ສັນຍານປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ຈີນ

(VOVWORLD) - ພາຍຫລັງຕົກເຂົ້າສູ່ສະພາບຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງເລື່ອງ ສ.ເກົາຫຼີ ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟລະດັບສູງໄລຍະສຸດທ້າຍ (THAAD) ຂອງ ອາເມລິກາ ເປັນເວລາຫລາຍເດືອນ, ການພົວພັນລະຫວ່າງ ຈີນ ແລະ ສ.ເກົາຫຼີ ພວມມີບັນດາສັນຍານປັບປຸງທີ່ຕັ້ງໜ້າ.  

        ພາຍຫລັງ ສ.ເກົາຫຼີ ຕັດສິນໃຈຜັນຂະຫຍາຍລະບົບປ້ອງກັນລູກສອນໄຟລະດັບສູງໄລຍະສຸດທ້າຍ (THAAD) ຂອງ ອາເມລິກາ ເມື່ອເດືອນ ມິຖຸນາ ປີ 2017, ການພົວພັນລະຫວ່າງ 2 ປະເທດ ກໍ່ມີຜົນສະທ້ອນຫລາຍຢ່າງຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອເຖິງ ແມ່ນ ຈີນ ແລະ ສ.ເກົາຫຼີ ໄດ້ຕົກເຂົ້າສູ່ສະພາບຄວາມເຄັ່ງຕຶງຢ່າງຮ້າຍແຮງ. ຈີນ ໄດ້ດຳເນີນບັນດາມາດຕະການຈຳກັດດ້ານການທ່ອງທ່ຽວ, ການຄ້າ ແລະ ນັບທັງການເຄື່ອນໄຫວທາງການທູດກັບ ສ.ເກົາຫຼີ ຢ່າງຕໍ່ເນື່ອງ.

ສັນຍານປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ຈີນ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ  (ພາບ: Yonhap/REUTERS)

ເຖິງຢ່າງໃດກໍ່ຕາມ, ເລີ່ມມາຈາກບັນດາຄວາມຕ້ອງການຕົວຈິງ, 2 ປະເທດໄດ້ປະຕິບັດບັນດາຄວາມມານະພະຍາຍາມເພື່ອປັບປຸງການພົວພັນ. ແລະໃນສະພາບຕົວຈິງ, ການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາໄດ້ມີບັນດາສັນຍານປັບປຸງຢ່າງຈະແຈ້ງ. ສິ່ງທີ່ເປັນໜ້າສົນໃຈທີ່ສຸດໃນວິວັດການນີ້ ແມ່ນການພົບປະສຸດຍອດ 2 ຄັ້ງລະຫວ່າງທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຢູ່ນອກເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ເຊິ່ງດຳເນີນຢູ່ Papua New Guinea ເມື່ອເດືອນ ພະຈິກ ປີ 2018 ແລະ ຢູ່ນະຄອນ Osaka (ປະເທດ ຍີ່ປຸ່ນ), ຢູ່ນອກກອງປະຊຸມສຸດຍອດກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20) ເມື່ອເດືອນມິຖຸນາ ປີ 2019. ເຖິງຢ່າງໃດກໍ່ຕາມ, ຕາມບັນດາແຫຼ່ງຂ່າວທາງການແລ້ວ, ຫົວເລື່ອງດຳເນີນງານລະຫວ່າງການນຳ 2 ທ່ານໃນບັນດາການພົບປະນັ້ນ ຕົ້ນຕໍແມ່ນສຸມໃສ່ເຂົ້າບັນຫານິວເຄຼຍ ສປປ.ເກົາຫຼີ, ບັນຫາການຄ້າເສລີ ພ້ອມດ້ວຍບັນດາຫົວເລື່ອງສາກົນອື່ນໆ. ເນື້ອໃນການປັບປຸງການພົວພັນ 2 ຝ່າຍ ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່, ພິເສດແມ່ນກ່ຽວຂ້ອງເຖິງ THAAD.

ຍ້ອນເຫດນັ້ນ, ການພົບປະລະຫວ່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ຢູ່ທຳນຽບຂຽວ (ສຳນັກງານປະທານາທິບໍດີ ສ.ເກົາຫຼີ) ໃນວັນທີ 05 ທັນວາ, ຈຶ່ງໄດ້ຮັບຖືວ່າ ແມ່ນສັນຍານຕັ້ງໜ້າພໍສົມຄວນໃຫ້ແກ່ວິວັດການປັບປຸງການພົວພັນ 2 ຝ່າຍລະຫວ່າງ ສ.ເກົາຫຼີ ແລະ ຈີນ ຢ່າງແທດຈິງ. ຍ້ອນວ່າ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄປຍັງ ເຊີອູນ, ນັບແຕ່ເມື່ອການພົວພັນດ້ານການທູດລະຫວ່າງ 2 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງ THAAD. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມື ເຊີອູນ - ປັກກິ່ງ ໃນການຮັບມືຕໍ່ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ບັນດາສິ່ງທ້າທາຍອື່ນໆ, ທ່ານຮຽກຮ້ອງ ຈີນ ຈະສືບຕໍ່ສະໜັບສະໜູນ ເພື່ອບັນລຸໄດ້ບາດກ້າວຄືບໜ້າໃນບັນຫາສ້າງ ແຫຼມເກົາຫຼີ ປອດນິວເຄຼຍ. ນະທີ່ນີ້, ຄວນເຕື້ອງເຖິງຄືນໃໝ່ວ່າ ບັນຫາສ້າງ ແຫຼມເກົາຫຼີ ປອດນິວເຄຼຍ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງລັດຖະບານ ສ.ເກົາຫຼີ, ໃນຂະນະນັ້ນ, ຈີນ ພັດແມ່ນປະເທດທີ່ມີບົດບາດ ແລະ ມີຜົນສະທ້ອນຢ່າງໃຫຍ່ຫລວງໃນວິວັດການນີ້.

ຕໍ່ຈາກນັ້ນ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ອອກແຈ້ງການທີ່ວ່າ: ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ມີຄວາມຫວັງວ່າ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະດຳເນີນການຢ້ຽມຢາມທາງລັດຖະກິດໄປຍັງ ສ.ເກົາຫຼີ ໃນປີ 2020 ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຝ່າຍເລິກເຊິ່ງຂຶ້ນຕື່ມ.

ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຢູ່ ປັກກິ່ງ, ທ່ານນາງ   ຮວາຊວັນຢິ໊ງ ໂຄສົກກະຊວງການຕ່າງປະເທດ ຈີນ ຢືນຢັນວ່າ: ຈີນ ແລະ ສ.ເກົາຫຼີ ໄດ້ເຫັນດີເປັນເອກະພາບແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງ THAAD ແລະ ບັນດາບັນຫາອື່ນໆລະຫວ່າງ 2 ປະເທດຢ່າງສົມເຫດສົມຜົນ.

ຕາມວົງການນັກໄຈ້ແຍກແລ້ວ, ເລີ່ມມາຈາກຜົນປະໂຫຍດຢ່າງແທດຈິງຂອງແຕ່ລະປະເທດນັ້ນ, ຈີນ ແລະ ສ.ເກົາຫຼີ ແນ່ນອນວ່າ ຈະມານະພະຍາຍາມຟື້ນຟູການພົວພັນ, ປະກອບສ່ວນເຂົ້າໃນສະຖຽນລະພາບ ແລະ ວັດທະນາຖາວອນລວມ ໃຫ້ທັງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ