ສືບຕໍ່ປ່ຽນແປງໃໝ່ໃນວຽກງານພະນັກງານຂອງພັກ

(VOVWORLD) -ສູນກາງເຫັນດີເປັນເອກະພາບສູງຕໍ່ເລື່ອງການກໍານົດຕໍາແໜ່ງງານຄະນະບໍລິຫານງານສູນກາງພັກ ອາຍຸການ 2021-2026 ດ້ວຍຈິດໃຈແມ່ນ ເຮັດເທື່ອລະຂັ້ນ, ເທື່ອລະວຽກ, ແນ່ນອນ, ໜັກແໜ້ນ, ຮອບຄອບ

  ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 9 ຊຸດ 12 ໄດ້ປິດລົງໃນວັນທີ 26 ທັນວາ. ພາຍຫຼັງການເຮັດວຽກເປັນເວລາສອງວັນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄຳເຫັນປິດກອງປະຊຸມໂດຍເນັ້ນໜັກ ວ່າບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນໃນການກະກຽມ ແລະ ກໍ່ສ້າງຖັນແຖວບຸກຄະລາກອນຂັ້ນສູງຂອງພັກ ໃນໄລຍະຈະມາເຖິງ.

ກອງປະຊຸມຄັ້ງທີ 9 ໄດ້ປຶກສາຫາລືກ່ຽວກັບ ໃບສະເໜີ, ບົດລາຍງານ ແລະ ບັນດາເອກະສານທີ່ກ່ຽວຂ້ອງ ແລະ ສະເໜີບຸກຄະລາກອນ ເຂົ້າໃນການກໍານົດຕໍາແໜ່ງງານຄະນະບໍລິຫານງານສູນກາງພັກ ອາຍຸການ 2021-2026, ຈັດຕັ້ງເອົາການປ່ອນບັດໄວ້ວາງໃຈສຳລັບບັນດາກຳມະການກົມການເມືອງ, ຄະນະເລຂາ ສູນກາງພັກ ແລະ ພິຈາລະນາບົດສຳຫຼວດການຊີ້ນຳ -ນຳພາຂອງກົມການເມືອງ, ຄະນະເລຂາ ປີ 2018.

ພະນັກງານ ແລະ ວຽກງານພະນັກງານມີທີ່ຕັ້ງສຳຄັນແຖວໜ້າ

ກ່ຽວກັບເລື່ອງກໍານົດຕໍາແໜ່ງງານຂອງຄະນະບໍຫານງານສູນກາງພັກ ອາຍຸການ 2021-2026, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ຖືວ່າ ຄະນະບໍລິຫານງານສູນກາງພັກ ໄດ້ຄົ້ນຄວ້າຢ່າງລະອຽດ, ປຶກສາຫາລື ແລະ ເຫັນດີເປັນເອກະພາບສູງ ຕໍ່ໃບສະເໜີ, ບົດລາຍງານ ແລະ ເອກະສານທີ່ກ່ຽວຂ້ອງ ເຊິ່ງກົມການເມືອງໄດ້ຍື່ນສະເໜີຕໍ່ສູນກາງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຊົມເຊີຍກົມການເມືອງ ແລະ ຄະນະຊີ້ນຳໄດ້ກະກຽມຢ່າງເຂັ້ມງວດ, ຖືກຕ້ອງຕາມຂໍ້ກໍານົດຂອງພັກ, ມີການສືບທອດບັນດາບົດຮຽນຂອງ ອາຍຸການກ່ອນ, ພ້ອມທັງເພີ່ມເຕີມບັນດາທັດສະນະ, ຫຼັກການ, ວິທີການເຮັດວຽກໃໝ່, ເໝາະສົມກັບຂັ້ນຕອນຢ່າງແໜ້ນແຟ້ນ, ມີວິທະຍາສາດ.

ສືບຕໍ່ປ່ຽນແປງໃໝ່ໃນວຽກງານພະນັກງານຂອງພັກ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບປະກອບ:  TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ຊີ້ແຈ້ງວ່າ:

“ສູນກາງພັກໄດ້ເນັ້ນໜັກ ແລະ ຢືນຢັນອີກເທື່ອໜຶ່ງວ່າ ພະນັກງານ ແລະ ວຽກງານພະນັກງານມີທີ່ຕັ້ງສຳຄັນແຖວໜ້າ, ຕ້ອງໄດ້ດຳເນີນການຢ່າງຮອບຄອບ, ເປັນປະຈຳ, ມີປະສິດທິຜົນ ເພື່ອແນໃສ່ສ້າງຖັນແຖວພະນັກງານໃຫ້ມີຄຸນນະທາດ, ມີກຳລັງຄວາມສາມາດ, ມີຊື່ສຽງສົມກັບໜ້າທີ່ທີ່ໄດ້ຮັບມອບໝາຍ. ພະນັກງານ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ ເປັນປັດໄຈຕັດສິນຄວາມສຳເລັດ ຫຼື ການປາລະໄຊຂອງການປະຕິວັດ. ໃນວຽກງານພະນັກງານນັ້ນ ເລື່ອງກໍານົດຕໍາແໜ່ງງານຂອງພະນັກງານ ແມ່ນຂັ້ນຕອນເລີ່ມຕົ້ນ, ມີຄວາມໝາຍສຳຄັນທີ່ສຸດ, ຮັບປະກັນໃຫ້ແກ່ວຽກງານພະນັກງານເຂົ້າສູ່ລະບົບ, ເປັນເຈົ້າການ, ມອງກວ້າງເຫັນໄກ, ຕອບສະໜອງໄດ້ທັງຄວາມຮຽກຮ້ອງຕ້ອງການສະເພາະໜ້າ ແລະ ຍາວນານ”

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງຢັ້ງຢືນວ່າ: ສູນກາງເຫັນດີເປັນເອກະພາບສູງຕໍ່ເລື່ອງການກໍານົດຕໍາແໜ່ງງານຄະນະບໍລິຫານງານສູນກາງພັກ ອາຍຸການ 2021-2026 ດ້ວຍຈິດໃຈແມ່ນ ເຮັດເທື່ອລະຂັ້ນ, ເທື່ອລະວຽກ, ແນ່ນອນ, ໜັກແໜ້ນ, ຮອບຄອບ; ເມື່ອກໍານົດຕໍາແໜ່ງງານເຂົ້າໃນຄະນະບໍລິຫານງານສູນກາງພັກແລ້ວ ຈຶ່ງກໍານົດຕໍາແໜ່ງງານເຂົ້າໃນ ກົມການເມືອງ, ຄະນະເລຂາ; ຈາກນັ້ນຈຶ່ງຮອດບັນດາຕຳແໜ່ງຫຼັກແຫຼ່ງ. ທີ່ກອງປະຊຸມຄັ້ງນີ້, ສູນກາງພັກໄດ້ຂຽນ ແລະ ປ່ອນບັດປິດລັບ ແນະນຳບຸກຄະລາກອນເຂົ້າໃນການກໍານົດຕໍາແໜ່ງງານຄະນະບໍລິຫານງານສູນກາງພັກ ອາຍຸການ 2021-2026.

ສາມັກຄີ, ເປັນເອກະພາບໃນການຕີລາຄາ ແລະ ກໍ່ສ້າງຖັນແຖວພະນັກງານ

ກ່ຽວກັບເລື່ອງປ່ອນບັດໄວ້ວາງໃຈຂອງສູນກາງ ສໍາລັບບັນດາກໍາມະການກົມການເມືອງ, ຄະນະເລຂາສູນກາງພັກ: ຄະນະບໍລິຫານງານສູນກາງພັກ ຢັ້ງຢືນວ່າ ເລື່ອງປ່ອນບັດໄວ້ວາງໃຈ ແມ່ນການຕີລາຄາ, ແມ່ນການຮັບຮູ້ຂອງຄະນະບໍລິຫານງານສູນກາງພັກ ສໍາລັບບັນດາຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ ຂອງກໍາມະການກົມການເມືອງ, ຄະນະເລຂາສູນກາງພັກແຕ່ລະຄົນ; ພ້ອມທັງຊ່ວຍໃຫ້ຜູ້ໄດ້ຮັບການປ່ອນບັດໄວ້ວາງໃຈນັ້ນ ຕ້ອງເບິ່ງຄືນຕົນເອງ, ປ່ຽນແປງດ້ວຍຕົນເອງ, ສືບຕໍ່ຝຶຶກຝົນຫຼໍ່ຫຼອມ, ຍົກສູງລະດັບຄວາມຮູ້, ໜ້າທີ່ຄວາມຮັບຜິດຊອບ ແລະ ປະສິດທິຜົນຂອງວຽກງານ ຢ່າງບໍ່ຢຸດຢັ້ງ. ການປ່ອນບັດໄວ້ວາງໃຈ ແມ່ນຊ່ອງທາງຂໍ້ມູນສໍາຄັນທີ່ສຸດ ເພື່ອຊ່ວຍໃຫ້ກົມການເມືອງຕີລາຄາ, ຊັບຊ້ອນ, ນໍາໃຊ້ພະນັກງານ, ປະກອບສ່ວນກໍ່ສ້າງຖັນແຖວພະນັກງານຂັ້ນສູງຂອງພັກ ແລະ ລັດ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ເລຂາທິການໃຫຍ່, ປະທານປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

        “ຜ່ານໝາກຜົນທີ່ໄດ້ປະກາດໃນຄະນະບໍລິຫານງານສູນກາງພັກ ອີກຄັ້ງໜຶ່ງ ໄດ້ສະແດງໃຫ້ເຫັນນໍ້າໃຈຄວາມຮັບຜິດຊອບ, ສະຕິສ້າງສັນ, ກິລິຍາທ່າທີຢ່າງພາວະວິໄສ, ທ່ຽງທໍາໃນການຕີີລາຄາ ແລະ ຄວາມໄວ້ວາງໃຈຂອງສູນກາງ ສໍາລັບບັນດາກໍາມະການກົມການເມືອງ, ຄະນະເລຂາສູນກາງພັກ. ໝາກຜົນນັ້ນ ຍັງໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ເປັນເອກະພາບສູງພາຍໃນສູນກາງພັກ. ກໍາມະການກົມການເມືອງ, ຄະນະເລຂາສູຸນກາງແຕ່ລະຄົນ ຖືນີ້ແມ່ນໂອກາດທີ່ດີ ເພື່ອເບິ່ງຄືນຕົນເອງ, ເສີມຂະຫຍາຍຈຸດດີ, ແກ້ໄຂຂໍ້ຈໍາກັດ, ຈຸດອ່ອນ ເພື່ອປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ, ພະຍາຍາມສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງຂອງຄະນະບໍລິຫານງານສູນກາງພັກ, ຂອງທົ່ວພັກ ແລະ ທົ່ວປວງຊົນ”.

ທ່ານເລຂາທິການໃຫຍ່, ປະທານປະເທດ ກໍໃຫ້ຮູ້ວ່າ ຄະນະບໍລິຫານງານສູນກາງພັກ ເຫັນດີຕໍ່ບົດສໍາຫຼວດການຊີ້ນໍາ, ນໍາພາຂອງກົມການເມືອງ, ຄະນະເລຂາສູນກາງພັກ ປີ 2018, ພ້ອມທັງຖືວ່າ ເລື່ອງສໍາຫຼວດໄດ້ຮັບການດໍາເນີນຢ່າງເຂັ້ມງວດ, ມີລັກສະນະສ້າງສັນນັບຖື, ຖືກຕ້ອງຕາມຫຼັກການ. ຄະນະບໍລິຫານງານສູນກາງພັກ ຢັ້ງຢືນວ່າ ກົມການເມືອງ, ຄະນະເລຂາສູນກາງພັກ ແມ່ນຄະນະການນໍາທີ່ມີຄວາມສາມັກຄີ, ມີຄວາມໜັກແໜ້ນທາງ ການເມືອງ, ຢຶດໝັ້ນຕໍ່ເປົ້າໝາຍ, ແນວຄິດຂອງພັກ; ຢຶດໝັ້ນຕໍ່ລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ; ເດັດດ່ຽວໃນການປົກປ້ອງພັກ, ປົກປ້ອງລະບອບ, ປົກປັກຮັກສາເອກະລາດຊົນຊາດ ແລະອໍານາດອະທິປະໄຕແຫ່ງຊາດ. ຄະນະບໍລິຫານງານສູນກາງພັກ ຮຽກຮ້ອງໃຫ້ກົມການເມືອງ, ຄະນະເລຂາສູນກາງພັກ ສືບຕໍ່ຮັບເອົາຄໍາເຫັນປະກອບທີ່ຖືກຕ້ອງຊັດເຈນຂອງສູນກາງ ເພື່ອມີບັນດາມາດຕະການຄົບຊຸດ, ເຂັ້ມແຂງ ແລະ ຂ້ຽວຂາດກວ່າ ໃນການຊີ້ນໍາ, ນໍາພາປະຕິບັດບັນດາໜ້າທີ່ໃນຊຸມປີຕໍ່ໄປ, ພິເສດ ແມ່ນ 9 ໜ້າທີ່ຈຸດສຸມຂອງປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ