ສືບຕໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ

(VOVWORLD) -ສືບຕໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນຊື່ງໄດ້ນຳມາປຶກສາຫາລື ຢູ່ ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ XIII ພວມດຳເນີນໄປຢູ່ ຮ່າໂນ້ຍ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງ, ຍົກໃຫ້ເຫັນຫລາຍບັນຫາສຳຄັນກ່ຽວກັບວຽກງານກໍ່ສ້າງພັກ ແລະ ລະບົບອຳນາດການປົກຄອງ ເພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງໃນແຜນຮ່າງກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ສະມາຊິກພັກ; ແຜນຮ່າງສ້າງຕັ້ງ ຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້; ບົດລາຍງານສຳຫລວດກວດຄືນການຊີ້ນຳ, ນຳພາຂອງກົມການເມືອງ, ຄະນະເລຂາ ປີ 2021.

ສືບຕໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ.(ພາບ: VOV)

ຕາມທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລ້ວ, ໃນຫລາຍປີຜ່ານມາ ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາໃນຊຸດຕ່າງໆ ລ້ວນແຕ່ມີຄວາມເອົາໃຈໃສ່ເຖິງວຽກງານຊີ້ນຳ ນຳພາ, ປັບປຸງ, ກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ຍົກສູງຄຸນນະພາບຖັນແຖວສະມາຊິກພັກ. ໂດຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ກ່ຽວກັບບັນຫານີ້, ກົມການເມືອງ, ຄະນະເລຂາ ໄດ້ຊີ້ນຳການສະຫລຸບເລື່ອງປະຕິບັດມະຕິເລກທີ 22 -ມຕ/ສກ ຂອງຄະນະບໍລິຫານສູນກາງພັກຊຸດທີ X, ບົດສະຫລຸບເລກທີ 38 ຂອງກົມການເມືອງ ຊຸດທີ XII ແລະ ສ້າງຮ່າງມະຕິກ່ຽວກັບການເພີ່ມທະວີການປັບປຸງ, ກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ຍົກສູງຄຸນນະພາບຖັນແຖວສະມາຊິກພັກໃນສະພາບການໃຫມ່ ເພື່ອຍື່ນສະເຫນີສູນກາງພິຈາລະນາ, ຕົກລົງຢູ່ ກອງປະຊຸມຄັ້ງນີ້.

ແຜນຮ່າງໄດ້ເຕື້ອງເຖິງສະພາບການປະຕິບັດມະຕິ ແລະ ບົດສະຫລຸບຢ່າງພາວະວິໄສ, ຮອບດ້ານ, ຊີ້ອອກໝາກຜົນຕົ້ນຕໍທີ່ບັນລຸໄດ້; ຂໍ້ຈຳກັດ, ຈຸດອ່ອນ ຍັງຄົງຄ້າງ ແລະ ໄຈ້ແຍກສາຍເຫດໃຫ້ຈະແຈງ. ກ່ຽວກັບທັດສະນະ, ເປົ້າໝາຍ, ຫນ້າທີ່ ແລະ ມາດຕະການຕົ້ນຕໍ່ ສືບຕໍ່ປ່ຽນໃຫມ່, ເພີ່ມທະວີການກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ຍົກສູງຄຸນນະພາບຖັນແຖວສະມາຊິກພັກໃນສະພາບການໃຫມ່, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ:

“ຂ້າພະເຈົ້າສະເຫນີພວກສະຫາຍຈົ່ງຄົ້ນຄ້ວາຢ່າງລະອຽດ, ປຶກສາຫາລືຢ່າງກົງໄປກົງມາ, ປະຊາທິປະໄຕ, ສ້າງຄວາມເປັນເອກະພາບສູງກ່ຽວກັບບັນຫາທີ່ໄດ້ຍົກອອກໃນໃບຍື່ນສະເຫນີ ພາຍຫລັງກອງປະຊຸມສູນກາງຄັ້ງນີ້ ພວກເຮົາມີບາດກ້າວຫັນປ່ຽນ, ມີຄວາມກ້າວຫນ້າໃຫມ່, ແທດຈິງ, ແຮງກວ່າ, ມີປະສິດທິຜົນກວ່າ ເພື່ອຍົກສູງຄຸນນະພາບ, ກຳລັງແຮງ ແລະ ກຳລັງຕໍ່ສູ້ຂອງພັກ”

ໂດຍປະຕິບັດຫນ້າທີ່ວຽກງານປີ 2022 ແລະ ການສະຫລຸບຢູ່ກອງປະຊຸມຄັ້ງທີ 21 ຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ບົດສະຫລຸບຂອງກົມການເມືອງກ່ຽວກັບການສືບຕໍ່ເພີ່ມທະວີການຊີ້ນຳຂອງພັກສຳລັບວຽກງານນີ້, ກົມການເມືອງ ໄດ້ມອບໃຫ້ຄະນະວຽກງານການເມືອງພາຍໃນສູນກາງ ເປັນເຈົ້າພາບສົມທົບກັບບັນດາອົງການເພື່ອສ້າງແຜນຮ່າງສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ:

“ຂ້າພະເຈົ້າສະເຫນີໃຫ້ສູນກາງ ຈົ່ງຄົ້ນຄ້ວາ, ພິຈາລະນາ, ຕົກລົງບັນດາຂໍ້ສະເຫນີ ທີ່ໄດ້ຍົກອອກໃນໃບຍື່ນສະເຫນີຂອງກົມການເມືອງ ເປັນຕົ້ນແມ່ນແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ເພື່ອແນໃສ່ປະກອບສ່ວນເພີ່ມທະວີການຊີ້ນຳຜັນຂະຫຍາຍການປະຕິບັດວຽກງານ ປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຢ່າງຂ້ຽວຂາດ, ຄົບຊຸດຈາກສູນກາງລົງຮອດທ້ອງຖິ່ນ”

ໂດຍປະຕິບັດຂໍ້ກຳນົດກົດລະບຽບການເຮັດວຽກຂອງ ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາຊຸດທີ XIII, ໃນເດືອນ ມັງກອນປີ 2022, ກົມການເມືອງ, ຄະນະເລຂາໄດ້ປະຕິບັດການສຳຫລວດກວດຄືນ, ຕຳຫນິຕິຊົມຕົນເອງ ແລະ ຕຳຫນິຕິຊົມເພື່ອນສະຫາຍກ່ຽວກັບການຊີ້ນຳນຳພາຂອງໝູ່ຄະນະ, ສ່ວນບຸກຄົນແຕ່ລະຄົນໃນກຳມະການກົມການເມືອງ, ຄະນະເລຂາປີ 2021 ຕິດພັນກັບການປະຕິບັດບົດສະຫລຸບຂອງກອງປະຊຸມສູນກາງ ຄັ້ງທີ 4 ຊຸດທີ XIII ກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງ, ເຂັ້ມແຂງ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກເຖິງໝາກຜົນ, ຜົນງານ ກໍ່ຄືຂໍ້ຈຳກັດ, ຈຸດອ່ອນຢ່າງລະອຽດທີ່ໄດ້ຍົກໃຫ້ເຫັນຢ່າງຄົບຖ້ວນໃນບົດລາຍງານຂອງກົມການເມືອງ. ທ່ານເລຂາທິການໃຫຍ່ ສະເຫນີສູນກາງວ່າ: ດ້ວຍຈິດໃຈສັງເກດຄວາມຈິງ, ຕີລາຄາຖືກກັບຄວາມຈິງ, ພິຈາລະນາ, ປະເມີນຈຸດດີ, ຈຸດອ່ອນ, ຂໍ້ຈຳກັດ, ຂໍ້ຂາດຕົກບົກຜ່ອງໃນການຊີ້ນຳ ນຳພາຂອງກົມການເມືອງ, ຄະນະເລຂາ ຕິດພັນກັບການປະຕິບັດບົດສະຫລຸບຂອງສູນກາງຄັ້ງທີ 4 ຊຸດທີ XIII ໃນທຸກຂົງເຂດເພື່ອແນໃສ່ເປົ້າໝາຍ ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ ໃຫ້ນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງຮອບດ້ານຕັ້ງແຕ່ຂັ້ນຮາກຖານ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງການປະຕິວັດ ຫວຽດນາມ ໃນໄລຍະໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ