ສືບຕໍ່ເສັ້ນທາງປະຕິວັດ Bolivar

(vovworld) – ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ເວ​ເນ​ຊູ​ເອລາ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ, ​ແລະ ສຸດ​ທ້າຍ​ໄຊຊະນະ​ໄດ້​ຂຶ້ນ​ກັບ​ຜູ້​ຮັກສາ​ການ​ປະທານາທິບໍດີ Nicola’s Maduro. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອາຍຸ​ການ​ປະທານາທິບໍດີ​ໃນ 6 ປີ ຕໍ່ໜ້າ ຈະ​ເປັນ​ການ​ທະ​ທາຍ​ບໍ່​ແມ່ນ​ໜ້ອຍ​ສຳ​ລັບ​ທ່ານ Nicola’s Maduro, ​ແຕ່​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ເວ​ເນ​ຊູ​ເອລາ ​ໄດ້​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສະໜັບສະໜູນ​ແນວທາງ​ເຊິ່ງທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ປະຕິບັດ ​ເພື່ອ​ນຳ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ນີ້​ພັດທະນາ​ຢ່າງ​ໝັ້ນຄົງ.

ສືບຕໍ່ເສັ້ນທາງປະຕິວັດ Bolivar - ảnh 1
ປະທານາທິບໍດີ Nicolas Maduro (ຂວາ)

(ພາບ: chinhphu.vn)

ຕາມ​ໝາກຜົນ​ໂດຍ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ເວ​ເນ​ຊູ​ເອລາ CNE ປະກາດ​ເມື່ອ​ຕອນ​ຄຳ່​ວັນ​ທີ 14/4 ​ແລ້ວ, ດ້ວຍ 99,12% ຈຳນວນ​ບັດ​ໄດ້​ຮັບ​ການນັບ​ຄະ​ແນນ, ຜູ້​ຮັກສາ​ການ​ປະທານາທິບໍດີ Nicola’s Maduro, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສັງຄົມ​ນິຍົມ​ເອກະ​ພາບ ​ເວ​ເນ​ຊູ​ເອລາ (PSUV), ​ໄດ້​ຮັບ​ໄຊຊະນະ ດ້ວຍ 50,66% ຈຳນວນ​ບັດ​ສະໜັບສະໜູນ, ​ເມື່ອ​ທຽບ​ໃສ່ 49,07% ຈຳນວນ​ບັດ​ສະໜັບສະໜູນ​ຜູ້​ອອກ​ສະໝັກ​ຮັບ​ເລ​ືອກຕັ້ງ​ຂອງ​ພັກ​ຮ່ວມ​ສຳພັນ​ຝ່າຍ​ຄ້ານ​ ທ່ານ Caprils. ​ເປັນ​ອັນວ່າ, ອີກ​ເທື່ອ​ໜຶ່ງ, ປະຊາຊົນ​ເວ​ເນ​ຊູ​​ເອລາ ​ໄດ້​ຢັ້ງຢືນ​ການ​ສະໜັບສະໜູນ​ທີ່​ມີ​ຕໍ່​ວິວັດທະນາ​ການ​ປະຕິວັດ Bolivar ຜ່ານ​ບັດ​ເລືອກ​ຕັ້ງ​ໃຫ້ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສັງຄົມ​ນິຍົມ​ເອກະ​ພາບ ​ເວ​ເນ​ຊູ​ເອລາ (PSUV) Nicola’s Maduro. ​ໄຊຊະນະ​ຂອງຜູ້​ຮັກສາ​ການ​ປະທານາທິບໍດີ Nicola’s Maduro ຍັງ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຈາກ​ການ​ນຳ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ເມ​ລິ​ກາ​ໃຕ້​ ອີກ ຜ່ານ​ສານ​ຊົມ​ເຊີຍ ​ແລະ ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ. ທ່ານ​ປະທານ​ປະ​ເທດ​ກູ​ບາ Raul Castro ຖື​ວ່າ, ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ຜ່ານ​ມາ​ຂອງ​ທ່ານ Maduro ​ເປັນ​ການ​ພິສູດ​ໃຫ້​​ເຫັນກຳລັງ​ແຮງ​ຂອງ​ບັນດາ​ແນວ​ຄິດ ​ແລະ ຜົນງານ ​ເຊິ່ງອະດີດ​ປະທານາທິບໍດີ Hugo Chavez ​ໄດ້​ກໍ່​ຕັ້ງ. ທ່ານ​ປະທານາທິບໍດີ ​​ໂບລີ​ເວ​ຍ Evo Morales ປະກາດ​ວ່າ, ​ໄຊຊະນະ​ຂອງ​ທ່ານ Maduro ​ແມ່ນ​ໄຊຊະນະ​ຂອງ​ທັງ​ອາ​ເມ​ລິ​ກາ​ລາຕີ​ນ ພ້ອມ​ທັງ​ຖື​ວ່າ ໝາກຜົນ​ນີ້​ຈະ​ຊ່ວຍ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ຢູ່​ພາກ​ພື້ນ ​ເຊິ່ງການ​ນຳ​ຝ່າຍ​ຊ້າຍ Hugo Chavez ​ໄດ້​ກໍ່​ຕັ້ງຄື: ພັນທະ​ມິດ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້, ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ກາ​ຮີ​ເບ, ຫຼື​ການ​ເລືອກ​ເຟັ້ນ Bolivar ​ໃຫ້​ປະຊາ​ຊາດ​ຢູ່​ທະວີບອາ​ເມ​ລິ​ກາ.

ຕອບ​ຄືນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ຜູ້​ສະໜັບສະໜູນ, ​ໃນ​ບົດ​ກ່າວ​ປາ​ໄສ​ເມື່ອ​ໄດ້​ຮັບ​ໄຊຊະນະ, ທ່ານ Maduro ​ໄດ້​ຢັ້ງຢືນ​ຈະ​ຈົ່ງ​ຮັກ​ພັກດີ​ຕໍ່​ອຸດົມ​ຄະຕິ​ຂອງ​ປະທານາທິບໍດີ​ອາຍຸ​ການກອນ, ສືບ​ຕໍ່​ເສີມ​ຂະຫຍາຍ ​ແລະ ​ເຮັດ​ໃຫ້​ໂຄງການ​ສັງຄົມ​ນິຍົມ​ໃນ​ສະຕະວັດ​ທີ 21 ​​ເຊິ່ງອະດີດ​ປະທານາທິບໍດີ Hugo Chavez ​​ເປັນ​ຜູ້​ລິ​ເລີ່​ມມີ​ຄວາມ​ເລິກ​ເຊິ່ງຍິ່ງ​ຂຶ້ນ. ທ່ານ​ກໍ່​ໄດ້​ເນັ້ນ​ໜັກ​ວ່າ​ຈະ​ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ກວ່າ​ອີກ, ​ເຮັດ​ວຽກ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ໃຫ້​ດີ​ທີ່​ສຸດ, ພ້ອມ​ທັງ​ຈະ​ຂະຫຍາຍ​ບັນດາ​ໂຄງການ​ສັງຄົມ​ເພື່ອ​ຄົນ​ທຸກ​ຍາກ ​ເຊິ່ງລັດຖະບານ​ໄດ້​ຜັນ​ຂະຫຍາຍ​ໃນ​ໜຶ່ງ​ທົດ​ສະ​ວັດ​ກວ່າ​ທີ່​ຜ່ານ​ມາ.

ອາດ​ເວົ້າ​ໄດ້​ວ່າ, ໜ້າ​ທີ່​ນຳພາ​ປະ​ເທດ​ຂອງທ່ານ Maduro ກໍ່​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ, ຍ້ອນ​ປະທານາທິບໍດີ​ອາຍຸ​ການ​ກ່ອນ​ນັ້ນ ​ໄດ້​ສ້າງ​ຜົນງານ​ຫຼາຍ​ຢ່າງ​ກ່ຽວ​ກັບ​ສັງຄົມ ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ທົ່ວ​ໂລກ. ອັນ​ຕາ​ຄອບຄົວ​ທີ່​ທຸກ​ຍາກ​ຢູ່​ເວ​ເນ​ຊູ​ເອລາ ​ໄດ້​ຫຼຸດ​ລົງ​ເຄິ່ງໜຶ່ງ, ​ເຫຼືອ​ພຽງ 24%. ອັດຕາ​ສ່ວນ​ຜູ້​ຫວ່າງ​ງານ​ຫຼຸດ​ລົງ 5,9% ​ໃນ​ເດືອນ 12/2012, ​ເຊິ່ງ​ແມ່ນ​ລະດັບ​ຕຳ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ນີ້​ແມ່ນໝາກ​ຜົນຂອງ​ເລື່ອງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໃຫ້​ຄົນ​ງານ​​ເກືອບ 4 ລ້ານ​ຄົນ ​ແລະ ນະ​ໂຍບາຍ​ເກືອດ​ຫ້າມ​ຄັດ​ເຂ່ຍ​ຜູ້​ອອກ​ແຮງ​ງານ. ນອກ​ນັ້ນ, ສະຫະ​ປະຊາ​ຊາດ​ຍັງ​ຮັບ​ຮູ້​ເວ​ເນ​ຊູ​ເອລາ ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ບັນຫາ​ບໍ່​ພໍ​ກິນ. ນັບ​ແຕ່​ປີ 2003, ​ໄດ້​ມີ 30 ກວ່າ​ໂຄງການ​ທີ່​ມີ​ຊື່ວ່າ​ບັນດາ​ພາລະ​ໜ້າ​ທີ່ Bolivar ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ, ທັນ​ຍາ​ຫານ, ​ເຮືອນ​ຢູ່, ສ້າງ​ວຽກ​ເຮັດ​ງານ​ທຳ, ວັດທະນະທຳ, ວິທະຍາສາດ, ກິລາ.

​ແຕ່​ບໍ່​ໝາຍຄວາມວ່າ ປະທານາທິບໍດີຄົນ​ໃໝ່ Nicola’s Maduro ບໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ. ກ່ອນ​ອື່ນ​ໝົດ​ແມ່ນ​ເລື່ອງ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ດັ່ງກ່າວ​ຂອງ​ລັດຖະບານ​ອາຍຸ​ການ​ກ່ອນ​ນີ້​ໃນ​ຂົງ​ເຂດ​ພົວ​ພັນ​ພາຍ​ໃນ ​ແລະ ຮັບປະກັນ​ໃຫ້​ທຸກ​ໂຄງການ​ສັງ​ຄົມບັນລຸ​ໄດ້​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ນອກ​ນັ້ນ, ​ເວ​ເນ​ຊູ​ເອລາ ກໍ່​ຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກ​ສ, ພ້ອມ​ທັງ​ສ້າງ​ພື້ນຖານ​ເສດຖະກິດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ພັດທະນາ​ກະ​ສີ​ກຳ ​ເພື່ອ​ສາມາດ​ກຸ້ມ​ຕົນ​ເອງ ​ແລະ ກ້າວ​ໄປ​ເຖິງ ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ທັນ​ຍາ​ຫານ, ຫຼຸດ​ຜ່ານ​ໄພ​ເງິນ​ເຟີ້. ພ້ອມ​ກັນ​ນັ້ນ, ປະທານາທິບໍດີຄົນ​ໃໝ່ Maduro ກໍ່​ຕ້ອງ​ຕໍ່ສູ້​ກັບ​ໄພ​ສໍ້​ລາດ​ບັງ​ຫຼວງ, ຫຼຸດຜ່ອນ​ອັນ​ຕາ​ສ່ວນ​ອາດ​ສະ​ຍາກ​ອນ. ກ່ຽວ​ກັບ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ປະທານາທິບໍດີ Maduro ຕ້ອງ​ສືບ​ຕໍ່​ປັບປຸງ​ທີ່​ຕັ້ງ​ຂອງ​ເວ​ເນ​ຊູ​ເອລາ​ ​ໃນ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາຕີ​ນ​ເວົ້າ​ສະ​ເພາະ ​ແລະ ​ໃນ​ເວທີ​ສາກົນ​ເວົ້າ​ລວມ.

ອາຍຸ​ການ​ປະທານາທິບໍດີ Nicola’s Maduro ຈະ​ແກ່ຍາວ​ໃນ​ເວລາ 6 ປີ. ​​ເຖິງ​ວ່າ​ຢູ່​ຕໍ່ໜ້າຍັງ​ປະສົບ​ກັບຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ປະຊາຊົນ​ເວ​ເນ​ຊູ​ເອລາ ຍັງ​ຫວັງ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງປະທານາທິບໍດີຄົນ​ໃໝ່ Nicola’s Maduro, ປະ​ເທດ​ທີ່​ມີ​ນ້ຳມັນ, ບໍ່​ແຮ່​ຫຼາຍ​ທີ່​ສຸດ​ຢູ່​ໂລກ​ນີ້ ຈະ​ພັດທະນາ​ຢ່າງ​ໝັ້ນຄົງ​ຕາມ​ເສັ້ນທາງ​ປະຕິວັດ Bolivar.

ຕອບກັບ

ຂ່າວ/ບົດ​ອື່ນ