ສືບຕໍ່ຢຶດໝັ້ນຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້

  ​( vovworld ) – ​​​​ໃນ​ການ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ບໍລິຫານ​ເສດຖະກິດ​ສັງຄົມ​ໃນ​ຊຸມ​ເດືອນ​ທ້າຍ​ປີ, ​ໃນ​ວາລະ​ປະຊຸມ​ປະຈຳ​ເດືອນ 6/2012, ລັດຖະບານ​ຫວຽດນາມ ຢັ້ງຢືນ​ຈະ​ສືບ​ຕໍ່​ຢຶດໝັ້ນ ​ແລະ ບໍ່​ປ່ຽນ​ແປງ​ຈຸດໝາຍ​ໃຫ້​ບຸລິມະສິດຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ລະດັບເຕີບ​​ໂຕ​ຢ່າງເໝາ​ະສົມ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ລັດຖະບານ​ໄດ້​ຍົກ​ອອກ​ບາງ​ມາດ​ຕະການ​ຂ້ຽວຂາດ, ໜູນ​ຊ່ວຍ​ການ​ຜະລິດ ​ແລະ ຕະຫຼາດ, ​ເພື່ອ​ແນ​ໃສ່​ຮັບປະກັນ​ຈຸດໝາຍ​ການຈະ​ເລີ​ນ​ເຕີບ​ໂຕ GDP ທີ່​ໄດ້​ວາງ​ອອກ​ຢ່າງ​ເໝາະ​ສົມ.

ສືບຕໍ່ຢຶດໝັ້ນຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ - ảnh 1

​ຫວຽດນາມ ພວມ​ກ້າວ​ເຂົ້າສູ່​ພື້ນຖານເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ

(ພາບ:vnmoney.nld.com.vn)

   ຕາມ​ການ​ສະຫລຸບ​ທີ່​ວາລະ​ປະຊຸມ, ​ເບີ່​ງລວມ​ແລ້ວ, ສະພາບ​ເສດຖະກິດ-​ສັງຄົມ​ໃນ 6 ​ເດືອນ​ຕົ້ນປີ 2012 ຂອງ​ຫວຽດນາມ ​ບັນລຸ​ໄດ້​ໝາກ​ຜົນ​ຮອບດ້ານ​ພໍ​ສົມຄວນ, ຖືກ​ທິດ, ຖືກຕ້ອງ​ຕາມ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ທຸກໆດ້ານ. ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ທົ່ວ​ປະ​ເທດ​ມີ​ສັນຍານ​ດີພໍ​ສົມຄວນ. ​ໄລ່​ລວມ​ໃນ 6 ​ເດືອນ​ຕົ້ນປີ, ຄາດ​ວ່າ GDP ​ເພີ່ມ​ຂຶ້ນ 4,38% ​ແລະ ມີ​ທ່າ​ອ່ຽງ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ອຸດສາຫະກຳ​ມີ​ສັນຍາ​ນໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ເຫັນ​ໄດ້​ຊັດ. ລັດຖະບານ​ເປັນ​ເອກະ​ພາບ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ ​ແຕ່​ໜ້າ​ຊື່​ນຊົມ​ນັ້ນ​ແມ່ນສະພາບ​ເສດຖະກິດ-​ສັງຄົມຂອງ​ຫວຽດນາມ ​ພວມ​ໄປ​ຖືກ​ທິດ. ພາຍຫຼັງ​ໄດ້​ວິ​ເຄາະ, ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ-​ສັງຄົມ​ໃນ​ຊຸມ​ເດືອນ​ຕົ້ນປີ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຊີ້​ແຈ້ງວ່າ, ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2012, ທັດສະນະ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ລັດຖະບານ ​ແມ່ນຍັງ​ຄົງ​ຢຶດໝັ້ນບັນດາ​ຈຸດໝາຍ​ທີ່ໄດ້​ວາງ​ອອກ​ແຕ່​ຕົ້ນປີ, ບໍ່​ປ່ຽນແປງ, ດັດ​ປັບ​ບໍ່​ວ່າ​ຈຸດໝາຍ​ພັດທະນາ​ເສດຖະກິດ-​ສັງຄົມ​ໃດ. ຕາມ​ນັ້ນ​ແລ້ວ, ສືບ​ຕໍ່​ໃຫ້​ບຸລິມະສິດ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັກສາ​ການຈະ​ເລີ​ນ​ເຕີບ​ໂຕ​ໃນ​ລະດັບ​ເໝາະ​ສົມ​​ແມ່ນປະມານ 5,2-5,7%. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນີ້, 1 ​ໃນ​ບັນດາ​ພາກສ່ວນເສດຖະກິດ​ຄວນ​ປະຕິບັດ​ການ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ ນັ້ນ​ແມ່ນ​​ລັດ​ວິ​ສາ​ຫະກິດ:

    “​​ຂ້າພະ​ເຈົ້າສະ​ເໜີ​ໃຫ້​ບັນດາ​ທ່ານ​ລັດຖະມົນຕີ ຈົ່ງ​ຄິດ​ໄລ່​​ເຖິງການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່. ຜ່ານ​ສະພາບ​ຕົວ​ຈິງ, ພິຈາລະ​ນາຂອບ​ຂະໜາດ, ​ຂອບ​ເຂດ, ການຈັດຕັ້ງການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ສຸມ​ໃສ່​ຂະ​ແໜງ​ອາຊີບ​ຕົ້ນຕໍ, ຊັບຊ້ອນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ຂະ​ແໜງອາຊີບ​ຕົ້ນຕໍ. ນັ້ນ​ແມ່ນ​ທິດທາງ 1. ທິດ​ທາງທີ 2 ​ແມ່ນ​ຕ້ອງ​ປ່ຽນ​ໃໝ່​ການ​ບໍລິຫານ​, ການ​ຄຸ້ມ​ຄອງ, ມີ​ກົນ​ໄກ​ພາຍ​ໃນ ຮັບປະກັນ​ປະສິດທິ​ຜົນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ທີ 3 ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ການ​ປັບປຸງກົງຈັກ​ການຈັດຕັ້ງທັງ​ໝົດ. ລັດຖະບານ​ກໍ່​ຈະ​ເຮັດ​ແຈ້ງ​ການຈັດ​ແບ່ງ​ໜ້າ​ທີ່, ​ແບ່ງ​ຂັ້ນປະຕິບັດ​ສິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຫົວໜ່ວຍ​ເຈົ້າຂອງ​ວິ​ສາ​ຫະກິດ “.

ສືບຕໍ່ຢຶດໝັ້ນຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ - ảnh 2

ຄວບ​ຄຸມ​ໄພ​ເງິນ​ເຟີ້ພ້ອມ​ກັບ​ກະຊວງ​ການ​ເງິນ

(ພາບ: yume.vn)

​   ແຕ່​ນີ້​ຮອດ​ທ້າຍ​ປີ, ລັດຖະບານ​ໄດ້ວາງ​ຈຸດ​ສຸມ​ໃນ​ການ​ບໍລິຫານ ນັ້ນ​ແມ່ນ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ກ່ຽວ​ກັບ​ການ​ສຳ​ພັດ​ກັບ​ທຶນຮອນ, ຈຳໜ່າຍ​ສິນຄ້າ​ຄ້າງ​ສາງ. ສະນັ້ນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງລັດ​ຈົ່ງ​ເປັນ​ເຈົ້າການ, ມີ​ໄຫວ​ພິບ​ໃນ​ການ​ຈຳກັດ​ໜີ້​ເສຍ, ຮີບ​ເຮັ່ງ​ສ້າງ​ອົງ​ປະກອບ​ໜີ້​ຄືນ​ໃໝ່, ສ້າງ​ໂຄງ​ປະກອບບັນດາ​ທະນາຄານ ການ​ຄ້າ​ອ່ອນ​ດ້ວຍ​ຄືນ​ໃໝ່; ບໍລິຫານ​ອັດຕາ​ດອກ​ເບັ້ຍຕາມ​ອັດຕາ​ສ່ວນ​ໄພ​ເງິນ​ເຟີ້​ໃນ​ລະດັບ 7-8%,​ ເຮັດ​ໃຫ້​ກະ​ແສ​ທຶນ​ທະລຸ​ລວງ​ຢ່າງ​ໄວວາ ດ້ວຍ​ວິທີ​ຫລຸດຜ່ອນ​ອັດຕາ​ດອກ​ເບັ້ຍ​ເງິນ​ກູ້​ຢືມ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສາມາດ​ສ​ຳພັດ​ໄດ້​ຢ່າງ​ງາຍ​ດາຍ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ Nguyen Van Binh ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​ຕາ​ມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ​ໃນ​​ໄລຍະ​ທີ່​ຈະ​ມາ​ເຖິງ​ນີ້, ພວກ​ຂ້າພະ​ເຈົ້າຈະ​ມີ​ການ​ສະຫລຸບ ​ແລະ ຊາບ​ຊືມ​ໃນ​ທົ່ວ​ຂະ​ແໜງ ນັ້ນ​ແມ່ນ​ບໍ່​ຕ້ອງ​ລໍຖ້າ​ຮອດກຳນົດ​ເວລາ, ທະນາຄານ, ສາຂາທະນາຄານ​ທັງ​ໝົດ ຕ້ອງ​​ເປັນ​ເຈົ້າການເຮັດ​ວຽກ​ກັບ​ບັນດາ​ວິ​ສາ​ຫະກິດ​ໂດຍ​ທັນທີ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ໃດ​ພວມ​ກູ້​ຢືມ​ດ້ວຍ​ອັດຕາ​ດອກ​ເບັ້ຍກ່ວາ 15% ຊື່​ງວິ​ສາ​ຫະກິດ​ນັ້ນຍັງສາມາດ​ຄົງ​ຕົວ​ໄດ້ ຈະ​ຫລຸດ​ລົງຕ່ຳກ່ວາ 15% ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ນັ້ນ ມີ​ເງື່ອນ​ໄຂ​ພັດທະນາ

ສືບຕໍ່ຢຶດໝັ້ນຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ - ảnh 3

ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ Nguyen Van Binh

(ພາບ:taichinh.vnexpress.net)

  ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ກໍ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ ຂະ​ແໜງ​ການ​ມີໜ້າ​ທີ່​ຮັບຜິດຊອບ ​ສຸມ​ໃສ່​ແກ້​ໄຂ, ໜູນ​ຊ່ວຍ​ການ​ຜະລິດ, ​ໃນ​ນັ້ນມີ​ການ​ເພີ່ມ​ສິນ​ເຊື່ອ, ປ່ອຍ​ເງິນ​ໃຫ້​​ແກ່​ທຶນໄດ້ທີ່​ໄດ້ຈັດ​ແບ່ງແລ້ວ, ໃຫ້ບຸລິມະສິດສິນເຊື່ອສຳລັບ ຂົງເຂດກະສິກຳ, ຊົນນະບົດ, ການຜະລິດ​ເປັນສິນຄ້າສົ່ງອອກ, ອຸດສາຫະກຳສຳຮອງ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິສາຫະກິດໃຊ້ຄົນງານຫຼາຍ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຊີ້ນຳໃຫ້ກະຊວງການເງິນ ຕ້ອງປະຕິບັດ ນະໂຍບາຍປີການເງິນຢ່າງເໝາະສົມ ສົມທົບກັນຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ​ນະ​ໂຍບາຍ​ເງິນຕາ ​ແລະ ສິນ​ເຊື່ອ ​ເພື່ອ​ແນ​ໃສ່​ເພີ່ມ​ຄວາມ​ຕ້ອງການ​ທັງ​ໝົດ​ຂອງ​ພື້ນຖານ​ເສດຖະກິດ, ປະຕິບັດ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ພາ​ສີ​ອາກອນຖືກຕ້ອງ​ກັບ​ເປົ້າໝາຍ​ບຸລິມະສິດ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ​ທັງ​ໝົດ ຮັບ​ໃຊ້​ໃຫ້​ແກ່​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ສຸມ​ໃສ່​ຊຸກຍູ້​ການ​ປ່ອຍ​ເງິນ​ລົງທຶນ ​ເພື່ອ​ກະຕຸ​ກຊຸກຍູ້​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຮັບປະກັນ​ສະຫວັດດີ​ການ​ສັງຄົມ​ກ່ວາ​ອີກ, ປະຕິບັດ​ບັນດາ​ມາດ​ຕະການ​ສ້າງ​ວຽກ​ເຮັດ​ງານ​ທຳ​ຢ່າງຂ້ຽວຂາດ, ​ມີປະສິດທິ​ຜົນ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ​ເຖິງ​ວຽກ​ງານ​​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ.

 

 

 

 



ຕອບກັບ

ຂ່າວ/ບົດ​ອື່ນ