ສືບຕໍ່ສ້າງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໃຫ້ສົມບູນແບບ

( vovworld ) – ຫວຽດນາມ ພວມ​ດຳ​ເນີນ​ວຽກ​ງານສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 (ຊື່​ງ​ໄດ້​ຮັບ​ການປັບປຸງ, ​ເພີ່ມ​ເຕີ​ມບາງຂໍ້​ມາດຕາ​ໃນ​ປີ 2001) ​ແລະ ດຳເນີນ​ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ໂດຍ​ຮຽບຮຽງ​ປັບປຸງລັດຖະທຳ​ມະນູນ​ປີ 1992 ​ເປັນ​ຜູ້​ກະກຽມ, ​ຈະ​ຍື່ນ​ຕໍ່​ສະພາ​ແຫ່ງ​ຊາດເປັນຄັ້ງທຳ​ອິດ​​​ໃນສະ​​ໄໝ​ປະຊຸມ​ທ້າຍ​ປີ​ນີ້. ຕໍ່​ໄປ​ເຊີນ​​ແມ່ນບົດ​ຂຽນ​ຂອງ​ນັກ​ຂ່າວ Thu Hoa ທີ່​ພາດຫົວ​ເລື່ອງ​ວ່າ: ສືບ​ຕໍ່ສ້າງ​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​​ໃຫ້​ສົມ​ບູນ​ແບບ

    ຢູ່​ຫວຽດນາມ, ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນປີ 1992 ​ໄດ້​ດຳ​ເນີນ​ໄປ​ຕາມ​ຫຼັກການ​ເອກະ​ພາບ, ສືບ​ຕໍ່​ສືບ​ທອດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນປີ 1992 ​ ​ແລະ ​ລັດຖະທຳ​ມະນູນສະ​ບັບກ່ອນ​ທີ່​ຍັງ​ເໝາະ​ສົມ. ວິວັດ​​ການປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນປີ 1992 ​ຖືກ​ຮັກສາ​​ຕາມ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ​ຖື​ເລື່ອງຮັບ​ເອົາຄວາມ​ເຫັນ​ຈາກປະຊາຊົນ​ເປັນ​ສຳຄັນພິ​ເສດ, ຄື​ດັ່ງ​ຄຳ​ຢືນຢັນ​ຂອງ​ທ່ານ Nguyen Sinh Hung ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳປັບປຸງ​ລັດຖະທຳ​ມະນູນປີ 1992 ​ທີ່​ວາລະ​ປະຊຸມ​ຄັ້ງປະຖົມມະ​ເລິກ​ຂອງ​ຄະນະກຳມະການ​ທີ່​ວ່າ:

   “​ເລື່ອງປັບປຸງ​ລັດຖະທຳ​ມະນູນ​ແມ່ນ​ມີ​ຄວາມ​ສຳຄັນ​ຍິ່ງ, ລວມສູນ​ປະຊາທິປະ​ໄຕ. ພວກ​ເຮົາ​ຕ້ອງ​ຮັບປະກັນ​ການ​ນຳພາ​ຂອງ​ພັກ, ຕ້ອງ​ຮັບເອົາ​ຄວາມ​ເຫັນ​ຈາກ​ປະຊາຊົນ, ບັນດາ​ນັກວິທະຍາສາດ, ນັກ​ຄຸ້ມ​ຄອງ​ຢ່າງ​ກ້ວາງ​ຂວາງ. ​ໃນ​ວິວັດ​ການ​ສະຫລຸບ, ຈັດ​ກອງ​ປະຊຸມ, ​ຮັບອົາ​ຄຳ​ເຫັນ​ກໍ່​ຄື​ວິວັດ​ການຂໍ​ເອົາ​ຄຳ​ເຫັນ ຕ້ອງ​ຮັບປະກັນ​ຫຼັກການ​ລວມສູນ​ມີປະຊາທິປະ​ໄຕ ​​ແຕ່​ກໍ່ຕ້ອງ​ໄດ້​ປະຕິບັດ​ຢ່າງ​ລະມັດລະວັງ​“

 
ສືບຕໍ່ສ້າງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໃຫ້ສົມບູນແບບ - ảnh 1

ວາລະ​ປະຊຸມ​ຄັ້ງທີ 4 ຂອງ​ຄະນະ​ຊີ້​ນຳ​ປັບປຸງ​ລັດຖະທຳ​ມະນູນ

(ພາບ: nguyenxuanphuc.net)

  

   ມາ​ຮອດ​ປະ​ຈຸ​ບັນ, ຄະນະ​ຮຽບຮຽງຮ່າງ​ລັດຖະທຳ​ມະນູນສະບັບປັບປຸງປີ 1992 ​ໄດ້​ຍື່ນ​ສະ​ເໜີ​ຮ່າງລັດຖະທຳ​ມະນູນສະບັບປັບປຸງ ທີ່​ວາລະ​ປະຊຸມ​ຂອງຄະນະ​ຊີ້​ນຳປັບປຸງ​ລັດຖະທຳ​ມະນູນປີ 1992 ຊື່​ງຈັດ​ຂື້ນ​ເມື່ອ​ວັນ​ທີ 27/8/2012 ຢູ່​ຮ່າ​ໂນ້ຍ. ຮ່າງ​ລັດຖະທຳ​ມະນູນສະບັບດັ່ງກ່າວ​ລວມມີ 11 ພາກ, 140 ມາດຕາ ຊື່​ງ​ໄດ້​ຕິດ​ພັນ​ກັບ​ບັນດາ​ທັດສະນະ, ​ແນວທາງ, ການ​ກຳນົດ​ທິດ​ທາງ​ຄົ້ນຄ້ວາປັບປຸງ​ລັດຖະທຳ​ມະນູນ​ຊື່​ງໄດ້​ກຳນົດ​ໃນ​ມະຕິກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ,​ ມະຕິ​ກອງ​ປະຊຸມສູນ​ກາງ​ພັກ​ຄັ້ງທີ 2 ​ແລະ ຄັ້ງທີ 5 ຊຸດ​ທີ 11. ຈຸດ​ໃໝ່​ທີ່ສຳຄັນ​ຂອງຮ່າງ​ລັດຖະທຳ​ມະນູນ ນັ້ນ​ແມ່ນ​ໄດ້​ຮັບ​ຮູ້​ບາງ​ຫຼັກການ​ພື້ນຖານ​ກ່ຽວ​ກັບ​ອະທິປະ​ໄຕ​ປະຊາຊົນ ຕິດ​ພັນ​ກັບ​ລັກສະນະອຳນາດ​ສູງ​ສຸດ​ຂອງລັດຖະທຳ​ມະນູນ, ກ່ຽວ​ກັບ​ອົງການ​ຈັດຕັ້ງສິດ​ອຳນາດ​ແຫ່ງ​ລັດ, ກ່ຽວ​ກັບ​ການ​ເຄົ​າລົບ, ຮັບປະກັນ, ຮັກສາ​ສິດທິ​ມະນຸດ, ສິດ​ຂອງ​ພົນລະ​ເມືອງ. ບັນດາສິດທິ​ມະນຸດ​ໃນຮ່າງລັດຖະທຳ​ມະນູນສະບັບ​ປັບປຸງ​ໄດ້ຮັບ​ການ​ຮັບ​ຮູ້​ວ່າ ມີ​ການ​ປ່ຽນ​ໃໝ່ຫຼາຍ​ຢ່າງ​ດ້ວຍ​ເລື່ອງ​ຫັນ​ແນວທາງ, ນະ​ໂຍບາຍ​ໃໝ່​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ໃນ​ຂົງ​ເຂດ​ສິດທິ​ມະນຸດ​​ເປັນລະບອບ​ລະບຽບການຢ່າງ​ຄົບ​ຖ້ວນ ​ແລະ ​ເລິກ​ເຊີ່ງ, ຊື່​ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ພາລະ​ໜ້າ​ທີ່​ພື້ນຖານ​ຂອງລັດຖະທຳ​ມະນູນ​ຢ່າງ​ຖືກຕ້ອງ ​ແລະ ດີ​ກ່ວາ ​ໃນ​ການ​ຮັບປະກັນ, ຮັກສາ​ສິດທິ​ມະນຸດ, ສິດ​ຂອງ​ພົນລະ​ເມືອງ​ໃນ​ການ​ກຳນົດ​ບາງ​ຫຼັກການ ​ແລະ ສິດທິ​ມະນຸດຢ່າງລະອຽດ​ໃນ​ບັນດາ​ສົນທິສັນຍາ​ສາກົນ​ກ່ຽວ​ກັບສິດທິ​ມະນຸດຊື່​ງຫວຽດນາມ ​ແມ່ນ​ສະມາຊິກ. ໜື່ງ​ໃນ​ບັນດາ​ຈຸດ​ທີ່ໜ້າ​ຮັບ​ຮູ້​ນັ້ນ​ແມ່ນ​ຮ່າງ​ລັດຖະທຳ​ມະນູນ​ໄດ້​ແກ້​ໄຂ​ຂໍ້​ຕິດ​ຂັດ            ຂອງລັດຖະທຳ​ມະນູນປະຈຸ​ບັນ ​ແມ່ນ​ເພີ່ມ​ເຕີມ​ປັດ​ໄຈ​ກວດກາ​ເຂົ້າ​ຫຼັກການ​ອົງການ​ຈັດຕັ້ງສິດ​ອຳນາດ​ແຫ່ງ​ລັດ. ກຳນົດ​ຢ່າງ​ຈະ​ແຈ້ງ​ອົງການ​ປະຕິບັດ​ສິດ​ຕ່າງໆ​ຄື: ສິດ​ນິຕິບັນຍັດ (ສະພາ​ແຫ່ງ​ຊາດ), ສິດ​ບໍລິຫານ (ລັດຖະບານ), ສິດ​ຕຸລາການ (ສານ).

ສືບຕໍ່ສ້າງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໃຫ້ສົມບູນແບບ - ảnh 2

(ພາບ: tapchikiemsat.org.vn)

   ຄະນະ​ຮຽບຮຽງ​ຈະ​ນຳບັນດາ​ຈຸດ​ໃໝ່​ນີ້​ເຂົ້​າ​ໃນ​ເນື້ອ​ໃນ​ປັບປຸງ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ຄະນະຮຽບຮຽງ​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ເພີ່ມ​ເຕີມ ​ເພື່ອ​ພິຈາລະນາ, ໃຫ້​ຄຳ​ເຫັນ. ນອກຈາກ​ນັ້ນ​ແລ້ວ, ຫຼາຍ​ເນື້ອ​ໃນກ່ຽວ​ກັບ​ການຈັດຕັ້ງກົງຈັກ​ລັດ, ການ​ຄວບ​ຄຸມ​ສິດ​ລະຫວ່າງ​ບັນດາ​ອົງການ​ແຫ່ງ​ລັດ​ທີ່​ຖືກ​ມອບ​ສິດ, ບັນດາ​ສິດ​ພື້ນຖານ​ຂອງ​ພົນລະ​ເມືອງ​ຄື: ສິດ​ໄດ້​ດຳລົງ​ຊີວິດ, ສິດ​ເສລີພາບ, ສິດ​ກຳມະສິດຊັບ​ສົມບັດ​ຂອງ​ພົນລະ​ເມືອງ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຫວຽດນາມ ຊື່​ງໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ລັດບົນ​ຈິດ​ໃຈ​ເຄົາລົບ​ກົດໝາຍ​ສູງ​ສຸດ…..​ໄດ້​ລະບຸ​ໄວ້​ໃນຮ່າງລັດຖະທຳ​ມະນູນ, ຍັງ​ມີ​ຫຼາຍ​ຄຳ​ເຫັນ​ແຕກ​ຕ່າງກັນ, ຈະ​ສືບ​ຕໍ່​​ຮັບ​ເອົາ​ຄຳ​ເຫັນ​ເພື່ອ​ກ້າວໄປ​ເຖິງ​ຄວາມ​ເປັນ​ເອກະ​ພາບ, ຄື​ດັ່ງ​ຄຳ​ຢືນຢັນ​ຂອງ​ທ່ານ Hoang The Lien ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸດຕິ​ທຳ​ຫວຽດນາມ ທີ່​ວ່າ:

   “​ເມື່ອ​ພວກ​ເຮົາ​ມີ​ແຜນ​ນະ​ໂຍບາຍ​ປັບປຸງລັດຖະທຳ​ມະນູນ, ວຽກ​ງານ​ຕົ້ນຕໍ​​ແມ່ນຂອງ​ຄະນະ​ຮຽບຮຽງປັບປຸງລັດຖະທຳ​ມະນູນ ​ແລະ ບັນດ​າອົ​ງການ​ທີ່​ກ່ຽວຂ້ອງ ​ແຕ່​ນີ້​ກໍ່ແມ່ນ​ໜ້າ​ທີ່​ຂອງ​ທົ່ວ​ປວງ​ຊົນ. ຍ້ອນ​ວ່າລັດຖະທຳ​ມະນູນ​ແມ່ນ​ປະມວນ​ກົດໝາຍ​ອັນ​ເປັນ​ພື້ນຖານ ​ແຕ່​ເຈດ​ຈຳນົງ​ ​ແລະ ຄວາມ​ມຸ້ງ​ຫວັງແມ່ນຂອງ​ທົ່ວ​ປວງ​ຊົນ, ທົ່ວ​ສັງຄົມ. ສະນັ້ນ, ທຸກໆ​ຄົນ ​ແລະ ອົງການ​ຈັດຕັ້ງລ້ວນ​ແຕ່​ມີ​ສິດ​ປະກອບ​ຄຳ​ເຫັນ ​ແລະ ຍ້ອນ​ເຫດ​ນັ້ນ, ນີ້​ຈຶ່ງແມ່ນ​ບັ້ນດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ​ຂະໜາດ​ໃຫ່ຍສຸດ, ​ເລິກເຊີ່ງ ​ແລະ ສຳຄັນກ່ວາ​ໝູ່

    ຕາມ​ແຜນ​ການແລ້ວ, ຮ່າງລັດຖະທຳ​ມະນູນສະບັບ​ປັບປຸງ​ຈະ​ສືບ​ຕໍ່ຖືກ​ດັດ​​ແກ້​ໃຫ້​ສົມບູນ​ແບບ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃນ​ສະ​ໄໝ​ປະຊຸມ​​ເດືອນ 10 ປີ 2012 ທີ່​ຈະ​ມາ​ເຖິງ. ຫຼັງ​ຈາກ​ນັ້ນ,  ຮ່າງລັດຖະທຳ​ມະນູນ​ສະ​ບັບປັບປຸງ​ນີ້ ຈະ​ຖືກຮັບ​ເອົາ​ຄຳ​ເຫັນ​ໃນ​ໝູ່​ປະຊາຊົນ​ຢ່າງ​ກ້ວາງ​ຂວາງ​ເພື່ອ​ປັບປຸງ, ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ໃນ​ສະ​ໄໝ​ປະຊຸມ​​ທ້າຍ​ປີ 2013.

 

 

ຕອບກັບ

ຂ່າວ/ບົດ​ອື່ນ