລະ EU ຍັງ​ມີ​ການເຕີບ​ໂຕຢ່າງ​ຕັ້ງຫນ້າ. ປີ 2011, ການ​ຄ້າ​ສອງ​ສົ້ນ ຫວຽດນາມ ​ແລະ EU ບັນລຸ​ກວ່າ 24 ຕື້ USD, ​ເພີ່​ມຂຶ້ນ​ກວ່າ 36% ​ເມື່ອ​ທຽບ​​ໃສ່​ປີ 2010. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, EU ຍັງ​ແມ່ນ​ຕະຫລາດ​ໃຫຍ່ ​ແຕ່​ການ​ພົວພັນ​ດ້ານ​ການ​ຄ້າກັບ ຫວຽດນາມ ບັນລຸ​ພຽງ​ກວ່າ 0,5% ມູນ​ຄ່າ​ການ​ຄ້າ​ສາກົນ​ຂອງ EU. ​ເລື່ອງ ຫວຽດນາມ ​ແລະ EU ລົງ​ນາມ​​ໃນ​ສັນຍາ PCA ​ແລະ ​ເລີ່​ມຕົ້ນ​ການ​ເຈລະ​ຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຢ່າງ​ເປັນ​ທາງ​ການ ຈະ​ຊ່ວຍ​ໃຫ້​ສອງ​ຝ່າຍ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ​ການ​ຄ້າ​ ​ແລະ ການ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ. ທ່ານ Franz Jessen ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ກຳມະການ​ເອີ​ລົບ ປະຈຳ ຫວຽດນາມ ຖື​ວ່າ:

        “​ໂດຍ​ບໍ່​ຫົວຊາ​ຕໍ່​ວິ​ກິດ​ການ, ​ເມື່ອ​ຕີ​ລາຄາ​ກ່ຽວກັບ​ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ຫວຽດນາມ ​ແລະ EU ບໍ່​ຖືກ​ຜົນ​ສະທ້ອນ​ປານ​​ໃດ. ​ແລະ ປີ​ນີ້ ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ອາດ​ຈະ​ເພີ່ມ​ຂຶ້ນຢ່າງ​ກ້າວ​ກະ​ໂດດ. ສະ​ນັ້ນ ຂ້າພະ​ເຈົ້າ​ຖື​ວ່າ: ການ​ເຈລະຈາ FTA ບໍ່​ພຽງແຕ່​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ ​ EU ກໍ​ຈະ​ໄດ້​ຮັບ​ຜົນ​ດີອີກດ້ວຍ.”

        ປະຈຸ​ບັນ ພາຍຫລັງ​ລົງ​ນາມ​ໃນ​ສັນຍາ PCA ​ແລະ ​ເລີ່​ມຕົ້ນ​ການ​ເຈລະຈາ FTA ລະຫວ່າງ ຫວຽດນາມ ​ແລະ EU, ສອງ​ຝ່າຍ​ພວມ​ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ບາງ​ເນື້ອ​ໃນ​ຄື: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ຊຸກຍູ້ EU ຮັບຮອງ​ຂໍ້​ກຳ​ນົດ​ເສດຖະກິດ​ການ​ຕະຫລາດ​ໃຫ້​ແກ່ ຫວຽດນາມ ​ໂດຍ​ໄວ ​ແລະ ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອື່ນຄື: ການ​ສຶກສາ ​ແລະ ບຳລຸງ​ສ້າງ, ສິ່ງ​ແວ​ດລ້ອມ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະລັງງານ, ສະກັດ​ກັ້ນ ​ແລະ ບັນ​ເທົາ​ໄພ​ທຳ​ມະ​ຊາດ. ສອງ​ຝ່າຍ​ກໍ​ເຫັນ​ດີ​ຈະ​ເພ່ີມ​ທະວີ​ການ​ພົບ​ປະ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ,​​ໃນ​ນັ້ນ​ມີການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ Herman Van Rompuy ປະທານ​ສະພາ​ເອີ​ລົບ ​ໃນ​​ໄລຍະທ້າຍ​ປີ​ນີ້.

​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ທີ່​ບັນລຸ​ໄດ້​ໃນ​ສັນຍາ PCA ​ໃນ​ໄລຍະ​ຈະ​ມາ​ເຖິງ​​ແນ່ນອນ​ວ່າ​ຈະ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ​ແຕ່​ດ້ວຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ແຂງ​ແຮງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ຝ່າຍ, PCA ຈະ​ແມ່ນ​ປະຖົມ​ປັດ​ໃຈ​ສຳຄັນ, ສ້າງ​ກຳລັງ​ຫນູນ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ ຫວຽດນາມ ​ແລະ EU ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ