ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982

(vovworld) - ວັນ​ທີ 10/12/2012, ​ແມ່ນວັນ​ສ້າງ​ຕັ້ງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982 ຄົບ​ຮອບ 30 ປີ. ​ເນື່ອງ​ໃນ​ໂອກ​າດນີ້, ທ່ານ ​ໂຮ່ຊວນ​ເຊີນ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ, ຫົວຫນ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ  ມີ​ບົດ​ຂຽນ​ພາຍ​​ໃຕ້​ຫົວ​ຂໍ້​ວ່າ: ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍທະ​ເລ​ປີ 1982 ລັດຖະທຳ​ມະນູນ​ມະຫາ​ສະມຸດ ​ໃນ​ນັ້ນ​ຊີ້​ແຈງ​ຄຸນຄ່າ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ການ​ປະຕິບັດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫວຽດນາມ ​ເມື່ອ​ປະຕິບັດ​ສົນທິສັນຍາ​ສະບັບ​ດັ່ງກ່າວ.

ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982  - ảnh 1
ທ່ານ ​ໂຮ່ຊວນ​ເຊີນ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ
ພາບ: internet

          ທ່ານ ​ໂຮ່ຊວນ​ເຊີນ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ: ກ່ອນ​ນີ້ 30 ປີ​ເຕັມ, ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982), ​ໄດ້​ຮັບ​ການ​ລົງ​ນາມ ຈາກ 107 ປະ​ເທດ ທີ່​ອ່າວ​ Montego  ຂຶ້ນ​ກັບ Jamaica, ​ໃນ​ນັ້ນ ມີ ຫວຽດນາມ ​ເປັນ​ຂີດ​ໝາຍ​ແຫ່ງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ ສປຊ ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ​ຄັ້ງ​ທີ 3 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກວ່າ 150 ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຫລາຍ​ແຫ່ງ ນັບ​ທັງ​ອົງການ​ຈັດ​ຕັ້ງ​ສາກົນ​ບໍ່​ຂຶ້ນ​ກັບ​ລັດຖະບານ. ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ ວ່າ​ດ້ວຍ​ທະ​ເລ​ປີ 1982 (​ເອີ້ນ​ຫຍໍ້​ວ່າ ສົນທິສັນຍາ) ​ແມ່ນ​​ເອກະສານ​ສາກົນ​ຫລາຍ​ຝ່າຍ​ທີ່​ອຸດົມສົມບູນ ລວມມີ 320 ຂໍ້​ມາດຕາ ​ແລະ ​ເອກະສານ​ເພີ່ມ​ເຕີມ 9 ສະບັບ. ສົນທິສັນຍາ​ມີ​ຜົນ​ສັກສິດນັບ​ແຕ່​ວັນ​ທີ 16/11/1994 ​ເປັນຕົ້ນ​ໄປ ​ແລະ ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ສົນທິສັນຍາ​ສາກົນ​ຫລາຍ​ຝ່າຍ​ທີ່​ສຳຄັນ​ກວ່າ​ໝູ່​ຂອງ​ສັດຕະວັດ​ທີ 20 ​ແລະ ​ແມ່ນ​ສົນທິສັນຍາສາກົນທົ່ວ​ໄປ ດ້ວຍ 164 ປະ​ເທດ​ສະມາຊິກ ​ໄລ່​ມາ​ຮອດ​ປະຈຸ​ບັນ. ທ່ານ​ຮອງ​ລັດຖະມົນຕີ ​ໂຮ່ຊວນ​ເຊີນ ຊີ້​ແຈງ​ວ່າ: ສົນທິສັນຍາກົດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982 ກຳນົດ​ ​ບັນຫາ​ກ່ຽວຂ້ອງທັງ​ໝົດ​ເຖິງ​ບັນດາ​ເຂດ​ທະ​ເລ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ກໍ່​ຄື​ບັນຫາ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​ນຳ​ໃຊ້, ຂຸດ​ຄົ້ນ​ເຂດ​ທະ​ເລ​ສາກົນ ​ແລະ ທ້ອງ​ມະຫາ​ສະມຸດ. ບັນດາ​ບັນຫາ​ພື້ນຖານ​ໄດ້​ນຳ​ເຂົ້າ​ເນື້ອ​ໃນສົນທິສັນຍາ ນັ້ນ​ແມ່ນ: ກົດ​ລະບຽບ​ນິຕິ​ກຳ​ຂອງ​ບັນດາ​ເຂດ​ທະ​ເລ​ຂຶ້ນ​ກັບ​ອະທິ​ປະ​ໄຕ, ສິດ​ອະ​ທິປະ​ໄຕ ​ແລະ ສິດ​ຕັດສິນ​ສະ​ເພາະ​ຂອງ​ບັນດາ​ປະ​ເທດ ຊຶ່ງ​ລວມມີ: ​ເຂດ​ທະ​ເລ​ພາຍ​ໃນ, ​ນ່ານ​ທະ​ເລ, ​ເຂດ​​ເຊື່ອມ​ຕໍ່​ນ່ານ​ທະ​ເລ, ​ເຂດ​ເສດ​ຖະ​ກິດ​ພິ​ເສດ ​ແລະ ​ໄຫລ່​ທະວີບ; ລະບອບ​ດ້ານ​ນິຕິ​ກຳ​​ຂອງ​ເຂດ​ທະ​ເລ​ສາກົນ ​ແລະ ທ້ອງ​ມະຫາ​ສະມຸດ ມໍລະດົກ​ລວມຂອງ​ມວນ​ມະນຸດ; ການ​ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ຊັບພະຍາກອນ​ທະ​ເລ, ບັນຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ການ​ຄົ້ນ​ຄ້ວາ​ວິທະຍາສາດ​ທະ​ເລ, ຄວາມ​ໝັ້ນຄົງ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ບົນ​ທະ​ເລ.

        ຕາ​​ມທ່ານ​ຮອງ​ລັດຖະມົນຕີ ​ໂຮ່ຊວນ​ເຊີນ ​ແລ້ວ, ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 107 ປະ​ເທດ​ທີ່​ລົງ​ນາມສົນທິສັນຍາ. ວັນ​ທີ 23/6/1994, ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ອອກ​ມະຕິ​ກ່ຽວ​ກັບ​ການ​ໃຫ້​ສັດຕະ​ຍາ​ບັນ​ເອກະສານ​ດ້ານນິຕິ​ກຳ​​ສຳຄັນ​ນີ້.  ຂໍ້​ທີ1 ຂອງ​ມະຕິ​ໄດ້​ຊີ້​ແຈງ​ວ່າ: “ດ້ວຍ​ການ​ໃຫ້​ສັດຕະ​ຍາ​ບັນສົນທິສັນຍາ ສປຊ ກ່ຽວ​ກັບ​ກົດ​ໝາຍວ່າ​ດ້ວຍທະ​ເລ​ປີ 1982, ສສ ຫວຽດນາມ ສະ​ແດງ​ຄວາມ​ຕັດສິນ​ໃຈ​ພ້ອມ​ກັບ​ປະຊາ​ຄົມ​ໂລກ​ສ້າງກົດໝາຍ​ຢ່າງຍຸຕິ​ທຳ, ສົ່ງ​ເສີມ​ການ​ພັດທະນາ ​ແລະ ການ​ຮ່ວມ​ມື​ບົນ​ທະ​ເລ.” ​ເລື່ອງ ຫວຽດນາມ ກາຍ​ເປັນ​ສະມາຊິກ ສົນທິສັນຍາ​​ແມ່ນມີ​ຄວາມ​ໝາຍ​ອັນ​ໃຫຍ່ຫລວງ ​ເພາະວ່າ ສົນທິສັນຍາສະບັບ​ນີ້​ແມ່ນ​ພື້ນຖານ​ດ້ານ​ນິຕິ​ກຳ​​ສາກົນ​ໂດຍ​ກຳນົດ​ບັນດາ​ເຂດ​ທະ​ເລ, ​​ເຂດ​​ເສດຖະກິດ​ພິ​ເສດ ​ແລະ ​ໄຫລ່​ທະວີບ​ຂອງ ຫວຽດນາມ ກໍ່​ຄື​ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ ຫວຽດນາມ ບົນ​ທະ​ເລ. ​ເລື່ອງ ​ເຂົ້າ​ຮ່ວມສົນທິສັນຍາ​ແມ່ນ​ຫັນ​ພື້ນຖານ​ດ້ານ​ນິຕິ​ກຳ​​ສາກົນ​ກ່ຽວ​ກັບ​ຂອບ​ເຂດ​ບັນດາ​ເຂດ​ທະ​ເລ, ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫລ່ທະວີບ​ຂອງ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ເຂົ້າ​ຮ່ວມສົນທິສັນຍາ,​ ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ ​ແມ່ນປະ​ເທດ​ທີ່​ມີ​ນ່ານ​ທະ​ເລ ມີ12 ​​ໄມ​ທະ​ເລ, ​ມີ​ເຂດ​ເສດຖະກິດ​ພິ​ເສດ​ດ້ວຍ 200 ​ໄມ​ທະ​ເລ, ​ໄຫລ່​ທະວີ​ບມີ​ລວງ​ກວ້າງ​ຢ່າງ​ຫນ້ອຍ​ສຸດ 200 ​ໄລ​ທະ​ເລ ​ແລະ ສາມາດ​ເປີດ​ກວ້າ​ງ​ເຖິງ 350 ​ໄມທະ​ເລ ​ໄລ່​ຈາກ​ເສັ້ນ​ພື້ນຖານ. ສົນທິສັນຍາ​ຍັງ​ແມ່ນ​ພື້ນຖານ​ດ້ານ​ນິຕິ​ກຳ​​ສາກົນ​ເພື່ອ​​ແບ່ງ​ກຳນົດ​ເຂດ​ທະ​ເລທັບ​ຊ້ອນ​ກັນລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ຕາ​ເວັນ​ອອກ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ເປັນ​ປົກກະຕິ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ.

          ທ່ານ​ຮອງ​ລັດຖະມົນຕີ ​ໂຮ່ຊວນ​ເຊີນ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ໄດ້​ນຳ​ໃຊ້​ສົນທິສັນຍາ, ດຳ​ເນີນ​ການ​ເຈລະຈາ, ​ແບ່ງ​ກຳນົດ​ເຂດ​ທະ​ເລ ​ແລະ ​ໄຫລ່​ທະວີບທັບ​ຊ້ອນ​ກັນລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​​ໃນ​ເຂດ​ທະ​ເລ​ຕະ​ເວັນ​ອອກ​ຄື: ​ແບ່ງ​ກຳນົດ​ຊາຍ​ແດນ​ທະ​ເລ​ກັບ​ໄທ​​(ປີ 1997); ​ແບ່ງ​ກຳນົດ​ຊາຍ​ແດນ​ເຂດ​ທະ​ເລ, ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫລ່​ທະວີບ​ໃນ​ອ່າວ​ພາກ​ເຫນືອ ກັບ ຈີນ (ປີ 2000), ​ແບ່ງ​ກຳນົດ​ເຂດ​ຊາຍ​ແດນ​​ໄຫລ່​ທະວີບ​ກັບ ອິນ​ໂດ​ເນ​ເຊຍ (ປີ 2003). 18 ປີ​ພາຍຫລັງ​ໃຫ້​ສັດຕະ​ຍາ​ບັນ​ສົນທິສັນຍາ​ດັ່ງກ່າວ, ວັນ​ທີ 21/6 ຜ່ານ​ມາ, ທີ່​ກອງ​ປະຊຸມສະ​ໄຫມ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ຫວຽດນາມ. ​ເປັນ​ຄັ້ງ​ທຳ​ອິດ, ກົດໝາຍ​ວ່າ​ດ້ວຍທະ​ເລ ຫວຽດນາມ ​ໄດ້​ກຳນົດ​ລະບອບ​ດ້ານ​ ນິຕິ​ກຳ​​ຂອງ​ບັນດາ​ເຂດ​ທະ​ເລ, ໝູ່​ເກາະ​ຂຶ້ນ​ກັບ​ອະທິປະ​ໄຕ, ສິດ​ອະທິ​ປະ​ໄຕ ​ແລະ ສິດ​ຕັນ​ສິນ​ສະ​ເພາະ​ຂອງ​ຫວຽດນາມ ຕາມ​ເນື້ອ​ໃນ​ຂອງ​ສົນທິສັນຍາຢ່າງ​ຄົບ​ຖ້ວນ. ກົດໝາຍ​ວ່າ​ດ້ວຍທະ​ເລ ຫວຽດນາມ ​ແມ່ນ​ພື້ນຖານ​ສຳຄັນ​​ເພື່ອເປັນ​ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້, ປົກ​ປັກ​ຮັກສາ​ ​ແລະ ພັດທະນາ​ເສດຖະກິດ​ທະ​ເລ, ໝູ່​ເກາະ​ຂອງ ຫວຽດນາມ. ຜ່ານ​ການ​ຮັບຮອງ​ເອົາ​ກົດໝາຍ​ທະ​ເລ ຫວຽດນາມ, ຫວຽດນາມ ​ໄດ້​ເຮັດ​ໃຫ້​ໂລກ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ  ຫວຽດນາມ ​ແມ່ນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ, ຍາມ​ໃດ​ກໍ່ປະຕິບັດ​ຕາມ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ, ສະ​ແດງ​​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດ ຫວຽດນາມ ​ແມ່ນ​ສູ້​ຊົນ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້​ຜັນ​ແປ​​ໄປຢ່າງ​ສັບສົນ, ​ແຜນ​ນະ​ໂຍາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ແມ່ນ​ເຄົາລົບ ​ແລະ ປະຕິບັດ​ຕາມ ສົນທິສັນຍາ, ໝູນ​ໃຊ້ ສົນທິສັນຍາ​ເພື່ອ​ແກ້​ໄຂການ​ພິພາດ​ບົນ​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜນ​ດິນອັນ​ຄົບ​ຖ້ວນ​ກໍ​ຄື​ເຄົາລົບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ກ່ຽວຂ້ອງ. ​ໃນ​ຂະນະ​ຊອກ​ຫາ​ມາດ​ຕະການ​ພື້ນຖານ​ຍາວ​ນານ​ໃຫ້​ແກ່​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ຝ່າຍ​ກ່ຽວຂ້ອງ​ຄວນ​ລະງັບ​ໃຈ, ບໍ່ມີ​ການ​ກະທຳ​ໃດ​ໆ​ເພື່ອ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ, ສອດ​ຄ່ອງ​ກັບ​ບັນດາ​ການ​ກຳນົດ​ຂອງສົນທິສັນຍາ. ຫວຽດນາມ ຢືດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ, ຫັນການ​ພົວພັນ​ເປັນຫລາຍຮູບ​ຫລາຍ​ແບບ ​ແລະ ​ຫລາຍ​ຝ່າຍ, ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕທ​ະ​ເລ, ໝູ່​ເກາະ ດ້ວຍ​ກຳລັງ​ແຮ​ງສັງ​ລວມ, ຢືດໝັ້ນ​ແກ້​ໄຂ​ການ​ພິພາດ​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ບັນຫາ​​ເກີດ​ຂຶ້ນ​ບົນ​ທະ​ເລ​​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ ​ແມ່ນ ສົນທິສັນຍາກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982, ຫວຽດນາມ ​ໄດ້ ​ແລະ ພວມ​ສະ​ແດງ​ໃຫ້​ເຫັນ​ແມ່ນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງສົນທິສັນຍາ, ຕັ້ງຫນ້າໝູນ​ໃຊ້​ສົນທິສັນຍາ​ເພື່ອ​ສ້າງນິຕິ​ກຳ​ຢ່າງ​ຍຸຕິ​ທຳ, ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາ​ຊາດຕ່າງໆ.

                   

ຕອບກັບ

ຂ່າວ/ບົດ​ອື່ນ