ສັນຕິພາບຢູ່ຕາເວັນອອກກາງສືບຕໍ່ປະເຊີມໜ້າກັບສິ່ງທ້າທາຍຢ່າງຮ້າຍແຮງ

(VOVWORLD) -ໃນກາງອາທິດຜ່ານມາອຳນາດການປົກຄອງປາແລັດສະຕິນ ໄດ້ຖະແຫຼງຢຸດຕິບັນດາຂໍ້ຕົກລົງທີ່ບັນລຸໄດ້ກັບອາເມລິກາ ແລະ ອິດສະຣາແອັນ

ສັນຕິພາບຢູ່ຕາເວັນອອກກາງສືບຕໍ່ປະເຊີມໜ້າກັບສິ່ງທ້າທາຍຢ່າງຮ້າຍແຮງ - ảnh 1ທ່ານປະທານາທິບໍດີປາແລັດສະຕິນ  Abbas (ເບືອງຊ້າຍ) ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Netanyahu (ເບື້ອງຂວາ)

(ພາບປະກອບ: Anadolu)

ໃນຊຸມມື້ນີ້, ຢູ່ເຂດຕາເວັນອອກກາງ ພັດສືບຕໍ່ແມ່ນບັນຫາທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງສາກົນ, ເມື່ອໄດ້ເກີດບັນດາປັດໄຈຂາດຄວາມສະຖຽນລະພາບຮ້າຍແຮງຢ່າງຕໍ່ເນື່ອງ. ຊ້ຳບໍ່ໜຳມີຫຼາຍຄຳເຫັນໄຈ້ແຍກຍັງມີຄວາມວິຕົກກັງວົນວ່າ, ການປະທະກັນພວມກັບຄືນສູ່ພາກພື້ນ ທີ່ເຄີຍໄດ້ຮັບຖືວ່າແມ່ນສະຖານທີ່ຮ້ອນເຮັ່ງຂອງໂລກໃນໄລຍະຫຼາຍທົດສະວັດຜ່ານມາ.

        ຈຸດສູງສຸດຂອງບັນດາຄວາມວິຕົກກັງວົນສືບຕໍ່ເກີດຂຶ້ນ ເມື່ອໃນກາງອາທິດຜ່ານມາອຳນາດການປົກຄອງປາແລັດສະຕິນ ໄດ້ຖະແຫຼງຢຸດຕິບັນດາຂໍ້ຕົກລົງທີ່ບັນລຸໄດ້ກັບອາເມລິກາ ແລະ ອິດສະຣາແອັນ, ເພື່ອແນໃສ່ໂຕ້ຕອບແຜນການຂອງອິດສະຣາແອັນ ກ່ຽວກັບເລື່ອງໂຮມບາງເຂດຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຂົ້າຜືນແຜ່ນດິນຂອງປະເທດນີ້. ໃນຖະແຫຼງການຢ່າງເປັນທາງການເຊິ່ງໄດ້ຍົກອອກມາໃນວັນທີ 20 ພຶດສະພາ, ທ່ານປະທານາທິບໍດີປາແລັດສະຕິນ Mahmoud Abbas ຊີ້ແຈ້ງວ່າ, ເລື່ອງ ອິດສະຣາແອັນ ເດີນຕາມແຜນການໂຮມບັນດາເຂດດິນຢຶດຄອງຂອງຊາວປາແລັດສະຕິນ ໄດ້ຊີ້ໃຫ້ເຫັນວ່າ, ອິດສະຣາແອັນ ບໍ່ຢາກປະຕິບັດບັນດາຂໍ້ຕົກລົງສັນຕິພາບທີ່ບັນລຸໄດ້ຕື່ມອີກ. ຍ້ອນເຫດນັ້ນ, ອຳນາດການປົກຄອງປາແລັດສະຕິນ ບໍ່ມີທາງເລືອກໃດເວັ້ນເສຍເລື່ອງຢຸດຕິໜ້າທີ່ຄວາມຮັບຜິດຊອບທັງໝົດໃນຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມກັບອາເມລິກາ ແລະ ອິດສະຣາແອັນ, ລວມທັງບັນດາຂໍ້ຕົກລົງຄວາມໝັ້ນຄົງ. ມີນັກໄຈ້ແຍກຫຼາຍທ່ານໄດ້ຖືວ່າ, ມາດຕະການ 2 ລັດໃນວິວັດທະນາການສັນຕິພາບຢູ່ເຂດຕາເວັນອອກກາງ ແລະ ຊ້ຳບໍ່ໜຳນັບທັງວິວັດທະນາການສັນຕິພາບຢູ່ເຂດຕາເວັນອອກາງ, ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກພັງທະລາຍ.

ຄວາມສ່ຽງສັນຕິພາບຢູ່ຕາເວັນອອກກາງຖືກພັງທະລາຍ

        ຕາມບັນດາແຫຼ່ງຂ່າວສາກົນ, ໃນນັ້ນມີກອງປະຊຸມດ່ວນຢູ່ນະຄອນ Ramallah (ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ) ໃນຕອນຄ່ຳວັນທີ 19 ພຶດສະພາ ຜ່ານມາ, ທ່ານປະທານາທິບໍດີປາແລັດສະຕິນ Abbas ໄດ້ເຕື້ອງເຖິງຂໍ້ຕົກລົງ Oslo (ປີ 1993), ຂໍ້ຕົກລົງ Hebron (ປີ 1997) ແລະ ບົດບັນທຶກຊ່ວຍຈຳແມ່ນ້ຳ Wye (ປີ 1998). ນີ້ແມ່ນບັນດາຂໍ້ຕົກລົງທີ່ໄດ້ປົກປ້ອງຊາວອິດສະຣາແອັນ ແລະ ຮັກສາການຄວບຄຸມດ້ານການເມືອງຂອງອຳນາດການປົກຄອງປາແລັດສະຕິນ (PA) ສຳລັບເຂດຕາເວັນຕົກແມ່ນ້ຳຈໍແດນ. ສະນັ້ນ, ຖ້າຫາກປາແລັດສະຕິນ ຢຸດຕິການປະຕິບັດບັນດາຄຳໝັ້ນສັນຍາ ແລະ ການຮ່ວມມືດ້ານຄວາມໝັ້ນຄົງກັບອິດສະຣາແອັນ ຄືດັ່ງບັນດາຄຳຖະແຫຼງທີ່ຫາກໍ່ຖືກຍົກອອກມາຫວ່າງມໍ່ໆມານີ້ຢ່າງແທດຈິງນັ້ນ, ໝາຍຄວາມວ່າ ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ ທີ່ເຄີຍອີງໃສ່ບັນດາຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳດັ່ງກ່າວ, ຈະບໍ່ຄົງຕົວອີກແລ້ວ.

        ໃນແຜນການດັ່ງກ່າວ, ມີນັກໄຈ້ແຍກຫຼາຍທ່ານຖືວ່າ ຄວາມສ່ຽງເກີດການປະທະກັນແມ່ນສູງທີ່ສຸດ. ພື້ນຖານຂອງຄວາມວິຕົກກັງວົງນັ້ນແມ່ນ ໃນຫຼາຍທົດສະວັດຜ່ານມາສະພາບການຢູ່ບັນດາເຂດດິນແດນປາແລດສະຕິນ ຍາມໃດກໍ່ຢູ່ໃນສະພາບເຄັ່ງຕຶງ ແລະ ສະດຸ້ງໄວ. ບັນດາການປະທະກັນດ້ວຍອາວຸດໃນຂອບຂະໜາດອັນນ້ອຍໆ ຕະຫຼອດຮອດການປະທະກັນດ້ວຍຂອບຂະໜາດໃຫຍ່ ໄດ້ເກີດຂຶ້ນເປັນປະຈຳຢູ່ລຽບຕາມຊາຍແດນລະຫວ່າງອິດສະຣາແອັນ ກັບເຂດຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດກາຊາ.

        ດ້ວຍສະພາບການຄືໃນປະຈຸບັນ, ມີບາງຄຳເຫັນຍັງມີຄວາມວິຕົກກັງວົນວ່າ ຈະເກີດການລຸກຮື້ຂຶ້ນ Intafada ຄັ້ງທີ 3 ຂອງຊາວປາແລັດສະຕິນ ທີ່ຄ້າຍຄືກັນກັບກ່ອນນີ້ 20 ປີ (ເດືອນ ກັນຍາ 2000), ຍ້ອນໄດ້ຮັບຖືວ່າ ຊາວປາແລັດສະຕິນ ເກືອບຄືວ່າບໍ່ມີທາງເລືອກໃດອີກ.

ຊາວປາແລັດສະຕິນບໍ່ມີທາງອອກ

        ໃນຊຸມປີມໍ່ໆມານີ້, ບັນຫາ ປາແລັດສະຕິນ - ອິດສະຣາແອັນ ຄ່ອຍໆບໍ່ແມ່ນບັນຫາໃຈກາງຂອງເຂດຕາເວັນອອກກາງ ອີກ ແລະ ຍ້ອນເຫດນັ້ນ, ກໍ່ບໍ່ໄດ້ຮັບຄວາມສົນໃຈຢ່າງສົມເຫດສົມຜົນຈາກຫາງສຽງສາກົນຄືໃນໄລຍະກ່ອນນີ້ອີກ. ເມື່ອອີຣານ ລຸກຂຶ້ນກາຍເປັນກຳລັງສຳຄັນຊ່ວງເສັງຍຸດທະສາດຢູ່ເຂດຕາເວັນອອກກາງ, ການຕໍ່ສູ້ລະຫວ່າງອີຣານ ແລະ ຊະອຸດີ ອາຣາເບຍ ໄດ້ເຮັດໃຫ້ອາເມລິກາ ຕ້ອງເຕົ້າໂຮມບັນດາປະເທດຢູ່ເຂດອ່າວເປີເຊຍ ເພື່ອຮ່ວມມືກັບອິດສະຣາແອັນ. ສະພາບການລວມຢູ່ຕາເວັນອອກກາງ ນັບມື້ນັບບໍ່ເປັນປະໂຫຍດໃຫ້ແກ່ປາແລັດສະຕິນ ແລະ ຊາວປາແລັດສະຕິນ ເຫັນໄດ້ຄວາມຈິງດັ່ງກ່າວຢ່າງຈະແຈ້ງ. ຍ້ອນເຫດນັ້ນ, ເມື່ອ ອິດສະຣາແອັນ ຊຸກຍູ້ແຜນການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຂົ້າຜືນແຜ່ນດິນອິດສະຣາແອັນ ນັ້ນ, ຊາວ ປາແລັດສະຕິນ ມີຄວາມເຂົ້າໃຈວ່າ, ບໍ່ມີຜູ້ໃດສາມາດກີດຂວາງຄວາມມັກໃຫຍ່ໄຝ່ສູງຂອງອິດສະຣາແອັນ, ປະຈຸບັນ ອາເມລິກາ ຍັງແມ່ນຄູ່ຮ່ວມມືຂອງແຜນການນີ້. ເພື່ອຮັບມືກັບສິ່ງດັ່ງກ່າວ, ຊາວ ປາແລັດສະຕິນ ບໍ່ມີວິທີໃດນອກເໜືອດຶງດູດຄວາມສົນໃຈຈາກຫາງສຽງສາກົນ, ເພື່ອໃຫ້ບັນຫາລະຫວ່າງປາແລັດສະຕິນ - ອິດສະຣາແອັນ ບໍ່ຖືກປັດເຂ່ຍ ແລະ ຫຼົງລືມໄປ. ແລະສຸດທ້າຍ, ປາແລັດສະຕິນ ໄດ້ເລືອກເອົາວີທີຢຸດຕິການຮ່ວມມືດ້ານຄວາມໝັ້ນຄົງກັບອິດສະຣາແອັນ, ປະວ່າງການໃຊ້ຄວາມຮຸນແຮງ ໂດຍບໍ່ຫົວຊາຕໍ່ບັນດາຜົນສະທ້ອນອາດຈະເກີດຂຶ້ນ.

        ບັນຫານັບມື້ນັບມີຄວາມວິຕົກກັງວົນກວ່ານັ້ນແມ່ນ, ປະຈຸບັນພາກພື້ນຕາເວັນອອກກາງ ພວມປະເຊີນໜ້າກັບບັນດາການຜັນແປທີ່ສັບສົນທີ່ສຸດ ກ່ຽວຂ້ອງເຖິງຄວາມເຄັ່ງຕຶງລະຫວ່າງອາເມລິກາ - ອີຣານ ຢູ່ເຂດອ່າວ ເປີເຊຍ. ດ້ວຍເນື້ອແທ້ຂອງການປະສານສົມທົບທີ່ຫຍຸ້ງຍາກລະຫວ່າງບັນດາບັນຫາຢູ່ຕາເວັນອອກກາງ, ມີນັກໄຈ້ແຍກຫຼາຍທ່ານຖືວ່າ, ໂດຍບໍ່ວ່າເກີດເຫດການທີ່ໜ້າເສຍດາຍໃດໆຢູ່ເຂດອ່າວ ເປີເຊຍ, ອາດຈະພາໄປເຖິງເລື່ອງເກີດການໃຊ້ຄວາມຮຸນແຮງທີ່ອັນຕະລາຍ ທີ່ພວມລໍຄອຍລະເບີດຂຶ້ນຢູ່ເຂດດິນແດນປາແລັດສະຕິນ ໃນຊຸມມື້ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ