ສັນຍາປາຣີ 1973 - ໄຊຊະນະທີ່ມີຄວາມໝາຍຫລາຍຢ່າງ

(vovworld) - ສັນຍາ​ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ, ສ້າງສັນ​ຕິ​ພາບ​ຄືນ​​ໃຫມ່ ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ລົງ​ນາມ​ກ່ອນ​ນີ້ 40 ປີ ​ແມ່ນ​ໄຊຊະນະ​ທີ່ມີ​ຄວາມ​ໝາຍປະຫວັດສາດ​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ ອາ​ເມ​ລິ​ກາ ກູ້​ຊາດ. ສັນຍາ​ສະບັບ​ດັ່ງກ່າວ​ໄດ້ເຮັດ​ໃຫ້ ອາ​ເມ​ລິ​ກາ ຕ້ອງ​ຮັບ​ຮູ້​ເອກະລາດ, ອະທິ​ປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຫວຽດນາມ, ອາ​ເມ​ລິ​ກາ ​ແລະ ພັນ​ທະ​ມິດ​ຕ້ອງ​ຖອນ​ກຳລັງ​ທັບທັງ​ໝົດ​ອອກ​ຈາກ​ພາກ​ໃຕ້ ຫວຽດນາມ, ສ້າງ​ປະຖົມ​ປັດ​​ໄຈ​ໃຫ້​ແກ່​ມະຫາ​ໄຊ​ປີ 1975, ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.

        ສັນຍາ​ປາຣີ ປີ 1973 ​ໂດຍ 4 ຝ່າຍ​ຊຶ່ງລວມມີ: ລັດ​ຖະບານ ສາ​ທາ​ລະ​ນະ​ລັດ ປະຊາທິປະ​ໄຕ ຫວຽດນາມ, ​ແນວ​ໂຮມ​ແຫ່ງ​ຊາດ​ຊາດ​ປົດປ່ອຍ​ພາກ​ໃຕ້ ຫວຽດນາມ,​ ອາ​ເມ​ລິ​ກາ ​ແລະ ສາທາລະນະ​ລັດ ຫວຽດນາມ  ລົງ​ນາມ​ຢູ່ ປາຣີ. ນີ້​ແມ່ນ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ທີ່​ແກ່ຍາວ​ມາ​ເປັນ​ເວລາ 4 ປີ, 8 ​ເດືອນ, 14 ມື້ ດ້ວຍ​ກອງ​​ປະຊຸມ​ເປີດ​ເຜີຍ 200 ຄັ້ງ ​ແລະ ການ​ພົບ​ປະ​ສະ​ເພາະ 24 ຄັ້ງ, ​ນັ້ນ​ແມ່ນ​ໄຊຊະນະທີ່​ສຳຄັນ, ຍິ່ງ​ໃນ​ຫລາຍ​ດ້ານຂອງ​ປະຊາຊົນ ຫວຽດນາມ. ທ່ານ ຟ້າ​ມບີ່​ງມີນ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ​ ໄດ້​ຢືນຢັນ​ວ່າ: ກອງ​ປະຊຸມ ​ແລະ ສັນຍາ​ປາຣີ ​ແມ່ນ​ໄຊຊະນະ​ສັງ​ລວມຂອງ​ການ​ຕໍ່ສູ້​ໃນ​ແນວ​ຮົບ​ການ​ທະຫານ, ການ​ເມືອງ ​ແລະ ການ​ທູດ.

        “ການ​ເຈລະຈາ​ຢູ່ ປາຣີ ​ແມ່ນ​ການ​ຕໍ່ສູ້​ດ້ານ​ພູມ​ປັນຍາ, ຄຸນ​ນະ​ທາດ​ອັນຍາວ​ນານ, ລຳບາກ​ກາ​ກກຳ ແຕ່ພັດສະຫງ່າອົງອາດຂອງການທູດ ຫວຽດນາມ ພາຍໃຕ້ການນຳພາຂອງພັກ, ຈາກຄຳຕັດສິນທີ່ມີຄວາມໝາຍຍຸດທະສາດ ທັງ​ຕໍ່ສູ້ ທັງ​ເຈລະຈາ ຕະຫລອດ​ຮອດ​ຍຸດ​​ໂທ​ບາຍຂອງຫວຽດນາມ ​ໃນ​ຕະຫລອດວິວັດ​ການ​ເຈລະຈາ​ຢ່າງ​ເປີດ​ເຜີຍ ກໍ​ຄື​ປິດລັບ ​ກໍ່​ຄື ບັນດາ​ເນື້ອ​ໃນ​ຂອງ​ສັນຍາ​ປາຣີ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນຄວາມ​ເປັນ​ທຳ​ຂອງ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຫວຽດນາມ. ສັນຍາ​ປາຣີ ກໍ​ແມ່ນ​ເອກະສານ​ນິ​ຕິ​ກຳສາກົນ​ ເປັນ​ຄັ້ງ​ທຳ​ອິດທີ່ອາ​ເມ​ລິ​ກາ ຕ້ອງ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ເອກະລາດ, ອະທິ​ປະ​ໄຕ ​ແລະ ​ເອກະ​ພາບ​ຂອງຊາດຫວຽດນາມ.”

ສັນຍາປາຣີ 1973 - ໄຊຊະນະທີ່ມີຄວາມໝາຍຫລາຍຢ່າງ - ảnh 1
ສັນຍາປາຣີ 1973
ພາບ:internet

        ດ້ວຍ​ສັນຍາ​ປາຣີ, ປະຊາຊົນ ຫວຽດນາມ ​ໄດ້​ປະຕິບັດ​ຈຸດໝາຍ​ຕີ​ເອົາຊະນະ​ຈັກກະພັດ ອາ​ເມ​ລິ​ກາ, ​ເປີດ​ໄລຍະ​ໃຫມ່, ສະ​ດວກ​ໃຫ້​ແກ່​ຈຸດໝາຍ ຕີ​​ເອົາ​ຊະນະ​ຮຸ່ນ​ໄຊ​ງ່ອນ, ​ແມ່ນ​ປະຖົມ​ປັດ​​ໄຈ​ກ້າວ​ເຖິງ​ການ​ປົດ​ປ່ອຍ​ພາກ​ໃຕ້ຫວຽດນາມ ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະພາບ​ເມື່ອ​ປີ 1975. ທ່ານ ຈີ້​ງງອກ​ທາຍ, ສະມາຊິກ​ຄະນະ​ຜູ້​ແທນ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ  ທີ່​ກອງ​ປະຊຸມ​ປາຣີ ​ໃຫ້​ຮູ້​ວ່າ:

        “ການ​ເຈລະຈາ​ປາຣີ ກ່ຽວ​ກັບ ຫວຽດນາມ ​ໄດ້​ກາຍ​ເປັນ​ບັນຫາ​ທີ່​ສ້າງຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ໂລກ ກ່ຽວ​ກັບ​ການ​ຕໍ່ສູ້​ດ້ານ​ການ​ເມືອງ, ການ​ທະຫານ ​ແລະ ການ​ທູດ ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ແລະ ກໍ​ແມ່ນ​ຄວາມ​ຂັດ​ແຍ້​ງ​ກັນ​ຕົ້ນ​ຕໍ່ຂອງ​ຍຸກ​ສະ​ໄຫມ​ໃນ​ຄາວ​ນັ້ນ. ​ເລື່ອງ​ເຊັນ​ສັນຍາ​ປາຣີ ​​ເພື່ອແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ຂອງ​ສົງ​ຄາມ​ທີ່​ນອງ​ເລືອດ ​ແລະ ​ແກ່ຍາວ​​ມາ​ເປັນ​ເວ​ລາຫລາຍ​ປີ​ທີ່​ສຸດ​ຢູ່​ໃນ​ໂລກ ຖັດຈາກ​ສົງຄາມ​ໂລກ​ຄັ້ງ​ທີ 2.​”

        ກອງ​ປະຊຸມ​ເຈລະຈາ​ປາຣີ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ການ​ຕໍ່ສູ້​ດ້ານ​ພູມ​ປັນຍາ​ທີ່​ເຄັ່ງ​ຕຶງ ລະຫວ່າງ​ສອງ​ພື້ນຖານ​ການ​ທູດ. ນັ້ນ​ແມ່ນ​ພື້ນຖານ​ການ​ທູດ​ທີ່​ມີ​ທ່າ​ແຮງ​ຂອງ​ອາ​ເມ​ລິ​ກາ ​ແລະ ພື້ນຖານ​ການ​ທູດ​ວັດທະນະທຳ​ມະນຸດ​ຂອງ ຫວຽດນາມ. ທ່ານ​ນາງ ຫງວຽນ​ທິບີ່​ງ, ອະດີດ​ຮອງ​ປະທານ​ປະ​ເທດ ຫວຽດນາມ, ຫົວຫນ້າ​ຄະນະ​ເຈລະຈາ ຂອງ​ລັດຖະບານ​ປະຕິວັດ​ຊົ່ວຄາວ ສາທາລະນະ​ລັດ ພາກ​ໃຕ້ ຫວຽດນາມ ທີ່​ກອງ​ປະຊຸມ​ປາຣີ ​ໃຫ້​ຮູ້​ວ່າ:

        “ສຳລັບ​ການ​ເຈລະຈາ​ສັນຍາ​ປາຣີ, ບັນຫາ ອາ​ເມ​ລິ​ກາ ຮຸກ​ຮານ​ພາກ​ໃຕ້ ຫວຽດນາມ ນັ້ນ, ອາ​ເມ​ລິ​ກາ​ ຕ້ອງ​ຢຸດຕິ​ການ​ຮຸກ​ຮານແມ່ນ​ຫລັກການ​ທີ່ບໍ່​ປ່ຽນ​ແປງ​ໄດ້. ຕາມ​ນັ້ນ​ແລ້ວ, ອາ​ເມ​ລິ​ກາ ຕ້ອງ​ຖອນ​ທະຫານ​ອອກ​ຈາກ ຫວຽດນາມ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ, ​ເພື່ອ​ຮັບປະກັນ​ເອກະ​ລາດ, ອະທິ​ປະ​ໄຕ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຫວຽດນາມ. ຍາມ​ໃດ ຫວຽດນາມ ກໍ​ຮັກສາ​ຫລັກ​ໝັ້ນ​ດັ່ງກ່າວ. ນອກ​ນັ້ນ ຫວຽດນາມ ຕ້ອງ​ອີງ​ໃສ່​ສະພາບ​ຕົວ​ຈິງ. ​ໃນ​ເບື້ອງ​ຕົ້ນ ຫວຽດນາມ ສະ​ເຫ​ນີຕ້ອງ​ແກ​້​ໄຂ​ບັນຫາ​ການ​ທະຫານ ພ້ອມ​ທັງ​ແກ້​ໄຂ​ບັນຫາ​ການ​ເມືອງ. ​ແຕ່​ຕໍ່ມາ​ພກ​ເຮົາ​ເຫັນ​ວ່າ: ທີ່​ຕັ້ງບົດບາດ ຂອງ ພວກ​ເຮົາໃນ​ສະຫນາມຮົບ​ແມ່ນ​ສະດວກ, ​ພວກ​ເຮົາສາມາດ​​ປະ​ຕິ​ບັດ​ໄດ້ຫຼາຍກວ່າ. ດັ່ງ​ນັ້ນ​​ຈຶ່ງ​ສາ​ເໜີ​ຕາມສະ​ພາບ​ຕົວ​ຈິງ”

ສັນຍາປາຣີ 1973 - ໄຊຊະນະທີ່ມີຄວາມໝາຍຫລາຍຢ່າງ - ảnh 2
ທ່ານນາງ ຫງວຽນທິບີ່ນ ແລະ ຄະນະເຈລະຈາ
ພາບເອກະສານ:internet

            ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍສຳລັບ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ສັນຍາ​ປາຣີ ຍັງ​ມີ​ລັກສະນະ​ສາກົນ ​ເມື່ອ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ພາລະກິດ​ປົດ​ປ່ອຍປະ​ເທດ​ຊາດ​ຂອງ​ປະຊາຊົນ ລາວ ​ແລະ ກຳປູ​ເຈຍ. ສັນຍາ​ປາ​ຣີ ກໍ​ໄດ້​ປະກອບສ່ວນ​ເປີດ​ຫນ້າ​ປະຫວັດສາດ​ໃຫມ່​ໃນ​ສະພາບ ການ​ຢູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້: ອາ​ເມ​ລິ​ກາ ຖອນ​ກຳລັງ​ທະຫານ​ອອກ​ຈາກ ອິນດູຈີນ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້;  ທ່າ​ອ່ຽງສັນຕິພາບ, ​ເປັນກາງ​​ ໄດ້​ຮັບ​ການພັດທະນາ​ຢ່າງ​ແຮງ​ໃນ​ພາກ​ພື້ນ, ​ເພື່ອສ້າງ​ພາກ​ພື້ນ​ສັນຕິພາບ, ມິດຕະພາບ ​ແລະ ສະຖຽນ​ລະ​ພາບ.

        ສັນຍາ​ປາຣີປີ 1973 ສະ​ແດ​ງ​ໃຫ້​ເຫັນ​ວ່າ: ຫວຽດນາມ ສະ​ແຫວ​ງຫາ​ການ​ສະຫນັບສະຫນູນ​ຈາກ ​ອະດີດ​ສະຫະພາບໂຊ​ຫວຽດ, ຈີນ, ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ບັນດາ​ປະ​ເທດ​ພາ​ຄີຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ​ນັບ​ທັງ​ປະຊາຊົນ​ອາ​ເມ​ລິ​ກາ​ຜູ້ຮັກຫອມ​ສັນຕິພາບ, ​ເພື່ອ​ສ້າງ​ແນວ​ໂຮມ​ປະຊາຊົນ​ໂລກ​ສະຫນັບສະຫນູນ ຫວຽດນາມ ຕ້ານ​ອາ​ເມ​ລິ​ກາ ຜູ້​ຮຸກ​ຮານ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ທິດ​ນຳ ປະສານ​ສົມທົບ​ກຳລັງ​ແຮງ​ຂອງ​ທ່ົວ​ປວງ​ຊົນ​ທັງ​ຊາດ ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄຫມ, ກຳລ​ັງ​ແຮງ​ຂອງ​ປະ​ເທດ​ຊາດ ກັບ​ກຳລັງ​ແຮງ​ຂອງ​ສາກົນ, ສົມທົບ​ການ​ທູດ​​ແຫ່ງລັດ ກັບ​ການ​ທູດ​ປະຊາຊົນ. ທ່ານ ຈີ້​ງງອກ​ທາຍ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່ຕ້ານ​ຂອງ​ປະ​ເທດຕ່າງໆ​, ​ເກືອບ​ຄື​ວ່າ​ບໍ່​ມີ​ການ​ຕໍ່ສູ້​ໃດ​ໆຄື​​​ກັນ​ກັບການ​ຕໍ່ສູ້​ຢູ່ ຫວຽດນາມ ​ທີ່ສາມາດ​ສ້າງ​ເປັນ​ຂະ​ບວນການ​, ​ແນວ​ໂຮມ​ປະຊາຊົນ​ໂລກ​ທີ່​ສາມັກຄີ​ສະຫນັບສະຫນູນຫວຽດນາມ​ຢ່າງ​ແຮງໄດ້, ​ໃນ​ນັ້ນ ມີ​ຂະ​ບວນການ​ຄັດຄ້ານ​ສົງຄາມ​ຢູ່​ປະ​ເທດ ອາ​ເມ​ລິ​ກາ. ກຳລັງ​ແຮງ​ຂອງ​ຫາງ​ສຽງ​ໄດ້​ກາຍ​ເປັນ​ກຳລັງ​ດັນ​ທີ່​ມີ​ຕໍ່ນ​ະ​ໂຍບາຍ​ຮຸກ​ຮານ​ຂອງ ອາ​ເມ​ລິ​ກາ ​ແມ່ນ​ການລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫລວງ​ສຳລັບ​ປະຊາຊົນ ຫວຽດນາມ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ສ້າງ​ເປັນ​ແນວ​ໂຮມ​ປະຊາຊົນ​ໂລກ​​ສາ​ມັກ​ຄີສະຫນັບສະຫນູນ ຫວຽດນາມ.”

        ກອງ​ປະຊຸ​ມປາຣີ ​ໄດ້​ເປັນບົດຮຽນ​​ອັນໃຫຍ່​ຫລວງຫລາຍ​ຢ່າງ, ​ໃນ​ນັ້ນ ມີ​ບົດຮຽນ​ກ່ຽວ​ກັບ​ເຈດ​ຈຳ​ນົງ​ຮັກສາ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ນ້ຳ​ໃຈ​ສາມັກຄີ​ສາກົນ ເຊິ່ງ​ປະ​ຈຸ​ບັນຍັງ​ຄົງ​ຮັກສາ​ຄຸນຄ່າ​ເດີມ ສຳລັບ​ບັນດາ​ປະ​ເທດ​ຢູ່ໃນ​ໂລກ​ທີ່​ພວມ​ມີ​ການ​ຜັນ​ແປ​​ຫຼາຍ​ຢ່າງ.

40 ປີ​ໄດ້​ຜ່ານ​ໄປ ​ແຕ່​ບັນດາ​ຄຸນ​ຄ້າ​ຂອງ​ສັນຍາ​ປາຣີ 1973 ​​​ຍັງ​ຄົງເປັນ​ຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ຂອງ​ພື້ນຖານ​ການ​ທູດ ຫວຽດນາມ ຍຸກ​ສະ​ໄຫມ​ໂຮ່ຈິ​ມິນ ຕະຫລອດ​​ການຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ