ສັນຕິພາບຢູ່ຢູແກຼນຍັງຄົງຢູ່ທາງໜ້າ


ພາຍຫຼັງປະຕິບັດມາເປັນເວລາກວ່າໜຶ່ງເດືອນ, ສັນຍາຢຸດຍິງຢູ່ຢູແກຼນໄດ້ຊ່ວຍ ຫຼຸດຜ່ອນຄວາ​ມ​ເຄັ່ງ​ຕຶງ​ໃນ​ການ​ສູ້​ຮົບ​ລະຫວ່າງ​ກອງທັບ​ລັດຖະບານ ​ແລະ ກຳລັງ​ແຍກ​ຕົວ. ​ແຕ່​ບັນດາ​ກໍລະນີ​ລະ​ເມີດ ສັນຍາຢຸດຍິງຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ, ພ້ອມ​ກັບ​ບັນດາ​ການ​ກະທຳ​ໃໝ່​ຈາກ​ອຳນາດ​ການ​ປົກຄອງ​ກີ​ແອບ ພວມ​ນາບ​ຂູ່​ປົກ​ຄຸ​ມ ດ້ວຍ​ເງົາ​ມືດ​ໄປ​ທົ່ວ​ແຜນການ​ຟື້ນ​ຟູສັນຕິພາບ​ຢູ່​ພາກ​ຕາ​ເວັນ​ອອກ​ທີ່​ຂາດ​ສະຖຽນ​ລະພາບ​ນີ້. ຕໍ່​ໄປ​ນີ້, ພວກ​ເຮົາ​ມ​ີບົດ​ຂຽນ​ຂອງ​ນັກ​ຂ່າວ ​ແອ​ງຮ່ວຽນ​ທີ່​ພາດ​ຫົວຂໍ້ວ່າ : “ສັນຕິພາບ​ຢູ່ຢູແກຼນຍັງ​ຄົງ​ຢູ່​ທາງ​ໜ້າ” ​.

   ສັນຍາຢຸດຍິງຢູ່ຢູແກຼນ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ລັດຖະບານ​ກີ​ແອບ ​ແລະ ກຳລັງ​ລຸກ​ຮື້​ຂຶ້ນ​ເມື່ອ​ວັນ​ທີ 5/9 ຢູ່​ມິນ. ສັນຍາຢຸດຍິງສະ​ບັບນີ້​ກໍ​ໄດ້​ຮັບ​ການ​ເພີ່ມ​ທະວີ​ດ້ວຍ​ຂໍ້​ຕົກ​ລົງ​ກັນ​ເມື່ອ​ວັນ​ທີ 19/9 ​ແນ​ໃສ່​ສ້າງ​ຕັ້ງ​ເຂດ​ປອດ​ການ​ທະຫານ. ​ແຕ່ນັບ​ຕັ້ງ​ແຕ່​ເວລາ​ນັ້ນ, ທັງ 2 ຝ່າຍ​ລ້ວນ​ແຕ່​ຕຳ​ໜິຊຶ່ງ​ກັນ ​ແລະ ກັນ​ກ່ຽວ​ກັບ​ການ​ລະ​ເມີດ​ບັນດາ​ມາດຕາ​ຂອງ​ສັນຍາ​. ​ເຖິງ​ວ່າ​ສະໜາມຮົບ​ໄດ້​ສະຫງົບ​ງຽບ​ນັບ​ແຕ່​ຕົ້ນ​ເດືອ​ນ 10 ກໍ​ຕາມ, ​ແຕ່​ຈຳນວນ​ຜູ້ຮັບ​ບາດ​ເຈັບ​ລົ້ມ​ຕາຍ​ທີ່​ສະຫະ​ປະຊາ​ຊາດຍົກ​ອອກ​ມາ​ເມື່ອ​ວັນ​ທີ 7/10 ​ແມ່ນ​ໄດ້​ສ່ອງ​ແສງເຖິງ​ຫຼາຍສິ່ງ​ຫຼາຍ​ຢ່າງ. ຕາມ​ຕົວ​ເລກ​ສະ​ຖີຕິ​ຫຼ້າ​ສຸດ​ຂອງ ສະຫະ​ປະຊາ​ຊາດ​ແລ້ວ, ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ການ​ປະ​ທະ​ກັນ​ທີ່​ແ່ກຍາວ 2-3 ​ເດືອນ​ທີ່​ຜ່ານ​ມາ​ຢູ່ ຢູແກຼນ ​ແມ່ນ 3660 ຄົນ, ​ໃນ​ນັ້ນ,ມີ 330 ຄົນ​ເສຍ​ຊີວິດ​ພາຍຫຼັງ​ທີ່ ສັນຍາຢຸດຍິງ​ໄດ້​ຮັບ​ການ​ລົງ​ນາມ.

ສັນຕິພາບຢູ່ຢູແກຼນຍັງຄົງຢູ່ທາງໜ້າ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Petro Poroshenko
photo:TTXVN

    ປະຊາ​ຄົມ​ໂລກ​ມານະ​ພາ​ຍາມ​ກອບ​ກູ້​ເອົາ​ສັນຍາ​ສັນຕິພາບ.

   ​ເພື່ອ​ແນ​ໃສ່ ກອບ​ກູ້​ເອົາ​ສັນຍາ​ສັນຕິພາບຕໍ່ໜ້າ​ໄພລົ້ມລະ​ລາຍ, ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ມີ​ການ​ເຈລະຈາ​ທາງ​ໂທລະສັບ​ກັບ ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Lavrov ​ເພື່ອ​ປຶກສາ​ຫາລື​ສະພາບ​ການ​ພາກ​ຕາ​ເວັນ​ອອກ ຢູແກຼນ. ທາງ​ຝ່າຍ​ລັດ​ເຊຍ, ປະ​ເທດ​ນີ້​ຢືນຢັນ​ວ່າ ພວມ​​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເທົ່າ​ທີ່​ສາມາດ​ປະ​ຕິ​ບັດ​ໄດ້​ເພື່ອ​ຮັບປະກັນ ສັນຍາຢຸດຍິງຢູ່ຢູແກຼນ.

ຢ​ູ​ແກຼນ, ລັດ​ເຊຍ ແລະ ອົງ​ການ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບ ແລະ ຮ່ວມ​ມື​ເອີ​ລົບ (OSCE) ໄດ້​ສ້າງ​ຕັັ້ງ​ສູນ​ຮ່ວມ​ແຫ່ງ​ຫນຶ່ງ, ສົມ​ທົບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ຕິດ​ຕາມ​ສັນ​ຍາ​ຢຸດ​ຍິງ​ທີ່​ບັນ​ລຸ​ໄດ້. ຫນ້າ​ທີ່​ຂອງ​ກຸ່ມນີ້ ແມ່ນ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ, ຮັບ​ປະ​ກັນ​ການ​ຄວບ​ຄຸມ​ ​ບັນ​ດາ​ສັນ​ຍາ​ທີ່​ບັນ​ລຸ​ໄດ້ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ຕັ້ງ​ບັນ​ດາ​ຫົວ​ຫນ່ວຍ​ຄວບ​ຄຸມ​ຢູ່​ເຂດ​ຊາຍ​ແດນ ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ. ປະ​ຈຸ​ບັນ ເຢຍ​ລະ​ມັນ ພວມ​ຄິດ​ໄລ່​ຊັ່ງ​ຊາ​ເຖິງ​ເລ​ື່ອງ​ສົ່ງ​ກຳ​ລັງ​ທະ​ຫານ​ໄປ​ເຖິງ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ​ ເພື່ອ​ຕິດ​ຕາມກວດ​ກາ​ສັນ​ຍາ​ຢຸດ​ຍິງ. ຄຽງ​ຄູ່​ກັນ​ນັ້ນ ເລື່ອງ​ຮັບ​ປະ​ກັນ​ສັນ​ຍາ​ຢຸດ​ຍິງ ສືບ​ຕໍ່​ມີ​ຜົນ​ສັກ​ສິດ​ຢູ່ ຢູ​ແກຼນ, ບັນ​ດາ​ປະ​ເທດ ກໍ​ພວມ​ຕັ້ງ​ຫນ້າ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ ເພື່ອ​ຫນູນ​ຊ່ວຍ​ປະ​ຊາ​ຊົນ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ.

       ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງ​ພາ​ຍ​ຫລັງສັນ​ຍາ​ຢຸດ​ຍິງ

        ໃນ​ຂະ​ນະ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທູດ​ພວມ​ດຳ​ເນີນ​ຢ່າງ​ຮີບ​ເຮັ່ງ​ນັ້ນ ມີ​ນັກ​ໄຈ້​ແຍກ​ຫລາຍ​ທ່ານ​ພັດ​ຮູ້​ສຶກບໍ່​ປະ​ເອີບ​ໃຈ​ປານ​ໃດ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ​ສັນ​ຍາ​ຢຸດ​ຍິງ ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ຍາກ​ທີ່ຮັກ​ສາໄດ​້. ເພາະ​ວ່າ ຄວາມ​ຈິງ ​ສັນ​ຍາຢຸດ​ຍິງ​ພຽງ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງໃຫ້​ແກ່​ອຳ​ນາດ​ການ​ປົກ​ຄອງ Kiev ແລະ ຝ່າຍ​ຕາ​ເວັນ​ຕົກ.

        ໃນ​ສະ​ພາ​ວະ​ ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຢູ​ແກຼນ ໃກ້​ຈະດຳ​ເນີນ​ນັັ້ນ​, ແນ່ນອນ​ວ່າ ທ່ານ ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Petro Poroshenko ​ຢາກ​ດຶງ​ດູດ​ບັດ​ສະ​ຫນັບ​ສະ​ຫນູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງຫລາຍກວ່າ ດ້ວຍ​ວິ​ທີ​ສ້າງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ພື້ນ​ຖານ​ສັນ​ຕິ​ພາບ​ຂອງ​ປະ​ເທດ​ຊາດ. ສ່ວນ​ບັນ​ດາ​ປະ​ເທດ ສະ​ຫະ​ພາບ​ເອີ​ລົບ ກໍ​ຢາກ​ອີງ​ໃສ່​ສັນ​ຍາ​ຢຸດ​ຍິງ ຫາກບໍ່​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ກັບ​ລັດ​ເຊຍ ຖືກ​ຕົກ​ເຂົ້າ​ສູ່​​ສະ​ພາບ​ຈົນ​ຕາ​ແຈ​ຕື່ມ​ອີກ ເພາະ​ວ່າ ລັດ​ເຊຍ ແມ່ນ​ປະ​ເທດ​ສະ​ຫນອງ ອາ​ຍ​ແກ​ສ ຕົ້ນ​ຕໍ​ໃຫ້​ແກ່​ເຂົາ​ເຈົ້າ ເມື່ອ​ລະ​ດູ​ຫນາວ​ ໃກ້​ວຽນ​ມາ​ແລ້ວ.  ບັນ​ດາ​ພັກ​ຝ່າຍ​ຄ້ານ ຢູ​ແກຼນ ໄດ້​ຕຳ​ຫນີ​ຕິ​ຕ​ຽ​ນ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ສັນ​ຍາ​ຢຸດ​ຍິງ​ດັ່​ງ​ກ່າວ. ທ່ານ​ນາງ Yulia Timoshenko, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ແກຼນ ໃຫ້​ຮູ້​ວ່າ: ທ່ານ​ນາງ​ເອງ ບໍ່​ເຊື່ອ​​ໝັັ້ນຕໍ່​ແຜນ​ການ​ສັນ​ຕິ​ພາບ​ຂອງ​ທ່ານ Porosshenko ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ແລະ ຖື ບັນ​ດາ​ການ​ເຈ​ລະ​ຈາ 3 ຝ່າຍ ຢູ່ Minsk ແມ່ນ​ການ​ຫລອກ​ລວງ.

       ໄພ​ເກີດ​ການ​ປະ​ທະ​ກັນ​ຄັ້ງ​ໃຫຍ່​ຢູ່ ຢູ​ແກຼນ

       ປະ​ຈຸ​ບັນ ບັນ​ດາ​ຄວາມ​ສັບ​ສົນ​ວຸນ​ວາຍ ຢູ່ ຢູ​ແກຼນ ພວມ​ນາບ​ຂູ່​ເຖິງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຢູ​ແກຼນ ໃນ​ວັນ​ທີ 26/10 ຈະ​ມາ​ເຖິງ. ການ​ຈັດ​ຕັັ້ງ​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ບັນ​ດາ​ເຂດ​ ໂດຍ​ກຳ​ລັງ​ຝ່າຍ​ຄ້ານ​ຢູ່​ພາກ​ຕາ​ເວັນ​ອອກ ຄວບ​ຄຸມ ຈະ​ດຳ​ເນີນ​ໄປ​ຄື​ແນວ​ໃດ. ອຳນາດ​ການ​ປົກຄອງ​ສູນ​ກາງ ກີ​ແອບ​ຢືນຢັນ​ວ່າ ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 26/10 ​ໄດ້​ດຳ​ເນີນ​ຢູ່ 11 ຂົງ​ເຂດ​ຂອງ​ແຂວງ Donetsk ​ແລະ 4 ຂົງ​ເຂດ​ທີ່​ຂຶ້ນ​ກັບ​ແຂວງ Lugansk . ​ໃນ​ຂະນະ​ນັ້ນ, ກຳລັງ​ຝ່່າຍຄ້າຍຢູ່ Lugansk ​ແລະ   Donetsk ​ໄດ້ປະກາດ​ປະຕິ​ເສດ​ການ​ເລືອກ​ຕັ້ງ, ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ເພາະ​ດ້ວຍ​ຕົນເອງ​ໃນ​ວັນ​ທີ 2/11​ເພື່ອ​ເລ​ືອກຕັ້ງ​ການ​ນຳ​ທ້ອງ​ຖິ່ນ ​ແລະ ບັນດາ​ອົງການ​ສຳນັກງານນິຕິບັນຍັດ. ປະທານາທິບໍດີ ຢູແກຼນ Poroshenko ​ໄດ້​ຮຽກຮ້ອງ​ລັດ​ເຊຍ ​ແລະ ​ໂລກ​ບໍ່​ຮັບຮູ້​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ໂດຍ​ກຸ່ມ​ຝ່າຍ​ຄ້ານ​ປະຕິບັດ.

     ມີ​ວິທີ​ການ​ແກ້​ໄຂ​ອັນ​ສຳຄັນ​ເພື່ອ​ຫຼຸດຜ່ອນ​ຄວາ​ມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ ​ແມ່ນ​ການ​​ສົນທະ​ນາ​ລະຫວ່າງ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ ຢູແກຼນ ​ແລະ ສ. ປະຊາຊົນ  Donetsk ​ແລະ Lugansk ​ໂດຍ​ຂະໜານ​ນາມ​ເອງ, ​ໃນ​ນັ້ນ, OSCE ສວມ​ບົດບາດ​ເປັນກາງ, ຄວນ​ຖືກ​ຈັດ​ຕັ້ງ​ໂດຍ​ໄວ. ​ແຕ່​ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ ​ແມ່ນ​ບໍ່​ນຳ​ມາ​ເຊິ່ງຄວາມ​ຫວັງ ​ແລະ ​ໄພ​ເກີດການ​ປະ​ທະ​ກັນ​ຄັ້ງ​ໃໝ່​ຢູ່ ຢູແກຼນ ​ແມ່ນ​ອາດ​ຈະ​ເປັນ​​ໄປ​ໄດ້. /.

ຕອບກັບ

ຂ່າວ/ບົດ​ອື່ນ