ສັນຍາປາຣີ ປີ1973 - ໝາກຜົນຂອງການຕໍ່ສູ້ເພື່ອຄວາມເປັນທຳ

(vovworld)- ກ່ອນ​ນີ້ 41 ປີ, ວັນ​ທີ 27/1/1973, ສັນຍາ​ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ, ສ້າງສັນ​ຕິ​ພາບ​ຢູ່ ຫວຽດນາມ ຄືນ​ໃຫມ່​ໄດ້​ຮັບ​ການ​ລົງ​ນາມ. ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ດ້ານ​ປະຫວັດສາດ​ທີ​່ສຳຄັນ​ຍິ່ງ​ໃນ​ພາລະກິ​ດປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ປະຊາຊົນ ​ແລະ ພື້ນຖານ​ການ​ທູດ​ຫວຽດນາມ. ສັນຍາ ປາ​ຣີ ປີ 1973 ​​​ເປັນ​ການ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຜູ້ຮັກຫອມ​ສັນ​ຕິ​ພາບ ​ແລະ ບັນດາ​ປະ​ເທດ​ຖືກ​ກົດ​ຂີ່​ຂຸດ​ຮີດ​ໃນ​ໂລກ​ທີ່​ມີ​ຕໍ່ພາລະກິດ​ຕໍ່ສູ້​ເພື່ອ​ຄວາມ​ເປັນ​ທຳ.           

  

ສັນຍາປາຣີ ປີ1973 - ໝາກຜົນຂອງການຕໍ່ສູ້ເພື່ອຄວາມເປັນທຳ - ảnh 1
ພິທີ​ລົງ​ນາມ​ໃນ​ສັນຍາເມື່ອປີ 1973
ພາບເອກະສານ:daibieunhandan.vn

        ສັນຍາ​ປາຣີ 1973 ​ໄດ້​ຮັບ​ການ​ລົງ​ນາມ​ພາຍຫລັງ​ເຈລະຈາມາ​ເປັນ​ເວລາ  4 ປີ 8 ​ເດືອນ. ຜູ້ຕາງຫນ້າ 4 ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ ນັ້ນ​ແມ່ນ ລັດຖະບານ​ປະຕິວັດ​ຊົ່ວຄາວ​ແຫ່ງສາທາລະນະ​ລັດ​ພາກ​ໃຕ້​ຫວຽດນາມ, ຜູ້ຕາງຫນ້າ ສາ​ທາ​ລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ຜູ້​ຕາງຫນ້າ ສາທາລະນະ​ລັດ​ຫວຽດນາມ ​ແລະ ລັດຖະບານ ສະຫະລັດ ອາ​ເມ​ລິ​ກາ.

        ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຜູ້ຮັກຫອມ​ສັນຕິພາບ​ທີ່​ມີ​ຕໍ່ພາລະກິດ​ຕໍ່ສູ້​ເພື່ອ​ຄວາມ​ເປັນ​ທຳ

        ​​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ປາຣີ ຢຸດຕິ​ສົງຄາມ, ​ສ້າງສັນ​ຕິ​ພາບ​ຢູ່ ຫວຽດນາມ ຄືນ​ໃຫມ່  ​​​ແມ່ນສິ້ນ​ສຸດ​​ການ​ຕໍ່ສູ້​ດ້ານ​ການ​ທູດ​ທີ່​​ດົນ​ນານກວ່າ​ໝູ່, ຫຍຸ້ງຍາກ​ກວ່າ​ໝູ່ໃນ​ປະຫວັດສາດ​ດ້ານ​ການ​ທູດ​ຂອງ​ຫວຽດນາມ ​ໃນ​ສັດຕະວັດ​ທີ 20 ຢ່າງ​ມີ​ໄຊ, ​ເປັນຂີດ​ໝາຍ​ແຫ່​ງ​ໄຊຊະນະ​ປະຫວັດສາດ​ຂອງ​ປະຊາຊົນ ຫວຽດນາມ ພາຍຫລັງ 19 ປີ​ຕໍ່ສູ້​ຢ່າງ​ອົງ​ອາດ​ກ້າຫານ​ໃນ​ບັນດາ​ແນວ​ຮົບ​ດ້ານ​ການ​ເມືອງ, ກາ​ນທະຫານ, ການ​ທູດ ​ເພື່ອ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ. ການ​ສູ້​ຮົບ​ຄັ້ງ​ຕ່າງໆ​ບົນ​ສະຫນາມຮົບ ​ແລະ ຢູ່​​​ໂຕະ​ເຈລະຈາ ລ້ວນ​ແຕ່​ເພື່ອ​ຈຸດໝາຍ​ຮຽກຮ້ອງ​ ອາ​ເມ​ລິ​ກາ ຢຸດຕິ​ສົງຄາມ, ໝັ້ນ​ໝາຍ​ເຄົາລົບ​​ເອກະລາດ ອະທິປະ​ໄຕ, ​ຄວາມ​ເປັນ​ເອກະ​ພາບ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ.

        ​​ເມື່ອລົງ​ນາມ​ໃນ​ສັນຍາ​ປາຣີ, ອາ​ເມ​ລິ​ກາ ຕ້ອງ​ຢຸດຕິ​ການ​ຖິ້ມ​ລູກ​ລະ​ເບີດ​ລົງໃສ່​ພາກ​ເຫນືອ, ຖອນ​ທະຫານ​ອາ​ເມ​ລິ​ກາ ​ແລະ ພວກ​ລູກ​ແລ້ງ​ຕີນມື​ທັງ​ໝົດອອກ​ຈາກ​ພາກ​ໃຕ້. ປະຊາຊົນ​ຫວຽດນາມ ​ໄດ້​ປະ​ຕິ​ບັດ​ຍຸດ​ທະ​ສາດຕີ​ຂັບ​ໄລ່​ອາ​ເມ​ລິ​ກາ, ​ເປີດ​ສະຖານະ​ພາບ​ໃຫມ່, ສ້າງ​ປະຖົມ​ປັດ​ໄຈ​ອັນ​ໝັ້ນຄົງ​ເພື່ອ​ໃຫ້​ທະຫານ ​ແລະ ປະຊາຊົນ​ຫວຽດນາມ ຕີທັບ​ມ້າງ​ພວກ​ທະຫານ​ຫຸ່ນ​​ໃຫ້​ພັງ​ທະລາຍ ດ້ວຍ​​ໄຊຊະນະ​ທີ່​ພົ້ນ​ເດັ່ນ​ແມ່ນ​ບັ້ນ​ຮົບ​ໂຮ່ຈິ​ມີນ.

        ​ໄຊ​ຊະນະ​ນີ້ ກ່ອນ​ອື່ນ​ໝົດ​ແມ່ນ​ເລີ່​ມມາ​ຈາກ​ສົງຄາມ​ອັນ​ຍິ່ງ​ໃຫຍ່​ຂອງ​ທະຫານ ​ແລະ ປະຊາຊົນ​ຫວຽດນາມ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມານະ​ພະຍາຍາມ, ຕັດສິນ​ໃຈ​ຕໍ່ສູ້, ຍອມ​ເສຍສະຫລະ​ຊີ​ວິດ​ເພື່ອ​ເອກະລາດ, ​ເສລີພາບ, ​ໂຮ​ມປະ​ເທດ​ຊາດ​ເປັນ​ເອກະ​ພາບ. ການ​ຊີ້​ນຳ​ນຳພາ​ຢ່າງ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ ​ໄດ້​ວາງ​ແນວທາງ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ກູ້​ຊາດ, ​ແນວທາງ​ສາກົນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຖືກຕ້ອງ, ມີ​ຫົວ​ຄິດ​ປະດິດ​ສ້າງ​. ນອກ​ນັ້ນ, ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ຊຸກຍູ້​ການ​ສ້າງ​​ແນວ​ໂຮມ​ປະຊາຊົນ​ໂລກ​ ສະຫນັບສະຫນູນ​ຫວຽດນາມ ​ໃນ​ການ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ.

        ທ່ານ​ນາງ ຫງວຽນ​ທິບີ່​ງ, ອະດີດ​ຫົວຫນ້າ​ຄະນະ​ເຈລະຈາ​ຂອງ​ລັດຖະບານ​ປະຕິວັດ​ຊົ່ວຄາວ ​ແຫ່ງສາທາລະນະ​ລັດ​ພາກ​ໃຕ້​ຫວຽດນາມ ຖື​ວ່າ: ການ​ຕໍ່ສູ້​ ດ້ານ​ການ​ທະຫານ, ການ​ເມືອງ ​ໃນ​ສະຫນາມຮົບ ​ໄດ້​ສ້າງ​ທ່ວງ​ທ່າ​ໃຫ້​​ແກ່​ການ​ຕໍ່ສູ້​ ​ດ້ານ​ການ​ທູດ. ທ່ານ​ນາງ ຫງວຽນ​ທິບີ່​ງ ກ່າວ​ວ່າ:

        “ກ່ອນ​ອື່ນ​ໝົດ​ຕ້ອງ​​ເວົ້​າ​ເຖິງ​ຄຸນງາມຄວາມດີ​ຂອງ​ບັນດາ​ນັກຮົບ ​ແລະ ປະຊາຊົນ​ຫວຽດນາມ ​ໃນ​ຕະຫລອດ 20 ປີ​ແຫ່ງ​ການ​ຕໍ່ສູ້. ມີ​ລູກ​ດີ​ເດັ່ນ​ຂອງ​ປະ​ເທດ​ຊາດ​ຫລາຍ​ຄົນ​ຖືກ​ເສຍ​ສະຫລະ​ຊີວິດ​ເພື່ອ​ຊາດ.  ພວກ​ເຮົາ​ຕ້ອງ​ເຂົ້​າ​ໃຈ​ໄດ້​ວ່າ ຖ້າ​ຫາກ​ບໍ່​ມີ​ບັ້ນ​ຮົບ​ບຸນປີ​ໃຫມ່​ປີ 1968, ບໍ່​ມີ​ບັ້ນ​ຮົບ​ປົດ​ປ່ອຍ​ນະຄອນ ກວ໋າງຈີ້ ​ແລະ ການ​ສູ້​ຮົບ​ໃນ​ 81 ວັນ ​ແລະ ຄືນ ​ຢູ່ກຳ​ແພງ​ເກົ່າ ກວ໋າງຈີ້​, ບໍ່​ມີ ບັ້ນ​ຮົບ​ດຽນບຽນ​ຝູທາງ​ອາກາດ​ກໍ​ຄື​ບໍ່​ມີ​ການ​ຫນູນ​ຊ່ວຍ​ຈາກ​ແນວ​ຫລັງ​​ພາກ​ເຫນືອ ​ແນ່ນອນ​ວ່າ ຈະບໍ່​ມີ​ສັນຍາ​ປາຣີ. ​ແລະ​ຈະ​ບໍ່​ມີວັນມະຫາ​ໄຊ​ລະດູບານ​ໃຫມ່​ປີ 1975 ”

        ການ​ກະກຽມ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ຫວຽດນາມ​ກ້າວ​ເຂົ້າ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ

        ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ປາຣີປີ 1973 ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ, ສ້າງສັນ​ຕິ​ພາບ​ຢູ່​ຫວຽດນາມ​ຄືນ​ໃຫມ່ ​ທວງໃຫ້​ອາ​ເມ​ລິ​ກາ​ຢຸດຕິ​ສົງຄາມ​ຢູ່ ຫວຽດນາມ, ຖອນ​ທະຫານ​ອອກ​ຈາກ ຫວຽດນາມ ​ແລະ ອິນດູຈີນ. ທະຫານ​ຫຸ່ນ​ບໍ່ມີ​ບ່ອນອີງ​ກ່ຽວ​ກັບ​ການ​ທະຫານ ​ແລະ ຖືກ​ອ່ອນ​ແອ​ລົງ. ສັນຍາ​ໄດ້​ເປີດ​ໄລຍະ​ໃຫມ່, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ເມື່ອ​ປີ 1975.

        ກອງ​ປະຊຸມ ປາຣີ ​ແລະ ສັນຍາ​ປາຣີ ປີ 1973 ​​ໄດ້​ສ້າງ​ບັນດາ​ບົດຮຽນ​ ​ທີ່​ເລິກ​ເຊິ່ງ, ມີ​ຄວາມ​ໝາຍ​​ຍິ່ງໃຫຍ່​ໃນ​ສະພາບ​ການ​ປະຈຸ​ບັນ. ບັນດາ​ບົດຮຽນ​ຂອງ​ສັນຍາ​ປາຣີ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສິ່ງ​ທີ່​ລຳ້​ຄ່າ​ເພື່ອ​ໃຫ້​ຫວຽດນາມ ກ້າວ​​ເຂົ້າ​ສູຸ່​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ນຳ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ສະຖຽນລະ​ພາບ, ໝັ້ນຄົງ, ປັບປຸງ​ທີ່​ຕັ້ງບົດບາດ ​ແລະ ​ແຫ​ລ່ງກຳລັງ​ຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ:

        “ກ່ອນ​ອື່ນ​ໝົດ​ແມ່ນ​ບົດຮຽນ​ກ່ຽວ​ກັບ​ການ​ຊີ້​ນຳ​ນຳພາ​ທີ່​ສະຫລາດ​ສ່ອງ​​ໃສ​ຂອງ​ພັກ, ​ເປີດ​ແນວ​ຮົບ​ດ້ານ​ການ​ທູດ, ​ເສີມ​ຂະຫຍາຍ​ທ່າ​ແຮງ​​ດ້ານ​ການ​ທູດ, ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ແນ​ວຮົບ​ດ້ານ​ການ​ເມືອງ, ການ​ທະຫານ, ການ​ຊີ້​ນຳ​ນຳພາ​ຢ່າງ​ຂ້ຽວ​ຂາດ, ​ເປັນ​ເອກະ​ພາບ, ສ້າງ​ກຳລັງ​ແຮງ​ສັງ​ລວມ ຍາດ​​ເອົາໄຊຊະນະ​ຢ່າງ​ສິ້ນ​ເຊິ​ງ. ທີ​ສອງ ບົດຮຽນ​ກ່ຽວ​ກັບ​ການ​ຢືດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ເພື່ອ​ຜົນ​ປະ​ໂຫຍ​ດ​ຂອງ​ປະ​ເທດ​ຊາດ, ໝູນ​​ໃຊ້​ທິດ​ນຳ​ການ​ທູດ​ຂອງ​ປະທານ​ໂຮ່ຈິ​ມີນຢ່າງ​ຖືກຕ້ອງ, ສ້າງ​ກາລະ​ໂອກາດ​ເພຶ່ອ​ເຈລະຈາ​ກັບ​ສັດຕູ. ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ຢ່າງ​ກົມ​ກຽວ ພ້ອມ​ທັງ​ຍາດ​ແຍ່ງການ​ສະຫນັບສະຫນູນ​ຢ່າງ​ກວ້າງຂວາງຈາກ​ສາກົນ​​ເພື່ອ​ສ້າງ​ເປັນ​ໄຊຊະນະ.”

        41 ປີ​​ໄດ້ລ່ວງ​ເລີຍ​ໄປ ​ແຕ່​ບັນດາ​ຄຸນຄ່າ​ຊື່​ງກອງ​ປະຊຸມ ປາຣີ ​ແລະ ສັນຍາ ປາຣີ ​ຊື່​ງ​ໄດ້​ນຳ​ມາ​ໃຫ້​ນັ້ນ ຍາມ​​ໃດ​ກໍຍືນ​ຍົງ​ຄົງ​ຕົວ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງສາ​ ​ແລະ ປົກ​ປັກ​ຮັກສາປະ​ເທດ​ຊາດຫວຽດນາມ, ​ແມ່​ນສັນຍາ​ລັກ​ຂອງ​ຄຸນ​ນະ​ທາດ ​ແລະ ພູມ​ປັນຍາ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ