ສົນທິສັນຍາທົ່ວໂລກກ່ຽວບັນຫາອົບພະຍົບ: ຄຳຕອບຖືກຕ້ອງເພື່ອພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ

(VOVWORLD) -ພາຍຫຼັງ 2 ປີທີ່ດຳເນີນການເຈລະຈາລະຫວ່າງລັດຖະບານຢ່າງເຄັ່ງຕຶງ, ສົນທິສັນຍາທົ່ວໂລກກ່ຽວກັບບັນຫາອົບພະຍົບຢ່າງປອດໄພ, ເປັນລະບຽບ ແລະ ຕໍ່ເນື່ອງຂອງສະຫະປະຊາຊາດ ເຊິ່ງຜູ້ຕາງໜ້າຂອງ 150 ປະເທດໄດ້ຮັບການຮັບຮອງເອົາ ໃນວັນທີ 10 ທັນວາ, ຢູ່ນະຄອນ Marrakech ປະເທດມາຣົກ.

ສົນທິສັນຍາທົ່ວໂລກກ່ຽວບັນຫາອົບພະຍົບ: ຄຳຕອບຖືກຕ້ອງເພື່ອພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ - ảnh 1 ການເຈລະຈາຢູ່ນະຄອນ Marrakech ປະເທດມາຣົກ

(ພາບ: AP)

ເຖິງຢ່າງໃດກໍ່ຕາມ, ສົນທິສັນຍາດັ່ງກ່າວຍັງກໍ່ຄວາມໂຕ້ຖຽງກັນຢູ່ຫຼາຍປະເທດ, ຊ້ຳບໍ່ໜຳຫຼາຍປະເທດປະຕິເສດສົນທິສັນຍາ, ແຕ່ຄວາມຈິງບໍ່ອາດປະຕິເສດໄດ້ ນີ້ແມ່ນບັນຫາທີ່ກ່ຽວຂ້ອງເຖິງທຸກໆປະເທດ ແລະ ສົນທິສັນຍາແມ່ນໜຶ່ງທາງເລືອກເພື່ອໃຫ້ບັນດາປະເທດພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ.

        ສົນທິສັນຍາທົ່ວໂລກກ່ຽວກັບບັນຫາອົບພະຍົບ (ມີຊື່ເຕັມວ່າ: ສົນທິສັນຍາທົ່ວໂລກກ່ຽວກັບບັນຫາອົບພະຍົບຢ່າງປອດໄພ, ເປັນລະບຽບ ແລະ ຕໍ່ເນື່ອງ) ເຊິ່ງທັງໝົດ 193 ປະເທດ, ເວັ້ນເສຍແຕ່ອາເມລິກາ ໄດ້ເຫັນດີເມື່ອເດືອນ ກໍລະກົດ ຜ່ານມາ. ສົນທິສັນຍາໄດ້ວາງອອກ 23 ຄາດໝາຍຮັບປະກັນການອົບພະຍົບຖືກຕາມກົດໝາຍ ແລະ ຄຸ້ມຄອງກະແສຊາວອົບພະຍົບໃຫ້ເປັນຢ່າງດີກວ່າ ໃນສະພາບຈຳນວນຊາວອົບພະຍົບໃນທົ່ວໂລກໄດ້ເພີ່ມຂຶ້ນເຖິງລະດັບ 250 ລ້ານຄົນ, ທຽບເທົ່າກັບ 3% ຈຳນວນພົນລະເມືອງໃນທົ່ວໂລກ.

        ຕາມແຜນການແລ້ວ, ພາຍຫຼັງໄດ້ຮັບການຮັບຮອງເອົາ, ສົນທິສັນຍາທົ່ວໂລກກ່ຽວກັບບັນຫາອົບພະຍົບຈະໄດ້ຍົກອອກມາເພື່ອປ່ອນບັດຮັບຮອງເອົາທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ຄາດວ່າຈະດຳເນີນໃນວັນທີ 19 ທັນວາ.

ການຮັບຮອງເອົາສົນທິສັນຍາແມ່ນມີຄວາມຈຳເປັນ

        ໃນໄລຍະ 10 ປີມໍ່ໆມານີ້, ກະແສຊາວອົບພະຍົບໃນທົ່ວໂລກນັບມື້ນັບເພີ່ມຂຶ້ນຢ່າງໄວ, ພິເສດແມ່ນຈຳນວນຊາວອົບພະຍົບໄປເອີລົບ ດ້ວຍຂອບຂະໜາດໃຫຍ່. ໃນນັ້ນສ່ວນຫຼາຍແມ່ນລົບໜີອອກຈາກບັນດາການປະທະກັນ ແລະ ໄພອຶດຫິວຢູ່ຕາເວັນອອກກາງ ແລະ ອາຟະລິກາ. ຕາມຕົວເລກຂອງສະຫະປະຊາຊາດແລ້ວ, ນັບແຕ່ປີ 2000, ມີຊາວອົບພະຍົບກວ່າ 60 ຄົນຖືກເສຍຊີວິດໃນເສັ້ນທາງລົບໜີນັ້ນ, ເປັນຕົ້ນແມ່ນຜ່ານທາງທະເລ. ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນຈຳນວນຊາວອົບພະຍົບໄປທາງທະເລໄດ້ຫຼຸດລົງຢ່າງເຫັນໄດ້ຊັດ, ແຕ່ “ສະພາບການເມືອງ” ຖືກຜົນສະທ້ອນຈາກກະແສອົບພະຍົບດັ່ງກ່າວຢູ່ສະຫະພາບເອີລົບ ຍັງໜັກໜ່ວງຢູ່. ປະຈຸບັນມີຊາວອົບພະຍົບນັບພັນໆຄົນພວມເຕົ້າໂຮມຢູ່ເຂດຊາຍແດນເມັກຊີໂກ ເພື່ອຊອກຫາກາລະໂອກາດຂໍລີ້ໄພຢູ່ອາເມລິກາ, ບັງຄັບໃຫ້ບັນດາເຈົ້າໜ້າທີ່ອາເມລິກາ ຕ້ອງຜັນຂະຫຍາຍພົນທະຫານໄປເຂດຊາຍແດນ ແລະ ດຳເນີນການປາບປາມຢ່າງຮຸນແຮງ.

        ທຸກໆການຜັນແປດັ່ງກ່າວໄດ້ຊີ້ໃຫ້ເຫັນລະດັບຄວາມຈຳເປັນຕ້ອງແກ້ໄຂບັນຫາອົບພະຍົບໃນລະດັບທົ່ວໂລກ ແລະ ຮອດເວລາແລ້ວບັນດາປະເທດສະມາຊິກຂອງສະຫະປະຊາຊາດ ຕ້ອງດຳເນີນການເຈລະຈາຂໍ້ຕົກລົງກ່ຽວກັບບັນຫາອົບພະຍົບຢ່າງຮອບດ້ານ.

        ໃນສະພາບການນັ້ນ, ສົນທິສັນຍາໄດ້ຮັບການສ້າງຕັ້ງ, ໄດ້ຮັບຖືວ່າແມ່ນກອບກົດໝາຍແມ່ໃຫ້ແກ່ການຮ່ວມມືສາກົນ ໃນການຄຸ້ມຄອງຊາວອົບພະຍົບທົ່ວໂລກ. ຕາມການຕີລາຄາຂອງສະຫະປະຊາຊາດແລ້ວ, ສົນທິສັນຍາດັ່ງກ່າວບໍ່ພຽງແຕ່ສ້າງລັກສະນະຜູກມັດດ້ານກົດໝາຍ ແລະ ລວມທັງບາງມາດຕາລະອຽດກ່ຽວກັບອະທິປະໄຕ, ເຮັດໃຫ້ການປະຕິບັດສົນທິສັນຍາພຽງແຕ່ອີງໃສ່ເຈດຕະນາດີຂອງບັນດາປະເທດທີ່ສະໜັບສະໜູນເທົ່ານັ້ນ. ມີຫຼາຍຄຳເຫັນໄດ້ຖືວ່າ, ສົນທິສັນຍາແມ່ນຜົນສຳເລັດທາງການທູດຂອງສະຫະປະຊາຊາດ ເມື່ອໄດ້ຮັບການຮັບຮອງເອົາຈາກທຸກປະເທດເມື່ອເດືອນ ກໍລະກົດ ທີ່ຜ່ານມາ, ເວັ້ນເສຍແຕ່ອາເມລິກາ.

ໂຕ້ຖຽງກັນກ່ຽວກັບລັກສະນະນິຕິກຳ ແລະ ລັກສະນະຜູກມັດ

        ເຖິງຢ່າງໃດກໍ່ຕາມ, ຫວ່າງມໍ່ໆມານີ້, ບັນດາປະເທດຄື: ຮຸງກາຣີ, ໂອຕາລິດ, ສ.ເຊັກໂກ, ໂປໂລຍ, ບຸນກາຣີ ແລະ ອົດສະຕາລີ ໄດ້ຖະແຫຼງຖອນຕົວອອກຈາກສົນທິສັນຍາດັ່ງກ່າວ ຄືດັ່ງອາເມລິກາ. ສາຍເຫດແມ່ນຍ້ອນບາງປະເທດສະມາຊິກຖືວ່າ, ສົນທິສັນຍາດັ່ງກ່າວຈະອະນຸດຍາດໃຫ້ສະຫະປະຊາຊາດ ຈັດວາງບັນດານະໂຍບາຍກ່ຽວກັບຊາວອົບພະຍົບສຳລັບບັນດາປະເທດສະມາຊິກ.

        ມີບັນຫາໜຶ່ງອີກເຊິ່ງເຮັດໃຫ້ບັນດາປະເທດບໍ່ເຫັນດີລົງນາມໃຫ້ສັດຕະຍາບັນນັ້ນແມ່ນ ສົນທິສັນຍາບໍ່ຈຳແນກຊາວອົບພະຍົບຖືກຕາມກົດໝາຍ ຫຼື ບໍ່ຖືກຕາມກົດໝາຍ. ນັບທັງເລື່ອງນິຍາມການອົບພະຍົບຄືແນວໃດແມ່ນການອົບພະຍົບຖືກຕາມກົດໝາຍ ກໍ່ແມ່ນບັນຫາກໍ່ຄວາມໂຕ້ຖຽງກັນສຳລັບບາງປະເທດເອີລົບ, ບັນດາຊາວອົບພະຍົບໄປເພື່ອຈຸດປະສົງເສດຖະກິດໄດ້ຮັບຖືວ່າບໍ່ຖືກຕາມກົດໝາຍ, ກໍ່ຄວາມເສຍຫາຍ ແລະ ສ້າງໄພນາບຂູ່ເຖິງຄວາມໝັ້ນຄົງແຫ່ງຊາດ. ຍິ່ງກວ່ານັ້ນ, ເລື່ອງຮັບຮອງເອົາສົນທິສັນຍາອົບພະຍົບທົ່ວໂລກ ພວມສ້າງໂອກາດໃຫ້ບັນດາພັກປະຊານິຍົມ ແລະ ບັນດານັກວາງແຜນນະໂຍບາຍຊຸກຍູ້ການອ້າງຜົນເພື່ອຢັ້ງຢືນວ່າ, ບັນດາປະເທດພວມເສຍສິດຄວບຄຸມອະທິປະໄຕ ແລະ ເສັ້ນຊາຍແດນ. ຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ບັນດາປະເທດບໍ່ເຫັນດີກັບສົນທິສັນຍາລ້ວນແຕ່ແມ່ນບັນດາປະເທດບໍ່ປະຕິບັດບັນດາການກະທຳທີ່ຄົບຖ້ວນຢ່າງມີປະສິດທິຜົນ ເພື່ອຄວບຄຸມກະແສຊາວອົບພະຍົບນັບແຕ່ກ່ອນມາຮອດປະຈຸບັນ.

        ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ບັນດາຄຳໂຕ້ຖຽງກັນດັ່ງກ່າວ, ສົນທິສັນຍາ ໄດ້ຮັບການຮັບຮອງເອົາໃນວັນທີ 10 ທັນວາ ຢ່າງເປັນທາງການ ແລະ ບົດບາດຂອງສະຫະປະຊາດແມ່ນບໍ່ອາດປະຕິເສດໄດ້. ເອກະສານບໍ່ມີຄວາມຜູກມັດດ້ານນິຕິກຳດັ່ງກ່າວ ຈະຊ່ວຍໃຫ້ບັນດາປະເທດປັບປຸງການຮ່ວມມື, ຍົກອອກບັນດາການກະທຳມຸ່ງໄປເຖິງມາດຕະການແກ້ໄຂ ໃນການຮ່ວມມືລະຫວ່າງບັນດາປະເທດມີຊາວອົບພະຍົບ, ບັນດາປະເທດມີຊາວອົບພະຍົບໄປຜ່ານ ແລະ ບັນດາປະເທດເຊິ່ງຊາວອົບພະຍົບຈະໄປເຖິງ. ທັງໝົດເຫຼົ່ານັ້ນແມ່ນການພົວພັນຄູ່ຮ່ວມມືທີ່ດີກວ່າໃນການຮັບມືກັບສະພາບການຄ້າມະນຸດ. ເຖິງວ່າເຫັນດີ ຫຼື ປະຕິເສດ, ນີ້ແມ່ນບັນຫາມີສ່ວນກ່ຽວຂ້ອງໂດຍກົງ ແລະ ທາງອ້ອມເຖິງຜົນປະໂຫຍດຂອງທຸກໆປະເທດ. ສະນັ້ນ, ສົນທິສັນຍາອົບພະຍົບທົ່ວໂລກ ບໍ່ອາດປະຕິເສດໄດ້ວ່າ ນີ້ແມ່ນ “ຄຳຕອບຢ່າງຖືກຕ້ອງ” ເພື່ອໃຫ້ບັນດາປະເທດພ້ອມກັນແກ້ໄຂບັນຫາຮີບດ່ວນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ