ສືບຕໍ່ບັນດາຄວາມມານະພະຍາຍາມໃນການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

(VOVWORLD) -ວັນທີ 21 ພະຈິກ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.
ສືບຕໍ່ບັນດາຄວາມມານະພະຍາຍາມໃນການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ວາລະຕອບຄຳຊັກຖາມຕໍ່ບັນດາສະມາຊິກສະພາແຫ່ງຊາດ)

ນີ້ແມ່ນຮ່າງກົດໝາຍປ່ຽນແທນໃຫ້ແກ່ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ທີ່ພວມປະກາດໃຊ້ໃນເວລາກວ່າ 10 ປີຜ່ານມາຢູ່ຫວຽດນາມ. ກ່ອນໜ້ານັ້ນ, ທີ່ວາລະຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ບໍ່ມີເຂດຫ້າມໃນການແກ້ໄຂການສໍ້ລາດບັງຫຼວງ. ບັນດາການກະທຳດັ່ງກ່າວອີກເທື່ອໜຶ່ງໄດ້ຢືນຢັນໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ ໃນການສ້າງກົນໄກປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງຮອບດ້ານ ແລະ ເລິກເຊິ່ງ, ກວ້າງຂວາງກວ່າ.

        ພາຍຫຼັງ 10 ປີ ແຫ່ງການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ 2005, ວຽກງານ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ບັນລຸໄດ້ບັນດາໝາກຜົນສຳຄັນຫຼາຍຢ່າງ, ປະກອບສ່ວນຍົດສູງຜົນສັກສິດ, ປະສິດທິຜົນການຄຸ້ມຄອງຂອງລັດ. ມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຂອງຫວຽດນາມ ກໍ່ໄດ້ຮັບຄວາມຮັບຮູ້ຈາກປະຊາຄົມສາກົນໃນຂອບເຂດການປະຕິບັດສົນທິສັນຍາສະຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ເຊິ່ງຫວຽດນາມ ເປັນສະມາຊິກ ແລະ ບັນດາເວທີປາໄສສາກົນອື່ນໆ.

ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບຕົວຈິງ                               

        ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2005 ໄດ້ຊ່ວຍສ້າງສະພາບແວດລ້ອມລະບອບລະບຽບທີ່ນັບມື້ນັບເປີດເຜີຍ, ກະຈ່າງແຈ້ງກວ່າ. ເລື່ອງປັບໄໝລົງໂທດຜູ້ມີການກະທຳສໍ້ລາດບັງຫຼວງ ແລະ ຊັບສົມບັດສໍ້ລາດບັງຫຼວງກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ຍົກສູງປະສິດທິຜົນ.

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ພາຍຫຼັງກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 12 ມາຮອດປະຈຸບັນ, ມີເຈົ້າໜ້າທີ່ຂອງລັດ, ເຈົ້າໜ້າທີ່ບັນດາລັດວິສາຫະກິດຫຼາຍຄົນຖືກປະຕິວັດວິໄນ, ໃນຈຳນວນນັ້ນມີທັງພະນັກງານຮັກສາຕຳແໜ່ງສຳຄັນຕ່າງໆ. ບັນດາໝາກຜົນນັ້ນແມ່ນສິ່ງພິສຸດໃຫ້ເຫັນບັນດາທັດສະນະບໍ່ມີ “ເຂດຫ້າມ” ໃນການແກ້ໄຂບັນດາກໍລະນີສໍ້ລາດບັງຫຼວງ, ເຊິ່ງໄດ້ຮັບການຢັ້ງຢືນຢ່າງຈະແຈ້ງໃນບັນດາມະຕິຂອງພັກ. ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນຄືນໃໝ່ອີກເທື່ອໜຶ່ງ ທີ່ວາລະຕອບຄຳຊັກຖາມຕໍ່ບັນດາສະມາຊິກສະພາແຫ່ງຊາດໃນທ້າຍອາທິດຜ່ານມາ.

        “ພວກຂ້າພະເຈົ້າກໍ່ເວົ້າໄດ້ວ່າ ບໍ່ມີເຂດຫ້າມໃນການແກ້ໄຂການສໍ້ລາດບັງຫຼວງ. ເພາະສະນັ້ນ, ລະບົບອຳນາດບໍລິຫານສົມທົບກັບລະບົບອຳນາດຕຸລາການຢ່າງແໜ້ນແຟ້ນ ເພື່ອສົມທົບກັບບັນດາຂັ້ນສູງ, ບັນດາຂະແໜງການເພື່ອປັບໄໝລົງໂທດບັນດາກໍລະນີລະເມີດທີ່ໄດ້ພົບເຫັນຢ່າງຖືກຕາມກົດໝາຍ, ທັນການກວ່າເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າ. ຂ້າພະເຈົ້າຄິດວ່າ, ພວກເຮົາຕ້ອງເປີດເຜີຍໝາກຜົນຕໍ່ສະພາແຫ່ງຊາດ ກ່ອນທີ່ຜົນແຫ່ງການປັບໄໝລົງໂທດໄດ້ຮັບການແກ້ໄຂ ໂດຍສະເພາະແມ່ນບັນດາຄະດີໄດ້ຮັບການປັບໄໝລົງໂທດ”.

        ເຖິງວ່າ, ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ໜ້າຮັບຮູ້ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ແຕ່ກໍ່ຄືຢູ່ຫຼາຍແຫ່ງໃນໂລກ, ສະພາບການສໍ້ລາດບັງຫຼວງຍັງມີການຜັນແປສັບສົນຫຼາຍຢ່າງ. ສາຍເຫດແມ່ນຍ້ອນສິ່ງທີ່ຍັງຄົງຄ້າງຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໃນນັ້ນ, ການກຳນົດກ່ຽວກັບການເປີດເຜີຍ, ກະຈ່າງແຈ້ງຍັງຂາດບັນດາມາດຕະການຮັບປະກັນໃຫ້ແກ່ການປະຕິບັດ. ບັນດາຂໍ້ກຳນົດກ່ຽວກັບກົນໄກພົບເຫັນການສໍ້ລາດບັງຫຼວງຜ່ານການກວດກາ, ກວດສອບບັນຊີແຫ່ງລັດ, ກວດກາແຫ່ງລັດ ແລະ ການຕິດຕາມກວດກາຍັງບໍ່ທັນເໝາະສົມ, ຍັງບໍ່ທັນເສີມຂະຫຍາຍບົດບາດ, ໜ້າທີ່ຂອງແຕ່ລະອົງການໄດ້.

ສ້າງກົນໄກປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ

        ໜ້າທີ່ຈຸດສຸມຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນສ້າງກົນໄກປ້ອງກັນການສໍ້ລາດບັງຫຼວງຢ່າງຮອບດ້ານ ແລະ ເລິກເຊິ່ງ ກວ້າງຂວາງ, ຜ່ານນັ້ນປະກອບສ່ວນສ້າງກົນໄກຄຸ້ມຄອງລັດ, ຄຸ້ມຄອງສັງຄົມຢ່າງເປີດເຜີຍ, ກະຈ່າງແຈ້ງ ເພື່ອ “ບໍ່ສາມາດມີການກະທຳສໍ້ລາດບັງຫຼວງໄດ້”. ພ້ອມນັ້ນ, ຮ່າງກົດໝາຍກໍ່ໄດ້ສ້າງພື້ນຖານນິຕິກຳຢ່າງຄົບຊຸດໃຫ້ແກ່ການພົບເຫັນ ແລະ ແກ້ໄຂບັນດາການກະທຳສໍ້ລາດບັງຫຼວງຢ່າງທັນການ ເພື່ອ “ບໍ່ກ້າມີການກະທຳສໍ້ລາດບັງຫຼວງ”. ເມື່ອເຕື້ອງເຖິງບັນຫານີ້, ທ່ານຫົວໜ້າອົງການກວດກາລັດຖະບານ ເລມິງຄ໋າຍ, ໃຫ້ຮູ້ວ່າ.

        “ໃນຈຳນວນ 129 ມາດຕາຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຍັງຮັກສາໄວ້ 7 ມາດຕາຂອງກົດໝາຍປີ 2005, ປັບປຸງ 73 ມາດຕາ ແລະ ເພີ່ມເຕີມ 49 ມາດຕາໃໝ່. ໃນຮ່າງກົດໝາຍມີບັນດາເຄື່ອງມືໃໝ່ ແລະ ພິເສດແມ່ນຂອບເຂດເປົ້າໝາຍໄດ້ຮັບການເປີດກວ້າງ. ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງນັ້ນ, ການປ້ອງກັນແມ່ນຕົ້ນຕໍ່. ສະນັ້ນ, ພວກເຮົາເຮັດແນວໃດເພື່ອໃຫ້ຜູ້ຢາກມີການກະທຳການສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັນຫຼວງໄດ້. ພວກຂ້າພະເຈົ້າເອົາໃຈໃສ່ທີ່ສຸດເຖິງມາດຕາການປ້ອງກັນດ້ວຍຫຼາຍເຄື່ອງມືຄື: ສ້າງລະບຽບການເຮັດວຽກຢ່າງແໜ້ນແຟ້ນ, ເປີດເຜີຍ, ກະຈ່າງແຈ້ງ, ຫັນປ່ຽນທີ່ຕັ້ງວຽກງານ…”

        ເພື່ອສ້າງຄວາມຄົດຊຸດໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຮ່າງກົດໝາຍທີ່ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 4 ກໍ່ໄດ້ຮັບການປັບປຸງຕາມທິດເໝາະສົມກັບກົດໝາຍສຳຄັນຫຼາຍສະບັບ ທີ່ກ່ຽວຂ້ອງເຖິງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຄື: ກົດໝາຍວ່າດ້ວຍງົບປະມານຂອງລັດ, ກົດໝາຍວ່າດ້ວຍການລົງທຶນສາທາລະນະ, ກົດໝາຍວ່າດ້ວຍວິສາຫະກິດ, ປະມວນກົດໝາຍອາຍາ, ປະມວນກົດໝາຍແພ່ງ…

        ຄຽງຂ້າງນັ້ນ, ຮ່າງກົດໝາຍໄດ້ຮັບການກໍ່ສ້າງຕາມຂໍ້ສະເໜີໃນການຕີລາຄາການປະຕິບັດສົນທິສັນຍາຂອງຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສຸມໃສ່ບັນດາມາດຕະການປ່ຽນໃໝ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງຮອບດ້ານ ກໍຄືການຄົ້ນພົບ ແລະ ຄວບຄຸ້ມການປະທະກັນດ້ານຜົນປະໂຫຍດ; ປະຕິບັດບັນດາມາດຕະການ ແລະ ກົນໄກເກັບຄືນຊັບສົມບັດຈາກການສໍ້ລາດບັງຫຼວງ…

        ກ່ຽວກັບການປັບປຸງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຢ່າງຮອບດ້ານ ແມ່ນຄວາມຮຽກຮ້ອງຕົວຈິງ, ມີການກະທົບສຳຄັນເຖິງຄວາມສະຖຽນລະພາບ, ການພັດທະນາຂອງປະເທດຊາດ. ສິ່ງດັ່ງກ່າວກໍ່ຊີ້ໃຫ້ເຫັນຄວາມມານະພະຍາຍາມຂອງຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນຕໍ່ໜ້າ, ມຸ່ງໄປເຖິງການສ້າງກົນໄກປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງຮອບດ້ານ ແລະ ເລິກເຊິ່ງ, ກວາງຂວາງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ