ສັນຕິພາບຢູ່ເຂດກາຊາຍັງເປັນສິ່ງທີ່ເຫີນຫ່າງຢູ່

​ເຂດ​ກາຊາ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ ພັດ​ດຸ​ເດືອນ​ຍິ່ງ​ຂຶ້ນ​ຍ້ອນບັນດາ​ການ​ບຸກ​ໂຕ​ມຕີ​ທາງ​ອາກາດ​ຂອງ​ອິດສະຣາ​ແອນ ອັນ​ໄດ້​ເຮັດ​ໃຫ້​ສາມັນ​ຊົນ​ນັບຮ້ອຍ​ຄົນ​ຖືກ​ເສຍ​ຊີວິດ. ​ເກືອບ 6 ປີ ພາຍຫຼັງການ​ປະ​ທະ​ກັນ​ຢ່າງ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ພາກ​ພື້ນ, ​ອິດສະຣາ​ແອນ ​ແລະ ປາ​ແລັດ​ສຕິນ ພັດ​ອີກ​ເທື່ອ​ໜຶ່ງ​ຢືນ​ຢູ່ຕໍ່ໜ້າ​ສະພາບ​ເກີດ​ສົງຄາມ. ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ​ຢູ່​ເຂດ​ກາ​ຊາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂດຍ​ບໍ່​ຫົວຊາ​ຕໍ່​ທຸກ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ, ສັນຕິພາບ​ຢູ່ ຕາ​ເວັນ​ອອກ​ກາງຍາກ​ທີ່​ຈະ​ຊອກ​ຫາ​ໄດ້ ​ແລະ ​​ເປັນ​ສິ່ງ​ທີ່​ເຫີ​ນຫ່າງ​ຢູ່. 

ສັນຕິພາບຢູ່ເຂດກາຊາຍັງເປັນສິ່ງທີ່ເຫີນຫ່າງຢູ່ - ảnh 1
ຊາວປາແລັດສຕີນພາກັນແຫ່ສົບຂອງຄອບຄົວໜຶ່ງຖືກອິດສະຣາແອນ
ຍິງຕາຍ                     (ພາບ: reuters)

    ​ເຖິງ​ວ່າກຸ່ມ ຮາ​ມາດ ​ແລະ ​ອິດສະຣາ​ແອນ​ເຫັນ​ດີ​ເຄົາລົບ​ສັນຍາ​ຢຸດ​ຍິງ​ໃນ​ເວລາ 5 ຊົ່ວ​ໂມງ​ຢູ່​ເຂດ​ກາຊາ​ພາຍຫຼັງ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ເປັນ​ເວລາ 9 ວັນ, ​ແຕ່​ສັນຍາ​ສະບັບ​ນີ້​ແມ່ນ​ຖືກ​ວົງ​ການ​ນັກ​​ໄຈ້​ແຍກ​ສັງ​ເກດ​ວ່າ​ແມ່ນບໍ່​ແນ່ນອນ, ມັນ​ມີ​ເວລາ​ພຽງພໍ​ໃຫ້​ປະຊາຊົນ​ຢູ່​ເຂດ​ກາ​ຊາ​ສະ​ສົມ​ວັດຖຸ​ເຄື່ອງ​ຂອງ​ທີ່​ຈຳ​ເປ​ັນ.   ກ່ອນ​ໜ້າ​ນັ້ນ, ສັນຍາ​ຢຸດ​ຍິງ​ໂດຍ​ອີ​ຢິບ​ເປັນ​ຄົນ​ກາງ​ໄກ​່ເກ່ຍ ກໍ​ໄດ້​ຖືກ​ທຳລາຍ.

   ກ່ອນ​ໜ້າ​ນັ້ນ, ກຸ່ມ ຮາ​ມາດ ກໍ​ໄດ້​ນຳ​ສະ​ເໜີຢຸດ​ຍິງ​ໃນ​ໄລຍະ 10 ປີ​ເພື່ອ​ແລກ​ເອົາ​ບັນດາ​ເງື່ອນ​ໄຂ​ຄື ປ່ອຍ​ຕົວ​ນັກ​ໂທດປາ​ແລັດ​ສຕິນຊຶ່ງ​ພວມ​ຖືກ​ຝ່າຍ​ອິດສະຣາ​ແອນກັກ​ຂັງ, ​ເປີດ​ບັນດາ​ດ່ານ​ຊາຍ​ແດນ​ລະຫວ່າງ​ເຂດ​ກາຊາ ​ແລະ ​ອິດສະຣາ​ແອນ, ອະນຸຍາດ​ໃຫ້​ສິນຄ້າຜ່ານແດນ ​ແລະ ປະຊາ​ຊົນ​ໄປມາຫາສູ່​ກັນ ​ແລະ ມີ​ການ​ຕິດຕາມ​ກວດກາ​ຂອງ​ສາກົນ​ສຳລັບ​ທ່າ​ກຳ​ປັ່ນ ກາ​ຊານ ​ແທນ​ທີ່​ຖືກ​ອິດສະຣາ​ແອນປິດ​ລ້ອມ​ຄື​ໃນ​ປະຈຸ​ບັນ. ມອບ​ໂອນ​ບັນດາ​ເຂດ​ດິນ​ທີ່​ອິດສະຣາ​ແອນຢຶດຄອງ. ​ແຕ່​ຂໍ້​ສະ​ເໜີ​ນີ້ ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຝ່າຍ​ອິດສະຣາ​ແອນ.

   ​ເປັນຫຍັງ 2 ລັດບໍ່​ອາດ​ຄົງ​ຕົວ​ໃນ​ສັນຕິພາບ?

    ການ​ປະ​ທະ​ກັນ​ຢູ່​ເຂດ​ກາຊາ​ໄດ້​ລະ​ເບີດ​ຂຶ້ນ​ນັບ​ແຕ່​ພາຍຫຼັງ​ເຫດ​ລອກ​ຈັບ​ຕົວ ​ແລະ ສັງຫານ​ເດັດ​ນ້ອຍຊາວ​ອິດສະຣາ​ແອນ 3 ຄົນ​ເມື່ອ​ເດືອນ 6 ​ແລະ ​ເຫດ​ສັງຫານ​ເດັກນ້ອຍ​ຊາວປາ​ແລັດ​ສຕິນຄົນ​ໜຶ່ງ​ຢູ່​ເຢລູຊາ​ແລມ ​ໃນ​ການ​ກະທຳ​ທີ່​ຖືກ​ຖື​ວ່າ​ແມ່ນ​ເພື່ອ​ແກ້​ແຄ້ນ. ​ໃນ​ທັນ​ທີ່ , ​ອິດສະຣາ​ແອນ​ໄດ້​ເປີດ​ບັ້ນ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ​ກາຊາ ​ແນ​ໃສ່​ສະກັດ​ກັ້ນ​ບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ລູກຈະ​ຫຼວດ​ຂອງ​ບັນດາ​ນັກຮົບກຸ່ມ ຮາ​ມາດທີ່​ແນ​ໃສ່​ເຂດ​ດິນ​ແດນ​ອິດສະຣາ​ແອນ, ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 250 ຄົນ ​ແລະ ກວ່າ 1.570 ຄົນ​ໄດ້​ຮັບ​ບາດ​ເຈັບ.

   ​ແຕ່​ຄວາມ​ຂັດ​ແຍ້​ງລະຫວ່າງກຸ່ມ ຮາ​ມາດ​ ​ແລະ ອິດສະຣາ​ແອນຍັງ​ຄົງ​ຕົວ​ມາ​ແຕ່​ດົນ​ນານ​ແລ້ວ. ​ໃນ​ຂະນະ​ທີ່​ຂະ​ບວນການ ຟາ​ຕາ​ຢູ່ປາ​ແລັດ​ສຕິນ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ອົງການ​ນິຍົມ​ຄວາມ​ສະຫງົບ, ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ນັ້ນ, ກຸ່ມ ຮາ​ມາດຍາມ​ໃດ​ກໍ​ຖືກ​ຖື​ແມ່ນ​ອົງການ​ກໍ່​ການ​ຮ້າຍ​ສຳລັບ​ອາ​ເມ​ລິ​ກາ, ​ອິດສະຣາ​ແອນ ​ແລະ EU. ​ອາ​ເມ​ລິ​ກາ , ຝ່າຍ​ຕາ​ເວັນ​ຕົກ​ ​ແລະ ​ອິດສະຣາ​ແອນກໍ່​ກຳລັງ​ດັນ​ໃຫ້ກຸ່ມ ຮາ​ມາດຕ້ອງ​ປາສະຈາກ​ການ​ຕໍ່ສູ້​ດ້ວຍ​ອາວຸດ, ຮັບ​ຮູ້​ລັດ​ຊາວ​ຢິວ ​ແລະ ​ເຄົາລົບ​ບັນດາ​ສັນຍາ​ທີ່​ໄດ້​ເຊັນ​ກັບ​ອິດສະຣາ​ແອນ, ​ແຕ່ກຸ່ມ ຮາ​ມາດຍັງ​ຄົງ​ເດັດ​ດຽວ​ຮັກສາ​ຫຼັກ​ໝັ້ນ​ແຂງ​ກະດ້າງ​. ການ​ຈັບ​ມື​ຄັ້ງ​ປະຫວັດ​ສາດ​ລະຫວ່າງຂະ​ບວນການ ຟາ​ຕາ ​ແລະ ກຸ່ມ ຮາ​ມາດ​ເມື່ອ​ທ້າຍ​ປີ 2012 ຕົກລົງ​ຢຸດຕິ​ການ​ປະ​ທະ​ກັນ ​ເພື່ອ​ຈຸດໝາຍ​ລວມສ້າງ​ຕັ້ງລັດປາ​ແລັດ​ສຕິນ​ເອກະລາດນັ້ນ, ສືບ​ຕໍ່​ແມ່ນ​ການ​ໂມງ​ບາດ​ຄ້ອນ​ແຮງ​ໃສ່​ອາ​ເມ​ລິ​ກາ ​ແລະ ​ອິດສະຣາ​ແອນ. ທ່ານ​ນາຍົກລັດຖະມົນຕີ​ອິດສະຣາ​ແອນ ​ເບ​ຊາ​ມິນ ​ເນ​ຕາ​ຢາ​ຮູ ​ໃນ​ຄາວ​ນັ້ນ ​ໄດ້​ເອີ້ນ​ສັຍຍາ​ນີ້ ​ແມ່ນ​ໄຊຊະນະ​ຂອງ​ລັດທິ​ກໍ່​ການ​ຮ້າ​ຍ.  ​ແລະ ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນ່ືອງ​ຢູ່​ເຂດ​ກາຊາ ຂະນະ​ທີ່​ຝ່າຍ​ໜຶ່ງ​ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ການ​ກໍ່ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃຫ້​ຊາວ​ຢິວ, ສ່ອນ​ອີກ​ຝ່າຍ​ໜຶ່ງ​ແມ່ນ​​ເດັດດຽວ​ບໍ່​ຍອມຮັບ​ການ​ຄົງ​ຕົວ​ຂອງ​ລັດ​ອິດສະຣາ​ແອນ.

   ມານະ​ພະຍາຍາມ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ເຂດ​ກາຊາ

    ການ​ປະ​ທະ​ກັນ​ລະຫວ່າງ​ອິດສະຣາ​ແອນ ​ແລະ ປາ​ແລັດ​ສຕິນ​ໄດ້​ເພີ່ມ​ຂຶ້ນ​ແຮງ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ, ພວມ​ເຮັດ​ໃຫ້​ທັງ​ປະຊາ​ຄົມ​ໂລກ​ມີ​ຄວາມ​ວິຕົກ​ກັງ​ວົນ. EU  ​ແລະ​ ສັນນິບາດ​ອາຣັບ ​ໄດ້​ຮຽກຮ້ອງ​ບັນດາ​ຝ່າຍ​ຈົ່ງ​ລະງັບ​ໃຈ ​ແລະ ຢຸດ​ຍິງ​ໃນ​ທັນ​ທີ່. ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກໍສະ​ແດງ ຄວາມ​ວິຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ່​ຊາຕະ​ກຳ​ຂອງ​ສາມັນ​ຊົນ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ ​ອິດສະຣາ​ແອນ ​ແລະ ປາ​ແລັດ​ສຕິນ. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ທຳນຽບຂາວ​​ໄດ້​ກ່າ​ວ​ເຕືອນ ​ແທນ​ອາ​ວີ​ບ ບໍ່​ຄວນ​ດຳ​ເນີນ​ບໍ່​ວ່າການ​ບຸກ​ໂຈມ​ຕີ​ທາງບົກ​ຄັ້ງ​ໃດ​ແນ​ໃສ່​ເຂດ​ກາຊາ. ສ່ວນ​ປະທານາທິບໍດີ ປາ​ແລັດ​ສຕິນ ອາບ​ບາດ ພວມ​ມີ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຢ່າງ​ລຽນຕິດ​ຢູ່​ອີ​ຢິບ, ຕວກກີ ​ແນ​ໃສ່​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ຊົ່ວຄາວ​ໃຫ້​ແກ່​ສະຖານະ​ການ​ຢູ່​ເຂດ​ກາຊາ.

   ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ຍົງ​ຄົງ​ເກີດ​ຂຶ້ນ​ຢູ່​ເຂດ​ກາຊາ

   ​ໃນ​ຂະ​ນະ​ທີ່​ປະຊາ​ຄົມ​ໂລກ​ພວມ​ຮີບ​ຮ້ອນ​ຊຸກຍູ້​ການຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃຫ້​ແກ່​ສະຖານະ​ການ​ຢູ່​ເຂດ​ກາຊານັ້ນ, ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ຍົງ​ຄົງ​ເກີດ​ຂຶ້ນ​ຢູ່​ເຂດນີ້. ປະຈຸ​ບັນ, ການບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ​ອິດສະຣາ​ແອນ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ດ້ວຍ​ເຮືອນ 560 ຫຼັງ​ຖືກ​ຍິງ​ທຳລາຍ ​ແລະ ​ເຮືອນ​ນັບ​ພັນ​ຫຼັງ​ຖືກ​ເປ່​ເພ ​ແລະ ກວ່າ 17.000 ຄົນ​ຢູ່​ເຂດ​ກາ​ຊາ​ຕ້ອງ​ຍົກຍ້າຍ​ເພື່ອ​ຫຼົບ​ໄພ.

   ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ ກຸ່ມ ຮາ​ມາດມີ​ສາຍ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມຢູ່​ຫຼາຍ​ປະ​ເທດ​ອາຣັບ, ພິ​ເສດ​ແມ່ນ​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ອີຣານຢ່າງ​ແຂງ​ແຮງ, ການ​ປະ​ທະ​ກັນ​ຢູ່​ເຂດ​ກາຊາ ​ແມ່ນ​ບໍ່​ຖືກ​ຈຳກັດ​ໃນ​ບໍລິ​ເວນ​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ແຜ່​ລາມ​ອອກ​ສູ່​ທົ່ວ​ພາກ​ພື້ນຕາ​ເວັນ​ອອກ​ກາງ​ໃນ​ຊຸມ​ມື້​ທີ່​ຈະ​ມາ​ເຖິງ​ອີກ​ດ້ວຍ. ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ, ພວມ​ຢືນ​ຢຸ່ຕໍ່ໜ້າ​ການ​ຜັນ​ແປ​ທີ່​ສັບສົນ ​ແລະ ສັນຕິພາບ​ຢູ່​ພາກພື້ນນີ້​ຍັງ​ເປັນ​ສິ່ງ​ທີ່​ເຫີ​ນຫ່າງ​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ