ສັນຍານໃໝ່ທີ່ມີຕໍ່ສັນຕິພາບຢູ່ຕາເວັນອອກກາງ

ສັນຍານໃໝ່ທີ່ມີຕໍ່ສັນຕິພາບຢູ່ຕາເວັນອອກກາງ - ảnh 1
ການປະທະກັນ ຢ່າງນອງເລືອດລະຫວ່າງ
 Israel ແລະ  Palestine ​ໃນ 4 ມື້​ທີ່​ຜານ​ມາ.
(ພາບ: internet )

    ຄວາມ​ວິຕົກ​ກັງ​ວົນ​ຂອງ​ປະຊາ​ຄົມ​ໂລກ​ໄດ້​ຫຼຸດຜ່ອນ​ລົງ​, ຂະ​ນະທີ່ໃນ​ວັນ​ທີ 13 ມີນາ Israel ແລະ  Palestine ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ສັນຍາ​ຢຸດ​ຍິງ “ ຮອບດ້ານ ​ແລະ 2 ສົ້ນ ” ພາຍຫຼັງເກີດການປະທະກັນ ຢ່າງ ນອງເລືອດ ເປັນເວລາ 4 ວັນ. ສັນຍາດັ່ງກ່າວບັນລຸໄດ້ພາຍຫຼັງທີ່ເອຢິບເພີ່ມທະວີການຕິດຕໍ່ ພົວພັນກັບ ທັງ 2 ຝ່າຍໃນຄວາມມານະພະຍາຍາມສະກັດກັ້ນ​ບັນດາ​ການ​ເຄື່ອນ​ໄຫວ​ທາງ ທະຫານ​ແນ​ໃສ່​ເຂດ ກາ​ຢາ ​ແລະ ຢຸດຕິ​ສະພາບ​ການ​ນອງ​ເລືອດ​ຂອງ​ປະຊາຊົນ Palestine .

   ໃນການເຄື່ອນໄຫວອື່ນທີ່ກ່ຽວຂ້ອງ, ຄືໃນວັນທີ 12/3 ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki- Moon ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ກຸມ 4 ຝ່າຍ​ຊຶ່ງ​ລວມມີ ສະຫະປະຊາຊາດ, ອາ​ເມ​ລິ​ກາ, ລັດ​ເຊຍ ​ແລະ ສະຫະພາບ​ເອີ​ລົບ ​ເພື່ອ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ສັນຕິພາບ​ໃຫ້​ແກ່​ຕາ​ເວັນ​ອອກ​ກາງ. ທີ່​ກອງ​ປະຊຸມ, ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສັນຕິພາບ​ໃຫ້​ແກ່ພາກ​ພື້ນ​ນີ້​ໄດ້​ຖືກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Hillary Clinton, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ທ່ານ  Sergei Lavrov, ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ການ​ພົວພັນ​ຕ່າງປະ​ເທດ​ຂອງສະຫະພາບ​ເອີ​ລົບ    Catherine Ashton ​ແລະ ທູດ​ພິ​ເສດ​ຂອງ​ກຸມ 4 ຝ່າຍ​ກ່ຽວ​ກັບ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ທ່ານ Tony Blair ນຳ​ມາ​ປຶກສາ​ຫາລື​ເພື່ອ​ຊຸກຍູ້​ວິວັດທະນາ​ການ​ສັນຕິພາບ​ນີ້. ນັ້ນ​ແມ່ນ​ບັນດາ​ບັນຫາ​ທີ່​ສຳຄັນ​ໃນ​ບັນດາ​ການ​ເຈລະຈາ​ລະຫວ່າງ Israel ແລະ  Palestine ຄື: ຜືນ​ແຜ່ນດິນ, ຄວາມ​ສະຫງົບ, ຊາວ​ອົບ​ພະຍົບ, ຂໍ້​ກຳນົດ​ທີ່​ມີ​ຕໍ່​ນະຄອນ Jerusalem, ພ້ອມ​ກັນ​ນັ້ນ, ກໍ​ຢຸດຕິ​ການ​ຢຶດຄອງ​ຂອງ Israel ທີ່​ແກ່ຍາວ​ແຕ່​ປີ 1967ຢູ່​ບັນດາ​ເຂດ​ດິນ​ແດນ​ຂອງ Palestine.

   ​ເປັນ​ອັນວ່າ ດ້ວຍ​ສັນຍາ​ຢຸດ​ຍິງ​ໃໝ່​ນີ້, ສັນຍານ​ມີ​ຄວາມ​ສະຫງົບ​ໄດ້​ເລີ່​ມປະກົດ​ຂຶ້ນ​ຢູ່ຕາ​ເວັນ​ອອກ​ກາງ, ຍ້ອນ​ວ່າ​ກ່ອນ​ນີ້​ບໍ່​ເທົ່າ​ໃດ​ວັນ, ສະພາບ​ການ​ຢູ່​ເຂດ ກາ​ຢາ ບໍ່​ນຳ​ຄວາມ​ປາດ​ທະ​ໜາ​ທີ່​ປະ​ເອີ​ບ​ໃຈ​ໃດໆ​ມາ​ສູ່​ບັນດາ​ນັກ​ສັງ​ເກດ​ການ. ຕາມ​ນັ້ນ​ແລ້ວ,​ໂດຍ​ອ້າງ​ເຫດຜົນ​ຕອບ​ໂຕ້​ຕໍ່​ເລື່ອງ​ບັນດາ​ກຳລັງ Palestine ​ໄດ້​ຍິງ​ລູກ​ຈະ​ຫຼວດ ​ແລະ ປືນ​ໃຫຍ່ ກ່ວາ 100 ລູກ​ໃສ່​ເຂດ Eshkol ຢູ່​ພາກ​ໄຕ້ Israel ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ຖືກ​ບາດ​ເຈັບ 4 ຄົນນັ້ນ, ອຳນາດ​ການ​ປົກຄອງ Tel Aviv ​ໄດ້​ດຳ​​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່​ທົ່ວ​ເຂດ​ກາ​ຢາ. ຊ້ຳ​ບໍ​ໜຳ ທ່ານ​ນາຍົກລັດຖະມົນຕີ Israel Netanyahu ຍັງ​ຢືນຢັນ​ວ່າ ລັດ​ຊາວ​ຢິວຈະ​ສືບ​ຕໍ່ ດຳ​​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຕ້ານ​ບໍ່​ວ່າ​ກຳລັງ​ປະກອບ​ອາວຸດ​ໃດໆ​ທີ່​ມີ​ກົນອຸບາຍ​ບຸກ​ໂຈມ​ຕີ​ຊາວ Israel . ຕາມ​ການ​ສະ​ຖີຕິ​ແລ້ວ, ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ເປັນເວລາ 4 ວັນ ( 9-12/3), ລູກ​ລະ​ເບີດ​ຂອງ Israel ​ໄດ້​ເຮັດ​ໃຫ້​ຊາວ Palestine ​ເສຍ​ຊີວິດ​ຢ່າງ​ໜ້ອຍ 20 ຄົນ ​ແລະ ອີກ 30 ຄົນ​ໄດ້​ຮັບ​ບາດ​ເຈັບ. ນີ້​ແມ່ນ​ການ​ປະ​ທະ​ກັນ​ປີນ​ຂັ້ນ​ໃດ​ທີ່​ນອງ​ເລືອດ​ທີ່​ສຸດ​ລະຫວ່າງ Israel ແລະ  Palestine ຢູ່​ເຂດ​ກາ​ຢາ​ໃນ​ຮອບ 3 ປີ​ທີ່​ຜ່ານ​ມາ. ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມ​ຂຶ້ນ, ຂະນະ​ທີ່​ໃນ​ວັນ​ທີ 11/3 ທັງ Israel ແລະ  Palestine ຕ່າງ​ກໍ​ສະ​ເໜີ​ສະພາ​ຄວາມ​ໝັ້ນຄົງສະຫະປະຊາຊາດຕ້ອງ​ມີ​ການ​ກະທຳ. ​ໃນ​ຈົດໝາຍ​ທີ່​ສົ່ງ​ເຖິງສະພາ​ຄວາມ​ໝັ້ນຄົງສະຫະປະຊາຊາດ, Israel ​ໄດ້​ຕ່ຳ​ໜິຕິຕຽນ​​ປະຊາ​ຄົມ​ໂລກ​ເມີນ​ເສີຍ​ຕໍ່​ບັນດາ​ກໍລະນີ​ຍິງ​ປືນ​ໃຫຍ່​ຈາກ​ເຂດ​ກາ​ຢາ. ສ່ວນ​ເອກ​ອັກຄະ​ລັດ​ຖະທູດ  Palestine ປະຈຳສະຫະປະຊາຊາດ ທ່ານ Riyad Mansour ຊີ້​ແຈງ​ວ່າສະພາ​ຄວາມ​ໝັ້ນຄົງສະຫະປະຊາຊາດຄວນ​ມີ​ການ​ກະທຳ​ໃນ​ທັນທີ​ເພື່ອ​ສະກັດ​ກັ້ນ​ວິ​ກິດ​ການ​ນີ້, ພ້ອມ​ທັງ​ກ່າວ​ຫາ​ Israel ​ໄດ້​ເຮັດ​ໃຫ້​ສະພາບ​ການ​ໃຊ້​ຄວາມ​ຮຸ່ນ​ແຮງ ​ແລະ ກໍ່​ການ​ຮ້າຍ​ປີນ​ຂັ້ນ​ໃດ.

    ​ເພາະສະ​ນັ້ນ, ບັນດາ​ຄວາມ​ຄືບ​ໜ້າ​ທີ່​ຫາ​ກໍ​ບັນລຸ​ໄດ້​ນັ້ນ, ​ໄດ້​ຊ່ວຍ​ໃຫ້​​ປະຊາ​ຄົມ​ໂລກ ​ມີ​ຄວາມ​ປາດ​ທະ​ໜາ​ຄືນ​ໃໝ່. ພາຍຫຼັງ​ກ່ວາ 1 ປີ​ທີ່​ຜ່ານ​ມາ, ວິວັດ ທະນາ​ການ​ເຈລະຈາ​ໃຫ້​ແກ່​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງບໍ່​ມີ​ທາງ​ອອກ. ສາຍ​ເຫດ​ຕົ້ນ​ຕໍທີ່​ພາ​ໃຫ້​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ, ​ນັ​ັ້ນ​ແມ່ນ​ໃນ​ຂະນະ​ດຽວກັນ​ກັບ​ການ​ດຳ​ເນີນ​​ການເຈລະຈາ, Israel ຍັງ​ຄົງ​ສືບ​ຕໍ່​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃນ​ເຂດ​ດິນ​ແດນ​ຢຶດຄອງ​ຂອງ Palestine. ​ໃນ​ຂະນະ​ນັ້ນ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Palestine ​ໄດ້​ຍົກ​ອອກ​ເງື່ອນ​ໄຂ​ຕັດສິນ​ຊີ້​ຂາດ​ທີ່​ວ່າ Israel ຕ້ອງ​ຢຸດຕິ​ການ​ກະທຳ​ນີ້​ໃນ​ທັນ​ທີ, ຈຶ່ງ​ສາມາດ​ຊອກ​ຫາ​ສຽງ​​ເວົ້າ​ລວມ​ໄດ້.

   ດ້ວຍ​ສັນຍາ​ທີ່​ຫາ​ກໍ​ບັນລຸ​ໄດ້​ນັ້ນ, ຫາງ​ສຽງ​ຖື​ວ່າ ສັນຍານ​ດັ່ງ​ກ່າວ​ພຽງ​ແຕ່​ນຳ​ມາ​ເຊິ່ງຄວາມ​ປະ​ເອີບ​ໃຈ​ໂດຍ​ບໍ່​ມີ​ພື້ນ​ຖານ​ຢ່າງ​ໝັ້ນຄົງ​ເທົ່າ​ນັ້ນ. ມັນ​ຈະ​ປະສົ​ບຜົນ ສຳ​ເລັດຖ້າ​ຫາກ​ວ່າ​ທັງ 2 ຝ່າຍ​ລ້ວນ​ແຕ່​ສ້າງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຕໍ່​ກັນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະພາບ​ການ​ປະຈຸ​ບັນບໍ່​ສາມາດ​ຊ່ວຍ​ບັນດານັກສັງ​ເກດ​ການ​ເຫັນ​ໄດ້​ຄວາມ​ຄືບ​ໜ້າ​ດັ່ງກ່າວ. ກ່ອນ​ອື່ນ​ໝົດ, ຢູ່ພາຍໃນ Palestine ເອງ, ພວມມີຫຼາຍຄຳຄິດເຫັນທີ່ບໍ່ເປັນເອກະພາບເທື່ອ. ບັນດາການພົບປະລະຫວ່າງ ຜູ້ຕາງໜ້າຂອງ 2 ກຸ່ມ Hamas ​ແລະ Fatah ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ ບໍ່​ບັນລຸ​ຄວາມ​ຄືບ​ໜ້າ​ໃດໆ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຂໍ້​ຕົກ​ລົງ​ກ່ຽວກັບ​ການ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 2 ​ຝ່າຍ​​ເມື່ອ​ວັນ​ທີ 6/2 ຢູ່ Doha ປະ​ເທດ ກາ​ຕາ. ສາຍ​ເຫດ​ແມ່ນ​ຍ້ອນ​ບັນດາ​ຄວາມ​ບໍ່​ລົງລອຍກັນທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ແຕ່ລະ​​​ຝ່າ​ຍ. ສ່ວນ​ໃນ​ການ​ພົວພັນ​ລະຫວ່າ​ງ Israel ແລະ  Palestine ກໍ​ເຊັ່ນ​ດຽວ​ກັນ. ​ເມື່ອ​ຕົ້ນ​ເດືອນ 3 ນີ້, ​ໂດຍ​ຜ່ານ​ຈໍ​ແດນ, Palestine ​ໄດ້​ສົ່ງ​ສານ​ສະບັບ 1 ​ເຖິງ Israel , ​ໃນ​ນັ້ນ​ໄດ້​ຢ້ຳຄືນ​ບັນດາ​ເງື່ອນ​ໄຂ​ເພື່ອ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ​ຄື ຍອມຮັບ​ວິທີ​ການ​ແກ້​ໄຂ​ດ້ວຍ​ການ​ຄົງ​ຕົວ 2 ລັດ​ໂດຍ​ອີງ​ບົນ​ບັນດາ​ເສັ້ນ​ຊາຍ​ແດນ​ປີ 1967 ​ແລະ ຢຸດຕິ​ການ​ກໍ່ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃຫ້​ຊາວ​ຢິວຢູ່​ບັນດາ​ເຂດ​ເກີດ​ການ​ພິພາດ​ກັນ, ​ໃນ​ນັ້ນ​ມີ Jerusalem ຕາ​ເວັນ​ອອກ....​ແຕ່​ຫາງ​ສຽງ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເງື່ອນ​ໄຂ​ເຫຼົ່າ​ນັ້ນ​ແມ່ນຍາກ​ທີ່​ຈະ​ຮັບ​ຄວາມ​ຍິນ​ຍອມ​ເຫັນ​ດີ​ຈາກ​ອຳນາດ​ການ​ປົກຄອງ Israel .

   ປະຈຸ​ບັນ ການ​ພົວພັນ​ລະຫວ່າງ Israel ແລະ  Palestine ຍັງ​ຄົງ​ມີ​ສິ່ງ​ກິດ​ຂວາງ​ຫຼາຍ​ຢ່າງ, ບໍ່​ອາດ​ຜ່ານ​ຜ່າ​​ໄດ້ຢ່າງ​ງ່າ​ຍດາຍ. ​ແຕ່​ຫາງ​ສຽງ​ຍັງ​ມີ​ຄວາມ​ຫວັງ​ຕໍ່​ຂໍ້​ຕົກລົງ​ທີ່​ຫາ​ກໍ​ບັນລຸ​ໄດ້​ໃນ​ເວລາ​ທີ່​ຜ່ານ​ມາ ພ້ອມ​ກັບ​ຄວາມ​ມານະ​ພະຍາ ຍາມຂອງ​​ປະຊາ​ຄົມ​ໂລກ​ຈະ​ສ້າງ​ບັນດາ​ປະຖົມ​ປັດ​ໃຈ​ທີ່​ສຳຄັນ,​ແມ່ນກ​ຳລັງ ຊຸກຍູ້​ ເພື່ອ​ໃຫ້​ບັນ​ດາ​ປັດ​ໃຈ​ທີ່​ຕັ້ງ​ໜ້າ​​ເພື່ອ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ