ສັນຍານທີ່ຕັ້ງໜ້າສຳລັບສັນຕິພາບຢູ່ຕາເວັນອອກກາງ

ສັນຍານທີ່ຕັ້ງໜ້າສຳລັບສັນຕິພາບຢູ່ຕາເວັນອອກກາງ - ảnh 1
ປະທານາທິບໍດີອີ​ຢິບ Mohamed Morsi ຕ້ອນຮັບປະທານາທິບໍດີ​ອີຣານ Mahmoud Ahmadinejad (ພາບ : AP )


  ກອງປະຊຸຸມສຸດຍອດຄັ້ງທີ່ 12 ຂອງອົງການອິດສະລາມ (OIC) ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ກາຍ​ໂຣ​ໃນ​ວັນ​ທີ 6 ​ແລະ 7/2. ພ້ອມ​ກັບ​ບັນດາ​ເນື້ອ​ໃນ​ທີ່​ນຳ​ມາ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຫາງ​ສຽງ​ຍັງ​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ການ​ຢ້ຽມຢາ​ມ ອີ​ຢິບຂອງ​ປະທານາທິບໍດີ​ອີຣານ Mahmoud Ahmadinejad, ​ເພາະວ່າ ນີ້​ແມ່ນ​ການ​ຢ້ຽມຢາມ​ອີ​ຢິບເປັນ​ຄັ້ງ​ທຳ​ອິດ​ຂອງ​ຜູ້ນຳ​ປະ​ເທດ ສ.ອິດສະ​ລາມນີ້​ນັບ​ຕັ້ງ​ແຕ່ປີ 1979​ເປັນ​ຕົ້ນ​ມາ. ການ​ຫຍັບ​ມໍ່​ເຂົ້າກັນ​ລະຫວ່າງ 2 ປະ​ເທດ​ມະຫາ​ອຳນາດ​ຢູ່​ຕາ​ເວັນ​ອອກ​ກາງ​ນີ້ ອາດ​ຈະ​ນາ​ສັນຍານ​ທີ່​ຕັ້ງໜ້າ​ມາສູ່​ການ​ສ້າງສັນ​ຕິ​ພາບ​ໃນ​ພາກ​ພື້ນ​.

    ອີຣານ ​ແລະ ອີ​ຢິບ​ແມ່ນ 2 ປະ​ເທດ​ທີ່​ມີ​ຈຳນວນ​ປະຊາກອນ​ຫຼາຍ​ກ່ວາ​ໝູ່​ໃນ ຢູ່​ພາກ​ພື້ນຕາ​ເວັນ​ອອກ​ກາງ, ​ແຕ່​ການ​ພົວພັນ​ລະ​ຫວ່າງກາຍ​ໂຣ ​ແລະ ​ເຕ​ເຮຣານຖືກ​ຕົກ​ຢູ່​​ໃນ​ສະພາບ​ບໍ່ມີ​ທາງອອກ​ພາຍຫຼັງ​ການ​ປະຕິວັດອິດສະ​ລາມປີ 1979. ​ໃນ​ສະ​ໄໝ​ອະດີດ​ປະທານາທິບໍດີ Hosni Mubarak, ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນໜ້ອຍ. ອີ​ຢິບ​ແມ່ນ​ປະ​ເທດ ​ໂດຍຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີພວມ​ມີ​ທ່າ​ດີ​ນັ້ນ ຍາມ​ໃດ​ກໍ​ສ້າງສາ​ຍສຳພັນ​ທະ​ມິດ​ກັບ​ບັນດາ​ປະ​ເທດ​ອາຣັບອື່ນໆ​ເພື່ອ​ເຮັດ​ໃຫ້​ອີຣານ​ໂດຍ​ ໂດຍຊາວ​ມຸດ​ສະ​ລິ​ມນິກາຍຊີ​ອະ​ພວມ​ມີ​ທ່າ​ດີ ຖືກ​ຕົກ​ຢູ່​ໂດດ​ດຽວ. ​ໃນ​ຕະຫຼອດ​​ໄລຍະ​ຍາວ​ນານ, ອີ​ຢິບ​ໄດ້​ກ່າວ​ຫາ​ອີຣານໜູນ​ຫຼັງ​ບັນດາ​ມື​ປືນລຸກ​ຮື້​ຂຶ້ນທີ່​ຂຶ້ນ​ກັບ​ກຸ່ມ Hezbollah ທີ່​ມີ​ກົນອຸບາຍ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ເປັນ​ປໍ​ລະ​ປັກ​ເພື່ອ​ເຮັດ​ໃຫ້​ອີ​ຢິບ​ຂາດ​ສະ​ຖຽນລະ​ພາບ ​ແລະ ຖື​ອີຣານ​ແມ່ນ​ປັດ​ໄຈ​ທຳລາຍ​ຄວາມ​ມີ​ສະຖຽນ​ລະພາບ​ຢູ່​ຕາ​ເວັນ​ອອກ​ກາງ. ​ແຕ່​ວ່ານັບຕັ້ງ​ແຕ່​ລະບອບ​ຂອງ ອະດີດ​ປະທານາທິບໍດີ Hosni Mubarak ພັງ​ທະລາ​ຍລົງ ​ແລະ ອົງການ​ອ້າ​ຍນ້ອງ​ອິດສະ​ລາມ​ຂຶ້ນ​ກຳ​ອຳນາດ​ຢູ່​ປະ​ເທດ​ນີ້, ການ​ພົວພັນ​ລະ​ຫວ່າງກາຍ​ໂຣ ​ແລະ ​ເຕ​ເຣຣານ​ໄດ້​ມີ​ສັນຍານ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ. ​ເປັນ​ຄັ້ງ​ທຳ​ອິດ ​ແມ່ນ​ການ​ຢ້ຽມຢາມ​ອີຣານຂອງ ​ປະທານາທິບໍດີອີ​ຢິບ Mohamed Morsi ​ເມື່ອ​ເດືອນ 8 ປີ​ກາຍ​ນີ້​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂະ​ບວນບໍ່​ຮ່ວມ​ກຸ່ມ. ​ໃນ​ຈຸດ​ເວລາ​ນັ້ນ, 2 ຝ່າຍ​ໄດ້​ຕົກລົງ​ເປີດ​ສະຖານທູດ​ປະຈຳ​ແຕ່ລະ​ປະ​ເທດ​ຄືນ​ໃໝ່. ກ່ຽວ​ກັບ​ບັນດາ​ບັນຫາ​​ໃນ​ພາກ​ພື້ນ, ​ເຖິງ​ວ່າ ​ຍັງ​ມີ​ບັນດາ​ທັດສະນະ​ທີ່​ກົງກັນຂ້າມ​ກັນຄື​ວິ​ກິດ​ການ​ການ​ເມືອງ​ຢູ່​ຊີຣີ​ກໍ​ຕາມ, ​ແຕ່​ທັງກາຍ​ໂຣ ​ແລະ ​ເຕ​ເຣຣານລ້ວນ​ແຕ່​ມີ​ບັນດາ​ປະຕິກິ​ລີ​ຍາ​ທີ່​ລະມັດລະວັງ​ທີ່​ສຸດ​ເພື່ອ​ຫຼີກ​ລ້ຽງ​ເລື່ອງ​ກໍ່​ຜົນ​ເສຍ​ຫາຍ​ຕໍ່​ການ​ພົວພັນ 2 ຝ່າຍ​ຊຶ່ງ 2 ປະ​ເທດ​ພວມ​ພະຍາຍາມ​ຟື້ນ​ຟູ. ​ໃນ​ມໍ່​ມາ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດອີຣານ Ali Akbar Salehi ​ໄດ້​ທຳ​ການ​ຢ້ຽມຢາມກາຍ​ໂຣ ​ເພື່ອ​ປຶກສາ​ຫາລື​ບັນຫາ​ຮ່ວມ​ສຳພັນ​ລະຫວ່າງ​ຊາວ​ມຸດ​ສະ​ລິ​ມ​ໃນ​ພາກ​ພື້ນ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ນີ້​ແມ່ນບັນດາ​ສັນຍານ​ອັນ​ຕັ້ງໜ້າ​ໃນ​ການ​ພົວພັນ 2 ຝ່າຍ​ອີຣານ-ອີ​ຢິບ​ພາຍຫຼັງ​ການ​ພົວພັນ​ທາງ​ການ​ທູດ​ຖືກ​ຕັດ​ຕອນ​ເປັນ​ເວລາ​ຍາວ​ນານ.

    ​ໃນ​ສະພາບ​ການ​ດັ່ງກ່່າວ, ການ​ຢ້ຽມຢາ​ມ ອີ​ຢິບ ຂອງ​ປະທານາທິບໍດີ​ອີຣານ Mahmoud Ahmadinejad ​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດຈາກ​ຫາງ​ສຽງ​ໃນ​ພາກ​ພື້ນ​ກໍ​ຄື​ໃນ​ໂລກ. ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ​້ວ, 2 ປະ​ເທດ​ມະຫາ​ອຳນາດ​ຢູ່​ຕາ​ເວັນ​ອອກ​ກາງ​ນີ້ ມີ​ເຫດຜົນ​ຢ່າງ​ພຽງພໍ​ເພື່ອ​ຫຍັບ​ມໍ່​ເຂົ້າກັນ. ກ່ອນ​ອື່ນ​ໝົດ ​ແມ່ນ​ເລີ່​ມມາ​ຈາກ​​ເຈດ​ຈຳນົງ​ຂອງ​ແຕ່ລະ​ຝ່າຍ. ສຳລັບ​ອີຣານ, ການ​ຮ່ວມ​ສຳພັນ​ກັບອີ​ຢິບ ຈະ​ເປີດ​ຊອງ​ທາງ​ໃຫ້​ອີຣານ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນດາ​ປະ​ເທດ​ອາຣັບ ​ແລະ ຄວາມ​ເຄັ່ງ​ຕຶງ​ລະຫວ່າງ 2 ກຸ່ມຊາວ​ມຸດ​ສະ​ລິ​ມນິກາຍຊັນ​ນີ​ ແລະ ຊາວ​ມຸດ​ສະ​ລິ​ມນິກາຍຊີ​ອະ ຜ່ອນຄາຍ​ລົງ. ການ​ສ້າງສາ​ຍພົວພັນ​ທີ່​ສະໜິດ​ຕິດ​ພັນ​ກ່ວາ​ກັບອີ​ຢິບ ຍັງ​ເປັນ​ການ​ຊ່ວຍ​ໃຫ້​ອີຣານຫຼຸດຜ່ອນ​ສະພາບ​ຕົກ​ຢູ່​ໂດດ​ດຽວ​ຕໍ່ໜ້າ​ຄຳ​ສັ່ງ​ຂວ້ຳບາດ​ລົງ​ໂທດ​ຂອງ​ອາ​ເມ​ລິ​ກາ , ຝ່າຍ​ຕາ​ເວັນ​ຕົກ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ພິ​ເສດ​, ຕໍ່ໜ້າ​ປະ​ເທດ​ອິດສະຣາ​ແອນ ຊຶ່ງ​ພວມ​ຮັບ​ຖື​ວ່າ ​ແມ່ນ​ສັດຕູ​ອັນ​ດັບ​ໜຶ່ງ​ຂອງ ບັນດາ​ປະ​ເທດ​ອາຣັບຢູ່​ຕາ​ເວັນ​ອອກ​ກາງນັ້ນ,  ​ເຕ​ເຣຣານຍິ່ງຕັດສິນ​ໃຈ​ປັດ​ເຂ່ຍ​ທຸກ​ສິ່ງ​ກີດຂວາງ​ເພື່ອ​ຟື້ນ​ຟູການ​ພົວພັນ​ທາງ​ການ​ທູດ​ກັບ ກາຍ​ໂຣ.

   ສຳລັບ ອີ​ຢິບ, ຮູບ​ພາບ​ປະ​ເທດ​ໜຶ່ງ​ທີ່​ພວມ​ຕົກ​ຢູ່​ໃນ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ ບັນດາ​ເຫດການ​ແຫ່​ຂະ​ບວນປະ​ທ້ວງ, ກໍ່​ການ​ຈະລາຈົນ​ໄດ້​ເຮັດ​ໃຫ້​ທີ່​ຕັ້ງບົດບາດ​ຂອງ​ປະ​ເທດ​ນີ້​ໃນ​ພາກ​ພື້ນ​ຫຼຸດ​ລົງ​ຫຼາຍ. ​ເພາະສະ​ນັ້ນ ​ເພື່ອ​ກັບ​ຄືນ​ສູ່​ບົດບາດ​ທີ່​ສຳຄັນ ​ແລະ ປົວ​ແປງ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ພາກ​ພື້ນ, ບໍ່​ມີ​ທາງ​ເລືອກ​ອື່ນ​ແມ່ນ​ຕ້ອງ​ຫັນ​ບັນດາການ​ພົວພັນ​ໃນ​ພາກ​ພື້ນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຮັກສາ ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃຫຍ່, ​ໃນ​ນັ້ນ​ມີ ອີຣານ. ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ອີຣານ ຈະ​ເປີດ​ຊອງ​ທາງ​ໃຫ້​ແກ່ ອີ​ຢິບ ກາຍ​ເປັນ​ສ່ວນ​ໜຶ່ງ​ໃນ​ທ່າ​ດຸນ​ດຽງ​ດ້ານ​ການ​ເມືອງ​ໃນ​ພາກ​ພື້ນ, ຫຼຸດຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ອາ​ເມ​ລິ​ກາ. ຍິ່ງ​ໄປ​ກ່ວາ​ນັ້ນ, ການ​ພົວພັນ​ລະຫວ່າງ​ອິດສະຣາ​ແອນ-ອີ​ຢິບ​ໃນ​ປະຈຸ​ບັນ ກໍ​ບໍ່​ສະດວກ​ປານ​ໃດ​ຍ້ອນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະກົດ​ຕົວ​ຂອງ​ກຳ​ລັງ​ທະຫານ​ເພື່ອ​ປາບ​ປາມ​ພວກ​ກະບົດ​ຢູ່​ແຫຼມ Sinai, ຊຶ່ງ​ກໍ​ ແມ່​ນປັດ​ໄຈ​ສົ່ງ​ຜົນ​ກະທົບ​ເພື່ອ​ໃຫ້ ກາຍ​ໂຣ ​ແລະ ​ເຕ​ເຣຣານຫຍັບ​ມໍ່​ເຂົ້າກັນ.

   ການ​ຢ້ຽມຢາ​ມ ອີ​ຢິບຂອງ​ປະທານາທິບໍດີ​ອີຣານ Mahmoud Ahmadinejad ບໍ່​ພຽງ​ແຕ່​ສ້າງ​ກາລະ​ໂອກາດ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ມະຫາ​ອຳນາດ​ຢູ່​ຕາ​ເວັນ​ອອກ​ກາງ​​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ສັນຍານ​ທີ່​ປະ​ເອີ​ບ​ໃຈ​ເພື່ອ​ສ້າງ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນ. ການ​ຈັບ​ມື​ທີ່​ມີ​ຄວາມ​ອົບ​ອຸ່ນ​ລະຫວ່າງ ກາຍ​ໂຣ ​ແລະ ​ເຕ​ເຣຣານ ພາຍຫຼັງ​ຖືກ​ຕັດ​ຕອນ​ເປັນ​ເວລາ​ຍາວ​ນານ​ນັ້ນ ​ແມ່ນ​ສັນຍານ​ອັນ​ຕັ້ງໜ້າ, ໝາຍ​ໝັ້ນ​ໃຫ້​ມີ​ພື້ນຖານ​ສັນຕິພາບ, ຄວາມວັດ​ທະນາ​ຖາວອນ​ໃນ​ພາກ​ພື້ນ​ທີ່ພວມ​ຮ້ອນ​ເຮັ່ງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ