ສັນຍານຕັ້ງໜ້າໃນການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ

(VOVWORLD) - ວັນທີ 07 ກໍລະກົດ ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີການພົບປະເຈລະຈາ ຢູ່ນອກກອງປະຊຸມສຸດຍອດ G20 ຈັດຕັ້ງຢູ່ນະຄອນ Hamburg ປະເທດ ເຢຍລະມັນ

  ການພົບປະເຈລະຈາຄັ້ງທຳອິດລະຫວ່າງການນຳ ລັດເຊຍ - ອາເມລິກາ 2 ທ່ານຢ່າງເປັນທາງການ, ພາຍຫລັງການພົບປະເມື່ອເດືອນ ກັນຍາ 2015 ຂອງອະດີດປະທານາທິບໍດີ ອາເມລິກາ Barack Obama ແລະ ປະທານາທິບໍດີ ລັດເຊຍ Vladimir Putin, ໄດ້ເປັນຂີດໝາຍບັນດາການປ່ຽນແປງຕາມທິດອົບອຸ່ນກ່ວາ ໃນການພົວພັນ, ທີ່ເຄີຍມີຄວາມເຄັ່ງຕຶງລະຫວ່າງ 2 ປະເທດ. ບົດຂຽນຂອງບັນນາທິການ ທູຮວາ ທີ່ພາດຫົວຂໍ້ວ່າ “ສັນຍານຕັ້ງໜ້າໃນການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ”.

ສັນຍານຕັ້ງໜ້າໃນການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Pitin

        ການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Pitin ໄດ້ແກ່ຍາວເປັນເວລາກ່ວາ 2 ຊົ່ວໂມງ, ແມ່ນຫລາຍກ່ວາຕົວເລກ ເຊິ່ງສື່ມວນຊົນສາກົນຄາດຄະເນໄວ້ກ່ອນແມ່ນ 30 – 40 ນາທີ. ໃນການພົບປະທີ່ດຶງດູດຄວາມສົນໃຈທົ່ວໂລກນີ້, 2 ຝ່າຍໄດ້ແລກປ່ຽນທັງບັນຫາສັບສົນໃນການພົວພັນ 2 ຝ່າຍ ແລະ ບັນດາບັນຫາສຳຄັນອື່ນໆອີກຄື: ຢູແກຼນ, ຊີຣີ, ລັດທິກໍ່ການຮ້າຍ ຫຼື ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ.

        ຊ່ອງວ່າງອັນໃຫຍ່ຫລວງລະຫວ່າງ 2 ຝ່າຍ

        ການພົບປະລະຫວ່າງທ່ານ Trump ແລະ ທ່ານ Putin ດຳເນີນໄປໃນສະພາວະການພົວພັນ 2 ປະເທດພວມເພີ່ມຄວາມເຄັ່ງຕຶງ, ໂດຍເລີ່ມມາຈາກຄວາມສົງໄສ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ ປີ 2016, ເລື່ອງ Crimea  ໂຮມເຂົ້າ ລັດເຊຍ ແລະ ສະໜັບສະໜູນລະບອບປະທານາທິບໍດີ Bashar al-Assad ຢູ່ ຊີຣີ. ແລະ ໃນການພົບປະຄັ້ງນີ້, ທ່ານ Donald Trump ກໍ່ບໍ່ຫລີກລ້ຽງ ເມື່ອເຕື້ອງເຖິງບັນຫາກ່າວຫາ “ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີກ່ອນ”. ກ່ຽວກັບບັນຫາ ຊີຣີ, ລັດເຊຍ ຄັດຄ້ານຢ່າງແຮງຕໍ່ເລື່ອງບັນດາກຳລັງ ໂດຍ ອາເມລິກາ ນຳໜ້າ ໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ບັນດາສະຖານທີ່ສູ້ຮົບຂອງກອງທັບອາກາດ ຊີຣີ. ນອກນັ້ນ ລັດເຊຍ ຍັງຖືວ່າ ອາເມລິກາ ພວມໃຊ້ວິທີກ່າວຫາ “ລັດຖະບານ ຊີຣີ ນຳໃຊ້ອາວຸດເຄມີ” ເປັນຂໍ້ອ້າງ ເພື່ອແຊກແຊງເຂົ້າປະເທດຕາເວັນອອກກາງນີ້ດ້ວຍກຳລັງທັບ. ຄວາມຂັດແຍ້ງກັນລະຫວ່າງ ລັດເຊຍ ແລະ ອາເມລິກາ  ນັບມື້ນັບຂ້ຽວຂາດ, ເຮັດໃຫ້ ລັດເຊຍ ຕ້ອງຕັດໂທລະສັບສາຍດ່ວນຫລຸດຜ່ອນການປະທະກັນ ແລະ ຢຸດຕິກົນໄກສະກັດກັ້ນຄວາມຜິດກັນ ທາງອາກາດກັບ ອາເມລິກາ ຢູ່ ຊີຣີ. ສິ່ງນີ້ ອາດຈະພາໃຫ້ເກີດບັນດາການປະທະກັນ ລະຫວ່າງ 2 ກຳລັງທະຫານໃຫຍ່ສຸດຂອງໂລກ ໃນສະໜາມຮົບອັນດຸເດືອດນີ້.

        ນີ້ມນວນໃນບັນດາບັນຫາເຄັ່ງຮ້ອນ

        ເຖິງວ່າ ຍັງມີຄວາມຜິດໂຕນກັນຫລາຍຢ່າງທີ່ກ່ຽວຂ້ອງເຖິງຜົນປະໂຫຍດຂອງ 2 ປະເທດ ເຊິ່ງເຄີຍສະໜັບສະໜູນໃຫ້ 2 ຝ່າຍກົງກັນຂ້າມຢູ່ ຊີຣີ ກໍ່ຕາມ ແຕ່ໃນສະພາບຄວາມເປັນຈິງແລ້ວ ລັດເຊຍ ແລະ ອາເມລິກາ ຍັງຢາກເປີດບັນດາກາລະໂອກາດຮ່ວມມືໃນການສູ້ຮົບຕ້ານກໍ່ການຮ້າຍໃຫ້ແໜ້ນແຟ້ນກ່ວາອີກ. ເພາະສະນັ້ນ, ທີ່ການພົບປະລະຫວ່າງການນຳ ລັດເຊຍ ແລະ ອາເມລິກາ 2 ທ່ານໃນຄັ້ງນີ້, 2 ຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ທາງພາກຕາເວັນຕົກ - ພາກໃຕ້ ຊີຣີ, ນີ້ແມ່ນການກະທຳສະແດງໃຫ້ເຫັນເຈດຕະນາດີຂອງທັງ 2 ປະເທດ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂໃຫ້ແກ່ວິກິດການນີ້. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະກາດຂໍ້ຕົກລົງດັ່ງກ່າວ ພາຍຫລັງການພົບປະລະຫວ່າງປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງລັດເຊຍ Vladimir Putin ຢູ່ Hamburg.

        ບັນດາຄຳຖະແຫຼງຂອງວົງການເຈົ້າໜ້າທີ່ ລັດເຊຍ ແລະ ອາເມລິກາ ພາຍຫລັງການພົບປະຂັ້ນສູງ ເຊິ່ງໄດ້ຮັບການລໍ້ຖ້ານັບແຕ່ດົນນານມາແລ້ວ ສະແດງໃຫ້ເຫັນວ່າ ທັງ 2 ຝ່າຍລ້ວນແຕ່ມີຄວາມເພິ່ງພໍໃຈກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້. ເຖິງວ່າ ຍັງມີຄວາມແຕກຕ່າງກັນຫລາຍກໍ່ຕາມ, ແຕ່ 2 ຝ່າຍສາມາດຊອກໄດ້ທັດສະນະລວມໃນບາງບັນຫາ, ໃນນັ້ນ ມີເລື່ອງສ້າງຕັ້ງໂທລະສັບຕິດຕໍ່ ແກ້ໄຂວິກິດການຢູ່ ຢູແກຼນ ແລະ ເຫັນດີເປັນເອກະສັນຕໍ່ຄຳສັ່ງຢຸດຍິງຢູ່ ຊີຣີ. ນີ້ແມ່ນສັນຍານທີ່ຕັ້ງໜ້າ ເມື່ອການພົວພັນ 2 ປະເທດຖືກຕີລາຄາວ່າ ພວມຢູ່ໃນລະດັບຕ່ຳສຸດ ນັບແຕ່ສົງຄາມເຢັນສິ້ນສຸດລົງ.

        ການພົບປະໂດຍກົງຄັ້ງທຳອິດຂອງການນຳ ລັດເຊຍ ແລະ ອາເມລິກາ 2 ທ່ານ ນຳມາໃຫ້ປະຕິກິລິຍາທີ່ຕັ້ງໜ້າຈາກທັງ 2 ຝ່າຍ. ໃນສະພາວະ ການພົວພັນລະຫວ່າງ 2 ປະເທດ ຍັງມີຫລາຍບັນຫາສັບສົນເຄັ່ງຮ້ອນບໍ່ທັນແກ້ໄຂໄດ້ນັ້ນ, ບັນດາສັນຍານຕັ້ງໜ້າຈາກການພົບປະຂັ້ນສູງຢູ່ Hamburg ພວມປະກອບສ່ວນຫລຸດຜ່ອນຄວາມເຄັ່ງຕຶງທີ່ພວມຍູ້ 2 ປະເທດມະຫາອຳນາດດ້ານນິວເຄຼຍ ຕົກເຂົ້າສູ່ເຫວເລິກແຫ່ງການປະເຊີນໜ້າ. ການຈັບມືລະຫວ່າງການນຳ ລັດເຊຍ - ອາເມລິກາ 2 ທ່ານຢູ່ກອງປະຊຸມສຸດຍອດ G20 ຄັ້ງນີ້ ແມ່ນສັນຍານຕັ້ງໜ້າ, ເປີດຊ່ອງທາງເຈລະຈາໃຫ້ທັງ 2 ປະເທດ ເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນ, ເຖິງວ່າ ຍັງມີຄວາມຫຍຸ້ງຍາກບໍ່ແມ່ນນ້ອຍໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ