​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ທະ​ເລຫຼວງເພື່ອ​ແນ​ໃສ່​ປະ​ຕິ​ບັດ​​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ວັນທີ 19 ມິຖຸນາ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ, ອາເມລິກາ, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາສົນທິສັນຍາ ວ່າດ້ວຍການປົກປັກຮັກສາ ແລະ ນຳໃຊ້ລະບົບຊີວະນາໆພັນທະເລ ແບບຍືນຍົງ ທີ່ນອນຢູ່ນອກເຂດສິດອຳນາດສານແຫ່ງຊາດ (ຫຼືເອີ້ນຫຍໍ້ວ່າ ສົນທິສັນຍາວ່າດ້ວຍທະເລຫຼວງ). ເອກະສານດັ່ງກ່າວ ໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງລະບົບເອກະສານໂດຍອີງໃສ່ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ໃນການຄຸ້ມຄອງບໍລິຫານບັນດາເຂດທະເລ ແລະ ມະຫາສະໝຸດ, ຮັບປະກັນການພັດທະນາແບບຍືນຍົງໃຫ້ແກ່ທຸກໆປະເທດ.

ສົນທິສັນຍາສະບັບດັ່ງກ່າວ ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຂອງບັນດາປະເທດສະມາຊິກໃນການບັນລຸໄດ້ເອກະສານສະບັບໜຶ່ງ ເພື່ອແນໃສ່ຈຸດປະສົງ ປົກປັກຮັກສາລະບົບຊີວະນາໆພັນທະເລ ຢູ່ທະເລຫຼວງ.

​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ທະ​ເລຫຼວງເພື່ອ​ແນ​ໃສ່​ປະ​ຕິ​ບັດ​​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາສົນທິສັນຍາ ວ່າດ້ວຍການປົກປັກຮັກສາ ແລະ ນຳໃຊ້ລະບົບຊີວະນາໆພັນທະເລ ແບບຍືນຍົງ ທີ່ນອນຢູ່ນອກເຂດສິດອຳນາດສານແຫ່ງຊາດ (ພາບ: THX/TTXVN) 

ກົນໄກຈັດແບ່ງຜົນປະໂຫຍດແຫຼ່ງຊັບພະຍາກອນທະເລແບບຍຸຕິທຳ

        ຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລ້ວ, ທະເລຫຼວງ ແມ່ນເຂດທະເລສາກົນ, ລວມທັງເຂດທະເລທັງໝົດທີ່ບໍ່ນອນໃນເຂດເສດຖະກິດຈຳເພາະ, ນ່ານທະເລ ຫຼື ເຂດທະເລພາຍໃນຂອງປະເທດໃດໜຶ່ງ ກໍຄື ບໍ່ນອນໃນເຂດນ່ານນ້ຳໝູ່ເກາະຂອງປະເທດໝູ່ເກາະ. ຫຼື ເວົ້າແບບອື່ນ, ເຂດທະເລຢູ່ເຂດນອກສິດອຳນາດສານແຫ່ງຊາດ ແມ່ນເຂດທະເລທີ່ກວ້າງໃຫຍ່ໄພສານ ຢູ່ນອກເຂດເສດຖະກິດຈຳເພາະ ແລະ ພື້ນທະເລຢູ່ນອກໄຫຼ່ທະວີບຂອງບັນດາປະເທດ. ດັ່ງນັ້ນ, ທະເລຫຼວງ ບໍ່ຂຶ້ນກັບສິດອຳນາດສານຂອງບໍ່ວ່າປະເທດໃດ. ໃນເຂດທະເລສາກົນນີ້, ບັນດາປະເທດ ມີສິດເສລີໃນການຈັບຫາປາ, ແຕ່ບໍ່ແຮ່ຢູ່ໃຕ້ພື້ນທະເລ ໄດ້ຮັບຖືວ່າແມ່ນມໍລະດົກລວມຂອງມວນມະນຸດ. ການຂຸດຄົ້ນບໍ່ແຮ່ນັ້ນ, ຕ້ອງປະຕິບັດຕາມກົນໄກທີ່ໄດ້ຮັບອະນຸຍາດ ແລະ ການແບ່ງປັນຜົນປະໂຫຍດຂອງບັນດາປະເທດທັງໝົດ.

        ເຖິງຢ່າງໃດກໍຕາມ, UNCLOS 1982 ຍັງບໍ່ທັນດັດປັບກ່ຽວກັບບາງແຫຼ່ງຜົນປະໂຫຍດໃໝ່, ນັ້ນແມ່ນແຫຼ່ງຢີນທະເລຂອງບັນດາສັດສາວາສິ່ງທີ່ດຳລົງຊີວິດຢູ່ເຂດນ້ຳເລິກ ແລະ ນອກຝັ່ງທະເລ.

        ປັດຈຸບັນ, ສ່ວນຫຼາຍແມ່ນບັນດາປະເທດພັດທະນາ ແລະ ບັນດາບໍລິສັດເອກະຊົນທີ່ມີເຕັກໂນໂລຢີທະເລ ແລະ ເຕັກໂນໂລຢີຊີວະສາດແຖວໜ້າ, ດ້ວຍແຫຼ່ງການເງິນທີ່ຫຼວງຫຼາຍ ຈຶ່ງມີຄວາມອາດສາມາດເກັບກຳແຫຼ່ງຢີນຂອງສັດສາວາສິ່ງທະເລ ແລະ ພັດທະນາ ເພື່ອນຳມາເຊິ່ງຜົນປະໂຫຍດ ກໍຄື ອະນຸລັກຮັກສາທະເລ.

        ດັ່ງນັ້ນ, ເນື້ອໃນຂອງສົນທິສັນຍາກ່ຽວກັບທະເລຫຼວງ ໄດ້ຮັບຮູ້ຫຼັກການພື້ນຖານກ່ຽວກັບແຫຼ່ງຢີນທະເລ ແມ່ນມໍລະດົກລວມຂອງມວນມະນຸດ, ແມ່ນພື້ນຖານເພື່ອໃຫ້ທຸກຜົນປະໂຫຍດທີ່ເກັບມາໄດ້ຈາກແຫຼ່ງຢີນທະເລ ຕ້ອງໄດ້ແບ່ງປັນໃຫ້ທຸກປະເທດຢ່າງຍຸຕິທຳ. ສິ່ງທີ່ໜ້າສົນໃຈແມ່ນ, ເປັນຄັ້ງທຳອິດທີ່ “ຂໍ້ມູນກ່ຽວກັບແຫຼ່ງຢີນໄດ້ຫັນເປັນດີຈີຕອນ” ນັ້ນ ໄດ້ຮັບຖືວ່າແມ່ນ “ຊັບສົມບັດດີຈີຕອນ” ຕິດພັນກັບແຫຼ່ງຢີນທະເລ ແລະ ຜົນປະໂຫຍດທີ່ກ່ຽວຂ້ອງ ອາດຈະໄດ້ແບ່ງປັນໃຫ້ມວນມະນຸດ ຕາມກົນໄກໜຶ່ງ ເຊິ່ງ ສົນທິສັນຍາສະບັບດັ່ງກ່າວກຳນົດໄວ້. ໃນສະພາບການທີ່ຄວາມອາດສາມາດສໍາຜັດ, ຂຸດຄົ້ນແຫຼ່ງຊັບພະຍາກອນຢີນທະເລລະຫວ່າງບັນດາປະເທດພັດທະນາ ແລະ ພວມພັດທະນາຍັງມີຄວາມແຕກໂຕນກັນຢູ່, ເອກະສານສະບັບນີ້ ເປັນຂີດໝາຍແກ່ການໄກ່ເກ່ຍລະຫວ່າງບັນດາກຸ່ມປະເທດທີ່ມີຜົນປະໂຫຍດແຕກຕ່າງກັນໃນການຊຸກຍູ້ການເຄື່ອນໄຫວອະນຸລັກຮັກສາ ແລະ ຂຸດຄົ້ນແຫຼ່ງຢີນທະເລ ທີ່ຢູ່ນອກເຂດສິດອຳນາດສານແຫ່ງຊາດແບບຍືນຍົງ, ສ້າງກຳລັງຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຢີ, ພ້ອມທັງຮັບປະກັນຄວາມຍຸຕິທຳໃນການຈັດແບ່ງຜົນປະໂຫຍດຈາກການຂຸດຄົ້ນ ແລະ ນຳໃຊ້ແຫຼ່ງແຢນທີ່ອຸດົມສົມບູນຢູ່ທະເລແບບຍືນຍົງ.

        ນອກນັ້ນ, ໃນຕົວຈິງ, ມີໜ້ອຍເຂດທະເລຢູ່ນອກຝັ່ງໄດ້ຮັບການປົກປັກຮັກສາ, ໃນຂະນະໄພມົນລະພິດສິ່ງແວດລ້ອມ ແລະ ການຈັບຫາປາເກີນລະດັບທີ່ອະນຸຍາດ ພວມແມ່ນສິ່ງນາບຂູ່ທີ່ນັບມື້ນັບໃຫຍ່ຂຶ້ນ. ດັ່ງນັ້ນ, ສົນທິສັນຍາສະບັບດັ່ງກ່າວ ໄດ້ວາງອອກເປົ້າໝາຍວ່າ ນັບແຕ່ນີ້ຮອດປີ 2030, ແຕ່ລະປີ, ໂລກຕ້ອງປົກປັກຮັກສາມະຫາສະໝຸດທີ່ມີລວງຍາວ 11 ລ້ານ Km2 ນີ້. ສົນທິສັນຍາດັ່ງກ່າວ ກໍອະນຸຍາດໃຫ້ສ້າງເຂດປົກປັກຮັກສາທະເລໃນບັນດາເຂດທະເລສາກົນ, ເຊິ່ງຈະເປັນພື້ນຖານແກ່ການຮ່ວມມື ແລະ ການເຄື່ອນໄຫວຢູ່ທະເລຂອງປະເທດ, ຂອງພາກພື້ນ ກໍຄືຂອງທົ່ວໂລກ.

ຢັ້ງຢືນຄວາມມານະພະຍາຍາມຂອງປະຊາຄົມສາກົນ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມທະເລ

ສົນທິສັນຍາວ່າດ້ວຍຊີວະນາໆພັນຢູ່ເຂດທະເລ ຢູ່ນອກສິດອຳນາດສານແຫ່ງຊາດ (ສົນທິສັນຍາວ່າດ້ວຍທະເລຫຼວງ) ແມ່ນເອກະສານສະບັບທີ 3 ກ່ຽວກັບການປະຕິບັດ UNCLOS 1982.

ບັນດາສະມາຊິກ UNCLOS ຕີລາຄາວ່າ ການຮັບຮອງເອົາເອກະສານຂອງສົນທິສັນຍາ ແມ່ນ “ໄຊຊະນະຂອງລັດທິຫຼາຍຝ່າຍ ແລະ ຂອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຕ້ານຄືນບັນດາທ່າອ່ຽງທຳລາຍມະຫາສະໝຸດ”. ສົນທິສັນຍາວ່າດ້ວຍທະເລຫຼວງ ຈະປັບປຸງ UNCLOS 1982 ເຊິ່ງເປັນລັດຖະທຳມະນູນຂອງມະຫາສະໝຸດ, ກອບນິຕິກຳຮອບດ້ານຂອງທຸກໆການເຄື່ອນໄຫວຢູ່ທະເລຫຼາຍກວ່າອີກ. ພິເສດ, ນີ້ກໍແມ່ນຂີດໝາຍໃໝ່ໃນການພັດທະນາຂອງກົດໝາຍສາກົນ ແລະ ປະກອບສ່ວນເຂົ້າໃນການປະຕິບັດ ທົດສະວັດ ສປຊ ກ່ຽວກັບວິທະຍາສາດທະເລ ຮັບໃຊ້ການພັດທະນາແບບຍືນຍົງ, ປະຕິບັດເປົ້າໝາຍພັດທະນາທີ 14 ກ່ຽວກັບການປົກປັກຮັກສາ ແລະ ນຳໃຊ້ແຫຼ່ງຊັບພະຍາກອນທະເລ, ມະຫາສະໝຸດແບບຍືນຍົງ ເພື່ອຮັບໃຊ້ການພັດທະນາແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ