ສືບ​ຕໍ່ຍູ້​ແຮງວຽກ​ງາ​ນ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ

(VOVWORLD) -ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແມ່ນຄວາມຕັດສິນໃຈດ້ານການເມືອງ ໂດຍ ພັກ, ລັດ ຫວຽດນາມ ໄດ້ກຳນົດນັບແຕ່ມື້ທຳອິດທີ່ສະຖາປະນາປະເທດຊາດ. ດ້ວຍຄວາມຕັດສິນໃຈນັ້ນ, ວຽກງານຕໍ່ສູ້ ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ພວມສືບຕໍ່ໄດ້ຮັບການຍູ້ແຮງຢູ່ ຫວຽດນາມ ນັບທັງໄລຍະປະເທດຊາດຕ້ອງປະເຊີນຫນ້າກັບໂລກລະບາດສັບສົນ ແລະ  ຄວາມຫຍຸ້ງຍາກໃຫມ່ຫລາຍຢ່າງທີ່ເກີດຂຶ້ນ.
ສືບ​ຕໍ່ຍູ້​ແຮງວຽກ​ງາ​ນ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ - ảnh 1ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແມ່ນຫນຶ່ງໃນບັນດາເນື້ອໃນຈຸດສຸມທີ່ກອງປະຊຸມເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມຊຸດທີ  XV. (ພາບ: noichinh.vn)

ນັບແຕ່ເມື່ອຍາດເອົາການອຳນາດການປົກຄອງໃນປີ 1945, ຫນຶ່ງໃນບັນດາຫນ້າທີ່ສຳຄັນໂດຍພັກກອມມູນິດ ຫວຽດນາມ ໃຫ້ບຸລິມະສິດແຖວຫນ້າ ແມ່ນຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ຖືນັ້ນແມ່ນສັດຕູອັນຕະລາຍປຽບເໝືອນສັດຕູພາຍນອກມາຮຸກຮານ, ນາບຂູ່ເຮັດໃຫ້ປະເທດຊາດຊຸດໂຊມ. ຜ່ານໄລຍະ 77 ປີແຫ່ງການນຳພາປະເທດຊາດ, ກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການຮັກສາເປັນປະຈຳ, ຕໍ່ເນື່ອງ.

ຄວາມຕັດສິນໃຈປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຍາມໃດກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາເອກະສານກອງປະຊຸມໃຫຍ່, ມະຕິ, ຄຳສັ່ງຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ.. ແລະ ຫັນເປັນລະອຽດໃນບັນດາເອກະສານນິຕິກຳຂອງລັດ. ໃນຊຸມປີມໍ່ໆມານີ້, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໄດ້ຮັບການຍູ້ແຮງຢ່າງບໍ່ຢຸດຢັ້ງ, ດ້ວຍຫລັກການ “ບໍ່ມີເຂດຫ້າມ, ບໍ່ມີກໍລະນີພິເສດ”, ບັນດາຄະດີສໍ້ລາດບັງຫລວງ ໄດ້ນຳມາພິພາກສາຢ່າງເປີດເຜີຍ, ຖືກເປົ້າໝາຍ, ຖືກກັບການກະທຳຜິດ ແລະ ໄດ້ຮັບການເຫັນດີເຫັນພ້ອມ, ສະຫນັບສະຫນູນຈາກປະຊາຊົນ.

ໃນໄລຍະກວ່າ 2 ປີ, ໂລກລະບາດໂຄວິດ 19 ໄດ້ສົ່ງຜົນກະທົບຢ່າງຫນັກຫນ່ວງເຖິງຊີວິດຂອງປະຊາຊົນທຸກຊັ້ນວັນນະ ແລະປະສົບກັບຄວາມຫຍຸ້ງຍາກຫລາຍໆຢ່າງ. ພັກ ແລະ ລັດຖະບານຫວຽດນາມ ໄດ້ປະກາດໃຊ້ຫລາຍນະໂຍບາຍຢ່າງທັນການ ເພື່ອແນໃສ່ຮັບປະກັນສຸຂະພາບໃຫ້ປະຊາຊົນ, ຮັບປະກັນວຽກງານສະຫວັດດີການສັງຄົມ, ດ້ວຍເປົ້າໝາຍ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ, ນຳສັງຄົມກ້າວເຂົ້າສູ່ໄລຍະຮັບມືຢ່າງມີໄຫວພິວ, ປອດໄພໃນສະພາບການໃຫມ່.  ແຕ່ເຖິງຢ່າງໃດກໍຕາມ ໃນສະພາບການນັ້ນ ໄດ້ມີອົງການ, ສ່ວນບຸກຄົນສວຍໃຊ້ສະພາບການໂລກລະບາດສັບສົນ, ສວຍໃຊ້ຫນ້າທີ່ ຕຳແຫນ່ງ, ວຽກງານຂອງຕົນເພື່ອສໍ້ລາດບັງຫລວງ, ຫາຜົນປະໂຫຍດສ່ວນຕົວ. ມີຫລາຍເຫດເກີດຂຶ້ນເຮັດໃຫ້ຫາງສຽງຂັດຄ້ອງ, ໃຈຮ້າຍ.

ໂດຍກຳໄດ້ການຜັນແປເກີດຂຶ້ນໃຫມ່ນັ້ນ, ພັກ ແລະ ລັດຖະບານ ຫວຽດນາມ ໄດ້ມີການຊີ້ນຳຢ່າງທັນການ ເພື່ອດັດປັບ ພ້ອມທັງເດັດດ່ຽວແກ້ໄຂ ການກະທຳຜິດຢ່າງເຂັ້ມງວດ.

ຕາມການສະຖິຕິ, ໃນປີ 2021  ຄະນະພັກ, ຄະນະກຳມະການກວດກາທຸກຂັ້ນ ໄດ້ປະຕິບັດການວິໄນສຳລັບ ສະມາຊິກພັກ 618 ຄົນ ຍ້ອນມີການກະທຳສໍ້ລາດບັງຫລວງ, ຕັ້ງໃຈເຮັດຜິດພາດ; ຄະນະກຳມະການກວດກາຂັ້ນສູນກາງ ໄດ້ສຸມໃສ່ກວດກາສັນຍານລະເມີດຂອງອົງການຈັດຕັ້ງພັກ, ສະມາຊິກພັກທີ່ກ່ຽວຂ້ອງເຖິງບັນດາຄະດີ, ກໍລະນີ. ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາໄດ້ປະຕິບັດວິໄນພະນັກງານຂັ້ນສູງຫລາຍຄົນມີການກະທຳລະເມີດທີ່ກ່ຽວຂ້ອງເຖິງການສ້ໍລາດບັງຫລວງ, ການຫຍໍ້ທໍ້.

ດ້ວຍທິດນຳ “ບໍ່ມີເຂດຫ້າມ, ບໍ່ມີກໍລະນີພິເສດ,  ບໍ່ວ່າຜູ້ນັ້ນຈະແມ່ນໃຜ”, ອົງການປົກປ້ອງກົດໝາຍໃນທົ່ວປະເທດ ໄດ້ເປີດການດຳເນີນຄະດີ, ສືບສວນ 390 ຄະດີກ່ຽວກັບການສໍ້ລາດບັງຫລວງ. ພິເສດ ໄດ້ເປີດການດຳເນີນຄະດີ 10 ຄະດີໃຫຍ່, ຮ້າຍແຮງ, ສັບສົນ; ສືບຕໍ່ເປີດກວ້າງການສືບສວນ, ເດັດດ່ຽວ, ຢຶດໝັ້ນເຮັດແຈ້ງທາດແທ້ສໍ້ລາດບັງຫລວງ, ການຫຍໍ້ທໍ້ໃນຫລາຍຄະດີ, ເປີດການດຳເນີນຄະດີພະນັກງານຫລາຍຄົນ ທັງຜູ້ພວມເຮັດວຽກ ຫລື ໄດ້ກິນບຳນານ, ນາຍພົນໃນກຳລັງປະກອບອາວຸດ, ໃນນັ້ນ ມີພະນັກງານຂັ້ນສູງ 10 ຄົນໂດຍແມ່ນກົມການເມືອງ, ຄະນະເລຂາຄຸ້ມຄອງ. ດ້ວຍຕົວເລກດັ່ງກ່າວເປັນການຢັ້ງຢືນ ຄວາມຕັດສິນໃຈປ້ອງກັນ ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້ຂອງພັກ ແລະ ລັດຫວຽດນາມ ດ້ວຍຫລາຍມາດຕະການຄົບຊຸດ, ໃກ້ຊິດຕິດແທດກັບສະພາບຕົວຈິງ.

ພ້ອມກັບຄວາມຕັດສິນໃຈປ້ອງກັນ ຕ້ານໂລກລະບາດໂຄວິດ 19 ແລະ ຜັນຂະຫຍາຍຫລາຍໂຄງການພັດທະນາ, ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ ນັບມື້ນັບໄດ້ຮັບການເອົາໃຈໃສ່ເປັນພິເສດຢູ່ ຫວຽດນາມ ດ້ວຍຄວາມຕັດສິນໃຈຢ່າງແຮງ, ບໍ່ຢຸດຢັ້ງ. ພັກ, ລັດຖະບານ ຫວຽດນາມ ພວມມານະພະຍາຍາມແກ້ໄຂບັນດາຄະດີຮ້າຍແຮງຊື່ງເຮັດໃຫ້ປະຊາຊົນຖືກເສຍຫາຍຢ່າງຫນັກຫນ່ວງທາງດ້ານວັດຖຸ, ຈິດໃຈ ຢ່າງທັນການ. ພ້ອມກັນນັ້ນ ເລື່ອງຕໍ່ສູ້ ຕ້ານການປ້ອງກັນ ສໍ້ລາດບັງຫລວງ, ພັກ ແລະ ລັດຖະບານ ຫວຽດນາມ ສຸມໃສ່ຊີ້ນຳ ສືບຕໍ່ຍູ້ແຮງການສ້າງລະບອບລະບຽບການ “ບໍ່ສາມາດສໍ້ລາດບັງຫລວງ” ໃຫ້ສຳເລັດສົມບູນ.

ເປັນທີ່ຈະແຈ້ງແລ້ວວ່າ ພັກ ແລະ ລັດຫວຽດນາມ ຍາມໃດກໍ່ເດັດດ່ຽວຂ້ຽວຂາດໃນການປ້ອງກັນຕ້ານການສໍ້ລາດບັງຫລວງ ແລະ ກຳນົດກິດຈະການຕໍ່ສູ້ຕ້ານ “ສັດຕູພາຍໃນ” ແມ່ນວຽກງານຕໍ່ເນື່ອງ, ຫຍຸ້ງຍາກລຳບາກ ແລະ ຍືດເຍື້ອຍາວນານ. ທຸກຄວາມຕັດສິນໃຈ, ຄວາມມານະພະຍາຍາມບົນຈິດໃຈເຄົາລົບກົດໝາຍ ແມ່ນເພື່ອໃຫ້ການສໍ້ລາດບັງຫລວງບໍ່ເປັນໄພນາບຂູ່ເຖິງການຄົງຕົວຂອງລະບອບ, ການພັດທະນາປະເທດຊາດຢ່າງປອດໄສ, ໝັ້ນຄົງເຂັ້ມແຂງ ແລະ ຍຸຕິທຳ.

ຕອບກັບ

ຂ່າວ/ບົດ​ອື່ນ