ສືບຕໍ່ທ່າເຕີບໂຕຂອງປີ 2017

(VOVWORLD) - ປີ 2017, ຫວຽດນາມ ບັນລຸໄດ້ບັນດາຜົນງານປະທັບໃຈໃນການພັດທະນາເສດຖະກິດ. ໂດຍສືບຕໍ່ທ່າເຕີບໂຕນີ້, ດ້ວຍຄາດໝາຍຕ້ອງບັນລຸລະດັບເຕີບໂຕ GDP ໃຫ້ໄດ້ຢ່າງໜ້ອຍສຸດ 6,7%, ໃນມື້ທຳອິດຂອງປີ 2018, ທ່ານນາຍົກລັດຖະມົນຕີ ໄດ້ເຊັນປະກາດໃຊ້ມະຕິ 01 ກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍເພື່ອປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2018. ໃນຂະນະນັ້ນ, ຫຼາຍກະຊວງ, ຂະແໜງການ ກໍ່ໄດ້ສ້າງແຜນການຫັນຄາດໝາຍທີ່ວາງອອກໃຫ້ປະກົດຜົນເປັນຈິງ.
ສືບຕໍ່ທ່າເຕີບໂຕຂອງປີ 2017 - ảnh 1 ພາບປະກອບ

ລັດຖະບານໄດ້ກຳນົດປີ 2018 ແມ່ນປີບານພັບຂອງແຜນການ 5 ປີ 2016 – 2020, ມີຄວາມໝາຍສຳຄັນເພື່ອປະຕິບັດບັນດາຄາດໝາຍພັດທະນາ.

        ມະຕິ 01 ວາງອອກ 9 ກຸ່ມໜ້າທີ່, ມາດຕະການໃຫຍ່ເພື່ອສືບຕໍ່ຮັກສາບັນດາຜົນງານ, ບັນດາດັດຊະນີກ່ຽວກັບການຮັບປະກັນເສດຖະກິດມະຫາພາກ, ຊຸກຍູ້ວິວັດການສ້າງໂຄງປະກອບຄືນໃໝ່, ຫັນປ່ຽນຮູບແບບການເຕີບໂຕເພື່ອເຕີບໂຕແບບຍືນຍົງ.

ຊຸກຍູ້ການຜະລິດດຳເນີນທຸລະກິດ, ຮັບປະກັນນະໂຍບາຍເງິນຕາເປັນປົກກະຕິ

       ໃນຜົນງານຂອງປີ 2017, ແມ່ນມີບົດບາດສຳຄັນຂອງການຜະລິດດຳເນີນທຸລະກິດ. ດັ່ງນັ້ນ, ນອກຈາກການສືບຕໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ສະດວກເພື່ອເສີມຂະຫຍາຍທ່າແຮງ ຂອງວິສາຫະກິດພາກເອກະຊົນ, ປີ 2018, ຫວຽດນາມ ກໍ່ຈະຍູ້ແຮງລາຍການສົ່ງເສີມການຄ້າ, ໜູນຊ່ວຍໃຫ້ວິສາຫະກິດຫຼາຍກ່ວາອີກ ເພື່ອຍົກສູງກຳລັງແກ່ງແຍ້ງ. ໂດຍລະອຽດຄື, ຂະແໜງອຸດສາຫະກຳ ການຄ້າຜັນຂະຫຍາຍຫຼາຍໂຄງການ, ໜ້າທີ່ປະຕິບັດແຜນຮ່າງພັດທະນາຕະຫຼາດພາຍໃນປະເທດຕິດພັນກັບຂະບວນການຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ” ໄລຍະຮອດປີ 2020. ກະຊວງກໍ່ຊີ້ນຳບັນດາລາຍການເຊື່ອມຕໍ່ລະຫວ່າງການສະໜອງ - ຄວາມຕ້ອງການສິນຄ້າ ແລະ ຮັບປະກັນຕະຫຼາດໃຫ້ເປັນປົກກະຕິ; ກຳນົດທິດໃຫ້ແກ່ວິສາຫະກິດພັດທະນາບັນດາລະບົບສະໜອງສິນຄ້າ, ກ່ອນອື່ນໝົດ ສຸມໃສ່ບັນດາລະບົບສິນຄ້າຜະລິດຕະພັນກະເສດ ທັນຍາຫານທີ່ຈຳເປັນ. ນອກຈາກນັ້ນ, ປີ 2018, ບໍ່ໄດ້ພາດໂອກາດເຊື່ອມໂຍງ ກັບເສດຖະກິດໂລກ. ທ່ານ ເຈີ່ນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ໃຫ້ຂໍ້ສັງເກດວ່າ:

        “ຄວນສືບຕໍ່ຍູ້ແຮງການເຊື່ອມໂຍງໃນໄລຍະຈະມາເຖິງ, ພິເສດແມ່ນຍູ້ແຮງຄວາມຄືບໜ້ານິຕິກຳໃນການເຈລະຈາ, ລົງນາມ ແລະ ນັບທັງອະນຸມັດຜ່ານສັນຍາການຄ້າເສລີສຳຄັນບາງສະບັບ ເພື່ອໃຫ້ ຫວຽດນາມ ມີເງື່ອນໄຂພັດທະນາໃໝ່. ພ້ອມທັງຮັບຮອງເອົາບັນດາການປະຕິຮູບໃນຂອບເຂດບັນດາສັນຍານີ້ເພື່ອສ້າງກຳລັງໜູນໃໝ່, ຊຸກຍູ້ທ່າເຕີບໂຕ ແລະ ພັດທະນາກໍ່ຄືສ້າງກຳລັງໜູນໃຫ້ແກ່ວິສາຫະກິດ. ໃນການປະຕິບັດບັນດາຄຳໝັ້ນສັນຍາເຊື່ອມໂຍງນັ້ນ, ຄວນມີວິທີສຳຜັດ ແລະ ການສົມທົບຂອງບັນດາກະຊວງ, ຂະແໜງການໃນສະພາບສັງລວມ.”

        ເພື່ອຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ປະກອບສ່ວນໜູນຊ່ວຍການເຕີບໂຕເສດຖະກິດ, ລັດຖະບານກໍ່ຈະເອົາໃຈໃສເຖິງການບໍລິຫານນະໂຍບາຍເງິນຕາ. ທ່ານ ເລມີງຮືງ, ຜູ້ວ່າການທະນາຄານແຫ່ງລັດ, ໃຫ້ຮູ້ວ່າ:

        “ປີ 2018, ທະນາຄານແຫ່ງລັດຈະໜູນຊ່ວຍບັນດາອົງການສິນເຊື່ອຍູ້ໄວວິວັດການແກ້ໄຂໜີ້ເສຍ ແລະ ແນະນຳຜັນຂະຫຍາຍ ເລື່ອງສ້າງໂຄງປະກອບບັນດາອົງການສິນເຊື່ອຄືນໃໝ່ ຢ່າງຂ້ຽວຂາດ. ປະຕິບັດບັນດາມາດຕະການເພື່ອຍົກສູງກຳລັງຄວາມສາມາດກ່ຽວກັບດ້ານການເງິນ, ຄຸນນະພາບສິນເຊື່ອ, ເພີ່ມທະວີຄວາມໂປ່ງໃສຂອງບັນດາອົງການສິນເຊື່ອເໝາະສົມກັບທຳນຽມສາກົນ ແລະ ພຶດຕິກຳຕົວຈິງຂອງ ຫວຽດນາມ. ຄຽງຄູ່ກັນນັ້ນ, ທະນາຄານໄດ້ຍູ້ໄວບັນດາລາຍການສິນເຊື່ອບຸລະມະສິດສຸມໃສ່ໃນຂົງເຂດຜະລິດດຳເນີນທຸລະກິດ, ສືບຕໍ່ສົ່ງເສີມໃຫ້ກູ້ຢຶມກະສິກຳໝູນໃຊ້ເຕັກໂນໂລຢີສູງ ແລະ ກະສິກຳປອດສານຜິດ, ຍູ້ໄວໂຄງການເຊື່ອມຕໍ່ທະນາຄານ - ວິສາຫະກິດ.”

ສືບຕໍ່ທ່າເຕີບໂຕຂອງປີ 2017 - ảnh 2 ພາບປະກອບ

ຂຸດຄົ້ນທ່າແຮງຂອງການທ່ອງທ່ຽວ

       ປີ 2017, ແມ່ນປີບັນລຸຜົນສຳເລັດ ແລະ ໄດ້ສ້າງຂີດໝາຍຫຼາຍຢ່າງຂອງຂະແໜງການທ່ອງທ່ຽວ ຫວຽດນາມ ດ້ວຍການຕ້ອນຮັບແຂກທ່ອງທ່ຽວສາກົນໄດ້ເກືອບ 13 ລ້ານຄົນ, ລາຍຮັບບັນລຸປະມານ 22 ຕື້ USD. ປີ 2018, ເຄື່ອງໝາຍການຄ້າການທ່ອງທ່ຽວ ຫວຽດນາມ ແມ່ນທ່າແຮງຊ່ວຍໃຫ້ຂະແໜງສືບຕໍ່ຍົກສູງຖານະບົດບາດ, ຊື່ສຽງໃນແຜນທີ່ທ່ອງທ່ຽວສາກົນ. ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໃຫ້ຮູ້ວ່າ:   

        “ກະຊວງໄດ້ຜັນຂະຫຍາຍການນຳການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ປະຕິບັດການນຳກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ) ໃຫ້ກ້າວເຂົ້າສູ່ຊີວິດການເປັນຢູ່, ສູ້ຊົນປະຕິບັດຄາດໝາຍຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ກ່ວາ 15 ລ້ານຄົນ. ກະຊວງກໍ່ເພີ່ມທະວີການປ່ຽນໃໝ່ວຽກງານສົ່ງເສີມ, ໂຄສະນາການທ່ອງທ່ຽວ, ພັດທະນາບັນດາຜະລິດຕະພັນການທ່ອງທ່ຽວດ້ວຍຫຼາຍຮູບຫຼາຍແບບເປັນເອກະລັກສະເພາະ, ມີຄຸນນະພາບ, ມີລັກສະນະອາຊີບ. ແກ້ໄຂ 4 ນະໂຍບາຍຍັງຄົງຄ້າງ: ວີຊາສະດວກ, ໂຄສະນາສົ່ງເສີມ, ເຊື່ອມຕໍ່ສາຍການບິນ ແລະ ປັບປຸງບໍລິການໜ້າດິນ ແລະ ຄຸ້ມຄອງບໍລິການຈຸດນັດພົບເພື່ອແນໃສ່ສ້າງສະພາບແວດລ້ອມສະດວກເພື່ອໃຫ້ວິສາຫະກິດ ແລະ ປະຊາຄົມພັດທະນາການທ່ອງທ່ຽວ.”

        ຜ່ານໜຶ່ງປີທີ່ບັນລຸໄດ້ຫຼາຍສະຖິຕິ, ຂ່ຳນັບຮັບຕ້ອນເສດຖະກິດ ຫວຽດນາມ ໃນປີ 2018 ແມ່ນບັນດາກາລະໂອກາດ ແລະ ທັງສິ່ງທ້າທາຍ.  ເຖິງຢ່າງໃດກໍ່ຕາມ, ຄາດວ່າ, ດ້ວຍຄວາມເປັນເຈົ້າພາບຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ພື້ນຖານເສດຖະກິດ ຫວຽດນາມ ຈະສືບຕໍ່ຮັກສາທ່າເຕີບໂຕ, ປະຕິບັດສຳເລັດຄາດໝາຍທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ